ໃນໂອກາດທີ່ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ຄະນະປະຈໍາສະພາແຫ່ງຊາດ ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ກາງສະໄໝ 5 ປີ (2021-2025), ທິດທາງແຜນການທ້າຍສະໄໝ ຮອດປີ 2025, ການເຄື່ອນໄຫວວຽກງານ ປີ 2023 ແລະ ແຜນການ ປະຈໍາປີ 2024, ເຊິ່ງທ່ານໄດ້ໃຫ້ຮູ້ວ່າ:

ຄະນະປະຈໍາສະພາແຫ່ງຊາດ ເຫັນດີຕໍ່ທິດທາງແຜນການ ທ້າຍສະໄໝ ຮອດປີ 2025 ແລະ ແຜນການ ປະຈໍາປີ 2024 ຂອງລັດຖະບານ ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດດັ່ງກ່າວ ສະເໜີບາງມາດຕະການເພີ່ມເຕີມ ດັ່ງນີ້:

1). ສືບຕໍ່ປະຕິບັດທິດທາງລວມ, ເປົ້າໝາຍລວມ ແລະ ແຜນວຽກຈຸດສຸມຂອງລັດຖະບານ ຕາມທີ່ໄດ້ກໍານົດໄວ້ໃນມະຕິກອງປະຊຸມສະພາແຫ່ງຊາດ ໃຫ້ປະກົດຜົນເປັນຈິງ, ມີປະສິດທິພາບ ແລະ ປະສິດທິຜົນ ແລະ ປະຕິບັດຕາມຈິດໃຈຂອງກອງປະຊຸມສູນກາງພັກ ທີ່ຫາກໍປິດລົງໃນອາທິດກ່ອນ.

2). ສູ້ຊົນຮັກສາສະຖຽນລະພາບທາງດ້ານການເງິນ-ເງິນຕາ ໂດຍມີການປະສານສົມທົບຢ່າງແໜ້ນແຟ້ນ ລະຫວ່າງ ນະໂຍບາຍການເງິນ, ເງິນຕາ, ການຜະລິດ, ການຄ້າ ແລະ ຈິດຕະສາດດ້ານສັງຄົມ; ຄວບຄຸມອັດຕາເງິນເຟີ້ສະເລ່ຍ ໃຫ້ຢູ່ໃນລະດັບ 1 ໂຕເລກ, ຄຸ້ມຄອງອັດຕາແລກປ່ຽນ ຢູ່ໃນລະດັບບໍ່ສ້າງແຮງກົດດັນຕໍ່ອັດຕາເງິນເຟີ້.

ສູ້ຊົນໃຫ້ປະລິມານເງິນ M2 ຂະຫຍາຍຕົວສອດຄ່ອງກັບລະດັບດຸນຍະພາບການຂະຫຍາຍຕົວຂອງເສດຖະກິດ; ເອົາໃຈໃສ່ເພີ່ມຄັງສໍາຮອງເງິນຕາຕ່າງປະເທດ ໃຫ້ສາມາດກຸ້ມການນໍາເຂົ້າບໍ່ຫຼຸດ 5 ເດືອນ ແລະ ຄຸ້ມຄອງລາຍຮັບເງິນຕາຈາກການສົ່ງອອກ ແລະ ການນໍາເຂົ້າທຶນຈົດທະບຽນຂອງການລົງທຶນຕ່າງປະເທດ ໃຫ້ຜ່ານລະບົບທະນາຄານ ໃຫ້ໄດ້ 60% ຂຶ້ນໄປ.

3). ສູ້ຊົນໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວເພີ່ມຂຶ້ນ ສະເລ່ຍ 4% ຂຶ້ນໄປຕໍ່ປີ ແລະ ເຮັດໃຫ້ GDP ຕໍ່ຫົວຄົນ ບັນລຸໄດ້ຕາມຄາດໝາຍ, ຮັບປະກັນໃຫ້ ຂະແໜງບໍລິການ ກວມອັດຕາສ່ວນຫຼາຍໃນໂຄງປະກອບເສດຖະກິດ.

 4). ສືບຕໍ່ສູ້ຊົນປະຕິບັດຕາມທິດທາງລວມ ແລະ ຄາດໝາຍທີ່ກໍານົດໄວ້ ໃນແຜນພັດທະນາຂະແໜງການເງິນແຫ່ງລັດ ໂດຍໃຫ້ມີການຫັນປ່ຽນ ແລະ ບຸກທະລຸໃນຂົງເຂດຈັດເກັບລາຍຮັບ ແລະ ຫັນເປັນທັນສະໄໝຢ່າງແຂງແຮງ, ໂດຍສະເພາະສູ້ຊົນເກັບລາຍຮັບເຂົ້າງົບປະມານໃຫ້ເກີນດຸນ ໃຫ້ໄດ້ 18% ຂອງ GDP ຂຶ້ນໄປ.

5). ຂົງເຂດວັດທະນະທໍາ-ສັງຄົມ ສຸມໃສ່ປັບປຸງຄຸນນະພາບລະບົບການຮຽນ-ການສອນ ໃຫ້ຕອບສະໜອງກັບຄວາມຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມ, ສາມາດເຊື່ອມໂຍງ, ແຂ່ງຂັນກັບພາກພື້ນ ແລະ ສາກົນ, ຈັດຕັ້ງປະຕິບັດນະໂຍບາຍ ແລະ ມາດຕະການ ໃນການແກ້ໄຂການຂາດແຄນຄູ ແລະ ຄູສອນ ລວມທັງການແກ້ໄຂການປະລະການຮຽນ ໃຫ້ປະກົດຜົນເປັນຈິງ, ຫັນການສຶກສາເປັນດີຈີຕອນເທື່ອລະກ້າວ.

ຈັດຕັ້ງປະຕິບັດວຽກງານສົ່ງເສີມສຸຂະພາບ, ການປ້ອງກັນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດຕິດຕໍ່, ຍົກສູງຄຸນນະພາບການປິ່ນປົວໃຫ້ໄດ້ມາດຕະຖານ ລວມທັງຈັນຍາບັນ-ຈັນຍາທໍາຂອງບຸກຄະລາກອນສາທາລະນະສຸກ, ຊຸກຍູ້ສົ່ງເສີມການຄົ້ນຄວ້າການແພດ ແລະ ການຢາພື້ນເມືອງ.

ປັບປຸງກອງທຶນປະກັນສຸຂະພາບ ແລະ ກອງທຶນປະກັນສັງຄົມ ໃຫ້ມີປະສິດທິຜົນ, ຝຶກ ແລະ ພັດທະນາສີມືແຮງງານ ລະຫວ່າງພາກສ່ວນຕ່າງໆໃຫ້ມີຄວາມກົມກຽວ ແລະ ໄດ້ມາດຕະຖານສາກົນ, ຄຸ້ມຄອງ, ດັດສົມແຮງງານໃຫ້ສົມດຸນ ແລະ ມີຄວາມຍືນຍົງ.

ສ້າງຜະລິດຕະພັນການທ່ອງທ່ຽວ ໃຫ້ມີຄວາມຫຼາກຫຼາຍ, ໄດ້ມາດຕະຖານ, ໂຄສະນາ ແລະ ຊຸກຍູ້ສົ່ງເສີມການທ່ອງທ່ຽວ ໃນການເປີດປີທ່ອງທ່ຽວລາວ 2024 ໃຫ້ມີປະສິດທິຜົນ, ເອົາໃຈໃສ່ປະຕິບັດບັນດາຄາດໝາຍດ້ານບົດບາດຍິງ-ຊາຍ ໃຫ້ປະກົດຜົນເປັນຈິງ.

6). ເອົາໃຈໃສ່ຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໂດຍສະເພາະສືບຕໍ່ສູ້ຊົນໃຫ້ເນື້ອທີ່ປ່າໄມ້ ກວມ 70% ຂອງເນື້ອທີ່ທົ່ວປະເທດ ໃນປີ 2025, ຊຸກຍູ້ສົ່ງເສີມການຟື້ນຟູປ່າໄມ້ ໃຫ້ໄດ້ 1.800.000 ເຮັກຕາ ແລະ ປູກໄມ້ໃຫ້ໄດ້ 200.000 ເຮັກຕາ, ປ້ອງກັນ ແລະ ສະກັດກັ້ນການບຸກລຸກທໍາລາຍປ່າໄມ້, ໄຟໄໝ້ປ່າ ແລະ ໄພທໍາມະຊາດໃຫ້ທັນການ, ສືບຕໍ່ໂຄງການອອກໃບຕາດິນ ຕາມຄວາມສາມາດຕົວຈິງຂອງງົບປະມານ.

7). ຟື້ນຟູພື້ນຖານໂຄງລ່າງທີ່ຖືກເປ່ເພ ຈາກໄພທໍາມະຊາດ ແລະ ສືບຕໍ່ການກໍ່ສ້າງປັບປຸງເສັ້ນທາງ ໃຫ້ໄດ້ຄຸນນະພາບ, ຖືກຕ້ອງຕາມມາດຕະຖານເຕັກນິກ ແລະ ໃຫ້ສໍາເລັດຕາມແຜນທີ່ກໍານົດໄວ້, ພ້ອມທັງປັບປຸງລະບົບຂົນສົ່ງຕ່າງໆໃຫ້ມີຄວາມວ່ອງໄວ, ທັນສະໄໝ, ສາມາດແຂ່ງຂັນກັບພາກພື້ນ ແລະ ສາກົນ.

ເອົາໃຈໃສ່ຜັນຂະຫຍາຍວຽກງານ ການຫັນເປັນທັນສະໄໝໃຫ້ກວ້າງຂວາງ ໄປຄຽງຄູ່ກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດດີຈີຕອນ ໃຫ້ປະກົດຜົນເປັນຈິງ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ.

8). ກໍານົດມາດຕະການທີ່ເໝາະສົມ ໃນການສືບຕໍ່ຈັດຕັ້ງປະຕິບັດຄາດໝາຍ ໃນຂົງເຂດພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ ແລະ ການຄຸ້ມຄອງບໍລິຫານລັດ ໃຫ້ບັນລຸຕາມແຜນການທີ່ວາງໄວ້.

9). ທິດທາງການລົງທຶນຂອງລັດ ໃນໄລຍະທ້າຍສະໄໝ ແລະ ແຜນການປີ 2024 ຄວນຈະສຸມໃສ່ແກ້ໄຂໄພພິບັດ, ຟື້ນຟູພື້ນຖານໂຄງລ່າງທີ່ເປ່ເພ, ຈັດສັນ 10% ຂອງງົບປະມານ ໃສ່ການລົງທຶນປ້ອງກັນຕາຝັ່ງເຈື່ອນ, ນໍາໃຊ້ເງິນເກີນແຜນຂອງທ້ອງຖິ່ນ, ສຸມໃສ່ແກ້ໄຂໜີ້ສິນ ແລະ ສໍາເລັດໂຄງການທີ່ຍັງສືບຕໍ່ປະຕິບັດ, ສະເໜີໃຫ້ມີການລົງທຶນໃສ່ຂະແໜງສຶກສາ, ສາທາ ແລະ ວັດທະນະທໍາ-ສັງຄົມ ຕື່ມໃນຂອບເຂດ ຄືສົກປີ 2023, ຈໍາກັດໂຄງການສະເໜີໃໝ່ ແລ້ວໃຫ້ນໍາສະເໜີບັນຊີໂຄງການລົງທຶນຂອງລັດ ຕໍ່ກອງປະຊຸມສະໄໝສາມັນຄັ້ງນີ້ ເພື່ອພິຈາລະນາຮັບຮອງໃຫ້ທັນຈັດຕັ້ງປະຕິບັດ ໃນວັນທີ 1 ມັງກອນ 2024.