ປັດຈຸບັນ, ບັນຫາການມົ້ວສຸມສິ່ງເສບຕິດ ໂດຍສະເພາະ ສານລະເຫີຍທີ່ມີສານເສບຕິດ ເຊັ່ນ: ປຸມເປົ້າອັດແກ໊ສ ສານໄນຕັດອອກໄຊ (Nitrous oxide), ຢາສູບໄຟຟ້າ-ຊີຊ່າ (ບາລາກູ), ກາເຟຕີ, ຄໍລໍເຈັນ, ຜົງຂາວ, ໂຄເຄັນ ແລະ ອື່ນໆ ຍັງມີໃຫ້ເຫັນກັນເປັນປະຈໍາໃນທຸກໆວັນ ຢູ່ຕາມສະຖານທີ່ຮ້ານອາຫານ, ຮ້ານຄາຣາໂອເກະ ແລະ ຮ້ານບັນເທີງ; ບັນຫາດັ່ງກ່າວນີ້, ບາງພື້ນທີ່ຢູ່ນະຄອນຫຼວງວຽງຈັນ ຍັງບໍ່ໄດ້ຮັບການເອົາໃຈໃສ່ຈາກພາກສ່ວນທີ່ກ່ຽວຂ້ອງ ຈຶ່ງເຮັດໃຫ້ບັນຫາມົ້ວສຸມສິ່ງເສບຕິດດັ່ງກ່າວເກີດຂຶ້ນ.

ໃນໄລຍະຜ່ານມາ, ຍັງມີການລັກລອບນໍາເຂົ້າ, ຜະລິດ, ຈໍາໜ່າຍ ແລະ ຊື້-ຂາຍສານເສບຕິດດັ່ງກ່າວ ເປັນຕົ້ນແມ່ນ: ປຸມເປົ້າອັດແກ໊ສ ສານໄນຕັດອອກໄຊ ແລະ ຢາສູບໄຟຟ້າ-ຊີຊ່າ, ກາເຟຕີ, ຄໍລໍເຈັນ ແລະ ຢາເສບຕິດປະເພດອື່ນໆເປັນຈໍານວນຫຼວງຫຼາຍ ເພື່ອຂາຍໃຫ້ກັບກຸ່ມຄົນທີ່ມີຄວາມຕ້ອງການ ແລະ ຢາເສບຕິດຈໍາພວກນີ້ ໄດ້ຖືກນໍາໄປບັນຈຸຢູ່ສະຖານທີ່ບັນເທີງຫຼາຍທີ່ສຸດ ຈຶ່ງເຮັດໃຫ້ສະຖານບັນເທີງມີການມົ້ວສຸມຢາເສບຕິດປະເພດດັ່ງກ່າວເປັນອັນດັບຕົ້ນໆ ແລະ ເຊື່ອວ່າຖ້າພາກສ່ວນກ່ຽວຂ້ອງ ໂດຍສະເພາະແມ່ນເຈົ້າໜ້າທີ່ຕໍາຫຼວດ ຫາກມີການຕິດຕາມ, ກວດກາ ແລະ ສຸມໃສ່ແກ້ໄຂຢ່າງຈິງຈັງ ເຊື່ອວ່າຍັງມີສະຖານບັນເທີງຫຼາຍແຫ່ງຢູ່ໃນນະຄອນຫຼວງວຽງຈັນ ມີການມົ້ວສຸມສິ່ງເສບຕິດ.

ຢາເສບຕິດ ທີ່ຜູ້ຄົນນໍາເຂົ້າມາເສບບາງປະເພດ, ກົດໝາຍ ວ່າດ້ວຍ ຢາເສບຕິດ ແລະ ກົດໝາຍອາຍາ ຍັງບໍ່ທັນໄດ້ກໍານົດຈະແຈ້ງກ່ຽວກັບ ການປັບໃໝໃສ່ໂທດ ຈຶ່ງເຮັດໃຫ້ມີການເສບສົມກັນເປັນວົງກວ້າງ ໂດຍສະເພາະແມ່ນ: ນໍ້າກະທ່ອມ, ຢາສູບໄຟຟ້າ ແລະ ປຸ່ມເປົ້າອັດແກັສ; ດ້ວຍເຫດນີ້, ພາກສ່ວນກ່ຽວຂ້ອງ ກໍຄື ອົງການໄອຍະການປະຊາຊົນສູງສຸດ ຈຶ່ງອອກຄຳສັ່ງເລກທີ 006/ອອ ປສ, ລົງວັນທີ 30 ມີນາ 2023 ເຖິງບັນດາອົງການໄອຍະການປະຈຳທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ເລື່ອງການດຳເນີນຄະດີອາຍາກ່ຽວກັບການປູກ, ຜະລິດ, ປຸງແຕ່ງ, ຄ້າຂາຍ, ຈຳໜ່າຍ, ຂົນສົ່ງ, ມີໄວ້ໃນການຄອບຄອງ, ນໍາເຂົ້າ, ສົ່ງອອກ, ເສບພືດທີ່ໃຫ້ສານເສບຕິດ ເຊັ່ນ: ໃບກະທ່ອມ, ນ້ຳກະທ່ອມ ຫຼື ສານລະເຫີຍທີ່ມີສານເສບຕິດອື່ນ ເຊັ່ນ: ປຸມເປົ້າອັດແກ໊ສ ສານໄນຕັດອອກໄຊ (Nitrous oxide), ຢາສູບໄຟຟ້າ-ຊີຊ່າ (ບາລາກູ).

ໃນປັດຈຸບັນນີ້, ບັນຫາມົ້ວສຸມສິ່ງເສບຕິດ ບໍ່ວ່າຈະເປັນຜົງຂາວ, ໂຄເຄນ, ກາເຟຕີ້, ປຸມເປົ້າອັດແກ໊ສ ສານໄນຕັດອອກໄຊ, ຢາສູບໄຟຟ້າ-ຊີຊ່າ ແລະ ອື່ນໆ ຢູ່ສະຖານບັນເທິງຢູ່ພາຍໃນນະຄອນຫຼວງວຽງຈັນ ມັກຈະພົບເຫັນຫຼາຍກວ່າໝູ່ຢູ່ຮ້ານຄາຣາໂອເກະ ແລະ ຮ້ານບັນເທີງ; ເຊິ່ງເຂດທີ່ມັກພົບເຫັນ ແມ່ນຢູ່ພາຍໃນຕົວເມືອງ ເປັນຕົ້ນແມ່ນເຂດດອນໜູນ, ເຂດຫຼັກ 21 ເມືອງໄຊທານີ, ເຂດໂນນຫວາຍ, ໂພນະເນົາ ເມືອງໄຊເສດຖາ, ໜອງໄຮ, ດົງຄໍາຊ້າງ ເມືອງຫາດຊາຍຟອງ, ຮ່ງໄກ່ແກ້ວ ເມືອງຈັນທະບູລີ, ບ້ານອາກາດ, ບໍລິເວັນຕະຫຼາດຊັງຈ້ຽງ ເມືອງສີໂຄດຕະບອງ; ນອກນີ້, ຍັງມີອີກຫຼາຍສະຖານທີ່ຢູ່ຕາມຮ້ານອາຫານ, ຮ້ານບັນເທີງຕ່າງໆທີ່ມີລັກສະນະມົ້ວສຸມ ໃນຮູບແບບດຽວກັນ.

ຕໍ່ກັບບັນຫາມົ້ວສຸມສິ່ງເສບຕິດ ຢູ່ຕາມສະຖານທີ່ດັ່ງກ່າວ ຖ້າວ່າເຈົ້າໜ້າທີ່ຫາກມີການກວດກາ ແລະ ແກ້ໄຂຢ່າງຈິງຈັງ ເຊື່ອແນວ່າການມົ້ວສຸມກໍຈະຫຼຸດໜ້ອຍຖອຍລົງ ແລະ ຄ່ອຍໆໝົດໄປ; ສະນັ້ນ, ພາກສ່ວນກ່ຽວຂ້ອງ ໂດຍສະເພາະ ເຈົ້າໜ້າທີ່ຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ນະຄອນຫຼວງວຽງຈັນ ຄວນເປັນເຈົ້າການໃນການແກ້ໄຂຢ່າງຈິງຈັງ ແລະ ເຂັ້ມງວດ ເພື່ອບໍ່ໃຫ້ມີການມົ້ວສຸມສິ່ງເສບຕິດ ຢູ່ຕາມຮ້ານອາຫານ, ຮ້ານບັນເທີງ, ຮ້ານຄາຣາໂອເກະ…