ພິທີສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງປ້ອງກັນທີ່ຕັ້ງ (10 ມັງກອນ 1994-10 ມັງກອນ 2024) ຄົບຮອບ 30 ປີ ໄດ້ຈັດຂຶ້ນໃນວັນທີ 10 ມັງກອນ 2024, ໂດຍມີ ພົຕ ສົມວັນ ສາຍລ້ອງພາ ຮອງລັດຖະມົນຕີ ກະຊວງ ປກສ, ມີ ພົຈວ ໄຊສີ ແກ້ວສະຫງ່າ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ ພ້ອມດ້ວຍພະນັກງານປະຕິວັດອາວຸໂສ-ບຳນານ, ນາຍ ແລະ ພົນຕໍາຫຼວດ, ແຂກຮັບເຊີນ ເຂົ້າຮ່ວມ.

ການສະຫຼອງໃນຄັ້ງນີ້, ບັນດາທ່ານທີ່ເຂົ້າຮ່ວມ ໄດ້ຮັບຊົມລາຍການສະແດງສິລະປະ-ວັນນະຄະດີ ປະກອບມີ:

ບົດຟ້ອນໃຕ້ຮົ່ມທຸງໄຊ, ບົດເພງຕຳຫຼວດປະຊາຊົນ, ບົດເພງມູນເຊື້ອປ້ອງກັນທີ່ຕັ້ງ, ບົດຟ້ອນສາວງາມແດນຈຳປາ, ລາຍການສະແດງເປົ່າແຄນວົງ, ລຳເຕີ້ຍຊົມເຊີຍອ້າຍຕຳຫຼວດລາວ ແລະ ບົດຟ້ອນມ່ວນຊື່ນໃນສຽງກະໂປະ, ເຊິ່ງສະແດງໂດຍນັກສິລະປະຈາກ ກອງສິລະປະກອນ ປກສ.

ຈາກນັ້ນ, ກໍໄດ້ຮັບຊົມການເດີນສວນສະໜາມຂອງກຳລັງປ້ອງກັນທີ່ຕັ້ງ ປະກອບດ້ວຍບັນດາຄະນະພັກ-ຄະນະບັນຊາກອງບັນຊາການປ້ອງກັນທີ່ຕັ້ງ, ກ້ອນກຳລັງກອງພັນ 205, ກ້ອນກຳລັງກອງພັນ 206, ກ້ອນກຳລັງກອງພັນ 207, ກ້ອນກຳລັງອົງການຈັດຕັ້ງມະຫາຊົນ ພ້ອມທັງຮັບຊົມລາຍການສະແດງລະບຽບບຸກຄົນມືເປົ່າຄົງທີ່-ເຄື່ອນທີ່ແບບຮູບແຖວສະຫຼັບ, ລາຍງານສະແດງວິທີການປ່ຽນຍາມ ແລະ ລາຍການສະແດງມວຍຫັດກາຍ 25, 38 ຈັງຫວະ ຂອງກຳລັງນັກຮຽນຊັ້ນຕົ້ນ ກອງບັນຊາການປ້ອງກັນທີ່ຕັ້ງ ເຊິ່ງສະແດງໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວຄວາມອົດທົນພາກພຽນພະຍາຍາມ, ຄວາມເສຍສະລະ ແລະ ຄວາມສາມັກຄີຮັກແພງຂອງກຳລັງປ້ອງກັນທີ່ຕັ້ງ.

ໂອກາດນີ້, ພົຈວ ໄຊສີ ແກ້ວສະຫງ່າ ກໍໄດ້ກ່າວປາໄສຕໍ່ພິທີສະເຫຼີມສະຫຼອງ ມີບາງຕອນທ່ານໄດ້ກ່າວວ່າ: ກຳລັງປ້ອງກັນທີ່ຕັ້ງ ແມ່ນກຳເນີດເຕີບໃຫຍ່ຂະຫຍາຍຕົວມາຈາກ ກອງພັນ 15 ກອງທັບປົດປ່ອຍປະຊາຊົນລາວ ທີ່ຕິດພັນກັບ ຂະບວນການຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານ ທັງເກົ່າ ແລະ ໃໝ່ ໂດຍເຄື່ອນໄຫວຄຽງຂ້າງກັບສູນກາງພັກ, ກອງທັບປົດປ່ອຍປະຊາຊົນລາວ ແລະ ກຳລັງປ້ອງກັນຄວາມສະຫງົບ ທັງເຮັດໜ້າທີ່ຂົນຂວາຍຮາກຖານປະຕິວັດ ແລະ ປົກປັກຮັກສາໝາກຜົນຂອງການປະຕິວັດ ຈົນເຖິງປັດຈຸບັນ.

ກ່ອນປີ 1971, ກອງພັນດັ່ງກ່າວ ປະຈໍາການຢູ່ສະໜາມຮົບນາດູ, ນາແສ, ປາກຊ່ອງ, ຄໍາແພ, ຄໍາເຟືອງ ແຂວງຄໍາມ່ວນ, ເຮັດໜ້າທີ່ບຸກຕີແນວຫຼັງຂອງສັດຕູ ເພື່ອຕັດກຳລັງ, ທ່ວງດຶງສັດຕູບໍ່ໃຫ້ໄປຊ່ວຍບັ້ນຮົບອື່ນໆ ແລະ ສາມາດຍິງຍົນສັດຕູຕົກຫຼາຍລຳ, ໄດ້ຮັບໄຊຊະນະຫຼາຍບັ້ນຮົບ; ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໂດຍສະເພາະແມ່ນ ການປະຕິບັດຄໍາສັ່ງຂອງສູນກາງແນວລາວຮັກຊາດ ກອງບັນຊາການທະຫານສູງສຸດ ກອງທັບປົດປ່ອຍປະຊາຊົນລາວ ໃນລະຫວ່າງປີ 1971-1972 ກອງພັນ 15 ໄດ້ກະກຽມ ແລະ ເຄື່ອນຍ້າຍກຳລັງພົນຈາກແຂວງຄໍາມ່ວນ ຂຶ້ນໄປເຕົ້າໂຮມຢູ່ເມືອງຊຳເໜືອ ແຂວງຫົວພັນ.

ຫຼັງຈາກນັ້ນ, ພະນັກງານ-ນັກຮົບ ຈຶ່ງໄດ້ຄັດເລືອກເຂົ້າຝຶກອົບຮົມວຽກງານວິຊາສະເພາະ, ສິລະປະຍຸດ-ຍຸດທະວິທີ, ການທະຫານຢູ່ ສສ ຫວຽດນາມ. ມາຮອດວັນທີ 21 ກຸມພາ 1973, ສູນກາງພັກ ຈຶ່ງໄດ້ຕົກລົງເອົາກໍາລັງເຂົ້າປະສົມ 2 ຕົວເມືອງເປັນກາງ (ວຽງຈັນ ແລະ ຫຼວງພະບາງ) ເພື່ອປົກປັກຮັກສາລັດຖະບານປະສົມຊົ່ວຄາວ ຄະນະມົນຕີປະສົມການເມືອງແຫ່ງຊາດ ແລະ ຜູ້ນໍາການປະຕິວັດ.

ຈາກນັ້ນ, ຈຶ່ງໄດ້ປ່ຽນຊື່ຈາກກອງພັນ 15 ກອງທັບປົດປ່ອຍປະຊາຊົນລາວ ມາເປັນ ກອງພັນຕຳຫຼວດ 206. ເຊິ່ງໃນເວລານັ້ນ, ມີໜ້າທີ່ປ້ອງກັນສຳນັກງານ, ອົງການຜູ້ຕາງໜ້າແນວລາວຮັກຊາດ, ສຳນັກງານອົງການຈັດຕັ້ງຕ່າງໆ ແລະ ເຮືອນທ່ານຜູ້ນໍາການປະຕິວັດຢູ່ວຽງຈັນ ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ນາຍົກລັດຖະມົນຕີ ໄດ້ອອກດຳລັດສະບັບເລກທີ 03/ນຍ, ລົງວັນທີ 10 ມັງກອນ 1994 ສ້າງຕັ້ງກອງບັນຊາການຕໍາຫຼວດ ປະກອບອາວຸດຂຶ້ນຢ່າງເປັນທາງການ, ວັນທີ 12 ສິງຫາ 2002 ກອງບັນຊາການຕໍາຫຼວດ ປະກອບອາວຸດ ໄດ້ປ່ຽນຊື່ມາເປັນ ກອງບັນຊາການປ້ອງກັນທີ່ຕັ້ງ ເຖິງປັດຈຸບັນ.