ໃນວັນທີ 2 ເມສາ 2024, ກະຊວງປ້ອງກັນຄວາມສະຫງົບ ໄດ້ປະກາດການເລື່ອນຊັ້ນໃຫ້ນາຍຕໍາຫຼວດຂັ້ນສູງ, ເປັນກຽດເຂົ້າຮ່ວມໂດຍ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ມີຮອງລັດຖະມົນຕີ, ມີຄະນະກົມໃຫຍ່, ຫ້ອງວ່າການ, ຄະນະພັກ-ຄະນະບັນຊາ ກົມກອງອ້ອມຂ້າງ ແລະ ນາຍຕໍາຫຼວດຜູ້ທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ທ່ານ ດອນ ໄພວົງ ຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານລັດຖະດຳລັດຂອງ ປະທານປະເທດ ແຫ່ງ ສປປ ລາວ ວ່າດ້ວຍ ການເລື່ອນຊັ້ນນາຍຕຳຫຼວດ ຊັ້ນພົນຈັດຕະວາ ຂຶ້ນ ຊັ້ນພົນຕີ ມີ 3 ສະຫາຍ ຄື:

  • ພົນຕີ ປອ ສຸວັນນີ ສີສຸພາບມີໄຊ ຫົວໜ້າກົມໃຫຍ່ການເມືອງ ປກສ
  • ພົນຕີ ຈູມມະນີ ວົງມະນີ ຫົວໜ້າກົມໃຫຍ່ສັນຕິບານ
  • ພົນຕີ ສຸລິນະ ແກ້ວປະເສີດ ຫົວໜ້າຫ້ອງວ່າການ ກະຊວງ ປກສ

ເລື່ອນຊັ້ນພັນເອກ ຂຶ້ນ ຊັ້ນພົນຈັດຕະວາ ມີ 10 ສະຫາຍ ຄື:

  • ພົນຈັດຕະວາ ປອ ຫຸມພັນ ຜິວເຂັມພອນ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ
  • ພົນຈັດຕະວາ ລັດສະໝີ ໄຊຍະຄໍາ ຮອງຫົວໜ້າກົມໃຫຍ່ຕຳຫຼວດ
  • ພົນຈັດຕະວາ ສີວັນທາ ເພຍສະຂາ ຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ
  • ພົນຈັດຕະວາ ພູທອນ ພົນໂພສີລາຫົງ ຮອງຫົວໜ້າກົມໃຫຍ່ພະລາທິການ
  • ພົນຈັດຕະວາ ບຸນລຽນ ສະອາດສີ ຫົວໜ້າກົມກວດກາ-ກວດການ ປກສ
  • ພົນຈັດຕະວາ ຈັນພອນເພັດ ຄໍາສີ ຫົວໜ້າກອງບັນຊາການ ປກສ ແຂວງບໍ່ແກ້ວ
  • ພົນຈັດຕະວາ ເພັດສອນ ອິນສຸພັນ ຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ
  • ພົນຈັດຕະວາ ສົມຄິດ ດວງພະຈັນ ຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ
  • ພົນຈັດຕະວາ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ
  • ພົນຈັດຕະວາ ທິບພະຈັນ ໂພໄຊ ຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ

ພ້ອມທັງເລື່ອນຊັ້ນພັນໂທ ຂຶ້ນ ຊັ້ນພັນເອກ ຈຳນວນ 49 ສະຫາຍ, ຍິງ 4 ສະຫາຍ. ເຊິ່ງໃຫ້ກຽດປະດັບຊັ້ນພົນຕີ ແລະ ພົນຈັດຕະວາ ໂດຍ ພົອ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ແລະ ປະດັບຊັ້ນພັນເອກ ໂດຍ ພົທ ກົງທອງ ພົງວິຈິດ ຮອງລັດຖະ ມົນຕີ ກະຊວງ ປກສ.

ໂອກາດນີ້, ພົອ ວິໄລ ຫຼ້າຄຳຟອງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດານາຍຕຳຫຼວດທີ່ໄດ້ຮັບການເລື່ອນຊັ້ນ ພ້ອມທັງມີຄຳເຫັນໂອ້ລົມໂດຍທ່ານໄດ້ກ່າວວ່າ: ການເລື່ອນຊັ້ນຄັ້ງນີ້ ແມ່ນສະແດງເຖິງຜົນງານ, ຄວາມເຕີບໃຫຍ່ຂະຫຍາຍຕົວທາງດ້ານການນຳພາບັນຊາວຽກງານ, ຄວາມຮັບຜິດຊອບ, ຄວາມຮູ້ຄວາມສາມາດ, ຄວາມເຂັ້ມແຂງທີ່ບັນດາສະຫາຍສາມາດສ້າງໄດ້ ຕະຫຼອດໄລຍະຜ່ານມາ, ເຊິ່ງໃນຕໍ່ໜ້າ ບັນດາສະຫາຍ ຈົ່ງເພີ່ມຄວາມເປັນແບບຢ່າງໃນທຸກດ້ານ, ສືບຕໍ່ນຳພາກຳລັງປ້ອງກັນຄວາມສະຫງົບ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ຍິ່ງຂຶ້ນ ໃຫ້ສົມຄູ່ກັບຊັ້ນ ແລະ ຕຳແໜ່ງທີ່ສູງເດັ່ນຂຶ້ນ.