ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໃນໄລຍະ 1 ປີ (2021-2023) ລັດຖະບານ ກໍຄື ກະຊວງປ້ອງກັນຄວາມສະຫງົບ ໄດ້ເປັນເຈົ້າການເພີ່ມທະວີ, ຍົກລະດັບການນໍາພາ-ຊີ້ນໍາການເຄື່ອນໄຫວພາລະບົດບາດ ເປັນໃຈກາງໃນກາປະສານສົມທົບກັບບັນດາ ກະຊວງ-ອົງການ ແລະ ທ້ອງຖິ່ນ ເພື່ອຈັດຕັ້ງຜັນຂະຫຍາຍໄປຕາມ 3 ຫຼັກການ ຄື: ເດັດຂາດ, ໂປ່ງໃສ, ມືອາຊີບ ໄປຕາມຄໍາຂວັນທີ່ວ່າ: ອັດ 3 ທາງ, ມ້າງ 3 ເປົ້າ, ເປັນເຈົ້າ 3 ຫຼັກ ແລະ ໄປຕາມ 6 ວຽກຈຸດສຸມຂອງວາລະແຫ່ງຊາດ; ຜ່ານການເຄື່ອນໄຫວວຽກງານຕົວຈິງ ໃນໄລຍະເກືອບ 3 ປີ ຜ່ານມາ ສາມາດຍາດເອົາຜົນສໍາເລັດໄດ້ຫຼາຍດ້ານ.

ພົອ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ປະທານຄະນະກໍາມະການແກ້ໄຂບັນຫາຢາເສບຕິດ ລະດັບຊາດ ກ່າວໃນກອງປະຊຸມຄະນະກຳມະການແກ້ໄຂບັນຫາຢາເສບຕິດ ລະດັບຊາດ ຄັ້ງປະຖົມມະລຶກ ເພື່ອປຶກສາຫາລືກ່ຽວກັບ ການກະກຽມຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ 2024-2025 ຈັດຂຶ້ນໃນວັນທີ 10 ມັງກອນ 2024 ວ່າ:

ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໃນໄລຍະຜ່ານມາ ເຖິງວ່າລັດຖະບານ ກໍຄື ກະຊວງປ້ອງກັນຄວາມສະຫງົບ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຄໍາສັ່ງກົມການເມືອງສູນກາງພັກ, ມະຕິຂອງສະພາແຫ່ງຊາດ ແລະ ຄໍາສັ່ງຂອງນາຍົກລັດຖະມົນຕີ ຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບສູງ ແລະ ມີໝາກຜົນສໍາເລັດແລ້ວກໍຕາມ ແຕ່ຍັງປະເຊີນໜ້າກັບສິ່ງທ້າທາຍ, ບົດທົດສອບ, ມີຄວາມຫຍຸ້ງຍາກສັບສົນ ໃນການແກ້ໄຂບັນຫາຢາເສບຕິດ ເປັນຕົ້ນແມ່ນ:

ຄະນະພັກ-ຄະນະນໍາກະຊວງ-ອົງການຂັ້ນສູນກາງ, ອົງການປົກຄອງທ້ອງຖິ່ນ ຍັງບໍ່ທັນໄດ້ຍົກສູງຄວາມເອົາໃຈໃສ່ໃນການນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດວາລະແຫ່ງຊາດ;

ກົດໝາຍ ວ່າດ້ວຍ ຢາເສບຕິດ ສະບັບປັບປຸງ ຍັງບໍ່ທັນເຜີຍແຜ່ໄດ້ຢ່າງກວ້າງຂວາງ ເຮັດໃຫ້ການປະຕິບັດມາດຕະການດ້ານກົດໝາຍຕໍ່ຜູ້ກະທໍາຜິດ ຍັງຈຳກັດ, ບັນດານິຕິກຳຮັບໃຊ້ ວຽກງານໂຄສະນາສຶກສາອົບຮົມ ເຊິ່ງເປັນວຽກບູລິມະສິດໃນວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ຍັງບໍ່ທັນລະອຽດ, ຄົບຖ້ວນເທົ່າທີ່ຄວນ;

ຄວາມຮູ້, ຄວາມສາມາດຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ຍັງຈຳກັດ, ການແກ້ໄຂເປົ້າໝາຍສ່ວນໃຫຍ່ ໄດ້ແຕ່ເປົ້າໝາຍຂົນສົ່ງ, ຊື້-ຂາຍລາຍຍ່ອຍ, ລາຍກາງ, ບໍ່ທັນແກ້ໄດ້ຫົວໂປ່ໂຕການ;

ຂອດການປະສານງານລະຫວ່າງ ກະຊວງກັບກະຊວງ, ກະຊວງ ກັບຂະແໜງການກ່ຽວຂ້ອງ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ເຫັນວ່າບໍ່ທັນກົມກຽວຂາດຄວາມຄ່ອງຕົວ ຍ້ອນແຕ່ລະພາກສ່ວນຍັງບໍ່ທັນແຕ່ງຕັ້ງຜູ້ປະສານງານທີ່ຈະແຈ້ງ;

ການຕອບສະໜອງດ້ານບຸກຄະລາກອນ, ງົບປະມານ, ວັດຖຸອຸປະກອນເຕັກນິກວິຊາສະເພາະ, ພາຫະນະທີ່ຈຳເປັນ ເພື່ອມາຮັບໃຊ້ໃຫ້ແກ່ວາລະແຫ່ງຊາດ ຍັງຊັກຊ້າ, ຍັງບໍ່ທັນທົ່ວເຖິງ ແລະ ດ້ານອື່ນໆຕື່ມອີກ.

ໂອກາດດຽວກັນນີ້, ພົອ ວິໄລ ຫຼ້າຄໍາຟອງ ກໍຍັງໄດ້ຮຽກຮ້ອງມາຍັງ ບັນດາຜູ້ຕາງໜ້າຄະນະກໍາມະການແກ້ໄຂບັນຫາຢາເສບຕິດ ລະດັບຊາດ ທີ່ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ ເອົາໃຈໃສ່ປະກອບຄໍາຄິດຄໍາເຫັນ, ປຶກສາຫາລື, ແລກປ່ຽນບົດຮຽນ, ແລກປ່ຽນເຕັກນິກວິທີການ, ຄວາມຮູ້ ແລະ ສະພາບການບັນຫາຢາເສບຕິດ ໃນຂົງເຂດຂອງຕົນຮັບຜິດຊອບ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ 2024-2025 ໃຫ້ມີປະສິດທິຜົນສູງ.