ເພື່ອເປັນການສະເຫຼີມສະຫຼອງການເຕີບໃຫຍ່ຂະຫຍາຍຕົວຂອງ ສະຫະພັນກໍາມະບານລາວ ໃຫ້ມີເນື້ອໃນຢ່າງເລິກເຊິ່ງ, ກວ້າງຂວາງ ທົ່ວສະມາຊິກກໍາມະບານ, ຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າ; ເພຈໜັງສືພິມ ຄວາມສະຫງົບ ຈຶ່ງຂໍນຳເອົາເນື້ອໃນມູນເຊື້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງ ສະຫະພັນກໍາມະບານລາວ, ຊຶ່ງໄດ້ຕີລາຄາຄືນທາດແທ້, ຜົນງານອັນພົ້ນເດັ່ນໃນການເຄື່ອນໄຫວ ແລະ ປະກອບສ່ວນໃນພາລະກິດປະຕິວັດຊາດ, ປະຊາທິປະໄຕ, ປົກປັກຮັກສາ ແລະ ພັດທະນາປະເທດຊາດຂອງສະຫະພັນກໍາມະບານລາວ ໃນຕະຫຼອດໄລຍະ 68 ປີ ມາເຜີຍແຜ່ຜ່ານພາຫະນະສື່ມວນຊົນ ກໍຄື ໜັງສືພິມ ໃຫ້ທຸກຊັ້ນຄົນໃນສັງຄົມ ໂດຍສະເພາະຖັນແຖວກຳລັງປ້ອງກັນຄວາມສະຫງົບໄດ້ອ່ານ ເພື່ອສ້າງຄວາມຮັບຮູ້ຢ່າງເລິກເຊິ່ງ ເຖິງມູນເຊື້ອຂອງວັນສຳຄັນດັ່ງກ່າວ.

ເຊິ່ງມູນເຊື້ອຂອງສະຫະພັນກໍາມະບານລາວ ແມ່ນໄດ້ຮັບການຄົ້ນຄວ້າຂຽນ ແລະ ປັບປຸງໂດຍ ກົມໂຄສະນາອົບຮົມສູນກາງສະຫະພັນກຳມະບານລາວ; ສຳລັບຄຳຂວັນໃນການສະເຫຼີມສະຫຼອງ ຄົບຮອບ 68 ປີ (1 ກຸມພາ 1956 – 1 ກຸມພາ 2024) ແມ່ນມີ 5 ຄຳຂວັນ ເຊິ່ງໜຶ່ງໃນນັ້ນແມ່ນ ຄຳຂວັນທີວ່າ: “ ກຳມະບານລາວ ເຂັ້ມແຂງ, ທັນສະໄໝ, ສາມັກຄີ, ມີວິໄນ ແລະ ນໍ້າໃຈສາກົນກຳມະຊີບ! ”.

ສະຫະພັນກຳມະບານລາວ, ກໍາເນີດມາຈາກການເສຍສະລະຂອງຊາວກຳມະກອນລາວ ທີ່ໃນອະດີດເມື່ອຫຼາຍຮ້ອຍປີກ່ອນ ໄດ້ລຸກຂຶ້ນຕໍ່ສູ້ ບໍ່ຍອມໃຫ້ພວກລ່າເມືອງຂຶ້ນ ມາກົດຂີ່ຂູດຮີດ; ເຊິ່ງມີປະຫວັດແຫ່ງການກໍາເນີດ ຂອງສະຫະພັນກໍາມະບານລາວ ເລີ່ມແຕ່ປີ 1893 ປະເທດລາວຕົກຢູ່ໃຕ້ແອກປົກຄອງຂອງພວກລ່າເມືອງຂຶ້ນຝຣັ່ງ, ພວກເຂົາໄດ້ເຂັ່ນຂ້າປະຊາຊົນ ຜູ້ອອກແຮງງານລາວບັນດາເຜົ່າຢ່າງໂຫດຮ້າຍທາລຸນ ໂດຍສະເພາະພາຍຫຼັງສົງຄາມໂລກຄັ້ງທີ I ພວກເຂົາໄດ້ເພີ່ມທະວີການລົງທຶນເຂົ້າໃສ່ການຂຸດຄົ້ນວັດຖຸດິບ ແລະ ນໍາເອົາສິນຄ້າເຂົ້າມາຂາຍຢູ່ປະເທດຂອງພວກເຮົາ ແລະ ຊາວຕ່າງດ້າວຈໍານວນ ໜຶ່ງກໍໄດ້ລົງທຶນເຂົ້າໃນການດໍາເນີນການທຸລະກິດຕາມແບບນາຍທຶນ, ຊຶ່ງໃນເວລານີ້ພວກເຂົາໄດ້ທຸ້ມເທກໍາລັງແຮງເຂົ້າໃນການຂຸດຄົ້ນແຮ່ກົ່ວຢູ່ບໍ່ໂພນຕິ້ວ ແລະ ບໍ່ແໜ່ງແຂວງຄຳມ່ວນທາງພາກກາງຂອງລາວ, ໂດຍບັງຄັບເກັບເກນເອົາຊາວໄຮ່ນາໄປເປັນກໍາມະກອນຮັບຈ້າງ, ເປັນກຸລີຮັບໃຊ້ເຂົາເຈົ້າຕາມລະດູການ ຫຼື ຈະເອີ້ນວ່າ: ກໍາມະກອນລະດູການ ເພື່ອສະໜອງໃຫ້ແກ່ການຂຸດຄົ້ນບໍ່ແຮ່ຂອງພວກເຂົາ, ຈຶ່ງໄດ້ສ້າງໂຮງຈັກໄຟຟ້າຢູ່ບາງຕົວເມືອງ ແລະ ຕັ້ງບໍລິສັດຂົນສົ່ງທາງນໍ້າ, ສ້າງໂຮງເລື່ອຍໄມ້, ໂຮງສີເຂົ້າ…; ຈາກນັ້ນ, ຈຶ່ງເກີດມີກໍາມະກອນປະຈໍາ ຫຼື ເອີ້ນວ່າ ກຳມະກອນອາຊີບ.

ເຫດການທີ່ກ່າວມານັ້ນ, ຊົນຊັ້ນກໍາມະກອນລາວ ໄດ້ກໍາເນີດ ແລະ ປະກົດຕົວຂຶ້ນໃນເງື່ອນໄຂປະຫວັດສາດທີ່ລະອິດລະອ້ຽວ, ແຕ່ນັ້ນມາຊົນຊັ້ນກໍາມະກອນລາວກໍນັບມື້ມີການຂະຫຍາຍຕົວຂຶ້ນຢ່າງຕໍ່ເນື່ອງ ເປັນແຕ່ລະໄລຍະ.

ໂດຍສະເພາະແມ່ນໄລຍະປີ 1946-1955 ພວກລ່າເມືອງຂຶ້ນຝຣັ່ງໄດ້ກັບຄືນມາຮຸກຮານລາວ ເປັນເທື່ອທີ 2 ໃນ ປີ 1946, ໄລຍະນັ້ນກໍາລັງປະຕິວັດໄດ້ຫັນລົງສູ່ຊົນນະບົດຢ່າງກວ້າງຂວາງ, ຂະບວນກໍາມະກອນໄດ້ຂະຫຍາຍທຸກແຫ່ງຫົນໃນທົ່ວປະເທດ; ເຊິ່ງໃນເວລານີ້ພັກເຮົາໄດ້ຖືເອົາແນວໂຮມແຫ່ງຊາດເປັນການເຕົ້າໂຮມຄວາມສາມັກຄີອັນກວ້າງຂວາງ, ຖືເອົາພັນທະພາບ, ກຳມະກອນ, ຊາວນາ ແລະ ນັກຮຽນຮູ້ປັນຍາຊົນເປັນກຳລັງແຮງພື້ນຖານຂອງພັກໃນການຜັນແຍກລ້ອມປ່ຽວ, ໂຄ່ນລົ້ມສັດ ຕູຂອງຊາດດ້ວຍການນັດຢຸດງານ, ທວງໃຫ້ຂຶ້ນເງິນເດືອນ ແລະ ຫຼຸດຜ່ອນຊົ່ວໂມງເຮັດວຽກ;

ບັນດາສະມາຊິກພັກ, ສະມາຊິກກຳມະບານຮຸ່ນທຳອິດໄດ້ນຳພາຂະບວນການຕໍ່ສູ້ຂອງກຳມະກອນຕ້ານການເສຍສ່ວຍ, ການຈັບກຸມຄຸມຂັງບັນດາຜູ້ນຳຂອງແນວລາວຮັກຊາດ ທີ່ພວກຈັກກະພັດລ່າເມືອງຂຶ້ນ ແລະ ສັກດີນາທ້ອງຖິ່ນໄດ້ກະທຳ, ສາມາດຕໍ່ສູ້ລົບລ້າງລັດທິລ່າເມືອງຂຶ້ນແບບເກົ່າ, ພາຍຫຼັງຈັກກະພັດຝຣັ່ງປະລາໄຊ, ຈັກກະພັດອາເມລິກາໄດ້ນໍາໃຊ້ລັດທິລ່າເມືອງຂຶ້ນແບບໃໝ່ເຂົ້າມາຮຸກຮານ ແລະ ຍຶດຄອງລາວ ໃນປີ 1955 ດ້ວຍການດໍາເນີນສົງຄາມ ” ລ້າງຜານ ” ເພື່ອຕ້ານກັບກົນອຸບາຍອັນໂຫດຮ້າຍປ່າເຖື່ອນຂອງພວກຈັກກະພັດອາເມລິກາ, ມາໃນວັນທີ 22 ມິນາ 1955 ກອງປະຊຸມໃຫຍ່ຄັ້ງທໍາອິດ ຂອງພັກປະຊາຊົນລາວ ໄດ້ໄຂຂຶ້ນຢູ່ທີ່ ບ້ານນາແມວ, ເມືອງວຽງໄຊ, ແຂວງຫົວພັນ.

ເຊິ່ງເປັນເຂດທີ່ໝັ້ນຂອງການປະຕິວັດໃນເວລານັ້ນ ແລະ ໄດ້ເອີ້ນຊື່ວ່າ: ” ພັກປະຊາຊົນລາວ ” ( ພັກປະຊາຊົນ ປະຕິວັດລາວ ໃນບັດຈຸບັນ ) ເຊິ່ງພັກໄດ້ກໍານົດທາດແທ້, ຈຸດຢືນຂອງຕົນແຕ່ຫົວທີແມ່ນພັກຂອງ ” ຊົນຊັ້ນກໍາມະກອນ ຖືລັດທິມາກ-ເລນິນ ເປັນລະບົບແນວຄິດຊີ້ນໍາ-ນໍາພາ ໂດຍຖືເອົາກໍາລັງແຮງມາຈາກມະຫາຊົນ ” ໂດຍພາຍໃຕ້ການຊີ້ນໍາ-ນໍາພາຂອງ ປະທານ ໄກສອນ ພົມວິຫານ ເລຂາທິການໃຫຍ່ ຂອງຄະນະບໍລິຫານງານສູນກາງພັກໃນໄລຍະນັ້ນ.

ໂດຍພາຍໃຕ້ການນໍາພາ-ຊີ້ນຳ ຂອງພັກປະຊາຊົນລາວ (ພັກປະຊາຊົນ ປະຕິວັດລາວ ໃນປັດຈຸບັນ), ມາຮອດວັນທີ 1 ກຸມພາ 1956 ສູນກາງພັກໄດ້ມີມະຕິຕົກລົງສ້າງຕັ້ງຫ້ອງການກໍາມະບານຂຶ້ນຢ່າງເປັນທາງການ, ຢູ່ເຂດທີ່ໝັ້ນແຂວງຫົວພັນ ແລະ ໄດ້ມອບໝາຍໃຫ້ ສະຫາຍ ສີສົມພອນ ລໍວັນໄຊ ເປັນຜູ້ຮັບຜິດຊອບ.

ສ້າງຕັ້ງຂຶ້ນ ເພື່ອຈຸດປະສົງສືບຕໍ່ໂຄສະນາ, ປຸກລະດົມຂົນຂວາຍ, ເຕົ້າໂຮມກໍາມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າ ໃຫ້ມີຄວາມຕື່ນຕົວປະຕິວັດ, ມີນໍ້າໃຈຮັກຊາດ, ມີທັດສະນະຊົນຊັ້ນກໍາມະກອນ, ມີຄວາມຕື່ນຕົວທາງດ້ານຊົນຊັ້ນຢ່າງຈະແຈ້ງ, ເສີມຂະຫຍາຍປະຊາທິປະໄຕ, ມີລະບຽບແບບແຜນ, ເປັນພົນລະເມືອງດີຂອງຊາດ, ສົ່ງເສີມການມີວຽກເຮັດງານທໍາ ແລະ ເປັນຕົວແທນໃຫ້ແກ່ການປົກປ້ອງສິດຜົນປະໂຫຍດອັນຊອບທໍາໃຫ້ແກ່ກໍາມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າ, ກາຍເປັນກໍາລັງແຮງເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ເປັນເຈົ້າການໃນການຕໍ່ສູ້ກູ້ຊາດ, ປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ ຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມ.

ອົງການຈັດຕັ້ງກໍາມະບານລາວ ນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນມາກໍໄດ້ຕັ້ງໜ້າເຄື່ອນໄຫວ, ກໍ່ສ້າງ, ປັບປຸງບູລະນະການຈັດຕັ້ງຂອງຕົນໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ ເປັນແຕ່ລະໄລຍະ.

ໄລຍະປີ 1966-1975 ສູນກາງພັກໄດ້ຕົກລົງປັບປຸງການຈັດຕັ້ງກໍາມະບານລາວຕື່ມອີກ ແລະ ໄດ້ມອບໝາຍໃຫ້ ສະ ຫາຍ ໜູຮັກ ພູມສະຫັວນ ເປັນຜູ້ຮັບຜິດຊອບ, ໂດຍພາຍໃຕ້ການຊີ້ນໍາຂອງສູນກາງພັກ ເພື່ອສືບຕໍ່ປະກອບສ່ວນໃນພາລະ ກິດປະຕິວັດ, ກໍ່ສ້າງເຂດປົດປ່ອຍເປັນລັດໜຶ່ງ, ກຽມທຸກເງື່ອນໄຂ ເພື່ອປົດປ່ອຍປະເທດຊາດຢ່າງສົມບູນ. ໃນເວລານັ້ນ, ພັກໄດ້ເອົາໃຈໃສ່ຊີ້ນໍາກໍ່ສ້າງເສດຖະກິດຢ່າງເປັນລະບົບສ້າງໂຮງຈັກ, ໂຮງງານຈໍານວນໜຶ່ງເຊັ່ນ: ໂຮງງານຕີເຫຼັກ, ໂຮງງານ ຕໍ່າແຜ່ນ, ໂຮງງານປຸງແຕ່ງສະບຽງອາຫານ, ໂຮງພິມ, ໄປສະນີ, ສື່ສານ, ການກໍ່ສ້າງຖະໜົນຫົນທາງ ແລະ ອື່ນໆ.

ອັນໄດ້ເຮັດໃຫ້ກໍາມະກອນນັບມື້ໄດ້ເພີ່ມຂຶ້ນ ອົງການຈັດຕັ້ງກໍາມະບານກໍໄດ້ສ້າງຕັ້ງຮາກຖານຂຶ້ນຢູ່ແຕ່ລະຫົວໜ່ວຍການຜະລິດ, ແຕ່ລະສໍານັກງານອົງການຂອງລັດ, ໂຮງຮຽນ, ໂຮງໝໍ, ໜ້າທີ່ຕົ້ນຕໍຂອງກໍາມະບານຖືເອົາວຽກງານໂຄສະນາສຶກສາອົບຮົມການປະຕິບັດແນວທາງນະໂຍບາຍ ຂອງພັກແຕ່ລະໄລຍະເປັນເນື້ອໃນໃຈກາງຂອງການເຄື່ອນໄຫວ, ສ້າງຂະບວນການຕ່າງໆເຮັດທຸກສິ່ງທຸກຢ່າງ ເພື່ອຮັບໃຊ້ແນວໜ້າ, ຕີເອົາຊະນະສັດຕູ ແລະ ປົກປັກຮັກສາເຂດປົດປ່ອຍໃຫ້ເຂັ້ມແຂງ, ສຶກສາອົບຮົມມະຫາຊົນເຮັດຫຼ້ອນໜ້າທີ່ວິຊາສະເພາະ, ລົງຂົນຂວາຍກໍ່ສ້າງຮາກຖານ, ເຂົ້າຮ່ວມການກໍ່ສ້າງກໍາລັງໃນກົມກອງທ້ອງຖິ່ນຕ່າງໆ, ປຸກລະດົມຂົນຂວາຍຊຸກຍູ້ຂະບວນການຕໍ່ສູ້ ຂອງມະຫາຊົນໃຫ້ເປັນຂະບວນຟົດຟື້ນຢ່າງຕໍ່ເນື່ອງ ໂດຍຍຶດໝັ້ນແນວ ທາງນະໂຍບາຍຂອງພັກຕາມຄຳຂວັນ: “ສັນຕິພາບ, ເອກະລາດ, ປະຊາທິປະໄຕ ແລະ ເອກະພາບ” ເພື່ອນໍາພາການປະຕິວັດຂອງປະເທດເຮົາກ້າວຂຶ້ນ ແລະ ຍາດເອົາໄຊຊະນະຢ່າງສົມບູນໃນທົ່ວປະເທດ ປີ 1975.

ມາຮອດປີ 1982 ເພື່ອກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຜູ້ແທນກໍາມະບານລາວທົ່ວປະເທດ ຄັ້ງທີ I ສູນກາງພັກໄດ້ແຕ່ງຕັ້ງຄະນະຂົນຂວາຍ, ປັບປຸງການຈັດຕັ້ງກໍາມະບານລາວຂຶ້ນ ປະກອບມີ 5 ສະຫາຍ ໂດຍແມ່ນ ສະຫາຍ ສະນັ່ນ ສຸດທິຈັກ ກໍາມະການສູນກາງພັກເປັນປະທານ, ສະຫາຍ ບຸນທໍາຂຸນລັບ ວິເສດອາຄົມ ແລະ ສະຫາຍ ສະຫວ່າງ ຈັນເທພາ ເປັນຮອງຄະນະ;

ຈົນມາຮອດວັນທີ 14-16 ທັນວາ 1983 ກອງປະຊຸມໃຫຍ່ຜູ້ແທນ ກໍາມະບານລາວທົ່ວປະເທດ ຄັ້ງທີ I ໄດ້ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ຢູ່ນະຄອນຫຼວງວຽງຈັນ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມໂດຍ ສະຫາຍ ໄກສອນ ພົມວິຫານ ເຊິ່ງເພິ່ນໄດ້ເນັ້ນໜັກໃຫ້ສະຫະພັນກຳມະບານລາວ “ ຕ້ອງຮີບຮ້ອນກໍ່ສ້າງ, ປັບປຸງການຈັດຕັ້ງ, ຍົກສູງຄວາມສາມາດໃນການເຄື່ອນໄຫວຂອງໝົດລະບົບກຳມະບານ ໂດຍສະເພາະແມ່ນ ເລັ່ງໃສ່ກໍ່ສ້າງ, ປັບປຸງກໍາມະບານຢູ່ຂັ້ນຮາກຖານ ໃຫ້ໜັກແໜ້ນ ເຂັ້ມແຂງ, ເຮັດໃຫ້ທຸກການເຄື່ອນໄຫວວຽກງານກຳມະບານ ເປັນການເຄື່ອນໄຫວຂອງມະຫາຊົນຢ່າງແທ້ຈິງ ”.

ກອງປະຊຸມໃຫຍ່ກໍາມະບານລາວ ທົ່ວປະເທດຄັ້ງທີ I ໄດ້ເລືອກຕັ້ງເອົາຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ຈໍານວນ 21 ສະຫາຍ, ຍິງ 2 ສະຫາຍ ແລະ ໄດ້ເປັນເອກະພາບເລືອກຕັ້ງເອົາ ສະຫາຍ ທິດສ້ອຍ ສົມບັດດວງ ກໍາມະການສໍາຮອງສູນກາງພັກ ເປັນປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ; ສະຫາຍ ສົມບູນ ວົງໜໍ່ບຸນທໍາ ແລະ ສະຫາຍ ຈານສາຍ ນັນທະວົງ ເປັນຮອງປະທານ ແລະ ເລືອກເອົາຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ເປັນຄະນະປະຈໍາ 5 ສະຫາຍ, ຄະນະກວດກາສູນກາງສະຫະພັນກໍາມະບານມີ 7 ສະຫາຍ.

ເຊິ່ງນັບແຕ່ນັ້ນມາເຖິງປັດຈຸບັນ ສະຫະພັນກຳມະບານລາວ ໄດ້ສຳເລັດການນຳເນີນກອງປະຊຸມໃຫຍ່ຜູ້ແທນສະຫະພັນກຳມະບານລາວທົ່ວປະເທດ ມາແລ້ວ 8 ຄັ້ງ ຄື: ຄັ້ງທີ I ປີ 1983, ຄັ້ງທີ II ປີ 1989, ຄັ້ງທີ III ປີ 1993, ຄັ້ງທີ IV ປີ 2000, ຄັ້ງທີ V ປີ 2005, ຄັ້ງທີ VI ປີ 2010, ຄັ້ງທີ VII ປີ 2015 ແລະ ຫຼ້າສຸດແມ່ນຄັ້ງທີ VIII ປີ 2020. ເຊິ່ງການຈັດກອງປະຊຸມແຕ່ລະຄັ້ງແມ່ນໄດ້ຮັບກຽດອັນສູງສົ່ງຈາກການນຳຂັ້ນສູງຂອງ ສປປ ລາວ ມາເຂົ້າຮ່ວມເພື່ອໂອ້ລົມໃຫ້ເຂັມຊີ້ທິດເຍືອງທາງຕໍ່ການພັດທະນາສະຫະພັນກຳມະບານລາວໃນຂອບເຂດທົ່ວປະເທດໃຫ້ມີຄວາມເຂັ້ມແຂງຍິ່ງຂຶ້ນ.

ໂດຍສະເພາະກອງປະຊຸມໃຫຍ່ຄັ້ງຫຼ້າສຸດ ແມ່ນຈັດຂຶ້ນໃນວັນທີ ໃນວັນທີ 3-4 ທັນວາ 2020 ກອງປະຊຸມໃຫຍ່ຜູ້ແທນສະຫະພັນກໍາມະບານລາວ ທົ່ວປະເທດ ຄັ້ງທີ VIII ໄດ້ໄຂຂຶ້ນ ຢູ່ນະຄອນຫຼວງວຽງຈັນ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມໂດຍ ສະຫາຍ ພົນໂທ ແສງນວນ ໄຊຍະລາດ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ໄດ້ໃຫ້ຄຳເຫັນຊີ້ນຳວ່າ:

“ ສະຫະພັນກຳມະບານລາວຈະຕ້ອງໄດ້ສືບຕໍ່ບຸກທະລຸທາງດ້ານຈິນຕະນາການຂອງສະມາຊິກກຳມະບານ, ກຳມະ ກອນ ແລະ ຊາວຜູ້ອອກແຮງງານໃຫ້ແຂງແຮງກວ່າເກົ່າ ໂດຍສ້າງການຫັນປ່ຽນດ້ານແນວຄິດຂອງຜູ້ຜະລິດນ້ອຍ ໄປສູ່ແນວຄິດຂອງຊົນຊັ້ນກຳມະກອນ, ປັບປຸງ ແລະ ຂະຫຍາຍການຈັດຕັ້ງກຳມະບານ ເຂົ້າສູ່ຫົວໜ່ວຍແຮງງານຢ່າງກວ້າງຂວາງ ທັງພາກລັດ ແລະ ເອກະຊົນໂດຍສະເພາະແມ່ນການລົງທຶນ ຂອງຕ່າງປະເທດ ເພື່ອຮັບປະກັນໃຫ້ແກ່ການປົກປ້ອງສິດ ແລະ ຜົນປະໂຫຍດຂອງສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານລາວບັນດາເຜົ່າ ຢ່າງທົ່ວເຖິງ; ພ້ອມກັນນັ້ນ, ກໍໄດ້ຈະຕ້ອງໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງສະຫະພັນກຳມະບານລາວໃຫ້ເປັນຂະບວນການຟົດຟື້ນ ແລະ ມີຄຸນນະພາບ ”.

ກອງປະຊຸມໃຫຍ່ຜູ້ແທນສະຫະພັນກໍາມະບານລາວ ທົ່ວປະເທດ ຄັ້ງທີ VIII ໄດ້ມີຜູ້ແທນເຂົ້າຮ່ວມ ທັງໝົດ 495 ສະຫາຍ ໃນນີ້ມີຜູ້ແທນສົມບູນ ຈຳນວນ 400 ສະຫາຍ, ຍິງ 71 ສະຫາຍ ຊຶ່ງເປັນຕົວແທນໃຫ້ແກ່ສະມາຊິກກໍາມະບານທົ່ວປະເທດ ຈໍານວນ 227.718 ສະຫາຍ, ຍິງ 103.696 ສະຫາຍ.

ຜູ້ແທນກອງປະຊຸມໃຫຍ່ໄດ້ເລືອກເອົາຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ຈຳນວນ 57 ສະຫາຍຍິງ 11 ສະຫາຍ ແລະ ເລືອກເອົາ ສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ເປັນປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ, ເລືອກເອົາ ສະຫາຍ ພອນສານ ວິໄລເມັ້ງ; ສະຫາຍ ນາງ ອາລິຍາວັນ ອັກຄະວົງ ແລະ ສະຫາຍ ວິໄລ ວົງຂະເສີມ ເປັນຮອງປະທານຄະນະບໍລິຫານງານສູນກາງ ສະຫະພັນກຳມະບານລາວ, ເລືອກເອົາ ສະຫາຍ ພອນສານ ວິໄລເມັ້ງ ເປັນປະທານກວດກາ; ຈາກນັ້ນ, ກອງປະຊຸມໄດ້ສະຫຼຸບຕີລາຄາການເຄື່ອນໄຫວວຽກງານ ຂອງສະຫະພັນກໍາມະບານລາວແຕ່ລະຂັ້ນ ແລະ ການປະກອບສ່ວນຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າໃນທົ່ວປະເທດເຊິ່ງສ້າງໄດ້ຜົນງານອັນໃຫຍ່ຫຼວງໃນຫຼາຍດ້ານ.

ຜູ້ແທນກອງປະຊຸມໄດ້ສຸມໃສ່ຄົ້ນຄວ້າ ແລະ ຮັບຮອງທິດທາງແຜນການ 5 ປີ ໃນຕໍ່ໜ້າຊຶ່ງເປັນບາດລ້ຽວອັນສໍາຄັນໃນການນຳພາ-ຊີ້ນຳວຽກງານກຳມະບານ ໂດຍສະເພາະແມ່ນໄດ້ສ້າງແຜນພັດທະນາວຽກງານກໍາມະບານ 5 ປີ ຄັ້ງທີ IV ແຕ່ປີ 2021-2025 ປະກອບດ້ວຍ 9 ແຜນງານ ແລະ 51 ໂຄງການ, ຮັບຮອງເອົາຄໍາຂວັນຂອງກໍາມະບານລາວ ” ກຳມະບານລາວເຂັ້ມແຂງ, ທັນສະໄໝ, ສາມັກຄີ, ມີວິໄນ ແລະ ນໍ້າໃຈສາກົນກໍາມະຊີບ “.
ມາຮອດວັນທີ 9 ຕຸລາ 2023 ກົມການເມືອງສູນກາງພັກໄດ້ແຕ່ງຕັ້ງ ສະຫາຍ ເລັດ ໄຊຍະພອນ ກຳມະການສູນກາງພັກ ມາເປັນ ປະທານຄະນະບໍລິຫານງານສູນກາງ ສະຫະພັນກຳມະບານລາວ.

ນັບແຕ່ມື້ສ້າງຕັ້ງເປັນຕົ້ນມາ ສະຫະພັນກຳມະບານລາວ ກໍໄດ້ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ໄດ້ກຳນົດໄວ້ໃນໂຄງການດຳເນີນງານ ໂດຍໄດ້ກໍ່ສ້າງ, ປັບປຸງກົດລະບຽບ, ລະບົບການຈັດຕັ້ງ, ໂຄງປະກອບບຸກຄະລາກອນ ແບບແຜນວິທີເຮັດວຽກ, ຂະຫຍາຍການຈັດຕັ້ງ ແລະ ສະມາຊິກກຳມະບານຢູ່ໃນແຕ່ລະຂົງເຂດ ເພື່ອໃຫ້ສອດຄ່ອງກັບຄວາມເປັນຈິງ ແລະ ຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນແຕ່ລະໄລຍະ.

ສະຫະພັນກໍາມະບານລາວໄດ້ປະກອບສ່ວນໃນພາລະກິດປະຕິວັດ ເພື່ອກໍ່ສ້າງເຂດປົດປ່ອຍເປັນລັດໜຶ່ງ, ກຽມທຸກເງື່ອນໄຂເພື່ອປົດປ່ອຍປະເທດຊາດຢ່າງສົມບູນ; ໜ້າທີ່ຕົ້ນຕໍ ຂອງກຳມະບານເວລານັ້ນແມ່ນໄດ້ລົງກໍ່ສ້າງຮາກຖານຢູ່ບັນດາຫົວໜ່ວຍແຮງງານຈຳນວນໜຶ່ງເຊັ່ນ: ໂຮງງານຕີເຫຼັກ, ໂຮງງານຕໍ່າແຜ່ນ, ໂຮງງານປຸງແຕ່ງອາຫານ, ໂຮງພິມ, ໄປສະນີ, ການສື່ສານ, ການກໍ່ສ້າງຖະໜົນຫົນທາງ ແລະ ອື່ນໆ ເພື່ອສຸມໃສ່ປຸກລະດົມຂົນຂວາຍ, ຊຸກຍູ້ມະຫາຊົນເຂົ້າຮ່ວມຂະບວນການຕໍ່ສູ້ໃຫ້ເປັນຂະບວນຟົດຟື້ນຢ່າງຕໍ່ເນື່ອງໂດຍຍຶດໝັ້ນຕາມແນວທາງນະໂຍບາຍຂອງພັກທີ່ວ່າ “ສັນຕິພາບ, ເອກະລາດ, ປະຊາທິປະໄຕ ແລະ ເອກະພາບ” ໂດຍໄດ້ມີຜົນງານແຕ່ລະດ້ານດັ່ງນີ້:

1). ໄດ້ຄົ້ນຄວ້າ, ປັບປຸງກົດລະບຽບ ຂອງສະຫະພັນກຳມະບານລາວ; ໄດ້ຮັບຮອງເອົາມື້ສ້າງຕັ້ງສະຫະພັນກຳມະ ບານລາວ; ເນື້ອໃນ, ກາໝາຍຂອງກຳມະບານລາວ; ພ້ອມກັນນັ້ນ, ໄດ້ສຸມໃສ່ກໍ່ສ້າງຊົນຊັ້ນກຳມະກອນ ແລະ ຜູ້ອອກແຮງງານລາວ ໃຫ້ມີຄຸນສົມບັດສິນທຳປະຕິວັດ, ມີສະຕິຮັກຊາດ, ມີຄວາມຮູ້, ຄວາມສາມາດ, ມີຫົວຄິດປະດິດສ້າງ, ມີຄວາມຈົງຮັກພັກດີຕໍ່ຊາດ, ຕໍ່ພັກ ແລະ ພາລະກິດປະຕິວັດ ຂອງປະຊາຊົນລາວບັນດາເຜົ່າ, ຕໍ່ສູ້ກັບສັດຕູທຸກໂຕຢ່າງອົງອາດກ້າຫານ, ເດັດຂາດບໍ່ຍອມຈຳນົນ, ມີຄວາມສາມັກຄີ ກັບ ເພື່ອນຮ່ວມຊາດ ແລະ ເພື່ອນມິດສາກົນ;

2). ໄດ້ຄົ້ນຄວ້າ, ສ້າງ, ແລະ ປັບປຸງ ບັນດານິຕິກຳຕ່າງໆ ເພື່ອຮັບໃຊ້ໃຫ້ແກ່ການເຄື່ອນໄຫວວຽກງານກຳມະບານເປັນ ຕົ້ນ: ໄດ້ສ້າງ ແລະ ປັບປຸງກົດໝາຍວ່າດ້ວຍກຳມະບານລາວນັບແຕ່ປີ 2008 ເປັນຕົ້ນມາ; ຄົ້ນຄວ້າ, ສ້າງ, ປັບປຸງ ແລະ ຮັບ ຮອງເອົາເນື້ອໃນຂໍ້ແຂ່ງຂັນຂອງສະຫະພັນກຳມະບານລາວ; ປັບປຸງພາລະບົດບາດຂອງສະຫະພັນກຳມະບານແຕ່ລະຂັ້ນໃຫ້ແທດເໝາະກັບແຕ່ລະໄລຍະ;

ບັນດານິຕິກຳຕ່າງໆ ທີ່ພົວພັນເຖິງສາຍພົວພັນແຮງງານ, ເອກະສານວ່າດ້ວຍການແບ່ງຂັ້ນຄຸ້ມຄອງໃນການເຄື່ອນໄຫວວຽກງານກຳມະບານ; ນິຕິກໍາກ່ຽວກັບການສ້າງຕັ້ງຫ້ອງການໂຄສະນາໃຫ້ຄຳປຶກສາທາງດ້ານກົດໝາຍໃຫ້ແກ່ຜູ້ອອກແຮງງານໄດ້ 9 ແຂວງ; ຜັນຂະຫຍາຍເອກະສານຍຸດທະສາດການປົກປ້ອງທາງສັງຄົມ ຂອງອົງການຈັດ ຕັ້ງກຳມະບານລາວ;

ຄູ່ມືຝຶກອົບຮົມກ່ຽວກັບວຽກງານກຳມະບານ, ຄູ່ມືສ້າງຄູຝຶກຂອງກຳມະບານ; ໄດ້ປັບປຸງເນື້ອໃນຂໍ້ແຂ່ງ ຂັນ 2 ດີ 5 ເປັນເຈົ້າ ມາເປັນ 5 ເປັນເຈົ້າ ຂອງສະຫະພັນກຳມະບານລາວ ໂດຍຕິດພັນກັບຂໍ້ແຂ່ງຂັນຮັກຊາດ ແລະ ພັດທະ ນາຂອງພັກ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ສະຫະພັນກຳມະບານລາວແຕ່ລະຂັ້ນ.

3). ໄດ້ໂຄສະນາ, ປຸກລະດົມຂົນຂວາຍ, ເຕົ້າໂຮມມະຫາຊົນເຂົ້າເປັນສະມາຊິກກຳມະບານ ບົນພື້ນຖານຄວາມຕື່ນຕົວ ແລະ ສະໝັກໃຈ ໂດຍເນັ້ນໃສ່ທຸກພາກສ່ວນທຸລະກິດ ເພື່ອຮັບປະກັນໃຫ້ແກ່ການປົກປ້ອງສິດ ແລະ ຜົນປະໂຫຍດທາງດ້ານວັດຖຸ ແລະ ຈິດໃຈ; ໄດ້ເອົາໃຈໃສ່ໃນການໂຄສະນາຂະຫຍາຍການຈັດຕັ້ງ ແລະ ສະມາຊິກກຳມະບານໃຫ້ນັບມື້ນັບຫຼາຍຂື້ນ; ໂຄສະນາສ້າງຕັ້ງກອງທຶນຊ່ວຍເຫຼືອຊຶ່ງກັນ ແລະ ກັນ ຂອງສະຫະພັນກຳມະບານໃນແຕ່ລະຂັ້ນນັບມື້ເພີ່ມຂຶ້ນທາງດ້ານທຶນ ແລະ ຈຳນວນ ເປັນການສ້າງພື້ນຖານທາງດ້ານເສດຖະກິດ ຂອງກຳມະບານຕາມທ່າແຮງ ຂອງແຕ່ລະກົມກອງ, ທ້ອງ ຖິ່ນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການເຄື່ອນໄຫວວຽກງານກຳມະບານໃນຂອບເຂດທົ່ວປະເທດ, ປັດຈຸບັນມີກອງທຶນຈຳນວນ 34 ກອງທຶນ, ມີສະມາຊິກກອງທຶນຈຳນວນ 162.516 ສະຫາຍ, ມີເງິນກອງທຶນທັງໝົດ 45 ຕື້ກວ່າກີບ;

ເຊິ່ງສະແດງໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວ ແລະ ຄວາມເຂັ້ມແຂງຂອງວຽກງານກອງທຶນຊ່ວຍເຫຼືອຊຶ່ງກັນ ແລະ ກັນ ຂອງອົງການຈັດຕັ້ງກຳມະບານລາວ. ໄດ້ປຸກລະດົມ, ສຶກສາອົບຮົມສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານໃຫ້ມີຄວາມສາມັກ ຄີປອງດອງໃຫ້ເປັນປຶກແຜ່ນ, ຮັກເຊື້ອແພງຊາດ, ມີຄວາມຕື່ນຕົວ, ມີສະຕິຮັກຊາດ ຕິດພັນກັບການປະຕິ ບັດລະບຽບກົດໝາຍ; ໃນນີ້, ແມ່ນໄດ້ເລັ່ງໃສ່ຈັດຕັ້ງປະຕິບັດມະຕິ 05 ຂອງກົມການເມືອງສູນກາງພັກ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການຈັດຕັ້ງມະຫາຊົນໃນໄລຍະໃໝ່ ໃຫ້ມີຜົນສຳເລັດ ແລະ ຄຸນນະພາບສູງຂຶ້ນ;

4). ໄດ້ໂຄສະນາຜ່ານສື່ສິ່ງພິມ ແລະ ເອເລັກໂຕນິກ ເປັນຕົ້ນ: ຜະລິດໜັງສືພິມແຮງງານ, ສ້າງມາແກັດວາລະສານກຳມະບານສະບັບພິເສດ ແລະ ປົກກະຕິ, ຜະລິດລາຍການວິທະຍຸ, ຜະລິດລາຍການໂທລະພາບ, ຜະລິດສື່ອອນລາຍ ປະຕິທິນກໍາມະບານ, ພ້ອມດຽວກັນນີ້ ຍັງມີສະຫະພັນກຳມະບານແຂວງ ໄດ້ຜະລິດລາຍການວິທະຍຸ 13 ແຂວງ, ໂທລະພາບ 1 ແຂວງ ແລະ ສະຫະພັນກຳມະບານແຂວງ, ນະຄອນ ແລະ ເມືອງ ສາມາດຜະລິດສື່ອອນລາຍ ຂອງຕົນເປັນປົກກະຕິ;

5). ສະຫະພັນກໍາມະບານລາວໄດ້ປັບປຸງ ການຈັດຕັ້ງຂອງຕົນເປັນແຕ່ລະໄລຍະ, ຂະຫຍາຍການຈັດຕັ້ງ ແລະ ສະມາ ຊິກກໍາມະບານເຂົ້າສູ່ຂົງເຂດວິສາຫະກິດຂອງລັດ ແລະ ຫົວໜ່ວຍແຮງງານເອກະຊົນ, ເປັນຫົວຈັກຫຼັກແຫຼ່ງໃຫ້ແກ່ຂະບວນກຳມະກອນ ແລະ ຜູ້ອອກແຮງງານ; ການຈັດຕັ້ງກຳມະບານໄດ້ຮັບການຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ;

ພ້ອມກັນນັ້ນ, ກໍໄດ້ວາງທິດທາງແຜນການໃຫ້ສອດຄ່ອງກັບແນວທາງປ່ຽນແປງໃໝ່ຮອບດ້ານ ຕາມຫຼັກການຂອງພັກ; ປັບ ປຸງພາລະບົດບາດ, ສິດ, ໜ້າທີ່ຂອງກຳມະບານໃຫ້ສອດຄອ່ງກັບສະພາບຄວາມເປັນຈິງຂອງປະເທດໃນໄລຍະໃໝ່; ໄດ້ບໍາລຸງ-ກໍ່ສ້າງທິດສະດີວຽກງານກຳມະບານ, ຍົກລະດັບສີມືແຮງງານ ແລະ ພັດທະນາວິຊາອາຊີບໃຫ້ແກ່ພະນັກງານກຳມະບານອາຊີບ, ເຄິ່ງອາຊີບ, ສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານລາວບັນດາເຜົ່າ ໃຫ້ມີຄວາມເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.

6). ສະຫະພັນກຳມະບານລາວໄດ້ເປັນຕົວແທນໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳໃຫ້ແກ່ສະມາ ຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານລາວຢ່າງແທ້ຈິງເປັນຕົ້ນ: ໄດ້ເຂົ້າຮ່ວມການໄກ່ເກ່ຍແກ້ໄຂຂໍ້ຂັດແຍ່ງດ້ານແຮງງານ ແລະ ໄດ້ທວງຄ່າແຮງງານໃຫ້ຜູ້ອອກແຮງງານ; ນັບແຕ່ປີ 1991 ສະຫະພັນກຳມະບານລາວໄດ້ຄົ້ນຄວ້າ ແລະ ນຳສະເໜີປັບປຸງຄ່າແຮງງານຂັ້ນຕໍ່າຂອງກຳມະກອນ ແລະ ຜູ້ອອກແຮງງານ; ມາຮອດປັດຈຸບັນໄດ້ຮັບການປັບປຸງຄ່າແຮງງານຂັ້ນຕໍ່າ ໄດ້ທັງໝົດ 10 ຄັ້ງ ຈາກ 26.000 ກີບ ຂຶ້ນມາເປັນ 1.600.000 ກີບ, ເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 1 ຕຸລາ 2023 ເປັນຕົ້ນມາ;

7). ໄດ້ສະເໜີ ແລະ ເປີດນຳໃຊ້ເບີສາຍດ່ວນ ຂອງສະຫະພັນກຳມະບານລາວ 1512 ແລະ ຕິດຕັ້ງຕູ້ເກັບກໍາຫາງສຽງຈາກສັງຄົມ ຢູ່ 3 ຈຸດ ໃນນະຄອນຫຼວງວຽງຈັນ ເພື່ອຊ່ວຍເຫຼືອ,ໃຫ້ຄໍາປຶກສາທາງດ້ານກົດໝາຍ ແລະ ແກ້ໄຂຂໍ້ຂັດແຍ່ງແຮງງານ ເກັບກຳສະພາບແນວຄິດ, ຄວາມຫຍຸ້ງຍາກ ແລະ ການຖືກເອົາລັດເອົາປຽບດ້ານຄ່າແຮງງານ ແລະ ບັນຫາອື່ນໆຂອງສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານ.

8). ໄດ້ເອົາໃຈໃສ່ຊີ້ນຳ ໃນການເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຄະນະກວດກາກຳມະບານ ແຕ່ລະຂັ້ນ ໃນການປະຕິບັດກົດໝາຍ, ກົດລະບຽບ, ມະຕິກອງປະຊຸມໃຫຍ່ຜູ້ແທນກຳມະບານລາວ, ແຜນພັດທະນາວຽກງານກຳມະບານລາວ ແຕ່ລະຄັ້ງ, ກວດກາການນຳໃຊ້ງົບປະມານ, ຊັບສິນຂອງລັດ, ເງິນບຳລຸງ, ເງິນກອງທຶນ ແລະ ແຫຼ່ງລາຍຮັບອື່ນໆ ຂອງສະຫະພັນກໍາມະບານລາວ;

9). ສະຫະພັນກຳມະບານລາວແຕ່ລະຂັ້ນໄດ້ຕັ້ງໜ້າຈັດຕັ້ງປະຕິບັດວຽກງານການຕ່າງປະເທດຕາມແນວທາງການຕ່າງ ປະເທດຂອງພັກ, ໄດ້ພົວພັນຮ່ວມມືກັບກຳມະບານປະເທດເພື່ອນມິດຍຸດທະສາດ, ເພື່ອນມິດສາກົນ, ອົງການຈັດຕັ້ງສາ ກົນ; ໄດ້ມີການພົວພັນຮ່ວມມືກັບຂະແໜງການທີ່ກ່ຽວຂ້ອງ, ແລກປ່ຽນຄະນະຜູ້ແທນຂັ້ນສູງ, ແລກປ່ຽນບົດຮຽນຂັ້ນວິຊາການໄປຝຶກອົບຮົມ, ຍົກລະດັບໄລຍະສັ້ນ ແລະ ໄລຍະຍາວຢູ່ບັນດາປະເທດເພື່ອມິດຍຸດທະສາດ, ສະຫະພັນກຳມະບານກະ ຊວງອົງການນະຄອນຫຼວງ ແລະ ກໍໄດ້ພັວພັນຮ່ວມມືກັບບັນດາແຂວງແຮກສ່ຽວ ແລະ ອົງການຈັດຕັ້ງສາກົນເພື່ອຍາດແຍ່ງທາງດ້ານວິຊາການ ແລະ ທຶນຮອນມາພັດທະນາວຽກງານກຳມະບານ.
ສຳລັບທິດທາງໃນການພັດທະນາວຽກງານກຳມະບານລາວໃນຕໍ່ໜ້າ ມີດັ່ງນີ້:

+ ທິດທາງລວມ

ສະຫະພັນກໍາມະບານແຕ່ລະຂັ້ນຕ້ອງສືບຕໍ່ຢຶດໝັ້ນ ແລະ ປະຕິບັດຕາມແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກ ການຂອງພັກຢ່າງໜັກແໜ້ນ, ເອົາໃຈໃສ່ປະຕິບັດໃຫ້ບັນລຸຈຸດປະສົງ, ເປົ້າໝາຍມະຕິກອງປະຊຸມໃຫຍ່ຜູ້ແທນກໍາມະບານລາວທົ່ວປະເທດ ຄັ້ງທີ VIII ແລະ ສອດຄ່ອງກັບມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງ ຄົມ 5 ປີ ແຫ່ງຊາດ ຄັ້ງທີ IX, ມະຕິກອງປະຊຸມໃຫຍ່ຜູ້ແທນກໍາມະບານລາວທົ່ວປະເທດ ຄັ້ງທີ VIII, ແຜນພັດທະນາວຽກງານກໍາມະບານ 5 ປີຄັ້ງທີ IV ຈະເປັນບ່ອນອີງໃນການເຄື່ອນໄຫວວຽກງານກໍາມະບານແຕ່ຂັ້ນໃຫ້ມີຄວາມເປັນເອກະພາບແຕ່ສູນກາງລົງຮອດຮາກຖານໃນຂອບເຂດທົ່ວປະເທດ; ເພື່ອຈັດຕັ້ງຜັນຂະຫຍາຍບັນດາມະຕິທີ່ກ່າວມາຂ້າງເທິງໃຫ້ມີຜົນສໍາເລັດ ສະຫະພັນກໍາມະບານແຕ່ລະຂັ້ນຕ້ອງໄດ້ເອົາໃຈໃສ່ບາງບັນຫາຕົ້ນຕໍດັ່ງນີ້:

1). ເພີ່ມທະວີການໂຄສະນາສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານຮັບຮູ້, ເຊື່ອມຊຶມແນວທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ເສີມຂະຫຍາຍຄຸນລັກສະນະດີເລີດຂອງຊົນຊັ້ນກຳມະກອນ, ມີນໍ້າໃຈຮັກຊາດ, ມີລະບຽບວິໄນໃນການອອກແຮງງານ, ມີຄວາມຕື່ນຕົວທາງດ້ານການເມືອງ, ມີຄວາມຮູ້, ຄວາມສາມາດທາງດ້ານວິທະຍາສາດ-ເຕັກໂນໂລຊີ, ປະຕິບັດພາລະບົດບາດ, ສິດ, ໜ້າທີ່ ແລະ ພັນທະຂອງຕົນ; ເຕົ້້າໂຮມຄວາມສາມັກຄີ, ປຸກລະດົມຂົນຂວາຍສະມາຊິກກຳມະບານ, ກໍາມະກອນ ແລະ ຜູ້ອອກແຮງງານລາວປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ;

2). ເຊີດຊູບົດບາດ ແລະ ປັບປຸງການຈັດຕັ້ງກຳມະບານແຕ່ລະຂັ້ນ ໃຫ້ມີຄວາມເຂັ້ມແຂງ ເພື່ອປຸກລະດົມຂົນຂວາຍກຳມະກອນ, ຜູ້ອອກແຮງງານ ເຂົ້້າຢູ່ໃນການຈັດຕັ້ງກໍາມະບານໃຫ້ຫຼາຍຂຶ້ນກວ່າເກົ່າ, ໂດຍສະເພາະແມ່ນເຂົ້້າສູ່ຫົວໜ່ວຍແຮງງານເອກະຊົນ ກໍຄືການລົງທຶນຂອງຕ່າງປະເທດບ່ອນທີ່ ບໍ່ທັນມີອົງການຈັດຕັ້ງກໍາມະບານໃຫ້ນັບມື້ກວ້າງຂວາງ;

3). ເພີ່ມທະວີການບໍາລຸງ, ກໍ່ສ້າງ, ຍົກລະດັບຄວາມຮູ້ ກ່ຽວກັບວຽກງານກໍາມະບານ ແລະ ຄວາມຮູ້ວິທະຍາສາດອື່ນໆ ໃຫ້ແກ່ພະນັກງານກໍາມະບານອາຊີບ, ເຄິ່ງອາຊີບຢູ່ພາຍໃນ ແລະ ສົ່ງໄປຍົກລະດັບຢູ່ຕ່າງປະເທດ. ສະມາຊິກກຳມະ ບານ, ກຳມະກອນຕ້ອງເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງ, ສ້າງແບບແຜນດໍາລົງຊີວິດທີ່ປອດໃສ ແລະ ຮໍ່າຮຽນຄຸນລັກສະນະດີເລີດຂອງຊົນຊັ້ນກໍາມະກອນລາວ;

4). ຕັ້ງໜ້າຫັນລົງຮາກຖານເພື່ອປັບປຸງການຈັດຕັ້ງກໍາມະບານໃຫ້ໜັກແໜ້ນເຂັ້ມແຂງໂດຍຕິດພັນກັບ 4 ເນື້ອໃນ 4 ຄາດໝາຍທີ່ພັກໄດ້ກໍານົດໄວ້, ຊຸກຍູ້ ແລະ ປັບປຸງການຈັດຕັ້ງກໍາມະບານອາຊີບ, ເຄິ່ງອາຊີບຕາມຂະແໜງການ, ກົງຈັກ ແລະ ໂຄງປະກອບບຸກຄະລາກອນຂອງກໍາມະບານແຕ່ລະຂັ້ນໃຫ້ພຽງພໍ, ສັບຊ້ອນຕໍາແໜ່ງງານຄືນໃໝ່ໃຫ້ສອດຄ່ອງກັບໜ້າທີ່ວຽກງານປັບປຸງແບບແຜນການນຳພາ, ແບບແຜນວິທີເຮັດວຽກຂອງຄະນະນໍາກໍາມະບານແຕ່ລະຂັ້ນຢ່າງປະດິດສ້າງ;

5). ສະຫະພັນກໍາມະບານລາວທຸກຂັ້ນຕ້ອງເອົາໃຈໃສ່ກໍ່ສ້າງ, ບໍາລຸງກໍາມະກອນໃຫ້ມີພູມປັນຍາ, ມີຄວາມຮູ້, ຄວາມສາມາດ, ມີເຕັກນິກວິທະຍາສາດອັນໃໝ່ໃຫ້ນັບມື້ນັບຫຼາຍຂຶ້ນ, ຊຸກຍູ້ຜູ້ໃຊ້ແຮງງານເອົາໃຈໃສ່ສ້າງ ແລະ ຍົກລະດັບສີມືແຮງງານໃຫ້ແກ່ກໍາມະກອນນັບມື້ມີຄຸນນະພາບສູງຂຶ້ນ, ສາມາດຮັບຮອງການເຊື່ອມໂຍງກັບສາກົນ ໃນການພັດທະນາເສດຖະກິດ-ສັງຄົມ, ກໍ່ສ້າງກໍາມະກອນ ແລະ ຜູ້ອອກແຮງງານໃຫ້ກາຍເປັນກໍາລັງແຮງງານ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ;

6). ເພີ່ມທະວີໃນການຊຸກຍູ້, ຕິດຕາມການສ້າງສັນຍາແຮງງານບຸກຄົນ, ສັນຍາແຮງງານລວມໝູ່ ຢູ່ບັນດາຫົວ ໜ່ວຍແຮງງານເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງສະມາຊິກກຳມະບານ, ກໍາມະກອນ ແລະ ຜູ້ອອກແຮງ ງານ, ຊຸກຍູ້ການປະຕິບັດພັນທະຕ່າງໆ ລະຫວ່າງ ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານຢ່າງຖືກຕ້ອງຕາມກົດໝາຍ;

7). ເພີ່ມທະວີການປຸກລະດົມຂົນຂວາຍ, ສ້າງຕັ້ງ ແລະ ຂະຫຍາຍວຽກງານກອງທຶນຊ່ວຍເຫຼືອຊຶ່ງກັນ ແລະ ກັນ ຂອງສະຫະພັນກໍາມະບານລາວໃຫ້ນັບມື້ເຕີບໃຫ່ຍເຂັ້ມແຂງ, ສາມາດຫັນເປັນທຶນໝູນວຽນເຂົ້າໃນການຜະລິດໃຫ້ກາຍ ເປັນສິນຄ້າສ້າງເສດຖະກິດຄອບຄົວ ເພື່ອພັດທະນາຄຸນນະພາບຊີວິດການເປັນຢູ່ຂອງພະນັກງານ, ສະມາຊິກກຳມະບານ, ກຳ ມະກອນ ແລະ ຜູ້ອອກແຮງງານໃຫ້ດີຂຶ້ນ;

8). ປຸກລະດົມຂະບວນການແຂ່ງຂັນ 5 ເປັນເຈົ້າ ຂອງສະຫະພັນກຳມະບານລາວ ຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາ, ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຕິດພັນກັບວຽກງານວິຊາສະເພາະຂອງສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານໃຫ້ເປັນຂະບວນການຟົດຟື້ນກ້ວາງຂວາງ;

9). ເພີ່ມທະວີໃນການເຄື່ອນໄຫວວຽກງານ, ຕິດຕາມ, ກວດກາກຳມະບານໃນແຕ່ລະຂັ້ນ ຢ່າງມີແຜນການ ແລະ ຮັບປະກັນຄຸນນະພາບ. ເປັນເຈົ້າການເຂົ້າຮ່ວມແກ້ໄຂປະກົດການຍໍ້ທໍ້ຕ່າງໆໃນຖັນແຖວສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກ ແຮງງານ, ປະກອບສ່ວນເຂົ້າໃນການປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ອະນຸລັກ ແລະ ເສີມຂະຫຍາຍວັດທະນາະທໍາອັນດີງາມຂອງຊາດລາວເຮົາ;

10). ເພີ່ມທະວີການພົວພັນ, ຮ່ວມມືກັບການຈັດຕັ້ງກໍາມະບານປະເທດເພື່ອນມິດຍຸດທະສາດ, ເພື່ອນມິດສາກົນກໍາມະບານປະເທດຕ່າງໆ ແລະ ອົງການຈັດຕັ້ງສາກົນໃຫ້ນັບມື້ກວ້າງຂວາງຕາມແນວທາງການຕ່າງປະເທດຂອງພັກ.

ເພື່ອຜັນຂະຫຍາຍເນື້ອໃນຄຳຂວັນ ກຳມະບານລາວເຂັ້ມແຂງ ທັນສະໄໝ ສາມັກຄີ ມີວິໄນ ນຳ້ໃຈສາກົນກຳມະຊີບຂອງສະຫະພັນກຳມະບານລາວ ແລະ ເຮັດສໍາເລັດທິດທາງແຜນການ, ຄາດໝາຍສູ້ຊົນໃນການຈັດຕັ້ງປະຕິບັດມະຕິກອງປະ ຊຸມໃຫຍ່ຜູ້ແທນກໍາມະບານລາວ ທົ່ວປະເທດ ຄັ້ງທີ VIII, ແຜນພັດທະນາວຽກງານກໍາມະບານລາວ 5 ປີ ຄັ້ງທີ IV ແລະ ມະຕິກອງປະຊຸມຄົບຄະນະກາງສະໄໝຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ສະໄໝທີ VIII ສະຫະພັນກຳມະ ບານແຕ່ລະຂັ້ນຕ້ອງສຸມໃສ່ 9 ແຜນງານ, 51 ໂຄງການ ທີ່ກອງປະຊຸມໃຫຍ່ຜູ້ແທນກໍາມະບານລາວ ທົ່ວປະເທດ ຄັ້ງທີ VIII ໄດ້ຮັບຮອງດັ່ງນີ້:

  • ແຜນງານທີ 1: ພັດທະນາວຽກງານໂຄສະນາສຶກສາອົບຮົມ ປະກອບມີ 7 ໂຄງການ;
  • ແຜນງານທີ 2: ພັດທະນາວຽກງານຂ່າວສານຂອງກຳມະບານລາວ ປະກອບມີ 6 ໂຄງການ;
  • ແຜນງານທີ 3: ສ້າງຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງ ແລະ ບຸກຄະລາກອນ ມີ 5 ໂຄງການ;
  • ແຜນງານທີ 4: ປົກປ້ອງສິດ ຜົນປະໂຫຍດ ຂອງສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານ ປະກອບມີ 7 ໂຄງການ;
  • ແຜນງານທີ 5: ສ້າງຄວາມເຂັ້ມແຂງວຽກງານຄຸ້ມຄອງບໍລິຫານ ຂອງກຳມະບານ ປະກອບມີ 6 ໂຄງການ;
  • ແຜນງານທີ 6: ຍົກສູງຄຸນນະພາບວຽກງານຂະບວນການ ຂອງສະຫະພັນກຳມະບານລາວ ປະກອບມີ 4 ໂຄງການ;
  • ແຜນງານທີ 7: ພັດທະນາຊັບພະຍາກອນ ຂອງສະຫະພັນກຳມະບານລາວ ປະກອບມີ 7 ໂຄງການ;
  • ແຜນງານທີ 8: ພັດທະນາການພົວພັນຮ່ວມມືກັບຕ່າງປະເທດ ປະກອບມີ 4 ໂຄງການ;
  • ແຜນງານທີ 9: ສ້າງຄວາມເຂັ້ມແຂງວຽກງານກວດກາກຳມະບານລາວ ປະກອບມີ 5 ໂຄງການ.

ຄໍາຂວັນ

  1. ນໍ້າໃຈວັນທີ 1 ກຸມພາ ໝັ້ນຍືນ !
  2. ຂໍ່ານັບຊົມເຊີຍວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 68 ປີ ຢ່າງສຸດໃຈ !
  3. ອອກແຮງແຂ່ງຂັນສ້າງຜົນງານຂໍ່ານັບຮັບຕ້ອນວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 68 ປີ !
  4. ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຜູ້ແທນສະຫະພັນກໍາມະບານລາວທົ່ວປະເທດ ຄັ້ງທີ VIII ໃຫ້ປະກົດຜົນເປັນຈິງ
  5. ກຳມະບານລາວ ເຂັ້ມແຂງ, ທັນສະໄໝ, ສາມັກຄີ, ມີວິໄນ ແລະ ນໍ້າໃຈສາກົນກຳມະຊີບ !