ພາຍຫຼັງທີ່ມີວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ, ພວກເຮົາສາມາດມີກໍາລັງແຮງເພີ່ມຂຶ້ນ, ຫຼາຍພາກສ່ວນໃນສັງຄົມ ໄດ້ປະກອບສ່ວນທັງທາງກົງ ແລະ ທາງອ້ອມ ເພື່ອສະກັດກັ້ນ-ແກ້ໄຂບັນຫາຢາເສບຕິດ ເຊັ່ນ: ປະຊາຊົນ ສະໜອງຂໍ້ມູນທີ່ກ່ຽວຂ້ອງ, ສໍານັກງານ-ອົງການ ແລະ ອົງການປົກຄອງທ້ອງຖິ່ນຂັ້ນຕ່າງໆ ກໍສ້າງເງື່ອນໄຂໃນການຊ່ວຍເຫຼືອດ້ານຕ່າງໆ, ບັນດາປະເທດເພື່ອນມິດ, ປະເທດໃກ້ຄຽງ, ອົງການຈັດຕັ້ງສາກົນ ກໍໃຫ້ການສະໜັບສະໜູນຊ່ວຍເຫຼືອ ແລະ ຮ່ວມກັນແກ້ໄຂ.
ພົອ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປກສ ລາຍງານການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 3 ພະຈິກ 2023 ວ່າ: ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ຕະຫຼອດໄລຍະ 3 ປີຜ່ານມາ ເຊິ່ງມີທັງຜົນສໍາເລັດ, ບັນຫາທີ່ຄວນເອົາໃຈໃສ່, ທ່າອ່ຽງຂອງບັນຫາຢາເສບຕິດຢູ່ປະເທດເຮົາ ແລະ ທິດທາງແຜນການຈະແກ້ໄຂໃນຕໍ່ໜ້າ ຕິດພັນກັບ ການປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພຂອງສັງຄົມ ຕາມ 6 ວຽກຈຸດສຸມ ດັ່ງນີ້:
1. ສ້າງຄວາມຮັບຮູ້ໃນທົ່ວສັງຄົມ ດ້ວຍການສຶກສາອົບຮົມ, ໂຄສະນາເຜີຍແຜ່ລະບຽບກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ ແມ່ນໄດ້ຈັດຕັ້ງຢ່າງຕໍ່ເນື່ອງ ແລະ ດ້ວຍຮູບການທີ່ເໝາະສົມ ແຕ່ສູນກາງລົງຮອດທ້ອງຖິ່ນ ໃນຂອບເຂດທົ່ວປະເທດ; ນໍາໃຊ້ສື່ສັງຄົມຂອງລັດ (ໂທລະພາບ, ວິທະຍຸ, ໜັງສືພິມ) ແລະ ສື່ອອນລາຍເພື່ອໂຄສະນາ; ມີການຕິດຕັ້ງປ້າຍຄໍາຂວັນ, ຈັດພິມໂປສເຕີ, ແຜ່ນພັບ, ແຜ່ນ DVD, ປຶ້ມກົດໝາຍ ວ່າດ້ວຍ ຢາເສບຕິດ; ໄດ້ອອກສື່ໂຄສະນາສັ້ນ, ລະຄອນສັ້ນ, ບົດເພງ, ຈັດກິດຈະກໍາຍ່າງມິນິມາລາທອນ ຮ່ວມກັບຊາວໜຸ່ມເຍົາວະຊົນ ເພື່ອປູກຈິດສໍານຶກ; ຈັດພິທີຈູດທຳລາຍຢາເສບຕິດ ເນື່ອງໃນວັນແຫ່ງຊາດ ແລະ ສາກົນຕ້ານຢາເສບຕິດ ແລະ ສະຫຼຸບຖອດຖອນບົດຮຽນ ໃນການແກ້ໄຂບັນຫາຢາເສບຕິດ ເປັນແຕ່ລະໄລຍະ.
2. ການສ້າງ, ປັບປຸງກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ທີ່ກ່ຽວຂ້ອງກັບບັນຫາຢາເສບຕິດ ເຫັນວ່າມີບາດກ້າວຫັນປ່ຽນໃໝ່ ໂດຍສຸມໃສ່ປັບປຸງຄໍາສັ່ງເລກທີ 07/ນຍ ເປັນດຳລັດ 280/ລບ ວ່າດ້ວຍ ຊັບສິນທີ່ຖືກຢຶດ, ອາຍັດ ແລະ ຮິບເປັນຂອງລັດ; ປັບປຸງດຳລັດ 267/ລບ ວ່າດ້ວຍ ກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ; ດໍາລັດ ວ່າດ້ວຍ ວຽກງານຄຸມຂັງ-ດັດສ້າງ; ຄໍາແນະນໍາຮ່ວມຂອງ ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງປ້ອງກັນຄວາມສະຫງົບ ກ່ຽວກັບວິທີການຈັດຕັ້ງປະຕິບັດໂທດສູງສຸດ; ປັບປຸງຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະດັບຊາດ, ລະດັບທ້ອງຖິ່ນ; ປັບປຸງກອງເລຂາ ແລະ ສະພາບໍລິຫານກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ແລະ ອື່ນໆ.
3. ປັບປຸງກົງຈັກການຈັດຕັ້ງ ແລະ ຍົກລະດັບຄວາມສາມາດ ໃນການເຄື່ອນໄຫວເຮັດໜ້າທີ່ການເມືອງຂອງ ອົງການສືບສວນ-ສອບສວນ, ອົງການໄອຍະການປະຊາຊົນ, ອົງການສານປະຊາຊົນ, ອົງການປະຕິບັດຄຳຕັດສິນຂອງສານ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕໍ່ການແກ້ໄຂບັນຫາຢາເສບຕິດ; ໃນນີ້, ກໍາລັງປ້ອງກັນຄວາມສະຫງົບ ໄດ້ສຸມໃສ່ປັບປຸງຂົງເຂດການສືບສວນ-ສອບສວນ, ສືບຂ່າວຂັ້ນກະຊວງ ແລະ ກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ນະຄອນຫຼວງ; ນອກນັ້ນ, ສີ່ພາກສ່ວນປະກອບມີ: ກະຊວງປ້ອງກັນຄວາມສະຫງົບ, ອົງການໄອຍະການປະຊາຊົນສູງສຸດ, ອົງການສານປະຊາຊົນສູງສຸດ ແລະ ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມແລກປ່ຽນຄວາມຄິດເຫັນການດຳເນີນຄະດີຕາມຂະບວນຍຸຕິທຳ ລະດັບລັດຖະມົນຕີ, ຫົວໜ້າອົງການ ເພື່ອກໍານົດກົນໄກ, ຈຸດປະສານງານ, ຄົ້ນຄວ້າສະເພາະກໍລະນີຄະດີທີ່ມີຄວາມຫຍຸ້ງຍາກສັບສົນ ແລະ ຖອດຖອນບົດຮຽນເປັນແຕ່ລະໄລຍະ ເຮັດໃຫ້ການດໍາເນີນຄະດີໄປຕາມຂະບວນການຍຸຕິທໍາ.

4. ວຽກງານຍົກສູງປະສິດທິພາບດ້ານການຄຸ້ມຄອງ, ຊີ້ນໍາໃນການຈັດຕັ້ງປະຕິບັດຮອບດ້ານ ໃນວຽກງານແກ້ໄຂບັນຫາຢາເສບຕິດ ໄປຕາມຄຳຂວັນທີ່ວ່າ: ອັດ 3 ທາງ, ມ້າງ 3 ເປົ້າ, ເປັນເຈົ້າ 3 ຫຼັກ ໂດຍສະເພາະຫຼັກການຄວາມເປັນມືອາຊີບ ເຫັນວ່າມີຜົນສໍາເລັດເປັນຢ່າງດີ ເຊິ່ງສະແດງໃຫ້ເຫັນຕົວເລກຄະດີທີ່ແກ້ໄຂໄດ້ທັງໝົດ 10.843 ເລື່ອງ, ຈັບຜູ້ຖືກຫາ 15.966 ຄົນ ຍິງ 1.804 ຄົນ, ຄົນຕ່າງປະເທດ 324 ຄົນ/ຍິງ 21 ຄົນ.
ຢຶດຢາບ້າຊະນິດເມັດ ແລະ ເປັນຝຸ່ນ ນໍ້າໜັກລວມ 32.111,78 ກິໂລກຣາມ, ຢຶດສານເຄມີຕົ້ນປະເພດຕ່າງໆ 260 ກວ່າໂຕນ; ນອກນັ້ນ, ຍັງໄດ້ຢຶດ, ອາຍັດ ແລະ ຮິບຊັບສິນປະເພດພາຫະນະ, ເນື້ອທີ່ດິນ, ເຮືອນພັກ ໄດ້ຈໍານວນຫຼາຍພໍຄວນ; ໄດ້ນໍາເອົາຜູ້ຖືກເຄາະຮ້າຍເສບຢາເສບຕິດ ເຂົ້າບໍາບັດປິ່ນປົວ ທັງໝົດ 10.900 ຄົນ ຍິງ 361 ຄົນ; ໃນນັ້ນ, ມີຜູ້ທີ່ປິ່ນປົວດີແລ້ວກັບຄືນບ້ານ ທັງໝົດ 5.734 ຄົນ ຍິງ 209 ຄົນ, ສືບຕໍ່ປິ່ນປົວ 2.994 ຄົນ ຍິງ 104 ຄົນ.
5. ວຽກງານປັບປຸງຂີດຄວາມສາມາດ ການເຄື່ອນໄຫວເຮັດໜ້າທີ່ຂອງລະບົບການເມືອງແຕ່ລະຂັ້ນ ເພື່ອນຳພາ-ຊີ້ນຳແກ້ໄຂບັນຫາຢາເສບຕິດ ທີ່ເກີດຂຶ້ນຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ແມ່ນໄດ້ຈັດຕັ້ງປະຕິບັດຢ່າງກວ້າງຂວາງ ໃນຂອບເຂດທົ່ວປະເທດ; ພົ້ນເດັ່ນແມ່ນ ຂະບວນການແຂ່ງຂັນສ້າງໂຮງຮຽນປອດຢາເສບຕິດ, ບ້ານປ້ອງກັນຄວາມສະຫງົບດີ, ບ້ານປອດຢາເສບຕິດ, ບ້ານປອດຄະດີ, ການບໍລິການກວດຢາເສບຕິດຂັ້ນບ້ານ, ການອັດປ່ອງຂ້າມລອຍຢາເສບຕິດ ຢູ່ 5 ຈຸດຂອງບັນດາແຂວງພາກເໜືອ ໂດຍນໍາໃຊ້ໝາວິຊາສະເພາະ ແລະ ອຸປະກອນເຕັກນິກຈໍານວນໜຶ່ງ.
6. ວຽກງານເພີ່ມທະວີການຮ່ວມມືສາກົນ ແມ່ນສຸມໃສ່ການຮ່ວມມືສະກັດກັ້ນ ແລະ ຕ້ານຢາເສບຕິດ ຮ່ວມກັບບັນດາປະເທດເພື່ອນມິດຍຸດທະສາດ (ສສ ຫວຽດນາມ, ສປ ຈີນ), ບັນດາປະເທດໃນພາກພື້ນ, ອົງການຈັດຕັ້ງສາກົນ ດ້ວຍການເຂົ້າຮ່ວມກອງປະຊຸມ, ສໍາມະນາ, ຝຶກອົບຮົມ ແລະ ອື່ນໆ ຢູ່ພາຍໃນ ແລະ ຕ່າງປະເທດຈຳນວນຫຼາຍຄັ້ງ, ການເຄື່ອນໄຫວກວດກາລາດຕະເວນຮ່ວມ ລວມໄປເຖິງການມ້າງລາຍຄະດີຮ່ວມກັນ.
(ໂດຍ: ບຸນຖິນ)