ກະຊວງ ປກສ ໄດ້ຈັດກອງປະຊຸມເຊື່ອມຊຶມເອກະສານສຶກສາອົບຮົມການເມືອງ-ແນວຄິດ ສໍາລັບສະມາຊິກພັກ, ພະນັກງານຫຼັກແຫຼ່ງ ເພື່ອດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຢູ່ອົງຄະນະພັກກະຊວງ ປກສ ໃນວັນທີ 6 ກຸມພາ 2024, ເປັນປະທານໂດຍ ສະຫາຍ ພົທ ກົງທອງ ພົງວິຈິດ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງ ປກສ, ມີຄະນະປະຈໍາພັກກະຊວງ, ຄະນະພັກ, ຫົວໜ້າ-ຮອງຫົວໜ້າກົມໃຫຍ່, ຫ້ອງວ່າການ, ກອງບັນຊາການ, ວິທະຍາຄານ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

+ ສະຫາຍ ພົທ ກົງທອງ ພົງວິຈິດ ໄດ້ກ່າວວ່າ:

ບັນດາສະຫາຍໄດ້ຮັບຮູ້ແລ້ວວ່າ ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ແມ່ນມີຄວາມໝາຍສໍາຄັນຢ່າງຍິ່ງຕໍ່ຊີວິດການເມືອງຂອງພັກ, ເປັນການປະຕິບັດຫຼັກການນໍາພາ ແລະ ຫຼັກການຈັດຕັ້ງຂອງພັກ, ແນໃສ່ປັບປຸງພັກທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ, ແບບແຜນນຳພາ ແລະ ວິທີເຮັດວຽກ; ທັງເປັນບັ້ນດໍາເນີນດໍາເນີນຊີວິດການເມືອງ ພາຍໃນຄະນະພັກ ແລະ ສະມາຊິກພັກ.

ຜ່ານການດໍາເນີນກອງປະຊຸມໃຫຍ່ ຈະເຮັດໃຫ້ຄຸນນະພາບ, ບົດບາດ ແລະ ຄວາມສາມາດນໍາພາຂອງຄະນະພັກແຕ່ລະຂັ້ນ ໄດ້ຮັບການເຊີດຊູສູງຂຶ້ນ; ສະນັ້ນ, ບັນດາເອກະສານທີ່ຈະເຊື່ອມຊຶມຄັ້ງນີ້ ລ້ວນແຕ່ຕິດພັນ ແລະ ມີຄວາມໝາຍຢ່າງເລິກເຊິ່ງ ສໍາລັບສະມາຊິກພັກ ໂດຍສະເພາະແມ່ນ ເປົ້າໝາຍ ທີ່ຈະກຽມສະໝັກຮັບເລືອກຕັ້ງເປັນ ຄະນະພັກແຕ່ລະຂັ້ນ ໄດ້ມີຄວາມຮັບຮູ້, ເຂົ້າໃຈຕໍ່ຄວາມໝາຍ, ຄວາມສໍາຄັນຂອງກອງປະຊຸມ 3 ຂັ້ນ.

ເຊິ່ງການເຊື່ອມຊຶມຄັ້ງນີ້ ມີຄວາມໝາຍສຳຄັນຕໍ່ກັບຊີວິດການເມືອງຂອງພັກ ກໍຄື ການຈັດຕັ້ງດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໃຫ້ຖືກຕ້ອງຕາມບາດກ້າວ, ຂັ້ນຕອນ ແລະ ມີຜົນສຳເລັດຕາມລະດັບຄາດໝາຍ, ຮັບປະກັນເຮັດໃຫ້ບົດບາດການນຳພາຂອງພັກຢູ່ແຕ່ລະຂັ້ນ ໃນກຳລັງປ້ອງກັນຄວາມສະຫງົບ.

ທັງແມ່ນຄວາມຮຽກຮ້ອງຕ້ອງການຢ່າງພາວະວິໄສ ເພື່ອໃຫ້ບັນດາສະຫາຍນໍາເອົາໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ ຂອງແຕ່ລະກົມກອງ ໃຫ້ເກີດດອກອອກຜົນເປັນຮູບປະທຳຢ່າງແທ້ຈິງ ແລະ ທັງເປັນການກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ບັນດາເຫດການການເມືອງ ທີ່ຈະເກີດຂຶ້ນໃນໄລຍະໃກ້ຈະມາເຖິງ ເປັນຕົ້ນ ການຈັດຕັ້ງດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແລະ ເຫດການໜຶ່ງທີ່ສໍາຄັນຄື ປະເທດພວກເຮົາໄດ້ຮັບກຽດເປັນປະທານອາຊຽນ.

ດັ່ງນັ້ນ, ຕາມວາລະກອງປະຊຸມ ພວກເຮົາຈະໄດ້ຮັບຟັງການຂຶ້ນເຜີຍແຜ່ ແລະ ບັນຍາຍເອກະສານທີ່ສໍາຄັນ ຈຳນວນ 5 ບົດ, ແຕ່ລະບົດແມ່ນມີເນື້ອໃນຫຼາຍສົມຄວນ, ແຕ່ເວລາພວກເຮົາມີຈໍາກັດ; ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ບັນດາສະຫາຍ ຈົ່ງຍົກສູງຄວາມຮັບຜິດຊອບການເມືອງ ໃນການເອົາໃຈໃສ່ຕິດຕາມ, ຄົ້ນຄວ້າເຊື່ອມຊຶມກຳແໜ້ນຢ່າງເລິກເຊິ່ງ ໃຫ້ລະອຽດຈະແຈ້ງ ພ້ອມທັງນໍາເອົາເນື້ອໃນກອງປະຊຸມໄປເຜີຍແຜ່ຜັນຂະຫຍາຍຢູ່ກົມກອງ ໃຫ້ທົ່ວເຖິງ ແລະ ມີໝາກຜົນຕົວຈິງ.

ໂອກາດດັ່ງກ່າວ, ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ຄະນະປະຈໍາພັກກະຊວງ ຮອງລັດຖະມົນຕີກະຊວງ ປກສ ຫົວໜ້າກົມໃຫຍ່ຕໍາຫຼວດ ໄດ້ເຜີຍແຜ່ເອກະສານຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງພັກ, ເອກະສານຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ.

ຈາກນັ້ນ, ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຄະນະປະຈໍາພັກກະຊວງ ຫົວໜ້າກົມໃຫຍ່ການເມືອງ ປກສ ໄດ້ເຜີຍແຜ່ເອກະສານເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ ໃນຖັນແຖວພະນັກງານ, ສະມາກຊິກພັກ ແລະ ເອກະສານແຜນການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຢູ່ອົງຄະນະພັກກະຊວງ ປກສ.