ຄະນະພັກ-ຄະນະອຳນວຍການ ວິທະຍາຄານສັນຕິບານປະຊາຊົນ (ວສປ) ກະຊວງ ປກສ ຈະຍົກບົດບາດ ແລະ ຄວາມສໍາຄັນຂອງວຽກງານພະລາທິການ, ມີຄວາມເປັບເອກະພາບສູງ, ຖືເອົາວຽກງານພະລາທິການ ເປັນໜ້າທີ່ການເມືອງທີ່ຈະຕ້ອງສືບຕໍ່ປັບປຸງລະບົບກົງຈັກການຈັດຕັ້ງ ຂອງວຽກງານພະລາທິການ ໃຫ້ສອດຄ່ອງກັບນິຕິກໍາວຽກງານພະລາທິການ ເພື່ອມາພັດທະນາ ວສປ.

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ ນິຕິກຳວຽກພະລາທິການ ວສປ, ພັທ ສູນທອນ ສໍມະນີແສງ ຫົວໜ້າຫ້ອງພະລາທິການ ວິທະຍາຄານສັນຕິບານ ກ່າວວ່າ:

ຄະນະພັກ-ຄະນະຫ້ອງພະລາທິການ ຕ້ອງເອົາໃຈໃສ່ນໍາພາ-ຊີ້ນໍາການເຄື່ອນໄຫວວຽກງານພະລາທິການ ຕາມລະບຽບຫຼັກການ ໃຫ້ມີຄວາມເປັນເອກະພາບ ພ້ອມທັງສະຫຼຸບຖອດຖອນບົດຮຽນເປັນປົກກະຕິ, ນາຍ ແລະ ພົນຕຳຫຼວດ ພະລາທິການທຸກສະຫາຍ ຕ້ອງຮັບຮູ້ ແລະ ເຂົ້າໃຈເຖິງສະພາບເສດຖະກິດການເງິນຂອງປະເທດເຮົາໃນປັດຈຸບັນ ທີ່ພົບຄວາມຫຍຸ້ງຍາກ.

ພ້ອມກັນນັ້ນ, ກໍຕ້ອງຕັ້ງໜ້າເຊື່ອມຊຶມແນວທາງ ແລະ ທັດສະນະຂອງພັກເຮົາທີ່ວ່າ: ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ຕ້ານແນວຄິດເອື່ອຍອີງ, ລໍຖ້າແຕ່ຄໍາສັ່ງ, ຕ້ອງບຸກບືນສູ້ຊົນ ແລະ ສຸມທຸກເງື່ອນໄຂທ່າແຮງບົ່ມຊ້ອນຂອງ ວສປ ໃນການສ້າງພະລາທິການກັບທີ່ດ້ວຍການປູກຝັງ, ລ້ຽງສັດ ແລະ ການບໍລິການ ເພື່ອສ້າງລາຍຮັບໃຫ້ ວິທະຍາຄານສັນຕິບານປະຊາຊົນ.

ໃນນີ້, ຄະນະພັກ-ຄະນະບັນຊາ ຂອງບັນດາຫ້ອງ, ຄະນະວິຊາ ແລະ ສູນ ພາຍໃນ ວສປ ຕ້ອງເຊື່ອມຊຶມກຳແໜ້ນ ແລະ ໝູນໃຊ້ແນວທາງແຜນນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ, ມະຕິຂອງຄະນະພັກ ວສປ ໃຫ້ສອດຄ່ອງກັບເງື່ອນໄຂຕົວຈິງຂອງກົມກອງ, ສໍາຄັນຕ້ອງເພີ່ມທະວີຄວາມຮັບຜິດຊອບ ໃນການນໍາພາ-ຊີ້ນໍາຢ່າງໃກ້ຊິດຕິດແທດ, ຈັດຕັ້ງຊຸກຍູ້ກວດກາວຽກງານຜະລິດຂອງກົມກອງ ຢ່າງເປັນປະຈຳ ແລະ ມີຄວາມເປັນຫ່ວງເປັນໃຍນຳຊີວິດການເປັນຢູ່ຂອງອ້າຍນ້ອງ ແລະ ກົມກອງຂອງຕົນເອງຢູ່ສະເໝີ.

ຄຽງຄູ່ກັນນີ້, ຕ້ອງສືບຕໍ່ຄົ້ນຄວ້ານຳສະເໜີປັບປຸງລະບົບກົງຈັກການຈັດຕັ້ງ, ພາລະບົດບາດວຽກງານວິຊາສະເພາະ ພະລາທິການ ຢູ່ວິທະຍາຄານສັນຕິບານປະຊາຊົນ ໃຫ້ຕິດພັນກັບການຄົ້ນຄວ້າປັບປຸງກົນໄກ, ແບບແຜນວິທີເຮັດວຽກ, ການພົວພັນປະສານງານລະຫວ່າງ ຫ້ອງພະລາທິການ ກັບບັນດາຫ້ອງ, ຄະນະວິຊາ ແລະ ສູນ ພາຍໃນ ວສປ ໃຫ້ເປັນລະບົບໂລ່ງລຽນ, ເດັດດ່ຽວແກ້ໄຂຫຼາຍຂອດ, ຫຼາຍຂັ້ນບໍລິຫານ ໃນວຽກງານອັນດຽວກັນໃຫ້ຖືກຕ້ອງ, ສອດຄ່ອງຕາມຂໍ້ຕົກລົງ ວ່າດ້ວຍ ວຽກງານພະລາທິການ ປ້ອງກັນຄວາມສະຫງົບ ສະບັບເລກທີ 3519/ປກສ, ລົງວັນທີ 31 ທັນວາ 2020 ໃຫ້ປະກົດຜົນເປັນຈິງ.

ໃນນີ້, ສືບຕໍ່ຄົ້ນຄວ້າປັບປຸງ ແລະ ສ້າງບັນດານິຕິກຳຕ່າງໆ ໃນຂົງເຂດວຽກງານພະລາທິການ ກໍຄື ວຽກງານຮັບປະກັນພະລາທິການ ໃຫ້ກຳລັງປ້ອງກັນຄວາມສະຫງົບ ໃຫ້ເປັນລະບົບຄົບຊຸດ, ຖືກຕ້ອງຕາມວຽກງານຕົວຈິງ, ສາມາດຮັບປະກັນໃຫ້ແກ່ການເຄື່ອນໄຫວເຮັດໜ້າທີ່ການເມືອງ ຂອງກໍາລັງປ້ອງກັນຄວາມສະຫງົບ.

ໄດ້ມີການຈັດຕັ້ງປະຕິບັດ ລັດຖະບັນຍັດ ວ່າດ້ວຍ ຄ່າທໍານຽມ ແລະ ຄ່າບໍລິການ ເລກທີ 002/ປປທ, ລົງວັນທີ 17 ມິຖຸນາ 2021, ຄໍາສັ່ງ ວ່າດ້ວຍ ການຄຸ້ມຄອງ ແລະ ຈັດເກັບລາຍຮັບວິຊາການຜ່ານປະຕູດຽວ ຂອງກຳລັງປ້ອງກັນຄວາມສະຫງົບ ສະບັບເລກທີ 418/ປກສ, ລົງວັນທີ 6 ກຸມພາ 2020, ດຳລັດ ວ່າດ້ວຍ ການປະຢັດ ແລະ ຕ້ານການພູມເຟືອຍ ສະບັບເລກທີ 205/ລບ, ລົງວັນທີ 22 ກໍລະກົດ 2022 ແລະ ຄຳສັ່ງ ວ່າການ ເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ ສະບັບເລກທີ 18/ນຍ, ລົງວັນທີ 16 ກັນຍາ 2021, ຄໍາສັ່ງ ວ່າດ້ວຍ ການເພີ່ມທະວີການຈັດຕັ້ງປະຕິບັດ ວາລະແຫງຊາດ ກ່ຽວກັບ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃນກຳລັງປ້ອງກັນຄວາມສະຫງົບ ສະບັບເລກທີ 33/ປກສ, ລົງວັນທີ 1 ພະຈິກ 2022 ແລະ ຂຸດຄົ້ນຊອກແຫຼ່ງລາຍຮັບໃໝ່ ຈາກການເກັບລາຍຮັບບໍລິຫານວິຊາການ ໃຫ້ລວມສູນຜ່ານປະຕູດຽວ ຢູ່ຫ້ອງພະລາທິການ ວສປ.

ສະພາບການຈັດຕັ້ງປະຕິບັດຄໍາສັ່ງ ວ່າດ້ວຍ ການສ້າງພະລາທິການກັບທີ່ ຕາມທິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ສະບັບເລກທີ 2146/ປກສ, ລົງວັນທີ 22 ພະຈິກ 2021. ສໍາລັບ, ວິທະຍາຄານສັນຕິບານປະຊາຊົນ ກໍເປັນອີກກົມກອງໜຶ່ງທີ່ມີທ່າແຮງ, ມີເງື່ອນໄຂໃນການພັດທະນາ ແລະ ສ້າງລາຍຮັບເຂົ້າສູ່ກົມກອງ ເນື່ອງຈາກພວກເຮົາມີກຳລັງແຮງງານ ແລະ ມີເນື້ອທີ່ທໍາການຜະລິດທີ່ເໝາະສົມ.

ຕະຫຼອດໄລຍະ 1 ປີຜ່ານມາ, ພາຍໃຕ້ການນໍາພາ-ຊີ້ນໍາ ຈາກຄະນະພັກ-ຄະນະບັນຊາ ວິທະຍາຄານສັນຕິບານປະຊາຊົນ, ຫ້ອງພະລາທິການ ໄດ້ເປັນເສນາທິການສະເໜີແຜນການສູ້ຊົນ ຂອງ ວສປ, ກຳນົດເປັນແຜນວຽກ ແລະ ຕອບສະໜອງງົບປະມານຈໍານວນໜຶ່ງເຂົ້າໃສ່ການຜະລິດ ເພື່ອສ້າງລາຍຮັບເຂົ້າສູ່ກົມກອງ ເປັນຕົ້ນແມ່ນ: ໄດ້ລົງທຶນຊື້ລົດໄຖ ຂະໜາດ 62 ແຮງມ້າ ຈໍານວນ 1 ຄັນ, ມູນຄ່າ 530.000.000 ກີບ ເພື່ອມາບຸກເບີກໄຖສວນປູກມັນຕົ້ນ ແລະ ປູກສາລີ ໃນເນື້ອທີ່ 5 ເຮັກຕາ.

ປັດຈຸບັນ, ກຳລັງກະກຽມຈະເກັບກູ້ຜົນຜະລິດ ແລະ ໄດ້ລົງທຶນລ້ຽງປາ ຈໍານວນ 31.653 ໂຕ, ປ່ອຍໃສ່ 3 ໜອງ, ປາທີ່ປ່ອຍມີ: ປາດຸກພັນລັດເຊຍ; ພ້ອມນີ້, ກຳລັງກະກຽມເອົາຂຶ້ນຂາຍເຂົ້າເຮືອນຄົວລວມ ວສປ. ນອກນັ້ກ, ໄດ້ບຸກເບີກເນື້ອທີ່ດິນ ໃຫ້ພະນັກງານ-ຄູອາຈານ ແລະ ນັກສຶກສາ ທໍາການຜະລິດ (ປູກຜັກສະໜອງເຂົ້າເຮືອນຄົວລວມ ວສປ ຈຳນວນ 1-2 ເຮັກຕາ) ແລະ ມີການຈັດແບ່ງໃຫ້ແຕ່ລະຫ້ອງ, ຄະນະວິຊາ, ສູນ, ກອງຮ້ອຍນັກສຶກສາ ເພື່ອທຳການປູກຜັກ, ໂດຍມີການກຳນົດປະເພດຜັກໃຫ້ພາກສ່ວນຕ່າງໆ ຮັບຜິດຊອບປູກ ເພື່ອສະໜອງເຂົ້າເຮືອນຄົວລວມ ວສປ; ໄດ້ກຳນົດເປັນແຜນຄວາມຕ້ອງການຜັກແຕ່ລະຊະນິດ ໃນແຕ່ລະວັນ ເພື່ອໃຫ້ນັກສຶກສາແຕ່ລະກອງຮ້ອຍ, ໝວດ, ໝູ່ ປູກໄປຕາມແຜນໄດ້ກຳນົດ.

ຜ່ານການຈັດຕັ້ງປະຕິບັດ ເຫັນວ່າ: ຍັງຂາດວັກຂາດຕອນຢູ່, ບໍ່ສາມາດປະຕິບັດໄດ້ຕາມແຜນການ.

ສຳລັບອັນເປັນພື້ນຖານ ແມ່ນພວກເຮົາໄດ້ລົງທຶນສ້າງໂຮງງານຜະລິດນໍ້າດື່ມ ຂອງວິທະຍາຄານສັນຕິບານປະຊາຊົນ ສາມາດສ້າງລາຍໄດ້ເຂົ້າ ວປສ ໃນແຕ່ລະປີບໍ່ຫຼຸດ 80 ລ້ານກີບ.

ຜ່ານການຈັດຕັ້ງປະຕິບັດການຄຸ້ມຄອງ, ຕິດຕາມກວດກາລາຍຮັບປະຕູດຽວ ແລະ ການບໍລິການລາຍຮັບ ຢູ່ວິທະຍາຄານສັນຕິບານປະຊາຊົນ ໄດ້ສຳເລັດຂໍ້ຕົກລົງແຕ່ງຕັ້ງ ຄະນະຮັບຜິດຊອບການຄຸ້ມຄອງ ແລະ ຈັດເກັບລາຍຮັບວິຊາການຜ່ານປະຕູດຽວ ຂັ້ນວິທະຍາຄານສັນຕິບານປະຊາຊົນ ສະບັບເລກທີ 258/ວສປ, ລົງວັນທີ 21 ເມສາ 2021; ໃນນັ້ນ, ໄດ້ກຳນົດບັນດາຖານຂໍ້ມູນໃນການຈັດເກັບລາຍຮັບ ຢູ່ວິທະຍາຄານສັນຕິບານປະຊາຊົນ ລວມມີທັງໝົດ 63 ຖານຂໍ້ມູນ ຄື:

  • ຖານຂໍ້ມູນລາຍຮັບ ຈາກການເກັບຄ່າທໍານຽມ ມີ 41 ຖານຂໍ້ມູນ
  • ຖານຂໍ້ມູນລາຍຮັບ ຈາກການເກັບຄ່າບໍລິການ ມີ 20 ຖານຂໍ້ມູນ
  • ຖານຂໍ້ມູນລາຍຮັບ ຈາກການຜະລິດພາຍໃນ ມີ 2 ຖານຂໍ້ມູນ (ຈາກການຜະລິດນໍ້າດື່ມ ແລະ ຜະລິດນໍ້າປະປາ)

ຜ່ານການຈັດຕັ້ງປະຕິບັດ ສາມາດສ້າງລາຍຮັບເຂົ້າ ວສປ ໃນແຕ່ລະປີ ບໍ່ຕໍ່າກວ່າ 200 ລ້ານກີບ, ສາມາດຫຼຸດຜ່ອນພາລະແບກຮັບຂອພັກ-ລັດຖະບານ ກໍຄື ກະຊວງປ້ອງກັນຄວາມສະຫງົບ ຫຼາຍສົມຄວນ.

ສັງລວມແລ້ວ, ການຄົ້ນຄວ້າປັບປຸງ ແລະ ສ້າງບັນດານິຕິກຳຕ່າງໆ ໃນຂົງເຂດວຽກງານພະລາທິການ ກໍຄື ວຽກງານຮັບປະກັນພະລາທິການ ຂອງກຳລັງປ້ອງກັນຄວາມສະຫງົບ ໃຫ້ເປັນລະບົບຄົບຊຸດ, ຖືກຕ້ອງຕາມວຽກງານຕົວຈິງ ຂອງກໍາລັງປ້ອງກັນຄວາມສະຫງົບ ແລະ ສຸມໃສ່ຂຸດຄົ້ນແຫຼ່ງລາຍຮັບ ຈາກການຜະລິດ-ທຸລະກິດ ຂອງວິທະຍາຄານສັນຕິບານປະຊາຊົນ, ສຸມໃສ່ການຜະລິດເປັນສິນຄ້າ ຕາມຄວາມສາມາດທ່າແຮງບົ່ມຊ້ອນ ຕາມຄໍາສັ່ງ ວ່າດ້ວຍ ການສ້າງພະລາທິການກັບທີ່ ຕາມທິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ສະບັບເລກທີ 2146/ ປກສ, ລົງວັນທີ 22 ພະຈິກ 2021 ໃຫ້ປະກົດຜົນເປັນຈິງ.