ກົມການເມືອງສູນກາງພັກ ໄດ້ອອກຄຳສັ່ງສະບັບເລກທີ 01/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໂດຍມີຈຸດປະສົງເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມທີ່ໂດດເດັ່ນ ແລະ ດ້ານດີ, ເດັດດ່ຽວປັບປຸງ, ແກ້ໄຂຈຸດອ່ອນຄົງຄ້າງ ແລະ ສິ່ງທ້າທາຍທົດສອບທີ່ເປັນອັນຕະລາຍຕໍ່ພັກເຮົາ, ແນໃສ່ເຊີດຊູບົດບາດຄວາມສາມາດນຳພາຂອງໜ່ວຍພັກ ແລະ ຍົກສູງຄວາມເປັນແບບຢ່າງນຳໜ້າຂອງຖັນແຖວສະມາຊິກພັກ, ຮັບປະກັນໃຫ້ພັກເຮົາມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ ອີກທັງເປັນການຍົກສູງຄຸນນະພາບຂອງໜ່ວຍພັກ ແລະ ສະມາຊິກພັກ ໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ ດ້ວຍບາດກ້າວບຸກທະລຸ ສາມາດເປັນແກນນຳທີ່ເຂັ້ມແຂງໃນລະບົບການເມືອງຢູ່ຮາກຖານ.

ພາຍຫຼັງທີ່ ກົມການເມືອງສູນກາງພັກ ອອກຄຳສັ່ງສະບັບດັ່ງກ່າວ, ບັນດາອົງການຈັດຕັ້ງພັກຂອງແຕ່ລະພາກສ່ວນ ກໍພ້ອມກັນນຳໄປຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງຕາມແຕ່ລະຂົງເຂດ ໂດຍສະເພາະ ຄະນະບໍລິຫານງານພັກ ກະຊວງປ້ອງກັນຄວາມສະຫງົບ ກໍໄດ້ຜັນຂະຫຍາຍໂດຍການອອກຄຳສັ່ງແນະນຳ ສະບັບເລກທີ 03/ຄພປກສ, ລົງວັນທີ 12 ພະຈິກ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃນກຳລັງປ້ອງກັນຄວາມສະຫງົບ ເຊິ່ງມີຈຸດປະສົງແນໃສ່ປຸກລະດົມຊຸກຍູ້ຂະບວນການຕ່າງໆ ໃນກຳລັງປ້ອງກັນຄວາມສະຫງົບ ໃຫ້ມີການຂະຫຍາຍຕົວ, ເປັນຂະບວນຟົດຟື້ນກວ້າງຂວາງຕໍ່ເນື່ອງ ໂດຍຕິດພັນກັບ ການຈັດຕັ້ງປະຕິບັດ 4 ຄາດໝາຍ, 4 ແຜນງານ, 41 ໂຄງການທີ່ກະຊວງວາງອອກ ແລະ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກ ກະຊວງປ້ອງກັນຄວາມ ໃນແຕ່ລະຄັ້ງ ໃຫ້ປະກົດຜົນເປັນຈິງ.

ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃນກຳລັງປ້ອງກັນຄວາມສະຫງົບ ແມ່ນຫຼັກການ ແລະ ວິທີການໜຶ່ງ ເພື່ອປັບປຸງຄຸນນະພາບຂອງການຈັດຕັ້ງພັກ ແລະ ທັງແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນພາວະວິໄສ ໃນການຍົກສູງບົດບາດເປັນແກນນຳ ໃນລະບົບການເມືອງຂອງການຈັດຕັ້ງພັກຢູ່ທຸກກົມກອງ. ດັ່ງນັ້ນ, ການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຈຶ່ງໄດ້ກາຍເປັນຄວາມຮຽກຮ້ອງຕ້ອງການອັນຮີບດ່ວນຂອງພັກ, ຂອງກຳລັງປ້ອງກັນຄວາມສະຫງົບ ແລະ ກາຍເປັນຄວາມຮັບຜິດຊອບໂດຍກົງຂອງຄະນະພັກທຸກຂັ້ນ ແລະ ສະມາຊິກພັກທຸກສະຫາຍ.

ໂດຍເຫັນໄດ້ຈຸດປະສົງ ແລະ ຄວາມສຳຄັນຂອງການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃນກຳລັງປ້ອງກັນຄວາມສະຫງົບ; ຕະຫຼອດໄລຍະຊຸມປີຜ່ານມາ, ຄະນະພັກ-ຄະນະນຳ ກະຊວງປ້ອງກັນຄວາມສະຫງົບ, ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໄດ້ຖືສຳຄັນ ແລະ ເປັນຄວາມຮັບຜິດຊອບໂດຍກົງຕໍ່ການດຳເນີນການຄັດເລືອກໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໂດຍນຳພາສ້າງແຜນການ, ຄາດໝາຍສູ້ຊົນ ແລະ ກຳນົດຂໍ້ແຂ່ງຂັນກັນໃນແຕ່ລະປີ.

ໂດຍສະເພາະການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2023 ສາມາດຕີລາຄາແບ່ງປະເພດສະມາຊິກພັກ ໃນຈຳນວນສະມາຊິກພັກທັງໝົດມີ 9.272 ສະຫາຍ ຍິງ 2.124 ສະຫາຍ, ໄດ້ແບ່ງປະເພດມີ 8.882 ສະຫາຍ ຍິງ 2.033 ສະຫາຍ, ບໍ່ໄດ້ແບ່ງ 390 ສະຫາຍ ຍິງ 91 ສະຫາຍ (ຍົກຍ້າຍມາໃໝ່); ສະມາຊິກພັກ ແຂງ 8.608 ສະຫາຍ ຍິງ 1.971 ສະຫາຍ, ກວມ 96,91%, ສະມາຊິກພັກ ກາງ 244 ສະຫາຍ ຍິງ 60 ສະຫາຍ, ກວມ 2,74%.

ຕີລາຄາປະເພດຮາກຖານພັກ ທົ່ວອົງຄະນະພັກ ກະຊວງ ປກສ ມີ 13 ອົງຄະນະພັກ, ມີ 3 ຄະນະພັກຮາກຖານຂຶ້ນກັບ, ມີຮາກຖານພັກລວມທັງໝົດ 317 ຮາກຖານ. ໃນນັ້ນ, ມີຄະນະພັກຮາກຖານ 24 ຮາກຖານ, ໜ່ວຍພັກຮາກຖານ 170 ໜ່ວຍ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 123 ໜ່ວຍ, ໄດ້ແບ່ງປະເພດ 276 ໜ່ວຍ, ບໍ່ໄດ້ແບ່ງປະເພດ 17 ໜ່ວຍ (ສ້າງໃໝ່). ຜົນການຕີລາຄາແບ່ງປະເພດໜ່ວຍພັກລະອຽດ ດັ່ງນີ້: ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2023 ມີ 213 ໜ່ວຍ, ກວມ 77,17%, ທຽບໃສ່ປີ 2022 ເພີ່ມຂຶ້ນ 4 ໜ່ວຍ, ເທົ່າກັບ 1,91%, ໜ່ວຍພັກກາງ 62 ໜ່ວຍ, ກວມ 22,46%.

ສຳລັບໃນປີ 2024 ເພື່ອເຮັດໃຫ້ການກໍໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ມີຜົນສຳເລັດຍິ່ງຂຶ້ນ ແລະ ບັນລຸຕາມຈຸດປະສົງທີ່ວາງໄວ້; ບັນດາຄະນະພັກ ທັງ 16 ກົມກອງ ອ້ອມຂ້າງ ອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ຈຶ່ງໄດ້ຈັບມືແຂ່ງຂັນ ເພື່ອພ້ອມກັນນຳເອົາເນື້ອໃນຂໍ້ແຂ່ງຂັນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ນຳໄປຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ.

+ ເນື້ອໃນຂໍ້ແຂ່ງຂັນການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນທົ່ວກໍາລັງປ້ອງກັນຄວາມສະຫງົບ ມີຄື:

1. ເພີ່ມທະວີເອົາການສຶກສາອົບຮົມການເມືອງນໍາພາແນວຄິດເປັນແຖວໜ້າ, ສ້າງຖັນແຖວສະມາຊິກພັກ, ຮັບປະກັນຄວາມໜັກແໜ້ນອຸດົມການປະຕິວັດ, ມີສະຕິຕື່ນຕົວປະຕິບັດໜ້າທີ່ການເມືອງຂອງພັກ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

2. ສ້າງຖັນແຖວສະມາຊິກພັກ ມີທັດສະນະແນວຄິດ, ຫຼັກໝັ້ນຊົນຊັ້ນ, ມີຄວາມເປັນເອກະພາບກັບພັກ, ມີຄວາມບໍລິສຸດຜຸດຜ່ອງ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນບັນດາເຜົ່າ, ຕ້ານແນວຄິດຫຼາຍພັກ, ຫຼາຍເຄົ້າ, ກຸ່ມກ້ອນ, ພັກພວກເຊື້ອສາຍ, ອາດຍາສິດ, ເອກະຊົນ, ບົນພື້ນຖານນັ້ນ ຕ້ອງສ້າງຄວາມສາມັກຄີ ແລະ ຄວາມເປັນປຶກແຜ່ນອ້ອມຂ້າງພັກ.

3. ສ້າງສະຕິເຄົາລົບກົດລະບຽບຂອງພັກ, ກົດໝາຍຂອງລັດ, ກົດໝາຍຂອງກໍາລັງປ້ອງກັນຄວາມສະຫງົບ ແລະ ລະບຽບການຕ່າງໆຂອງກະຊວງວາງອອກຢ່າງເຂັ້ມງວດ, ເຮັດໃຫ້ພາຍໃນພັກມີຄວາມໂປ່ງໃສ.

4. ມີແບບແຜນນໍາພາ, ແບບແຜນວິທີເຮັດວຽກທີ່ຖືກຕ້ອງ, ບົນພື້ນຖານຍຶດໝັ້ນຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ປະຕິບັດລະບອບການຮ່ວມຊີວິດພັກ, ຕິດຕາມ, ກວດກາ, ຊຸກຍູ້ ແລະ ສະຫຼຸບຖອດຖອນບົດຮຽນ, ສົ່ງເສີມດ້ານຕັ້ງໜ້າ, ເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນພາຍໃນຢ່າງຂາດຕົວ.

5. ສູ້ຊົນສ້າງໃຫ້ໄດ້ບຸກຄົນຕົວແບບ, ກົມກອງຕົວແບບ ໃນການປະຕິບັດວຽກງານວິຊາສະເພາະ, ການປະຕິບັດລະບຽບວິໄນຂອງກຳລັງ ແລະ ການສ້າງພະລາທິການທຳການຜິດ, ການປູກຝັງ , ລ້ຽງສັດຕາມທ່າແຮງໃຫ້ຖືກຕ້ອງຕາມທິດທີ່ວ່າ: ກຸ້ມຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

6. ຮັກສາ ແລະ ສົ່ງເສີມມູນເຊື້ອການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ສືບຕໍ່ສູ້ຊົນສ້າງໜ່ວຍພັກແຂງ ໃຫ້ບັນລຸຕາມແຜນການ ຂອງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ວາງອອກ ໃນແຕ່ລະປີ ໃຫ້ປະກົດຜົນເປັນຈິງ.

ສຳລັບການຈັບມືຮັບຮອງຂໍ້ແຂ່ງຂັນຂອງ ບັນດາຄະນະພັກ ອ້ອມຂ້າງ ອົງຄະນະພັກ ກະຊວງ ປກສ ໃນຄັ້ງນີ້, ສະຫາຍ ພົທ ກົງທອງ ພົງວິຈິດ ກຳມະການສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ໃຫ້ທິດຊີ້ນຳວ່າ:

“ຕໍ່ກັບຂໍ້ແຂ່ງຂັນໃນການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ທີ່ບັນດາສະຫາຍຄະນະພັກແຕ່ລະກົມກອງ ທີ່ໄດ້ພ້ອມກັນຈັບມືແຂ່ງຂັນໄປແລ້ວນັ້ນ, ຄະນະພັກ ຕ້ອງເປັນເຈົ້າການນໍາພາສ້າງແຜນການຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບໜ້າທີ່ຄວາມຮັບຜິດຊອບຂອງຕົນ, ຮູ້ໝູນໃຊ້ທ່າແຮງໃນກົມກອງ ໃຫ້ມີບາດກ້າວອັນໃໝ່, ສ້າງ ແລະ ສົ່ງເສີມສະມາຊິກ, ນາຍ ແລະ ພົນຕໍາຫຼວດ ໃຫ້ມີຄວາມຫ້າວຫັນ, ມີຄວາມພົ້ນເດັ່ນໃນການປະຕິບັດໜ້າທີ່ວຽກງານ, ປະຕິບັດລະບຽບວິໄນຂອງກຳລັງ ແລະ ກາຍເປັນບຸກຄົນຕົວແບບ ໃນການສ້າງເສດຖະກິດຄອບຄົວ ກໍຄື ກົມກອງລວມໝູ່”.

ສະຫາຍ ພົທ ກົງທອງ ພົງວິຈິດ ກຳມະການສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ກ່າວຕື່ມວ່າ:

“ບັນດາສະຫາຍໃນຄະນະພັກ ຕ້ອງມີຄວາມເປັນເຈົ້າການນຳພາສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ກ້າວໄປສູ່ຄຸນນະພາບໃໝ່ຢ່າງແທ້ຈິງ ໂດຍກຳນົດແຜນການ, ຄາດໝາຍສູ້ຊົນ ແລະ ມີການກວດກາ, ປະເມີນຜົນແຕ່ລະໄລຍະ ເພື່ອໃຫ້ບັນລຸຕາມຄາດໝາຍຂອງຄະນະພັກຂັ້ນເທິງວາງອອກ”.