ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ ວ່າດ້ວຍ ການຈັດຕັ້ງປະຕິບັດບັນດາໂຄງການຊ່ວຍເຫຼືອ ຈາກ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 7 ພຶດສະພາ 2024 ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ເປັນປະທານໂດຍ ທ່ານ ພົນໂທ ຫງວຽນ ຢຸຍ ຫງັອກ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ແລະ ທ່ານ ພົນຕີ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ລາວ, ມີບັນດາຄະນະນໍາສອງກະຊວງ ເຂົ້າຮ່ວມ.

+ ທ່ານ ພົນຕີ ຄໍາກິ່ງ ຜຸຍຫຼ້າມະນີວົງ ກ່າວວ່າ:

ການພົບປະຂອງພວກເຮົາໃນຄັ້ງນີ້ ແມ່ນການຈັດຕັ້ງຜັນຂະຫຍາຍຜົນການປຶກສາຫາລືສອງຝ່າຍ ໃນຄັ້ງວັນທີ 29 ມີນາ 2024 ທີ່ນະຄອນດານັງ   ສສ ຫວຽດນາມ, ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ກອງປະຊຸມໃນຄັ້ງນີ້ ຈະໄດ້ຮັບຜົນສຳເລັດຢ່າງຈົບງາມ, ເປັນການປະກອບສ່ວນສຳຄັນ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄິພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ກໍຄື ລະຫວ່າງກຳລັງປ້ອງກັນຄວາມສະຫງົບ ຂອງສອງປະເທດ.

ກະຊວງປ້ອງກັນຄວາມສະຫງົບ ລາວ ຕີລາຄາສູງຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ໃນຫຼາຍດ້ານ, ຫຼາຍຂົງເຂດ ເປັນຕົ້ນແມ່ນ ຂົງເຂດຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍປອດໄພທາງສັງຄົມ, ຂົງເຂດການກໍ່ສ້າງກໍາລັງ, ກໍ່ສ້າງພື້ນຖານໂຄງລ່າງ; ພິເສດແມ່ນ ໃຫ້ການຊ່ວຍເຫຼືອຮ່ວມມືສະກັດກັ້ນຕ້ານອາຊະຍາກໍາປະເພດຕ່າງໆ ແລະ ເດັ່ນກວ່າໝູ່ແມ່ນ ຮ່ວມກັນສະກັດກັ້ນແກ້ໄຂບັນຫາຢາເສບ ຕິດ ແລະ ການຄ້າມະນຸດ.

ໃນປີ 2023 ທີ່ຜ່ານມາ, ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ໄດ້ຊ່ວຍເຫຼືອ ກະຊວງປ້ອງກັນຄວາມສະຫງົບ ລາວ ກໍ່ສ້າງວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ລາວ, ກໍ່ສ້າງຫ້ອງການຕ້ານອາຊະຍາກຳຂ້າມຊາຍແດນ ລາວ-ຫວຽດນາມ ຈຳນວນ 244 ຫຼັງ; ພິເສດ ໃນໂອກາດທີ່ ສປປ ລາວ ຮັບກຽດເປັນເຈົ້າພາບປະທານຈັດກອງປະຊຸມສຸດຍອດອາຊຽນ ປີ 2024 ນີ້ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ກໍໄດ້ນຳເອົາພາຫະນະລົດເກັງຍີ່ຫໍ້ Vinfast ຈຳນວນ 20  ຄັນ, ລົດໂມໂຕ ຈຳນວນ 30 ຄັນ ແລະ ວັດຖຸອຸປະກອນຮັບໃຊ້ເຂົ້າໃນວຽກງານວິຊາສະເພາະ ຮັກສາຄວາມສະຫງົບປອດໄພ ມາຊ່ວຍ ກະຊວງປ້ອງກັນຄວາມສະຫງົບ ລາວ ອີກ ຖືໄດ້ວ່າແມ່ນການຊ່ວຍເຫຼືອອັນລ້ຳຄ່າ ແລະ ມີຄວາມໝາຍຄວາມສຳຄັນ ໃນການປະກອບສ່ວນເຂົ້າໃນການສ້າງສາພັດທະນາ ກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ຕ້ານອາຊະຍາກຳຂ້າມຊາຍແດນ ຂອງສອງປະເທດ ລາວ-ຫວຽດນາມ ເຊິ່ງມັນສະແດງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໄຍຂອງການນຳພັກ-ລັດ ກໍຄື ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ.

ໃນປີ 2024 ນີ້, ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ຍັງສືບຕໍ່ໃຫ້ການຊ່ວຍເຫຼືອຝ່າຍລາວ ຫຼາຍໂຄງການ ຄື: ໂຄງການສ້າງລະບົບຄຸ້ມຄອງສຳມະໂນຄົວ ແລະ ອອກບັດປະຈຳຕົວທັນສະໄໝ ແລະ ໂຄງການກໍ່ສ້າງສູນບຳບັດຜູ້ຕິດຢາເສບຕິດ.

ພາຍຫຼັງກອງປະຊຸມນີ້ສຳເລັດ ແລ້ວສະເໜີໃຫ້ຄະນະຮັບຜິດຊອບໂຄງການກໍ່ສ້າງລະບົບຄຸ້ມຄອງສຳມະໂນຄົວ ແລະ ອອກບັດປະຈຳຕົວທັນສະໄໝ ຂອງສອງຝ່າຍ ສືບຕໍ່ປະສານສົມທົບກັນໃຫ້ໃກ້ຊິດຕິດແທດ ແລະ ຕໍ່ເນື່ອງຂຶ້ນກວ່າເກົ່າ ໂດຍສະເພາະ ແມ່ນການຄົ້ນຄວ້ານິຕິກຳໃຫ້ແທດເໝາະກັບສະພາບການຕົວຈິງ, ການຮ່ຳຮຽນວິທີຄຸ້ມຄອງລະບົບຈາກຜູ້ທີ່ມີປະສົບການ; ພ້ອມດຽວກັນ, ສະເໜີຄະນະຮັບຜິດຊອບໂຄງການກໍ່ສ້າງສູນບຳບັດຜູ້ຕິດຢາເສບຕິດ ໃຫ້ຮີບຮ້ອນຊຸກຍູ້ວຽກງານເກັບກູ້ລະເບີດ ແລະ ປະກອບເອກະສານກ່ຽວກັບການປຸກສ້າງ ເພື່ອກະກຽມໃຫ້ແກ່ການວາງສີລາລຶກໂຄງການ ໃນເວລາອັນໃກ້ຈະມາເຖິງນີ້.