ໃນວັນທີ 3 ພຶດສະພາ 2024, ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ເຄື່ອນໄຫວຊີ້ນຳວຽກງານຢູ່ ກົມຄົ້ນຄວ້າວິທະຍາສາດ-ປະຫັວດສາດ (ກົມ 512) ກະຊວງປ້ອງກັນຄວາມສະຫງົບ, ໃຫ້ການຕ້ອນຮັບໂດຍ ພົຈວ ສະແຫວງ ພົມມະລີ ຫົວໜ້າກົມຄົ້ນຄວ້າວິທະຍາສາດ-ປະຫວັດສາດ ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງພາຍໃນກົມ ເຂົ້າຮ່ວມ.

ພົຈວ ສະແຫວງ ພົມມະລີ ໄດ້ລາຍງານການນໍາພາ-ຊີ້ນຳເຄື່ອນໄຫວວຽກງານ ໃນ 1 ປີຜ່ານມາ ເປັນຕົ້ນແມ່ນ:

+ ດ້ານວຽກງານວິຊາສະເພາະ: ໄດ້ສົມທົບກັບ ຄະນະຮັບຜິດຊອບທີ່ກ່ຽວຂ້ອງ ຄົ້ນຄວ້າໂຄງການການເມືອງຂອງ ພັກປະຊາຊົນປະຕິວັດລາວ ເພື່ອຮັບໃຊ້ໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃນຫົວຂໍ້ທີ 5: ສ້າງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ເຂັ້ມແຂງ ແລະ ທັນສະໄໝ ສຳເລັດສົ່ງໃຫ້ສະພາທິດສະດີສູນກາງພັກ.

ຄົ້ນຄວ້າຮ່າງຄໍາສັ່ງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການກຳນົດພື້ນທີ່ຈຸດຫຼ່ໍແຫຼມ, ເປົ້າໝາຍຕໍ່ສູ້, ຫຼັກການເຄື່ອນໄຫວ, ວິທີການພື້ນຖານ ແລະ ບັນດາວຽກງານປ້ອງກັນຄວາມສະຫງົບຈຸດສຸມ ໃນສະພາບການໃໝ່ ສຳເລັດສົ່ງໃຫ້ບັນດາກົມກອງ ແລະ ທ້ອງຖິ່ນ ຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຂອງຕົນ ໃຫ້ມີປະສິດທິຜົນ.

ໄດ້ເປັນໃຈກາງປະສານສົມທົບກັບ ຄະນະຮັບຜິດຊອບທີ່ກ່ຽວຂ້ອງ ຈັດຕັ້ງການຄົ້ນຄວ້າ 3 ຫົວຂໍ້ວິທະຍາສາດປ້ອງກັນຄວາມສະຫງົບ ຄື: ເພີ່ມທະວີບົດບາດການນໍາພາຂອງ ຄະນະພັກແຕ່ລະຂັ້ນ ໃນກຳລັງປ້ອງກັນຄວາມສະຫງົບ ໄລຍະໃໝ່, ກໍ່ສ້າງ ແລະ ປັບປຸງລະບົບການສຶກສາຂອງ ກໍາລັງປ້ອງກັນຄວາມສະຫງົບ ໃຫ້ມີຄຸນນະພາບສູງ, ການກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບ ໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ທັນສະໄໝ ສຳເລັດຂັ້ນຄະນະຮັບຜິດຊອບ ແລະ ໄດ້ນໍາເໜີຜ່ານກອງປະຊຸມສະພາວິທະຍາສາດປ້ອງກັນຄວາມສະຫງົບ ຮັບຮອງຜົນສໍາເລັດຕາມລະບຽບການ ໃນຫົວຂໍ້ທີ 1 ສໍາເລັດ.

ໂອກາດດັ່ງກ່າວ, ພົທ ກົງທອງ ພົງວິຈິດ ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາວ່າ: ເພື່ອສືບຕໍ່ຍົກສູງຄຸນນະພາບຂອງ ວຽກງານຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປກສ ໃຫ້ມີບາດກ້າວຂະຫຍາຍຕົວ ແລະ ຮັບປະກັນປະຕິບັດໜ້າທີ່ວຽກງານຂອງຕົນ ຕິດພັນກັບ ການຈັດຕັ້ງປະຕິບັດ 4 ຄາດ ໝາຍ, 4 ແຜນງານ ແລະ 41 ໂຄງການ ທີ່ຄະນະບໍລິຫານງານພັກກະຊວງ ວາງອອກ ໃຫ້ປະກົດຜົນເປັນຈິງ.

ໃນປີ 2024 ແລະ ຕໍ່ໜ້າ, ສະເໜີໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງ ພາຍໃນກົມຄົ້ນຄວ້າວິທະຍາສາດ-ປະຫັວດສາດ ເອົາໃຈໃສ່ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ນາຍ ແລະ ພົນຕຳຫຼວດ ພາຍໃນກົມຂອງຕົນ ເປັນປົກກະຕິ ແລະ ເຮັດໃຫ້ແທດເຖິງບັນດາເປົ້າໝາຍທີ່ຍັງມີຄວາມສ່ຽງ, ນັບທັງໜໍ່ແໜ່ງໃໝ່ທີ່ອາດຈະເກີດຂຶ້ນ ເພື່ອຮັກສາຫຼັກໝັ້ນຊົນຊັ້ນ, ຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ, ເສີມຂະຫຍາຍຫົວຄິດປະດິດສ້າງ ແລະ ຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ຍົກສູງສະຕິຕໍ່ການຈັດຕັ້ງ, ປະຕິບັດມະຕິ-ຄໍາສັ່ງ, ລະບຽບກົດໝາຍຂອງລັດ ແລະ ລະບຽບວິໄນຂອງກໍາລັງປ້ອງກັນຄວາມສະຫງົບ ຢ່າງເຂັ້ມງວດ.

ພ້ອມທັງຍົກສູງຄວາມເປັນແບບຢ່າງນຳໜ້າຂອງ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ແລະ ຖັນແຖວສະມາຊິກພັກ, ຮັບປະກັນເຮັດໃຫ້ການຈັດຕັ້ງພັກ ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ, ສ້າງໜ່ວຍພັກ, ຄະນະພັກ ແລະ ສະມາຊິກພັກ ໃຫ້ມີຄວາມສາມາດນໍາພາຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນ ຢ່າງມີປະສິດທິຜົນ.