ໃນ 1 ເດືອນຜ່ານມາ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ແລະ ກອງບັນຊາການ 9 ຕົວເມືອງ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ຢ່າງເປັນຂະບວນຟົດຟື້ນ ແລະ ມີຜົນສໍາເລັດ ສະແດງອອກຄື: ສາມາດມ້າງຄະດີຢາເສບຕິດໄດ້ 97 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 225 ຄົນ ຍິງ 42 ຄົນ, ຢຶດຂອງກາງປະເພດຢາບ້າໄດ້ 114.858 ເມັດ, ຢາໄອສ໌ 11 ກິໂລກຣາມ ກັບ 75 ຖົງນ້ອຍ.

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ທົ່ວນະຄອນຫຼວງວຽງຈັນ ປະຈໍາເດືອນຕຸລາ 2023 ໄດ້ຈັດຂຶ້ນໃນວັນທີ 3 ພະຈິກ 2023 ທີ່ກອງບັນຊາການ ປກສ ເມືອງໄຊທານີ, ເປັນປະທານໂດຍ ພັທ ບຸນມີ ແກ້ວພົມມາ ຮອງຫົວໜ້າຫ້ອງຕໍາຫຼວດ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ມີ ພັທ ຈັນເພັງ ແກ້ວປະເສີດ ຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ, ມີຄະນະພັກ-ຄະນະກອງບັນຊາການ ປກສ 9 ຕົວເມືອງ, ປກສ ກຸ່ມ ແລະ ຄະນະຮັບຜິດຊອບ ເຂົ້າຮ່ວມ.

+ ພັທ ເພັດມາລີ ຂັນທະລັດ ຫົວໜ້າພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງໄຊທານີ ໄດ້ຜ່ານບົດສະຫຼຸບໃຫ້ຮູ້ວ່າ:

ໃນ 1 ເດືອນຜ່ານມາ, ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ແລະ ກອງບັນຊາການ 9 ຕົວເມືອງ ໄດ້ລົງເຄື່ອນໄຫວໂຄສະນາ, ສຶກສາອົບຮົມ ແລະ ເຮັດບົດບັນທຶກສັນຍາກັບຫົວໜ່ວຍທຸລະກິດ ໄດ້ດັ່ງນີ້: ປກສ ເມືອງຈັນທະບູລີ ໄດ້ລົງເຄື່ອນໄຫວສຶກສາອົບຮົມເປົ້າໝາຍຢາເສບຕິດໄດ້ 1 ຄັ້ງ ມີເປົ້າມາຍເຂົ້າຮ່ວມ 10 ຄົນ ຍິງ 1 ຄົນ.

ປກສ ເມືອງສີໂຄດຕະບອງ ໄດ້ສົມທົບກັບ ປກສ ກຸ່ມໜອງໜ້ຽວ ແລະ ອົງການປົກຄອງບ້ານຈັນສະຫວ່າງ ລົງໂຄສະນາຜົນຮ້າຍໄພອັນຕະລາຍຂອງປາເສບຕິດ ແລະ ເຜີຍແຜ່ລະບຽບກົດໝາຍ ວາດ້ວຍ ຢາເສບຕິດ ໃຫ້ນ້ອງນັກຮຽນຢູ່ທີ່ໂຮງຮຽນ ມສ ຈັນສະຫວ່າງ ມີຈຳນວນນັກຮຽນເຂົ້າຮ່ວມທັງໝົດ 1.872 ຄົນ ຍິງ 985 ຄົນ. ນອກນີ້, ຍັງໄດ້ສົມທົບກັບ ບກສ ກຸ່ມໜອງດ້ວງ ແລະ ອົງການປົກຄອງບ້ານ ພາຍໃນກຸ່ມໜອງດ້ວງ ລົງເຮັດບົດບັນທຶກສັນຍາກັບຫົວໜ່ວຍທຸລະກິດຮ້ານເກມອອນລາຍ ຈຳນວນ 11 ຮ້ານ.

ປກສ ເມືອງສີສັດຕະນາກ ໄດ້ລົງໂຄສະນາເຜີຍແຜ່ຜົນຮ້າຍໄພອັນຕະລາຍຂອງຢາເສບຕິດ ໃຫ້ແກ່ຫົວໜ່ວຍທຸລະກິດ, ວຽງຈັນເຊັນເຕີ ແລະ ໂຮງຮຽນປັນຍາທິບ ມີຜູ້ເຂົ້າຮ່ວມ 492 ຄົນ ຍິງ 198 ຄົນ. ພ້ອມນີ້, ກໍຍັງໄດ້ເຮັດບົດບັນທຶກສັນຍາກັບຫົວໜ່ວຍທຸລະກິດ ຢູ່ວຽງຈັນເຊັນເຕີ ແລະ ໂຮງຮຽນ ຄວສ ເພື່ອຮ່ວມກັນສະກັດກັ້ນ ແລະ ຕ້ານຢາເສບຕິດ.

ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ໄດ້ລົງສົມທົບກັບ ພະແນກສາຫາລະນະສຸກ ເມືອງຫາດຊາຍຟອງ ເພື່ອໂຄສະນາເຜີຍແຜ່ຜົນຮ້າຍໄພອັນຕະລາຍຂອງຢາເສບຕິດໃຫ້ໂຮງຮຽນ ມສ ສາລະຄຳ ແລະ ມສ ສິມມະໂນ ມີຜູ້ເຂົ້າຮ່ວມທັງໝົດ 1.155 ຄົນ ຍິງ 682 ຄົນ.

ນອກຈາກນີ້, ຍັງໄດ້ສຳເລັດການຈັດພິທີສະເຫຼີມສະຫຼອງ ວັນແຫ່ງຊາດຕ້ານຢາເສບຕິດ 12 ຕຸລາ 2023 ຄົບຮອບ 22 ປີ (12 ຕຸລາ 2001-12 ຕຸລາ 2023) ແລະ ໄດ້ຈຸດທໍາລາຍຢາເສບຕິດທີ່ສານຕັດສິນໃຊ້ໄດ້ຢ່າງເດັດຂາດແລ້ວ ຈໍານວນ 628 ກິໂລກຼາມ, ຢາສູບໄຟຟ້າ 320 ອັນ ແລະ ຢາສູບທີ່ນໍາເຂົ້າທີ່ບໍ່ຖືກຕ້ອງ ຈຳນວນ 442 ແກັດ ເທົ່າກັບ 7.241 ກິໂລກຼາມ.

ວຽກງານສະກັດກັ້ນ ແລະ ປາບປາມຢາເສບຕິດ ສາມາດມ້າງຄະດີຢາເສບຕິດໄດ້ 97 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 225 ຄົນ ຍິງ 42 ຄົນ, ຢຶດຂອງກາງປະເພດຢາບ້າໄດ້ 114.858 ເມັດ, ຢາໄອສ໌ 11 ກິໂລກຼາມ ກັບ 75 ຖົງນ້ອຍ, ເຮໂຣອິນ 10,3 ກິໂລກຼາມ ກັບ 3 ຖົງນ້ອຍ, ຢາອີ 71 ເມັດ, ຄໍລາເຈັນ 10 ຊອງ, ກາເຟປາຕີ້ 24 ຊອງ, ບັ້ງແກັດ 14 ບັ້ງ, ປູມເປົ້າ 242 ໜ່ວຍ, ປືນສັ້ນ 3 ກະບອກ, ໂທລະສັບ 14 ໜ່ວຍ, ລົດຈັກ 3 ຄັນ ແລະ ວັດຖຸຂອງກາງອື່ນໆອີກຈໍານວນໜຶ່ງ.