ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດພິທີປະກາດເລື່ອນຊັ້ນ, ດັດແກ້ຊັ້ນ ໃຫ້ນາຍຕໍາຫຼວດອ້ອມຂ້າງ ກົມໃຫຍ່ການເມືອງ, ເຂົ້າຮ່ວມ ແລະ ປະດັບຊັ້ນໂດຍ ພົຈວ ຄອນສະຫວັນ ສົມພາໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ຫົວໜ້າກົມພະນັກງານ, ມີຄະນະພັກ-ຄະນະກົມ, ຫ້ອງ, ພະແນກ ພ້ອມດ້ວຍນາຍຕໍາຫຼວດທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ ໃນວັນທີ 15 ພະຈິກ 2023.

ພັອ ວັນນະເລດ ບຸດຕະວົງ ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງ ປກສ ໄດ້ຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ແລະ ຂໍ້ຕົກລົງຂອງ ກົມໃຫຍ່ການເມືອງ ປກສ ເລກທີ 5364/ປກສ ລົງວັນທີ 3 ພະຈິກ 2023 ວ່າດ້ວຍ ການດັດແກ້ຊັ້ນໃຫ້ນາຍຕໍາຫຼວດ ກົມໃຫຍ່ການເມືອງ ປກສ ດັ່ງນີ້:

  • ເລື່ອນຊັ້ນ ພັນຕີ ຂຶ້ນເປັນ ຊັ້ນພັນໂທ ຈໍານວນ 9 ສະຫາຍ ຍິງ 1 ສະຫາຍ
  • ເລື່ອນຊັ້ນ ຮ້ອຍເອກ ຂຶ້ນ ພັນຕີ 23 ສະຫາຍ ຍິງ 8 ສະຫາຍ
  • ຮ້ອຍໂທ ຂຶ້ນ ຮ້ອຍເອກ 49 ສະຫາຍ ຍິງ 24 ສະຫາຍ
  • ດັດແກ້ຊັ້ນສິບເອກ ຂຶ້ນເປັນ ຊັ້ນຮ້ອຍຕີ 1 ສະຫາຍ ຍິງ 1 ສະຫາຍ

ໂອກາດນີ້, ພົຈວ ຄອນສະຫວັນ ສົມພາໄຊ ໄດ້ໂອ້ລົມຕໍ່ພິທີປະກາດເລື່ອນຊັ້ນໃຫ້ນາຍຕໍາຫຼວດອ້ອມຂ້າງ ກົມໃຫຍ່ການເມືອງ ປກສ ໃນຄັ້ງນີ້ວ່າ:

ການເລື່ອນຊັ້ນໃນຄັ້ງນີ້ ແມ່ນການສືບຕໍ່ປະຕິບັດຕາມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງກໍາລັງປ້ອງກັນຄວາມສະຫງົບ ແລະ ເປັນການຕົກລົງເຫັນດີເປັນເອກະພາບ ຂອງອົງການຈັດຕັ້ງແຕ່ລະຂັ້ນ ຕໍ່ບັນດານາຍຕໍາຫຼວດທີ່ໄດ້ເຮັດສຳເລັດໜ້າທີ່ ໃນຕະຫຼອດໄລຍະຜ່ານມາ, ເຊິ່ງກຳລັງປ້ອງກັນຄວາມສະຫງົບ ເມື່ອຮອດກຳນົດອາຍຸ, ຄົບມາດຖານທີ່ໄດ້ກຳນົດ ກໍຈະໄດ້ຮັບນະໂຍບາຍເລື່ອນຊັ້ນ, ເລື່ອນໜ້າທີ່ຕາມຄວາມເໝາະສົມ.

ການເລື່ອນຊັ້ນຄັ້ງນີ້ ໃຫ້ຖືວ່າແມ່ນກຽດ, ແມ່ນສັກສີ, ແມ່ນນະໂຍບາຍອັນສູງສົ່ງທີ່ພັກ-ລັດ ກໍຄື ການຈັດຕັ້ງຕອບແທນຄຸນງາມຄວາມດີ, ການອຸທິດຕົນປະກອບສ່ວນທາງດ້ານສະຕິປັນຍາ, ເຫື່ອແຮງຂອງກໍາລັງປ້ອງກັນຄວາມສະຫງົບ, ອີກດ້ານໜຶ່ງ ກໍສະແດງເຖິງຄວາມເຕີບໃຫຍ່ຂະຫຍາຍຕົວຂອງກົມກອງ, ຄວາມເອົາໃຈໃສ່ຂອງການຈັດຕັ້ງ ຕະຫຼອດຮອດຄອບຄົວ (ລູກ-ເມຍ) ທີ່ເປັນອົງປະກອບໜຶ່ງທີ່ສຳຄັນໃນການອູ້ມຊູ, ຊ່ວຍເຫຼືອກໍ່ສ້າງ, ໃຫ້ກໍາລັງໃຈ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາສະຫາຍ ໃນການປະຕິບັດໜ້າທີ່ຈຶ່ງມີຜົນສໍາເລັດໃນຄັ້ງນີ້.