ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດພິທີຖະແຫຼງຂ່າວເປີດປີທ່ອງທ່ຽວລາວ ຄັ້ງທີ 4 ຂຶ້ນໃນວັນທີ 13 ພະຈິກ 2023 ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ຖວທ, ມີບັນດາເອກອັກຄະລັດຖະທູດ, ບັນດາທ່ານຜູ້ຕາງໜ້າ ສະຖານທູດຕ່າງປະເທດ ແລະ ບັນດາອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ເຂົ້າຮ່ວມ.

+ ທ່ານ ນາງ ສວນສະຫວັນ ວິຍະເກດ ໃຫ້ຮູ້ວ່າ:

ການທ່ອງທ່ຽວ ເປັນຂະແໜງການເສດຖະກິດໜຶ່ງ ທີ່ຂະຫຍາຍຕົວຢ່າງວ່ອງໄວ ແລະ ຕໍ່ເນື່ອງຢູ່ບັນດາປະເທດໃນໂລກ. ໃນຫຼາຍປີທີ່ຜ່ານມາ, ພັກ-ລັດ ຖະບານລາວ ຍາມໃດກໍໃຫ້ຄວາມສຳຄັນ ເເລະ ຖືການທ່ອງທ່ຽວເປັນຂະແໜງການເສດຖະກິດປາຍແຫຼມຂອງການພັດທະນາ ແລະ ເອົາໃຈໃສ່ນຳພາ-ຊີ້ນຳສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ຂະແໜງການທ່ອງທ່ຽວ ໄດ້ກຳນົດນະໂຍບາຍພັດທະນາ ແລະ ສົ່ງເສີມການທ່ອງທ່ຽວທາງດ້ານວັດທະນະທຳ, ປະຫວັດສາດ, ທໍາມະຊາດ ແລະ ກະສິກຳ ເພື່ອເປັນທ່າແຮງດຶງດູດນັກທ່ອງທ່ຽວສາກົນ ເຂົ້າມາທ່ຽວປະເທດລາວ ນັບມື້ນັບເພີ່ມຂຶ້ນ, ສ້າງວຽກເຮັດງານທຳໃຫ້ແກ່ສັງຄົມ, ຊຸກຍູ້ການຜະລິດກະສິກຳ, ຫັດຖະກຳ, ທຸລະກິດປິ່ນອ້ອມ ຖືເປັນການສົ່ງອອກກັບທີ່ ແລະ ການກະຈາຍລາຍໄດ້ໄປສູ່ທ້ອງຖິ່ນ ກໍຄື ເຂດຊົນນະບົດຫ່າງໄກສອກຫຼີກ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.

ສປປ ລາວ ເຄີຍຈັດປີທ່ອງທ່ຽວລາວມາແລ້ວ 3 ຄັ້ງ ຄື:

  • ຄັ້ງທີ 1 ແມ່ນປີ 1999-2000
  • ຄັ້ງທີ 2 ແມ່ນປີ 2012
  • ຄັ້ງທີ 3 ແມ່ນປີ 2018

ສຳລັບປີ 2024 ທີ່ຈະຈັດຂຶ້ນ ແມ່ນໄດ້ຮັບການອະນຸມັດເຫັນດີຈາກລັດຖະບານ, ປີທ່ອງທ່ຽວລາວ ຄັ້ງທີ 4 ຈະຈັດຂຶ້ນພາຍໃຕ້ຄຳຂວັນທີ່ວ່າ: ທ່ອງທ່ຽວລາວປອດໄພ, ຊື່ນໃຈໃນວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດ ແລະ ໄດ້ກຳນົດເອົາຮູບຊ້າງຖືແຄນ ເປັນສັນຍາລັກນຳໂຊກໃຫ້ແກ່ການທ່ອງທ່ຽວລາວ 2024.

ໃນການຈັດປີທ່ອງທ່ຽວລາວ 2024 ນີ້, ກະຊວງ ຖວທ ຮ່ວມກັບ ພະແນກ ຖວທ ນະຄອນຫຼວງ ແລະ ບັນດາແຂວງໃນທົ່ວປະເທດ ເປັນເອກະພາບກັນກໍານົດເອົາວັນທີ 23 ພະຈິກ 2023 ເປັນມື້ເປີດຢ່າງເປັນທາງການ ເຊິ່ງບັນດາກິດຈະກຳທີ່ຈະຈັດຕັ້ງປະຕິບັດ ໃນປີທ່ອງທ່ຽວລາວ 2024 ສະເໜີໃຫ້ລັດຖະບານຮັບຮອງ ແລະ ໄດ້ກຳນົດເອົາ 79 ກິດຈະກຳ; ໃນນີ້, ມີ 14 ກິດຈະກຳລະດັບຊາດ ແລະ 65 ກິດຈະກຳລະດັບແຂວງ ເຊິ່ງຈະຈັດເຂົ້າໃນປະຕິທິນການທ່ອງທ່ຽວ ເພື່ອໃຫ້ນັກທ່ອງທ່ຽວສາມາດຄັດເລືອກທ່ອງທ່ຽວໄດ້ຕະຫຼອດປີ ຕາມຄວາມເໝາະສົມ ແລະ ຕາມຄວາມສົນໃຈ.

ພ້ອມດຽວກັນນີ້, ຍັງໄດ້ຮ່ວມມືກັບບັນດາຜູ້ປະກອບການທຸລະກິດທ່ອງທ່ຽວ, ໂຮງແຮມ, ແຫຼ່ງທ່ອງທ່ຽວ, ຮ້ານອາຫານ, ສາຍການບິນລາວ ແລະ ຫົວໜ່ວຍທຸລະກິດທີ່ກ່ຽວຂ້ອງ ຈັດເປັນລາຍການທ່ອງທ່ຽວ. ທັງນີ້, ກໍເພື່ອເຮັດໃຫ້ບັນດາກິດຈະກຳການທ່ອງທ່ຽວ ແລະ ລາຍການທ່ອງທ່ຽວ ມີຄວາມກົມກຽວ, ເຊື່ອມຈອດລະຫວ່າງສູນກາງ ແລະ ທ້ອງຖິ່ນ, ແຂວງຕໍ່ແຂວງ, ແຂວງຕໍ່ເມືອງ ໃນຂອບເຂດທົ່ວປະເທດ ແລະ ມີຮູບແບບສົ່ງເສີມການຂາຍຕາມລະດູການໃນລາຄາທີ່ເໝາະສົມ.

+ ທ່ານ ນາງ ສວນສະຫວັນ ວິຍາເກດ ກ່າວຕື່ມວ່າ:

ໃນປີ 2024, ຄາດຄະເນວ່າ ຈະມີນັກທ່ອງທ່ຽວສາກົນ ເດີນທາງເຂົ້າມາທ່ຽວ ສປປ ລາວ ປະມານ 2,7 ລ້ານເທື່ອຄົນ ແລະ ໃນປີ 2025, ນັກທ່ອງທ່ຽວສາກົນ ຈະບັນລຸເຖິງ 2,9 ລ້ານເທື່ອຄົນ.

ເພື່ອເຮັດໃຫ້ການປະຕິບັດແຜນກິດຈະກຳປີທ່ອງທ່ຽວລາວ 2024 ບັນລຸຕາມລະດັບຄາດໝາຍທີ່ວາງໄດ້, ກະຊວງ ຖວທ ຈະສຸມປະຕິບັດໃສ່ບັນດາໜ້າວຽກຕົ້ນຕໍ ຄື: ສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນ ກັບບັນດາຂະແໜງການທີ່ກ່ຽວຂ້ອງ ຢູ່ສູນກາງ ເເລະ ທ້ອງຖິ່ນ ເພື່ອຈັດຕັ້ງຜັນຂະຫຍາຍກິດຈະກຳລະດັບຊາດ, ລະດັບທ້ອງຖິ່ນເຂົ້າສູ່ຊີວິດຕົວຈິງໃຫ້ທັນເວລາ, ສຸມໃສ່ປັບປຸງສິ່ງອຳນວຍຄວາມສະດວກດ້ານການທ່ອງທ່ຽວ, ສ້າງລາຍການທ່ອງທ່ຽວໃຫ້ມີຄວາມຫຼາກຫຼາຍ ຕອບສະໜອງຄວາມຕ້ອງການກັບທ່າອ່ຽງການຕະຫຼາດທ່ອງທ່ຽວພາກພື້ນ ແລະ ສາກົນ, ປັບປຸງຄຸນນະພາບການບໍລິການໃນຂະແໜງການທ່ອງທ່ຽວ, ການຕ້ອນຮັບທີ່ອົບອຸ່ນ, ຍິ້ມແຍ້ມແຈ່ມໃສ, ປະທັບໃຈ ແລະ ຮັບປະກັນຄວາມປອດໄພ, ເພີ່ມທະວີການໂຄສະນາປີທ່ອງທ່ຽວລາວ ຢ່າງແຂງແຮງ ໂດຍນໍາໃຊ້ພາຫະນະສື່ມວນຊົນພາຍໃນ, ສື່ຕ່າງປະເທດ ແລະ ການເຂົ້າຮ່ວມງານວາງສະແດງການຕະຫຼາດທ່ອງທ່ຽວສາກົນ.