ກອງບັນຊາການ ປກສ ແຂວງຈໍາປາສັກ ໄດ້ສຸມໃສ່ຕໍ່ກັບການຈັດຕັ້ງຜັນຂະຫຍາຍ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ 2021-2023 ເປັນຕົ້ນແມ່ນການຫັນເອົານິຕິກໍາທີ່ກ່ຽວຂ້ອງກັບ ວາລະແຫ່ງຊາດ ມາເປັນບ່ອນອີງໃນການກໍານົດແຜນວຽກງານຈຸດສຸມຢ່າງລະອຽດ ຈຶ່ງເຮັດໃຫ້ການປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ແຕ່ 2021-2023 ມີຜົນສໍາເລັດໂດຍພື້ນຖານ ແລະ ສາມາດຍາດໄດ້ຜົນງານຫຼາຍດ້ານ.

ພັອ ບຸນສົງ ຈັນທະວົງສັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງຈໍາປາສັກ ໄດ້ໃຫ້ສໍາພາດຕໍ່ນັກຂ່າວກົມສື່ມວນຊົນ ປກສ ວ່າ:

ກອງບັນຊາການ ປກສ ແຂວງຈໍາປາສັກ ໄດ້ເປັນເຈົ້າການຜັນຂະຫຍາຍ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ຢ່າງແຂງແຮງ ແລະ ເປັນຂະບວນການກວ້າງຂວາງ, ເຊິ່ງນັບແຕ່ປີ 2021-2023 ກອງບັນຊາການ ປກສ ແຂວງຈໍາປາສັກ ໄດ້ຫັນມະຕິຄໍາສັ່ງ ແລະ ບັນດານິຕິກໍາຕ່າງໆ ມາຜັນຂະຫຍາຍ ແລະ ກໍານົດເປັນແຜນງານຢ່າງລະອຽດ.

ມີການແບ່ງຄວາມຮັບຜິດຊອບໃຫ້ແຕ່ລະພາກສ່ວນ ນັບຕັ້ງແຕ່ຂັ້ນແຂວງ, ນະຄອນ, ເມືອງ, ກຸ່ມ ແລະ ບ້ານ ໃນທ້ອງຖິ່ນຮາກຖານຢ່າງທົ່ວເຖິງ ເຮັດໃຫ້ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ຢູ່ແຂວງຈໍາປາສັກ ເປັນຂະບວນການກວ້າງຂວາງ ແລະ ສ້າງໄດ້ຜົນງານທີ່ພົ້ນເດັ່ນຫຼາຍດ້ານ ເປັນຕົ້ນແມ່ນ ໄດ້ສຸມໃສ່ໂຄສະນາເຜີຍແຜ່ກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດຢູ່ບັນດາໂຮງຮຽນ, ສະຖາບັນການສຶກສາ, ກຸ່ມບ້ານ ແລະ ພາກສ່ວນຕ່າງໆໄດ້ 140 ກວ່າຄັ້ງ, ມີຜູ້ເຂົ້າຮ່ວມຮັບຟັງ 46.422 ເທື່ອຄົນ.

ພ້ອນນີ້, ຍັງໄດ້ໂຄສະນາຜ່ານທາງໂທລະໂຄງຂອງແຕ່ລະບ້ານ, ຕິດຕັ້ງປ້າຍໂຄສະນາ 818 ປ້າຍ, ສາມາດສ້າງບ້ານປອດຢາເສບຕິດໄດ້ 480 ບ້ານ, ສ້າງບ້ານປ້ອງກັນຄວາມສະຫງົບດີໄດ້ 565 ບ້ານ, ຂຶ້ນບັນຊີເປົ້າໝາຍພົວພັນກັບຢາເສບຕິດໄດ້ 8.303 ຄົນ ຍິງ 292 ຄົນ. ໃນນີ້, ເປົ້າໝາຍຄ້າຂາຍຢາເສບຕິດລາຍໃຫຍ່ 170 ຄົນ ຍິງ 21 ຄົນ, ລາຍຍ່ອຍ 1.301 ຄົນ ຍິງ 89 ຄົນ, ເປົ້າໝາຍເສບ 6.832 ຄົນ ຍິງ 182 ຄົນ.

ສາມາດມ້າງເປົ້າໝາຍໄດ້ທັງໝົດ 5.764 ຄົນ ຍິງ 242 ຄົນ. ໃນນີ້, ເປົ້າໝາຍຄ້າຂາຍລາຍໃຫຍ່ 117 ຄົນ ຍິງ 12 ຄົນ, ລາຍຍ່ອຍ 1.016 ຄົນ ຍິງ 67 ຄົນ ແລະ ເປົ້າໝາຍເສບ 4.631 ຄົນ ຍິງ 163 ຄົນ, ຢຶດຂອງກາງຢາບ້າ 1.952.144 ເມັດ, ຢາໄອສ໌ 277 ກວ່າກິໂລກຼາມ, ໂຄເຄນ 689,52 ກິໂລກຼາມ, ຢາສູບໄຟຟ້າ 120 ອັນ, ໃບກະທ່ອມ 127 ກວ່າກິໂລກຼາມ, ອາວຸດເສິກ 58 ກະບອກ, ລູກປືນ 229 ລູກ, ໝາກແຕກ 1 ໜ່ວຍ ແລະ ເຄື່ອງຂອງກາງທີ່ພົວພັນກັບຄະດີອີກຈໍານວນໜຶ່ງ.

ທ່ານຍັງໃຫ້ຮູ້ຕື່ມອີກວ່າ: ໃນຕໍ່ໜ້າ ຈະໄດ້ສຸມໃສ່ສ້າງຄວາມຮັບຮູ້ໃຫ້ທົ່ວສັງຄົມ ດ້ວຍການສຶກສາອົບຮົມ ແລະ ໂຄສະນາເຜີຍແຜ່ກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ, ປັບປຸງກົງຈັກການຈັດຕັ້ງ ແລະ ຍົກລະດັບຄວາມສາມາດໃນການເຄື່ອນໄຫວເຮັດໜ້າທີ່ຂອງກໍາລັງຕໍາຫຼວດ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນການແກ້ໄຂບັນຫາຢາເສບຕິດ.

ພ້ອມທັງສືບຕໍ່ຍົກສູງປະສິດທິພາບໃນການຄຸ້ມຄອງ, ກໍາແໜ້ນສະພາບການ, ຄົ້ນຄວ້າ, ສືບສວນ-ສອບສວນ, ແກ້ໄຂບັນດາລາຍຄະດີ ຕິດພັນກັບວຽກງານກວດກາ, ຄວບຄຸມສະກັດກັ້ນ ແລະ ຕ້ານຢາເສບຕິດ ໃຫ້ມີປະສິດທິພາບສູງຂຶ້ນກວ່າເກົ່າ ໄປພ້ອມໆກັບການປັບປຸງຂີດຄວາມສາມາດໃນການເຄື່ອນໄຫວເຮັດໜ້າທີ່ຂອງລະບົບການເມືອງແຕ່ລະຂັ້ນ ເພື່ອນໍາພາແກ້ໄຂບັນຫາຢາເສບຕິດທີ່ເກີດຂຶ້ນຢູ່ໃນຄວາມຮັບຜິດຊອບໃນຂັ້ນຂອງຕົນ, ປັບປຸງວຽກງານກໍ່ສ້າງຮາກຖານການເມືອງ ຕາມທິດສາມສ້າງ ແລະ ເພີ່ມທະວີການພົວພັນຮ່ວມມືກັບສາກົນ ເປັນຕົ້ນແມ່ນ ປະເທດທີ່ມີຊາຍແດນຕິດຈອດກັບ ແຂວງຈໍາປາສັກ ເພື່ອເຮັດໃຫ້ວຽກງານສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ ມີປະສິດທິຜົນສູງ.