ພວກເຮົາຮັບຮູ້ຢ່າງຈະແຈ້ງແລ້ວວ່າ ໃນທຸກຍຸກທຸກສະໄໝ, ບໍ່ວ່າຊາດໃດ, ບໍ່ວ່າຢູ່ປະເທດໃດ ຊາວໜຸ່ມກໍເປັນກຳລັງໃຫຍ່ຫຼວງ ແລະ ເຂັ້ມແຂງແຮງກ້າທີ່ສຸດ, ທັງແມ່ນອະນາຄົດ, ແມ່ນຄວາມຫວັງຂອງທຸກໆຊາດ, ທຸກໆປະເທດ, ແມ່ນຄັນທຸງໄປສູ່ທຸກໄຊຊະນະ ແລະ ຜູ້ສືບທອດມໍລະດົກຂອງຄົນຮຸ່ນກ່ອນ.

ຊາດໃດ, ປະເທດໃດ, ສັງຄົມໃດ ຫຼື ການຈັດຕັ້ງໃດ ຈະເຂັ້ມແຂງ ຫຼື ອ່ອນແອ, ຈະພັດທະນາ ຫຼື ບໍ່ພັດທະນາ ແມ່ນຂຶ້ນຢູ່ກັບຊາວໜຸ່ມ. ດັ່ງນັ້ນ, ຈຶ່ງເປັນຜູ້ແບກຫາບວຽກງານທີ່ໜັກໜ່ວງ ແລະ ສຳຄັນໃນໜ້າທີ່ປະຫວັດສາດຂອງຊາດນັ້ນ, ປະເທດນັ້ນ, ຂອງສັງຄົມນັ້ນ, ຂອງການຈັດຕັ້ງນັ້ນ, ຂອງສະໄໝນັ້ນ ຄືດັ່ງທີ່ ປະທານ ໄກສອນ ພົມວິຫານ ໄດ້ເວົ້າວ່າ “ບົດບາດປະຫວັດສາດຂອງສະມາຊິກຊາວໜຸ່ມ ແມ່ນໜັກໜ່ວງ ແລະ ສຳຄັນທີ່ສຸດ, ແຕ່ພ້ອມກັນນັ້ນ ກໍມີກຽດສະຫງ່າງາມທີ່ສຸດ ເພາະວ່າຊາວໜຸ່ມໃນປັດຈຸບັນ ບໍ່ພຽງແຕ່ເຮັດໜ້າທີ່ຕໍ່ຊາດ, ມັນຍັງມີໜ້າທີ່ຕໍ່ສາກົນອີກດ້ວຍ”, ຊາວໜຸ່ມເປັນກຳລັງອັນໃຫຍ່ຫຼວງ, ມີຖານະບົດບາດສໍາຄັນທີ່ສຸດ ໃນທຸກຂົງເຂດວຽກງານ, ເພີ່ມພູນຜະລິດຜົນ, ສູ້ຮົບ, ວິທະຍາສາດ ແລະ ອື່ນໆ.

ໃນປະຫວັດສາດຂອງຊາດລາວ ໄດ້ຢັ້ງຢືນໄວ້ຢ່າງຈະແຈ້ງວ່າ: ວິລະກຳຂອງຊາວໜຸ່ມລາວ ໃນພາລະກິດຕໍ່ສູ້ກູ້ຊາດ, ຊາວໜຸ່ມລາວບັນດາເຜົ່າຜູ້ຮັກຊາດ ແມ່ນກໍາລັງສືບທອດທີ່ດີ ແລະ ໄວ້ເນື້ອເຊື່ອໃຈຂອງພັກປະຊາຊົນ ປະຕິວັດລາວ, ເປັນກໍາລັງແຮງຕົ້ນຕໍ, ແກ່ນສານການຜະລິດຂອງສັງຄົມ, ເປັນແຂນຂວາທີ່ເອົາການເອົາງານຂອງພັກ, ທັງແມ່ນກະດູກສັນຫຼັງຂອງປະເທດຊາດ, ຢູ່ໃນກົມໃຫຍ່ການເມືອງ ປກສ ມີຊາວໜຸ່ມກວມ 80% ຂອງກໍາລັງທັງໝົດ.

ຕະຫຼອດໄລຍະຜ່ານມາ, ຄະນະພັກ ເວລາໃດກໍໄດ້ໃຫ້ຄວາມສຳຄັນຂອງກຳລັງແຮງຊາວໜຸ່ມ, ໄດ້ເອົາໃຈໃສ່ຢ່າງຈົດຈໍ່ໃນການຊີ້ນຳ-ນຳພາ, ອົບຮົມບົ່ມເພາະຊີ້ນໍາຕັກເຕືອນຊາວໜຸ່ມຕະຫຼອດມາ, ກໍ່ສ້າງຊາວໜຸ່ມໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງຮອບດ້ານ, ມີຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຄວາມຮູ້, ຄວາມສາມາດດ້ານຕ່າງໆ, ມີມານະຈິດປະຕິວັດບຸກ, ມີຄວາມຫ້າວຫັນຟົດຟື້ນ, ມີຊີວິດຊີວາ, ກ້າຄິດກ້າເຮັດ ແລະ ກຽມພ້ອມຕະລຸມບອນປະກອບສ່ວນເຂົ້າໃນທຸກຂົງເຂດວຽກງານ, ມີຜົນງານໃຫຍ່ຫຼວງ ແລະ ຂັ້ນເທິງໄວ້ເນື້ອເຊື່ອໃຈ.

ໃນປັດຈຸບັນ, ອິດທິກຳລັງປໍລະປັກ ຍັງຈະສືບຕໍ່ດໍາເນີນຍຸດທະສາດທໍາລາຍມ້າງເພດ້ວຍຫຼາຍຮູບການ, ຊຸກດັນໃຫ້ມີຫຼາຍພັກຫຼາຍເຄົ້າ, ຫັນປ່ຽນອຸດົມການສັງຄົມນິຍົມ, ຍູ້ໃຫ້ກຸ່ມຄົນບໍ່ດີສ້າງພາຍໃນພັກ, ແຊກຊຶມເຂົ້າຢູ່ພາຍໃນການຈັດຕັ້ງ, ປຸກປັ່ນແນວຄິດ ແລະ ໃສ່ຮ້າຍປ້າຍສີຕໍ່ແນວທາງ ແລະ ລະບອບປະຊາທິປະໄຕປະຊາຊົນ, ສ້າງຄວາມແຕກແຍກ, ເຮັດໃຫ້ສັງຄົມຂາດຄວາມເຊື່ອໝັ້ນຕໍ່ການນໍາພາຄຸ້ມຄອງຂອງພັກ-ລັດ, ສວຍໃຊ້ເຕັກໂນໂລຊີຂ່າວສານ ເຂົ້າໃນການກໍ່ຄວາມບໍ່ສະຫງົບ, ດຳເນີນສົງຄາມຈິດຕະສາດຕໍ່ພະນັກງານ, ສະມາຊິກພັກ, ກຳລັງປະກອບອາວຸດ ແລະ ປະຊາຊົນ ຢ່າງຕໍ່ເນື່ອງ, ພ້ອມທັງສຸມໃສ່ທຳລາຍລະບົບເສດຖະກິດ, ຫັນໄປສູ່ເສດຖະກິດເສລີທຶນນິຍົມ, ປະຕິບັດກົນອຸບາຍຖ່ວງດຶງ, ຄອບງຳທາງດ້ານເສດຖະກິດ, ເຄື່ອນໄຫວປັ່ນປ່ວນລາຄາສິນຄ້າ, ເງິນຕາ ເພື່ອທຳລາຍສະຖຽນລະພາບທາງດ້ານການເງິນ, ສວຍໃຊ້ຄວາມຫຍຸ້ງຍາກທາງດ້ານເສດຖະກິດ ເພື່ອປຸກປັ່ນແນວຄິດ, ຕ້ານພັກ-ລັດຖະບານ, ປຸກປັ່ນກະແສແນວຄິດນິຍົມຊົມຊອບການດຳລົງຊີວິດເສລີ, ຍຸຍົງ, ສົ່ງເສີມຊາວໜຸ່ມ, ນັກຮຽນ, ນັກສຶກສາ ຫຼິ້ນກິນຟຸມເຟືອຍ, ປະລະການຮຽນ, ບໍ່ມັກອອກແຮງງານ, ຊຸກຍູ້ໃຫ້ເກີດມີແຫຼ່ງມົ້ວສຸມຕ່າງໆ ທີ່ຜິດຕໍ່ລະບຽບກົດໝາຍ, ວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດລາວ.

ນອກນັ້ນ, ຍັງຈະສືບຕໍ່ສວຍໃຊ້ບັນຫາສິດເສລີພາບ ດ້ານການເຊື່ອຖືສາສະໜາ, ດຳເນີນການໂຄສະນາດຶງດູດປະຊາຊົນ ໃຫ້ເຊື່ອຖືງົມງວາຍ, ຍຸຍົງແນວຄິດຄັບແຄບຊົນເຜົ່າທີ່ຂັດກັບແນວທາງ, ແຜນນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ເພື່ອຫວັງແບ່ງແຍກຄວາມສາມັກຄີ ຂອງປະຊາຊົນລາວບັນດາເຜົ່າ.

ໃນໂອໂອກາດທີ່ ພົຈວ ຄໍາສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມພິທີມອບໃບຢັ້ງຢືນ 4 ບຸກ ຂອງຄະນະບໍລິຫານງານຊາວໜຸ່ມ ກົມໃຫຍ່ການເມືອງ ປກສ ໃຫ້ໜ່ວຍຊາວໜຸ່ມຮາກຖານ 16 ກົມກອງ ອ້ອມຂ້າງ ກົມໃຫຍ່ການເມືອງ ປກສ ໃນເມື່ອບໍ່ດົນມານີ້, ທ່ານໄດ້ມີຄໍາເຫັນຊີ້ນໍາວ່າ:

ໃນເງື່ອນໄຂໃໝ່ຂອງການປະຕິວັດ ໂດຍຢືນຕໍ່ໜ້າສະພາບການທີ່ມີສິ່ງທ້າທາຍທົດສອບນາໆປະການ ຕໍ່ກໍາລັງປ້ອງກັນຄວາມສະຫງົບ ກໍຄື ຕໍ່ຊາວໜຸ່ມ ກົມໃຫຍ່ການເມືອງ ປກສ ແລະ ເພື່ອຮັກສາໄດ້ທາດແທ້ ແລະ ມູນເຊື້ອອັນສະຫງ່າງາມຂອງກຳລັງ ປກສ, ຮັບປະກັນແກ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມທິດທີ່ພັກກຳນົດ, ໃນຕໍ່ໜ້າ ຕ້ອງໄດ້ເພີ່ມທະວີໃນການນຳພາຊາວໜຸ່ມ ກົມໃຫຍ່ການເມືອງ ປກສ ໃນການຈັດຕັ້ງຜັນຂະຫຍາຍ, ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມ ແລະ ຊີ້ນໍາມາຍັງທຸກພາກສ່ວນໃຫ້ເອົາໃຈໃສ່ຕໍ່ 11 ເນື້ອໃນດັ່ງນີ້:

1. ຄະນະພັກ ຕ້ອງເພີ່ມທະວີໃນການນຳພາ ຄະນະຊາວໜຸ່ມ, ສະມາຊິກຊາວໜຸ່ມ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໂດຍກົງ ແລະ ຮອບດ້ານ, ເອົາໃຈໃສ່ສຶກສາອົບຮົມ, ບຳລຸງ ແລະ ສ້າງສະມາຊິກຊາວໜຸ່ມ, ຖືເອົາການປັບປຸງການຈັດຕັ້ງຊາວໜຸ່ມຢູ່ຂັ້ນຂອງຕົນໃຫ້ເຂັ້ມແຂງ ເປັນວຽກງານພື້ນຖານ ແລະ ເປັນຄວາມຮັບຜິດຊອບການເມືອງທີ່ຕ້ອງໄດ້ນຳພາ-ຊີ້ນຳໂດຍກົງ ເປັນທັງສ່ວນປະກອບທີ່ສໍາຄັນໃນການປັບປຸງພາຍໃນຖັນແຖວຂອງພັກ ໃຫ້ມີຄວາມປອດໃສ ເຂັ້ມແຂງ ແລະ ໜັກເເໜ້ນ.

2. ຄະນະຊາວໜຸ່ມແຕ່ລະຂັ້ນ ຕ້ອງເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກຊາວໜຸ່ມທີ່ຢູ່ໃຕ້ການບັນຊາຂອງຕົນ ໃຫ້ຮູ້ໄດ້ມູນເຊື້ອຂອງພັກ, ຂອງຊາດ, ຂອງບັນພະບູລຸດເຮົາ, ມີຈິດໃຈຮັກຊາດ-ຮັກລະບອບໃໝ່, ມີຄວາມຕື່ນຕົວທາງດ້ານການເມືອງສູງ, ມີຄວາມສາມັກຄີເອື້ອເຟື້ອເພື່ອແຜ່ຊ່ວຍເຫຼືອກັນ, ມີຄວາມກະຕັນຍູຮູ້ບຸນຄຸນ, ສຸພາບຮຽບຮ້ອຍ, ສັດຊື່, ປະຢັດ, ດຸໝັ່ນ, ອາດຫານ, ອົນທົນ, ມີຄວາມຫ້າວຫັນໃນການຄົ້ນຄິດປະດິດສ້າງ ແລະ ສະແຫວງຫາຄວາມກ້າວໜ້າ ທາງດ້ານວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ ແລະ ພູມປັນຍາແຫ່ງຍຸກສະໄໝ.

3. ເອົາໃຈໃສ່ກໍ່ສ້າງການຈັດຕັ້ງຊາວໜຸ່ມ ໃຫ້ມີຄວາມປອດໃສເຂັ້ມແຂງ, ແທດເໝາະກັບໜ້າທີ່ການເມືອງ ໃນໄລຍະໃໝ່ ແລະ ເປັນບ່ອນເຕົ້າໂຮມຄວາມສາມັກຄີກ້ອນກຳລັງຂອງຊາວໜຸ່ມຢ່າງແທ້ຈິງ, ປັບປຸງເນື້ອໃນການເຄື່ອນໄຫວຂອງການຈັດຕັ້ງຊາວໜຸ່ມແຕ່ລະຂັ້ນ, ຕ້ອງຕິດແໜ້ນກັບການສົ່ງເສີມຕົວແບບທີ່ດີເດັ່ນ, ຜູ້ມີພອນສະຫວັນ, ມີຫົວຄິດປະດິດສ້າງ, ມີຄວາມກ້າຫານ, ມີຄວາມເສຍສະຫຼະເພື່ອສ່ວນລວມ, ຕ້ອງຊອກບຸກຄະລາກອນທີ່ເໝາະສົມ ເຂົ້າເປັນຄະນະຊຸດຕໍ່ໄປ.

4. ຄະນະຊາວໜຸ່ມ, ສະມາຊິກຊາວໜຸ່ມ ຕ້ອງບຸກເຂົ້າໃສ່ການຄົ້ນຄວ້າຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມ, ພັດທະນາຕົນເອງຕົນເອງຢ່າງຕໍ່ເນື່ອງ ລວມທັງຕື່ນຕົວຄົ້ນຄວ້າຮ່ຳຮຽນດ້ວຍຕົນເອງ, ເຊິ່ງວິທະຍາສາດເຕັກໂນໂລຊີທີ່ທັນສະໄໝ ມັນເອື້ອອຳນວຍຄວາມສະດວກສະບາຍ ໃນການຄົ້ນຄວ້າຮ່ຳຮຽນຫາຄວາມຮູ້ມາພັດທະນາຕົນເອງ ເພື່ອແນໃສ່ພັດທະນາກຳລັງ.

5. ຄະນະຊາວໜຸ່ມ, ສະມາຊິກຊາວໜຸ່ມ ຕ້ອງຍົກສູງຄວາມຮັບຜິດຊອບທາງການເມືອງ, ມີຄວາມອົດທົນ, ເສຍສະຫຼະ, ເປັນເຈົ້າການໃນການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍຂອງພັກ, ກົດໝາຍ, ລະບຽບການຂອງລັດ, ເຄື່ອນໄຫວຂະບວນການຕ່າງໆ ໃຫ້ຟົດຟື້ນເຂັ້ມແຂງ, ນຳຜົນປະໂຫຍດຕົວຈິງມາສູ່ປະເທດຊາດ.

6. ຄະນະຊາວໜຸ່ມ, ສະມາຊິກຊາວໜຸ່ມ ຕ້ອງເອົາໃຈໃສ່ສຸດຂີດໃນການປົກປັກຮັກສາໝາກຜົນຂອງການປະຕິວັດ, ສືບທອດມູນເຊື້ອອັນດີງາມຂອງຊາດ, ຂອງກໍາລັງ ປກສ ແລະ ຂອງຊາວໜຸ່ມ, ເສີມຂະຫຍາຍຜົນງານ ແລະ ທ່າແຮງບົ່ມຊ້ອນຂອງຕົນ ເພື່ອເຮັດສຳເລັດໜ້າທີ່ການເມືອງຂອງພັກ ແລະ ປະຊາຊົນມອບໃຫ້, ປະກອບສ່ວນຢ່າງກົມກຽວເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ.

7. ອອກແຮງແຂ່ງຂັນສ້າງຂະບວນການຂອງຊາວໜຸ່ມ ໃຫ້ມີຄວາມຟົດຟື້ນ, ຫ້າວຫັນ, ມີເນື້ອໃນຕິດພັນກັບການສຶກສາອົບຮົມ ໂດຍການສືບຕໍ່ຈັດຕັ້ງປະຕິບັດຂໍ້ແຂ່ງຂັນຮັກຊາດພັດທະນາ, ວຽກງານ 3 ສ້າງຂອງພັກ, ຂະບວນການແຂ່ງຂັນຂອງຊາວໜຸ່ມ, ບັນດາແຜນງານໂຄງການຂອງກະຊວງ ກໍຄື ຂອງກົມໃຫຍ່ ຕິດພັນກັບຄຳຂວັນທີ່ວ່າ:

“ບ່ອນໃດຍາກຊາວໜຸ່ມບຸກ ບ່ອນໃດທຸກຊາວໜຸ່ມມີໜ້າ ເມື່ອໃດຊາດຕ້ອງການ ຊາວໜຸ່ມຂານອາສາ”

8. ຊາວໜຸ່ມໃນຍຸກສະໄໝນີ້ ຕ້ອງມີສະຕິໃນການຮັບຮູ້ ແລະ ເຂົ້າໃຈຕໍ່ການບໍລິໂພກຂໍ້ມູນຂ່າວສານ ໃຫ້ມີຄວາມຮັບປະກັນປອດໄພ, ຊົມໃຊ້ສື່ສັງຄົມອອນລາຍໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ.

9. ເອົາໃຈໃສ່ໃນການປະຕິບັດນະໂຍບາຍຕໍ່ຄະນະຊາວໜຸ່ມ, ສະມາຊິກຊາວໜຸ່ມ ຜູ້ທີ່ມີຜົນງານຄຸນງາມຄວາມດີຢ່າງເໝາະສົມ ແລະ ເຂັ້ມງວດຕໍ່ຜູ້ລະເມີດລະບຽບກົດໝາຍ, ມີການຕິດຕາມກວດກາການເຄື່ອນໄຫວຂອງຄະນະຊາວໜຸ່ມ, ສະມາຊິກຊາວໜຸ່ມແຕ່ລະຂັ້ນ ຢ່າງຕໍ່ເນື່ອງ, ເປັນປົກກະຕິ, ປະຕິບັດລະບອບປະຊຸມປົກກະຕິ, ດຳເນີນການຕໍານິຕິຊົມກັນ, ຕົນເອງ, ຕິຊົມກັນເພື່ອກໍ່ສ້າງເຊິ່ງກັນ ແລະ ກັນ ແລະ ພ້ອມກັນກ້າວໜ້າຢ່າງບໍ່ຢຸດຢັ້ງ.

10. ເອົາໃຈໃສ່ການພົວພັນຮ່ວມມືກັບພາກສ່ວນຕ່າງໆ ຕາມແນວທາງຂອງພັກ ເພື່ອດຶງດູດເອົາການຊ່ວຍເຫຼືອທາງດ້ານບົດຮຽນ, ວິຊາການ, ເຕັກນິກວິທະຍາສາດ ແລະ ທຶນຮອນ ເຂົ້າໃນການພັດທະນາຊາວໜຸ່ມ ໃຫ້ກາຍເປັນກຳລັງທີ່ມີຄຸນນະພາບ.

11. ເອົາໃຈໃສ່ໃນການສ້າງເສດຖະກິດຄອບຄົວ ເພື່ອຜ່ານຜ່າວິກິດເສດຖະກິດທີ່ປະເທດເຮົາ ກຳລັງປະເຊີນຢູ່ ດ້ວຍການເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

ສັງລວມແລ້ວ, ຕໍ່ກັບ 11 ເນື້ອໃນ ທີ່ທ່ານຮອງຫົວໜ້າກົມໃຫຍ່ການເມືອງ ປກສ ໄດ້ຊີ້ນໍາມານີ້, ມັນໄດ້ຮຽກຮ້ອງມາຍັງຄະນະພັກ, ຄະນະໜ່ວຍຊາວໜຸ່ມແຕ່ລະຂັ້ນ, ສະມາຊິກຊາວໜຸ່ມແຕ່ລະສະຫາຍ ຈົ່ງພ້ອມກັນຍົກສູງຈິດໃຈປະຕິວັດ, ນຳເອົາເນື້ອໃນນັ້ນໄປພິຈາລະນາຈັດຕັ້ງຜັນຂະຫຍາຍ, ຈັດຕັ້ງປະຕິບັດໃຫ້ກາຍປັນຮູບປະທຳຕົວຈິງ ຢູ່ໃນຂົງເຂດວຽກງານທີ່ຕົນເອງຮັບຜິດຊອບ, ຄະນະພັກ ຈົ່ງໃຫ້ການຊີ້ນຳ-ນຳພາ, ຊ່ວຍເຫຼືອເອື້ອອໍານວຍຄວາມສະດວກໃຫ້ແກ່ຄະນະຊາວໜຸ່ມ, ສະມາຊິກຊາວໜຸ່ມໃນການເຄື່ອນໄຫວຂະບວນການ ການປະຕິບັດໜ້າທີ່ວຽກງານ ແລະ ໃຫ້ຖືວຽກງານຊາວໜຸ່ມ ເປັນວຽກງານໜຶ່ງທີ່ມີຄວາມໝາຍສໍາຄັນເຂົ້າໃນຄວາມຮັບຜິດຊອບຂອງຕົນ, ຖືເປັນບ່ອນກໍ່ສ້າງ ແລະ ສະໜອງພະນັກງານທີ່ຈະສືບທອດພາລະກິດຂອງອົງການຈັດຕັ້ງ ແລະ ພາລະກິດຂອງຊາດຕໍ່ໄປ.

ໂດຍ: ແກ້ວ