ວັນທີ 6 ພະຈິກ 2023, ທີ່ ສິງກະໂປ – ຊາວໜຸ່ມຈຳນວນ 40 ຄົນ ຈາກ 10 ປະເທດອາຊຽນ ໄດ້ເຂົ້າຮ່ວມໃນໂຄງການຄະນະຊາວໜຸ່ມອາຊຽນ (ASEAN Youth Fellows – AYF) ຕັ້ງແຕ່ ວັນທີ 28 ຕຸລາ ເຖິງ 4 ພະຈິກ 2023. ໂຄງການດັ່ງກ່າວໄດ້ມີການສ້າງຄວາມເຕີບໃຫຍ່ ແລະ ເຊື່ອມຕໍ່ຜູ້ນຳໄວໜຸ່ມຈາກຫຼາຍຂົງເຂດຂອງລັດ, ເອກະຊົົນ ແລະ ບຸກຄົນຈາກພາກສ່ວນການຮ່ວມມືຕ່າງໆ.

ງານດັ່ງກ່າວໄດ້ມີການຮ່ວມມືໂດຍ ມູນນິທິສາກົນສິງກະໂປ (SIF) ແລະ ສະພາຊາວໜຸ່ມແຫ່ງຊາດສິງກະໂປ (NYC) ໃນແຕ່ລະປີ. ຮູບແບບຂອງປີນີ້ແມ່ນສອດຄ່ອງກັບຫົວຂໍ້ການເປັນປະທານອາຊຽນ ປີ 2023 ຂອງປະເທດອິນໂດເນເຊຍ, “ອາຊຽນສຳຄັນ: ສູນກາງຂອງການເຕີບໃຫຍ່” (“ASEAN Matters: Epicentrum of Growth”.)

ໂຄງການດັ່ງກ່າວໄດ້ນຳພາຜູ້ເຂົ້າຮ່ວມໄປສິງກະໂປ ແລະ ຮາໂນ້ຍ, ປະເທດຫວຽດນາມ, ເຊິ່ງພວກເຂົາໄດ້ເຂົ້າຮ່ວມການສົນທະນາ ແລະ ຮັບຟັງ ການໂອ້ລົມແລກປ່ຽນໃນຫົວຂໍ້ຕ່າງໆ. ພວກເຂົາຍັງໄດ້ເຂົ້າຮ່ວມ ການສົນທະນາຂອງລັດຖະມົນຕີ ພະນະທ່ານ ລໍແຣນ ຫວົງກັບ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ ປະເທດສິງກະໂປ.

ຜູ້ເຂົ້າຮ່ວມໄດ້ຮັບໂອກາດໃນການມີສ່ວນຮ່ວມກັບ ຜູ້ນຳທາງຄວາມຄິດທີ່ໂດດເດັ່ນ ໃນຫົວຂໍ້ຕ່າງໆເຊັ່ນ ໂອກາດ ແລະ ສິ່ງທ້າທາຍໃນສະມາຄົມອາຊຽນ, ການສ້າງຊາວໜຸ່ມທີ່ມີການປັບຕົວໃນການເປັນຜູ້ນຳໃນອະນາຄົດ ແລະ ການຮ່ວມມືພາກພື້ນໃນການຂັບເຄື່ອນການເຕີບໃຫຍ່ຂອງພາກພື້ນ. ເຊິ່ງລວມມີ:

  • ພະນະທ່ານ ລາຈາ ຣັດນາມ – Mr Jaya Ratnam, ເອກອັກຄະລັດຖະທູດສິງກະໂປ ປະຈໍາ ສ. ຫວຽດນາມ.
  • ພະນະທ່ານ ຫງຽນ ເຕືອງ ລາມ – Mr Nguyen Tuong Lam, ຮອງປະທານຖາວອນ ປະຈໍາ ຄະນະຊາວໜຸ່ມແຫ່ງຊາດ ຫວຽດນາມ

ການໂອ້ລົມກັບຜູ້ເຂົ້າຮ່ວມໃນງານປິດພິທີ, ທ່ານເອກອັກຄະລັດຖະທູດ ຣັດນາມ ກ່າວວ່າ: “ປະຊາຄົມອາຊຽນບໍ່ແມ່ນບັນດາການນໍາ, ລັດຖະມົນຕີ, ຫຼື ຫົວໜ້າອາວຸໂສໃດໆ. ອາຊຽນແມ່ນ ທຸກຄົນທີ່ຢູ່ໃນທີ່ນີ້ ມື້ນີ້. ພວກເຈົ້າມີພາສາໃນການໂອ້ລົມເພື່ອສ້າງສາຍສຳພັນ, ຮ່ວມມື ແລະ ການເຮັດວຽກຮ່ວມກັນ. ນັ້ນແມ່ນສິ່ງສຳຄັນສຳລັບພວກເຮົາ ຂອງປະຊາຄົມອາຊຽນ ທີ່ຈະມີຄວາມເຂັ້ມແຂງຂຶ້ນ ແລະ ດີຂຶ້ນນໍາກັນ. ຂໍໃຫ້ຮັກສາຄວາມກ້າຫານ ແລະ ຄວາມກະຕືລືລົ້ນຂອງພວກເຈົ້າໄວ້ ເພື່ອເດີນໜ້າ, ສ້າງພື້ນທີ່ໃໝ່, ທ້າທາຍຕໍ່ໂອກາດ ແລະ ເປີດສິ່ງໃໝ່ໆແກ່ເຮົາທຸກຄົນ”

ຜ່ານໂຄງການ 8 ວັນ, ຜູ້ເຂົ້າຮ່ວມໂຄງການທຸກຄົນໄດ້ຮັບແນວຄວາມຄິດໃໝ່ໆຈາກການຢ້ຽມຢາມອົງການ ແລະ ໜ່ວຍງານຕ່າງໆ ທີ່ມີນະວັດຕະກຳແຖວໜ້າ ດ້ານການເບິ່ງແຍງສຸຂະພາບ, ຄວາມໝັ້ນຄົງດ້ານອາຫານ, ຄວາມຍືນຍົງ ແລະ ການຫັນປ່ຽນເປັນດີຈິຕອນ. ຢູ່ສີງກະໂປ, ໄດ້ມີການຢ້ຽມຢາມ:

  • ສູນນະວັດຕະກໍາເບິ່ງແຍງສຸຂະພາບ, ທີ່ຊອກຫາການຂັບເຄື່ອນການປັບປ່ຽນການເບິ່ງແຍງສຸຂະພາບ ຜ່ານການຮ່ວມມືປະດິດສ້າງ ແລະ ການເປັນຜູ້ນໍາດ້ານຄວາມຄິດ;
  • Comcrop, ບໍລິສັດ ​ຜະລິດ​ກະສິກຳ ​ເທິງ​ດາດ​ຟ້າ​ແຫ່ງ​ທຳ​ອິດ​ຂອງ​ສິງກະ​ໂປ.
  • ຫ້ອງທົດລອງການມີຊີວິດແບບຍືນຍົງ (SL2), ທີ່ໃຫ້ຄຳປຶກສາດ້ານຄວາມຍືນຍົງ ແລະ ຫ້ອງທົດລອງນະວັດຕະກໍາທີ່ນໍາໃຊ້ເຕັກໂນໂລຢີເປັນເຄື່ອງມືເພື່ອຄວາມຍືນຍົງ.
  • ຫ້ອງສ້ອມແປງໂກປິຕຽມ – Repair Kopitiam, ການລິເລີ່ມຊຸມຊົນໂດຍ SL2 ທີ່ສອນເຕັກນິກງ່າຍໆໃນການແກ້ໄຂເຄື່ອງໃຊ້ໃນຄົວເຮືອນທີ່ແຕກຫັກ ແລະ ເພື່ອຫຼຸດຜ່ອນສິ່ງເສດເຫຼືອ.
  • ກຸ່ມ​ສະໜາມ​ບິນຊາງງີ, ​ເປັນ​ຜູ້​ບໍລິຫານ​ສະໜາມ​ບິນ ຊາງງີ ສິງກະ​ໂປ Changi Airport ຊຶ່ງ​ເປັນ​ໜຶ່ງ​ໃນ​ສູນລວມ​ສາຍການ​ບິນ​ສາກົນ​ທີ່​ເຊື່ອມ​ຕໍ່​ກັບ​ປະເທດຕ່າງໆຫລາຍ​ທີ່​ສຸດ​ໃນ​ອາຊີ.

ທ່ານ ນາງ ເພນລີກ ຈັນ Penhleak Chan, ຜູ້ເຂົ້າຮ່ວມຈາກກຳປູເຈຍ ເວົ້າວ່າ: “ຜ່ານ​ການ​ຢ້ຽມຢາມ​ສິງກະ​ໂປ, ຂ້າພະ​ເຈົ້າ​ໄດ້​ເຫັນ​ປະ​ເທດ​ນີ້​ເປັນ​ສູນ​ກາງ​ນະວັດຕະກຳ​ຂອງ​ອາ​ຊຽນ. ນອກຈາກການຈຳລອງກໍລະນີສຶກສາ ທີ່ປະສົບຜົນສໍາເລັດ, ພວກເຮົາໄດ້ຖືກຖາມ ກໍລະນີສົມມຸດ ແລະ ສຸມໃສ່ຂະບວນການແກ້ບັນຫາ. ໃນຕອນນັ້ນ, ພວກ​ເຮົາຈຶ່ງ​ຈະ​ສາ​ມາດ​ຂັບເຄື່ອນການແກ້​ໄຂ​ບັນ​ຫາ​​ທີ່​ເຫມາະ​ສົມ​ກັບ​ແຕ່​ລະ​ຊຸມ​ຊົນ​ຂອງ​ພວກ​ເຮົາ​ໄດ້.”

ທ່ານ ໂອພາກອນ ກຸໂພຄຳ, ຜູ້ເຂົ້າຮ່ວມຈາກ ສປປ ລາວ ເວົ້າວ່າ: “ການ​ຢ້ຽມຢາມ​ ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສຳຄັນ​ໃນ​ການ​ຮັບປະກັນ​ໃຫ້​ທຸກ​ຄົນ​ຢູ່​ນຳ​ກັນ ​ແລະ ມີ​ເປົ້າ​ໝາຍ​ຮ່ວມກັນ. ສິ່ງນີ້ຈະຊ່ວຍໃຫ້ຫຼາຍພາກສ່ວນໃນຂະແໜງການຕ່າງໆ ຮ່ວມມືກັນເພື່ອແກ້ໄຂບັນຫາສັງຄົມ. ສິງກະ​ໂປ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມກະຕືລືລົ້ນ​ທີ່​ ​ສາມາດ​ເຮັດ​ແນວ​ນັ້ນໄດ້, ​ໃນ​ຂະນະ​ທີ່​ການ​ເຊື່ອມ​ຕໍ່​ຄວາມ​ຍືນ​ຍົງ​ເຂົ້າ​ໃນ​ການ​ແກ້​ໄຂບັນການ​ຢ່າງມີ​ຫົວຄິດ​ປະດິດ​ສ້າງ.”

​ໃນວັນ​ທີ 1–4 ພະຈິກ 2023, ຢູ່​ຮ່າ​ໂນ້ຍ, ຜູ້ເຂົ້າຮ່ວມໄດ້ໄປຢ້ຽມຢາມ ສູນປະດິດສ້າງແຫ່ງຊາດ ຮ່າໂນ້ຍ (NIC) ໃນການຮຽນຮູ້ວິທີຊ່ວຍເຫຼືອ ແລະ ພັດທະນາລະບົບນິເວດການເລີ່ມຕົ້ນທຸລະກິດໃນຫວຽດນາມ, ນະວັດຕະກໍາຂອງຫວຽດນາມ ແລະ ລະບົບນິເວດຂອງການປະດິດສ້າງ; ແລະ ບໍລິສັດ ໂກໂຕ – KOTO ແມ່ນ​ວິ​ສາ​ຫະກິດ​ຂອງສັງຄົມ ​ທີ່​​ຊ່ວຍ​ຊາວ​ໜຸ່ມຜູ້​ທີ່​ມີ​ຄວາມ​ສ່ຽງ ​ແລະ ດ້ອຍ​ໂອກາດ​ຢູ່ ຫວຽດນາມ ຜ່ານ​ບັນດາ​ໂຄງການ​ ຝຶກອົບຮົບ ດ້ານການບໍລິການ.

ທ່ານ ແອນໂທນີ້ ໄຊມອນ Antony Simon, ຜູ້ເຂົ້າຮ່ວມຈາກອິນໂດເນເຊຍ ເວົ້າວ່າ: “​ເມື່ອ​ມາ​ຢ້ຽມຢາມ ສູນປະດິດສ້າງແຫ່ງຊາດ ຮ່າໂນ້ຍ, ພວກ​ເຮົາ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ການ​ປະຕິບັດ ​ແລະ ຂໍ້​ລິ​ເລີ່​ມ​ເພື່ອ​ສະໜັບສະໜູນ​​ນະ​ວັດຕະກຳ​ຢູ່​ຫວຽດນາມ. ຂ້າພະເຈົ້າຮູ້ສຶກແປກໃຈທີ່ເຫັນວ່າມັນມີຄວາມຄ້າຍຄືກັນ ກັບສິ່ງທີ່ພວກເຮົາກຳລັງເຮັດຢູ່ໃນອິນໂດເນເຊຍ, ເຊິ່ງເຮັດໃຫ້ຂ້ອຍຄິດວ່າ ມີໂອກາດຫຼາຍສໍາລັບການຮ່ວມມືກັນ, ຫຼາຍກວ່າຈະເປັນການແຂ່ງຂັນກັນ.”

ທ່ານ ດາແຣນ ໄລ ໃຈ ເອນ Darren Lai Chai En, ຜູ້ເຂົ້າຮ່ວມຈາກມາເລເຊຍ ເວົ້າວ່າ: “ການໄດ້ເຫັນຄວາມມຸ່ງໝັ້ນຂອງທ່ານ ຈິ່ມມີ້ ພາມ, ຜູ້ກໍ່ຕັ້ງ ໂກໂຕ, ໃນການປ່ຽນແປງຫຼາຍຊີວິດຢູ່ຫວຽດນາມ ເປັນແຮງບັນດານໃຈອັນຍິ່ງໃຫຍ່ຂອງຂ້ອຍ. ຂ້ອຍເຊື່ອວ່າຈິດໃຈຂອງ “ການຮູ້ໜຶ່ງ, ສອນອີກໜຶ່ງ” ສາມາດສ້າງການປ່ຽນແປງທີ່ມີຄວາມໝາຍ ແລະ ຫວັງທີ່ຈະລິເລີ່ມຄ້າຍໆກັນໃນ ຈໍຮໍ, ມາເລເຊຍ ແລະ ປະເທດອື່ນໆໃນສະມາຄົມອາຊຽນ”

ທ່ານນາງ ຢີນ ທານ Jean Tan, ຜູ້ອໍານວຍການບໍລິຫານ ມູນນິທິສາກົນສິງກະໂປ ໄດ້ກ່າວວ່າ: “ພາກ​ພື້ນ​ອາ​ຊຽນ​ກຳລັງ​ຂະ​ຫຍາຍ​ຕົວ​ໄປ​ດ້ວຍ​​ໂອ​ກາດຂອງ​ການ​ເຕີບ​ໃຫຍ່ ​ເຖິງ​ວ່າ​ຈະ​ມີ​ສິ່ງ​ທ້າ​ທາຍ​ ​ທີ່​ກຳລັງ​ປ່ຽນ​ແປງ ວິ​ທີ​ການ​ດຳ​ລົງ​ຊີ​ວິດ ແລະ ການເຮັດວຽກ​ຂອງ​ພວກ​ເຮົາ. ບັນດາຜູ້ນຳຊາວໜຸ່ມ ເຊັ່ນ: ຄະນະຊາວໜຸ່ມອາຊຽນ ສາມາດນຳເອົາແນວຄວາມຄິດໃໝ່ໆ ແລະ ຮ່ວມມືກັນແກ້ໄຂບັນຫາໂດຍໃຊ້ນະວັດຕະກໍາ ເພື່ອຊ່ວຍຊຸກຍູ້ໃຫ້ອາຊຽນກ້າວໄປສູ່ຄວາມຍືນຍົງ, ການລວມໂຕກັນ ແລະ ຈະເລີນຮຸ່ງເຮືອງ ທ່າມກາງຄວາມບໍ່ແນ່ນອນ.”

ທ່ານ ເດວິດ ຈົວ David Chua, ປະທານບໍລິຫານ ສະພາຊາວໜຸ່ມແຫ່ງຊາດສິງກະໂປ ເວົ້າວ່າ: “ໃນຖານະທີ່ເປັນ​ໂຄງ​ການ​ນໍາພາຊາວ​ໜຸ່ມ​ໃນ​ພາກ​ພື້ນ, ໂຄງການຄະນະຊາວໜຸ່ມອາຊຽນ ໄດ້​ມີ​ບົດ​ບາດ​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ຂ້າມ​ຊາຍ​ແດນ ແລະ ໂອ​ກາດ​​ຂອງການເຕີບໃຫຍ່​ຂອງຜູ້​ນຳ​ຊາວ​ໜຸ່ມ. ດ້ວຍ​ຄວາມ​ບໍ່​ແນ່ນອນ ​ແລະ ​ຄວາມ​ເຄັ່ງ​ຕຶງ​ໃນ​ທົ່ວ​ໂລກ​ທີ່​ເພີ່ມ​ຂຶ້ນ, ມັນ​ເປັນ​ສິ່ງ​ສຳຄັນ​ທີ່​ຊາວ​ໜຸ່ມ​ຂອງ​ພວກ​ເຮົາ​ເຂົ້າ​ໃຈ​ ເຖິງຄວາມ​ສຳຄັນ​ຂອງ​ການ​ເຮັດ​ວຽກ​ໃນ​ການ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ, ​ເພື່ອ​ໃຫ້​ພວກ​ເຮົາ​ສາມາດ​ເຕີບ​ໃຫຍ່ ​ແລະ ພັດທະນາ​ເປັນ​ພາກ​ພື້ນໄດ້.”

ທ່ານ ນາງ ໂຈລີ ຫງຽນ Jolly Nguyen, ຜູ້ເຂົ້າຮ່ວມຈາກຫວຽດນາມ ເວົ້າວ່າ: “ໂຄງການຊາວໜຸ່ມອາຊຽນ ໄປເປີດກວ້າງແນວຄວາມຄິດຂອງຂ້ອຍຕໍ່ກັບການຮັກສາຄວາມຍືນຍົງ ແລະ ພາກສ່ວນອື່ນໆໃນອາຊຽນ”

ຜູ້ກໍ່ຕັ້ງ ແລະ ຜູ້ບໍລິຫານສູງສຸດ ຂອງ EVOL ຫວຽດນາມ, ແມ່ນວິສາຫະກິດເພື່ອສັງຄົມເພື່ອແນໃສ່ການເພີ່ມຄວາມຮັບຮູ້ກ່ຽວກັບພລາສຕິກທີ່ໃຊ້ໄດ້ເທື່ອດຽວໃນມະຫາສະໝຸດ, ພ້ອມທັງແນະນຳນັກທຸລະກິດຍິງໜຸ່ມຢູ່ພາກພື້ນອາຊີ-ປາຊີຟິກ (APAC).

ທ່ານນາງໄດ້ກ່າວຕື່ມວ່າ: “ຄວາມເຂົ້າໃຈທີ່ຂ້າພະເຈົ້າໄດ້ຮັບໂດຍຜ່ານການຢ້ຽມຢາມສະຖານທີ່ຕ່າງໆຂອງພວກເຮົາ, ການສົນທະນາແລະການແລກປ່ຽນກັບຊາວໜຸ່ມ ແລະ ບັນດາອະດີດຜູ້ເຂົ້າຮ່ວມຍັງຈະເປັນປະໂຫຍດແກ່ຜູ້ປະກອບການທີ່ຂ້າພະເຈົ້າແນະນໍາພວກເຂົາໃນອະນາຄົດ.”

ທ່ານ​ ນາງ ດີລານ ຟູ ເວີຍ ເອນ Delane Foo Wei En, ຊາວໜຸ່ມ​ຈາກ​ສິງກະ​ໂປ​ ກ່າວ​ວ່າ:

“ໂຄງການ AYF ກຳລັງເຮັດ​ວຽກ​ງານ​ສຳຄັນ​ໂດຍ​ການເຕົ້າໂຮມ ບັນດາ​ຜູ້ນຳ​ໜຸ່ມ​ອາ​ຊຽນ ​ເພື່ອ​ຮຽນ​ຮູ້​ເຊິ່ງກັນ​ແລະກັນ ​ແລະ ສ້າງເພື່ອນໃໝ່ທີ່ໄດ້ແບ່ງປັນປະສົບ​ການ​ຮ່ວມ​ກັນ. ສິ່ງນີ້ຈະກາຍເປັນພື້ນຖານຂອງຄວາມຮັກແພງ ແລະ ຄວາມຮ່ວມມື ໃນເວລາທີ່ພວກເຮົາດຳເນີນວຽກງານແລະຊີວິດຂອງພວກເຮົາ. ໂຄງການນີ້ຈະຍັງຊ່ວຍເຕືອນພວກເຮົາເຖິງ ຄວາມສໍາຄັນຂອງຄວາມສາມັກຄີໃນການບັນລຸເປົ້າໝາຍແລະຈິດໃຈ ເຖິງວ່າຈະມີຄວາມແຕກຕ່າງກັນຂອງບັນດາປະເທດຂອງພວກເຮົາ ໃນຖານະເພື່ອນບ້ານໃນພາກພື້ນ.”

ມູນນິທິສາກົນສິງກະໂປສະເຫຼີມສະຫຼອງ 29 ປີແຫ່ງການຮ່ວມມືກັບປະຊາຊົນຫວຽດນາມ ຢູ່ SIF Connects! ທີ່ຮ່າໂນ້ຍ

ຄະນະຊາວໜຸ່ມອາຊຽນຍັງໄດ້ເຂົ້າຮ່ວມ SIF Connects! ທີ່ ຮ່າໂນ້ຍ ເຊິ່ງເປັນພື້ນທີ່ໃຫ້ມູນນິທິສາກົນສິງກະໂປໄດ້ ເຊື່ອມໂຍງຄືນ ແລະ ສືບຕໍ່ສາຍພົວພັນກັບບັນດາອະດີດຜູ້ເຂົ້າຮ່ວມໂຄງການ ແລະ ​ເພື່ອນ​ມິດ​ສິງກະ​ໂປ (FOS).

ໃນ​ວັນ​ທີ 2 ພະຈິກ 2023, ມີ​ສະມາຊິກ​ກວ່າ 150 ຄົນ​ ຈາກ​ປະຊາ​ຄົມ​ການ​ທູດ Diplomatic Community, ອົງການ FOS ແລະ ປະຊາຊົນ​ສິງກະ​ໂປ​ທີ່​ອາໄສ​ຢູ່​ຮ່າ​ໂນ້ຍ ​ໄດ້​ເຂົ້າ​ຮ່ວມ​ງານ​ດັ່ງກ່າວ​.

ທ່ານ ນາງ ຮວ່າງ ໄທ ລີ Hoang Thai Ly, ອາຈານສອນຢູ່ມະຫາວິທະຍາໄລວິຈິດສິນອຸດສາຫະກຳ ຮ່າໂນ້ຍ ໄດ້ກ່າວວ່າ:

“ຜ່ານມາໜຶ່ງປີແລ້ວທີ່ຂ້າພະເຈົ້າໄດ້ເຂົ້າຮ່ວມງານຂອງ SIF ກໍຄືງານສິລະປະເພື່ອຄວາມດີ (Arts for Good A4G) ໃນປີ 2022.

ຂ້າພະເຈົ້າຮູ້ສຶກດີໃຈຫຼາຍທີ່ໄດ້ເຫັນເພື່ອນເກົ່າຈາກໂຄງການ ແລະ ຍັງໄດ້ສ້າງເພື່ອນໃໝ່ຈາກໂຄງການອື່ນໆຂອງ SIF.”

ທ່ານ ນາງ ເຢັນ ຕຣິນ Yen Trinh, ຜູ້ຈັດການທົ່ວໄປຂອງ ກາຣູນາ ຫວຽດນາມ Karuna Vietnam, ໄດ້ກ່າວວ່າ: “SIF Connects! ທີ່ຮ່າໂນ້ຍ ແມ່ນໂອກາດຄັ້ງສໍາຄັນທີ່ໄດ້ກັບມາເຊື່ອມສາຍສຳພັນຄືນໃຫມ່ກັບອະດີດຜູ້ເຂ້າຮ່ວມໂຄງການ ນັກທຸລະກິດໜຸ່ມເພື່ອສັງຄົມ (YSE) ແລະ ຖາມໄຖ່ແລກປ່ຽນວ່າໃຜກຳລັງເຮັດຫຍັງ.

ຂ້າພະ​ເຈົ້າ​ຍັງ​ໄດ້​ມີ​ໂອກາດ​ໄດ້​ພົບ​ປະ​ເພື່ອນ​ໃໝ່​ທີ່​ມີ​ຄວາມຄິດ ຄວາມຫວັງ​ອັນ​ດຽວ​ກັນ​ເພື່ອ​ໃຫ້​ໂລກ​ທີ່​ດີກ​ວ່າ​ເກົ່າ, ​ແລະ ​ແບ່ງປັນ​ກ່ຽວ​ກັບ​ທຸລະກິດເພື່ອສັງຄົມ​ຂອງ​ຂ້າພະ​ເຈົ້າ​ກັບ​ເຂົາ​ເຈົ້າ.” ກາຣູນາ ຫວຽດນາມ ​ແມ່ນ​ວິ​ສາ​ຫະກິດ​ສັງ​ຄົມ​ທີ່​ຜະລິດ ​ຜະລິດ​ຕະພັນ​ຈາກ​ເຜິ້ງ​ແບບ​ຍືນ​ຍົງ, ​ທ່ານນາງ ເຢັນໄດ້​ເຂົ້າ​ຮ່ວມ​ໂຄງການ YSE Global ຂອງ SIF ​ໃນ​ປີ 2022.

ນັບ​ແຕ່​ປີ 1994 ​ເປັນ​ຕົ້ນ​ມາ, SIF ​ແລະ ປະຊາ​ຄົມ​ຊາວ​ຫວຽດນາມ ​ໄດ້​ຮ່ວມ​ມື​ໃນ​ຫຼາຍ​ກວ່າ 100 ໂຄງການ​ລິ​ເລີ່ມ​ຢູ່​ຮ່າ​ໂນ້ຍ, ນະຄອນ​ໂຮ່ຈິ​ມິນ ​ແລະ ທົ່ວ​ອາຊີ. ເຫຼົ່ານີ້ລວມມີບັນດາໂຄງການໃນຂົງເຂດການດູແລສຸຂະພາບ, ການສຶກສາ, ຜູ້ປະກອບການທາງດ້ານສັງຄົມ, ສິລະປະ ແລະ ວັດທະນະທໍາ.

​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື ​ແລະ ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ, ບັນດາ​ຜູ້​ນຳ SIF ​ໄດ້​ຮັບ​ຫຼຽນ​ໄຊ​ສັນຕິພາບ ​ແລະ ມິດຕະພາບ​ລະຫວ່າງ​​ປະ​ເທດ ​ໂດຍ​ສະຫະພັນ​​ມິດຕະພາບ ຫວຽດນາມ ​ໃນ​ປີ 2022.