ກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ທົ່ວປະເທດ ປະຈໍາປີ 2023 ແລະ ວາງທິດທາງແຜນການ ປີ 2024 ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 5 ມັງກອນ 2024, ເປັນປະທານໂດຍ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງ ປກສ, ມີຮອງລັດຖະມົນຕີ, ຫົວໜ້າຫ້ອງວ່າການ, ຫົວໜ້າກົມໃຫຍ່, ວິທະຍາຄານ, ກອງບັນຊາການ ປກສ ແຂວງ-ຄະນະຄອນຫຼວງ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ຕະຫຼອດໄລຍະດໍາເນີນກອງປະຊຸມ ລະຫວ່າງວັນທີ 4-5 ມັງກອນ 2023, ຜູ້ເຂົ້າຮ່ວມ ໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບການເຄື່ອນໄຫວວຽກງານ ຕ່າງໆ ດັ່ງນີ້:

  • ບົດສະຫຼຸບການເຄື່ອນໄຫວວຽກງານປ້ອງກັນຄວາມສະຫງົບ
  • ບົດລາຍງານການປັບປຸງກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບ ໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ວຽກງານຮັບປະກັນໃຫ້ແກ່ກອງປະຊຸມໃຫຍ່ 3 ຂັ້ນ
  • ບົດລາຍງານການກະກຽມປ້ອງກັນ ແລະ ເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍ ການຕ້ານອາຊະຍາກໍາຂ້າມຊາດ ຄັ້ງທີ 18
  • ບົດລາຍງານກ່ຽວກັບ ການແກ້ໄຂຄະດີໃຫ້ມີຄວາມວ່ອງໄວ, ຖືກຕ້ອງ, ຊັດເຈນ, ເປັນທໍາ ແລະ ວິທີການແກ້ໄຂບັນຫາລົດເສຍ
  • ບົດລາຍງານກ່ຽວກັບ ການກວດກາ, ຄຸ້ມຄອງຄົນຕ່າງປະເທດ ໃນການເປີດປີທ່ອງທ່ຽວລາວ
  • ບົດລາຍງານການດໍາເນີນທຸລະກິດສ້າງລາຍຮັບ ໃຫ້ກະຊວງປ້ອງກັນຄວາມສະຫງົບ ແລະ ການຊຸກຍູ້ກົມກອງ ອ້ອມຂ້າງກະຊວງ ແລະ ປກສ ແຂວງ ໃຫ້ທໍາການຜະລິດກຸ້ມຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ
  • ບົດລາຍງານການເກັບກູ້ຮິບໂຮມ ແລະ ຂຶ້ນບັນຊີຄຸ້ມຄອງອາວຸດເສິກ
  • ບົດລາຍງານໂຄງການຄຸ້ມຄອງສໍາມະໂນຄົວ ແລະ ອອກບັດປະຈໍາຕົວ ລະບົບທັນສະໄໝ
  • ບົດລາຍງານການຈັດຕັ້ງປະຕິບັດ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນແມ່ນ ການຄາດຕະກໍາ, ການຈັບຕົວຮຽກຄ່າໄຖ່, ປຸ້ນຊັບຊິງຊັບ
  • ບົດລາຍງານການນໍາໃຊ້ມາດຕະການ ຕໍ່ບັນດາຮ້ານບັນເທີງ, ຮ້ານກິນດື່ມທີ່ລະເມີດຕໍ່ລະບຽບກົດໝາຍ ຕິດພັນກັບ ການແກ້ໄຂຢາສູບ ແລະ ເຄື່ອງດື່ມທີ່ມີສານເສບຕິດ ຢູ່ນະຄອນຫຼວງວຽງຈັນ
  • ບົດລາຍງານການປະສານສົມທົບ ໃນການອັດປ່ອງຂ້າມລອຍຂົນສົ່ງສານເສບຕິດ ແລະ ສານເຄມີຕັ້ງຕົ້ນ ຢູ່ແຂວງບໍ່ແກ້ວ
  • ບົດລາຍງານການແກ້ສະພາບຂອງກຸ່ມຄົນບໍ່ດີ ຢູ່ແຂວງໄຊສົມບູນ
  • ບົດລາຍງານສະພາບຄວາມບໍ່ສະຫງົບລຽບຕາມຊາຍແດນ ເປັນຕົ້ນແມ່ນ ການຄຸ້ມຄອງການເຂົ້າ-ອອກປະເທດ ແບບຜິດກົດໝາຍ ແລະ ຄ້າຂາຍເຖື່ອນ ຢູ່ແຂວງໄຊຍະບູລີ

ຈາກນັ້ນ, ບັນດາກົມກອງອ້ອມຂ້າງກະຊວງ ແລະ ປກສ ແຂວງ ໄດ້ຂຶ້ນປະກອບຄວາມຄິດເຫັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ເນື້ອໃນຂອງບົດສະຫຼຸບ ມີຄວາມອຸດົມສົມບູນ ແລະ ເພື່ອເປັນການປະກອບສ່ວນໃຫ້ການຈັດຕັ້ງວຽກງານປ້ອງກັນຄວາມສະຫງົບ ໃນຕໍ່ໜ້າ ໄດ້ຮັບຜົນສໍາເລັດສູງຂຶ້ນກວ່າເກົ່າ.

ໂອກາດດັ່ງກ່າວ, ພົອ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງ ປກສ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ຕະຫຼອດໄລຍະຜ່ານມາ ພ້ອມທັງເນັ້ນໃຫ້ກໍາລັງ ປກສ ຈົ່ງສືບຕໍ່ວຽກງານປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ.

ຈົ່ງພ້ອມກັນສືບຕໍ່ຮັບປະກັນໃຫ້ປະເທດຊາດ ມີສະຖຽນລະພາບ, ມີຄວາມສະຫງົບປອດໄພຢ່າງໜັກແໜ້ນ, ໝູນໃຊ້ຍຸດທະສາດຫັນກຳລັງລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບ ການສ້າງບ້ານ-ກຸ່ມບ້ານພັດທະນາ ຕາມທິດ 3 ສ້າງ ຢູ່ພື້ນທີ່ຫຼ່ໍແຫຼມ, ບໍລິເວນຊາຍແດນ ທັງໃຫ້ຕິດພັນກັບການສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ຢູ່ຂັ້ນທ້ອງຖິ່ນຮາກຖານ ໃຫ້ແຂງແຮງ; ໃນນີ້, ແມ່ນໃຫ້ສົມທົບກັບ ກົມວິຊາສະເພາະ ສຸມໃສ່ປັບປຸງກຳລັງ ປກສ ເມືອງ, ປກສ ກຸ່ມບ້ານ ແລະ ປກສ ບ້ານ, ເພີ່ມທະວີການເຄື່ອນໄຫວວຽກງານວິຊາສະເພາະຢູ່ແຕ່ລະຂັ້ນ ໃຫ້ແຂງແຮງ ແລະ ຮັບປະກັນວຽກງານປ້ອງກັນຄວາມສະຫງົບຮອບດ້ານ.