ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງ ປກສ ໄດ້ເນັ້ນໃຫ້ກໍາລັງ ປກສ ສືບຕໍ່ວຽກງານປົກປັກຮັກສາສະຖຽນລະພາບທາງການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ສືບຕໍ່ຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບ, ມີຄວາມສະຫງົບປອດໄພຢ່າງໜັກແໜ້ນ, ມາດຕະການຍຸດທະສາດ ຍັງແມ່ນຫັນກຳລັງລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບ ການສ້າງບ້ານ-ກຸ່ມບ້ານພັດທະນາ ຕາມທິດ 3 ສ້າງ ຢູ່ພື້ນທີ່ຫຼໍ່ແຫຼມ, ບໍລິເວນຊາຍແດນ ໂດຍໄປຄຽງຄູ່ກັບ ການສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ຢູ່ຂັ້ນທ້ອງຖິ່ນຮາກຖານໃຫ້ແຂງແຮງ. ໃນນີ້, ແມ່ນໃຫ້ສົມທົບກັບກົມວິຊາສະເພາະ ສຸມໃສ່ປັບປຸງກຳລັງ ປກສ ເມືອງ, ປກສ ກຸ່ມບ້ານ ແລະ ປກສ ບ້ານ, ເພີ່ມທະວີການເຄື່ອນໄຫວວຽກງານວິຊາສະເພາະຢູ່ແຕ່ລະຂັ້ນ ໃຫ້ແຂງແຮງ ແລະ ຮັບປະກັນວຽກງານປ້ອງກັນຄວາມສະຫງົບຮອບດ້ານ.

ໃນໂອກາດທີ່ ພົອ ວິໄລ ຫຼ້າຄໍາຟອງ ໄດ້ເປັນປະທານກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ທົ່ວປະເທດ ປະຈຳປີ 2023 ແລະ ວາງທິດທາງແຜນການ ປີ 2024 ໃນວັນທີ 5 ມັງກອນ 2023 ໄດ້ກ່າວວ່າ:

ເພື່ອສືບຕໍ່ຮັບປະກັນໃຫ້ບັນດາເຫດການ ການເມືອງສຳຄັນຂອງພັກ, ລັດ ແລະ ສະພາແຫ່ງຊາດ ໄດ້ຮັບການຈັດຕັ້ງປະຕິບັດ, ດຳເນີນດ້ວຍຄວາມປອດໄພ ແລະ ທັງເປັນການປັບປຸງແບບແຜນ, ການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງກຳລັງປ້ອງກັນຄວາມສະຫງົບ ໃນປີ 2024 ໃຫ້ເຂົ້າສູ່ລະບົບທີ່ໜັກແໜ້ນ ສະເໜີບັນດາສະຫາຍເອົາໃຈໃສ່ບາງບັນຫາ ຄື:

ເອົາໃຈໃສ່ຊີ້ນໍາວຽກງານກຽມພ້ອມສູ້ຮົບ ດ້ວຍການສືບຕໍ່ສ້າງ, ປັບປຸງກຳລັງ, ລະບົບສູນບັນຊາ, ພາຫະນະ, ວຽກງານຮັບປະກັນ, ແຜນການກຽມພ້ອມສູ້ຮົບ, ແຜນປະສານໃນການກອບກູ້ໄພພິບັດ ແລະ ນິຕິກຳກ່ຽວຂ້ອງ ເພື່ອສາມາດແກ້ໄຂສະພາບໄດ້ໃນທຸກກໍລະນີ ໃຫ້ມີຄວາມປອດໄພຮອບດ້ານ;

ສືບຕໍ່ຈັດຕັ້ງ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ແມ່ນມອບໃຫ້ກົມໃຫຍ່ຕຳຫຼວດ ເປັນເຈົ້າການກະກຽມນິຕິກຳ ເພື່ອນໍາສະເໜີລັດຖະບານ ສືບຕໍ່ຈັດຕັ້ງປະຕິບັດ ໄລຍະແຕ່ປີ 2024-2025; ໃນນັ້ນ, ກໍລວມທັງການມອບໝາຍໜ້າທີ່, ການແບ່ງຄວາມຮັບຜິດຊອບໃຫ້ແຕ່ລະພາກສ່ວນ ຕາມແຜນທີ່ພວກເຮົາໄດ້ເອກະພາບກັນໃນກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໃນທ້າຍປີຜ່ານມາ.

ສຸມໃສ່ການຄຸ້ມຄອງກວດກາ ການນໍາໃຊ້ສື່ສັງຄົມອອນລາຍ, ຄຸ້ມຄອງຄົນເຂົ້າ-ອອກເມືອງ, ຄຸ້ມຄອງສໍາມະໂນຄົວ, ວຽກງານຕ້ານການຄ້າມະນຸດ, ການຫຼຸດຜ່ອນອຸບັດຕິເຫດຕາມເສັ້ນທາງສັນຈອນ;

ວຽກງານຄຸມຂັງ-ດັດສ້າງ, ການສືບສວນ-ສອບສວນ-ແກ້ໄຂຄະດີ ໃຫ້ເຂົ້າສູ່ນິຕິກຳແລະ ກົດໝາຍ; ໃນນີ້, ການຄຸ້ມຄອງຄົນຕ່າງດ້າວ ນັບທັງຊ່ຽວຊານ, ນັກທຸລະກິດ, ນັກທ່ອງທ່ຽວ, ແຮງງານ ຕ້ອງຮັດກຸມ, ແກ້ໃຫ້ຕົກບັນຫາຄົນຕ່າງດ້າວທີ່ເຂົ້າມາລີ້ຊ້ອນຢູ່ພາຍໃນ, ຕັ້ງເປັນກຸ່ມແກ້ງອາຊະຍາກຳໃນຮູບແບບຕ່າງໆ;

ວຽກງານຄຸມຂັງ-ດັດສ້າງ ແມ່ນໃຫ້ສືບຕໍ່ຄົ້ນຄວ້າຍົກຍ້າຍຜູ້ຖືກຫາ-ນັກໂທດປະຈຳປີ ຈາກຄຸມຂັງແຂວງ ເຂົ້າໄປຄຸມຂັງພາກ (ເພື່ອຫຼຸດຜ່ອນການແອອັດ), ຄົ້ນຄວ້າການນໍາໃຊ້ແຮງງານນັກໂທດ ຢູ່ຄ້າຍຄຸມຂັງຕ່າງໆ ໃຫ້ສອດຄ່ອງກັບກົດໝາຍ, ການຄຸ້ມຄອງນັກໂທດຕ້ອງເຂັ້ມງວດ ບໍ່ໃຫ້ມີກໍລະນີນັກໂທດໂຕນໜີ ແລະ ກໍ່ຄວາມວຸ້ນວາຍ;

ວຽກງານສືບສວນ-ສອບສວນ-ແກ້ໄຂຄະດີ ແມ່ນໃຫ້ສົມທົບແໜ້ນກັບໄອຍະການ, ສານ ໃນການດໍາເນີນ ແລະ ແກ້ໄຂ, ບໍ່ໃຫ້ມີຄະດີຄ້າງທີ່ນອນໃນຄວາມຮັບຜິດຊອບ. ໃນນີ້, ໃຫ້ເບິ່ງບາງບັນຫາທີ່ກ່ຽວຂ້ອງກັບຄໍາສັ່ງຂອງໄອຍະການ ແລະ ສານ ອັນໃດຖືກຕ້ອງຕາມລະບຽບການແລ້ວ ກໍໃຫ້ແກ້ໄຂ ເປັນຕົ້ນ ມີຄໍາສັ່ງປ່ອຍຕົວ ຫຼື ປ່ອຍຕົວພາງ ຈາກໄອຍະການແລ້ວ ພວກເຮົາຍັງບໍ່ປ່ອຍ ແມ່ນໃຫ້ປະຕິບັດຕາມລະບຽບການ; ບັນຫາໃດທີ່ຂັ້ນເທິງບໍ່ເຂົ້າໃຈ ກໍຕ້ອງລາຍງານ, ສະເໜີເຫດຜົນ, ອັນໃດໄອຍະການ ແລະ ສານ ປະຕິບັດບໍ່ຖືກຕ້ອງ ກໍໃຫ້ສະເໜີຕາມລະບຽບການ ເພື່ອເປັນບ່ອນອີງໃນການແກ້ໄຂ.