ການສ້າງເສດຖະກິດຄອບຄົວ ແມ່ນມີຫຼາຍຮູບແບບ ຖ້າຫາກມີອຸດົມການທີ່ຊັດເຈນ ແລະ ມີຫົວຄິດປະດິດສ້າງ, ມີຄວາມມຸ່ງໝັ້ນ, ກ້າຕັດສິນໃຈ, ກ້າລົງມືເຮັດ ແລະ ການບໍລິຫານເວລາແຕ່ລະມື້ ໃຫ້ເໝາະສົມກັບວຽກທີ່ຈະລົງທຶນເຮັດ ເພາະວ່າການຜະລິດເປັນສິນຄ້າ ແມ່ນທາງເລືອກຂອງການສ້າງເສດຖະກິດຄອບຄົວ ເຊິ່ງຈະນຳພາຄອບຄົວກ້າວໄປສູ່ຄວາມຢູ່ດີກິນດີ, ຮັ່ງມີຜາສຸກ ແລະ ປະສົບຜົນສຳເລັດໄດ້ຄືດັ່ງຄອບຄົວຂອງ ທ່ານ ມອນ ແສງສະຫວ່າງ ພະນັກງານລັດ ສັງກັດຢູ່ສະຖາບັນພັດທະນາການບໍລິຫານການສຶກສາ ກະຊວງສຶກສາທິການ ແລະ ກິລາ.

ທ່ານ ມອນ ແສງສະຫວ່າງ ໃຫ້ສຳພາດ ວ່າ:

ປັດຈຸບັນອາຍຸ 39 ປີ ຢູ່ບ້ານໂຄກໃຫຍ່ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ຕົນເອງມີຄວາມຮັກ-ມັກໃນດ້ານກະສິກຳປູກຝັງຢູ່ແລ້ວ ເຊິ່ງມີພື້ນຖານ, ມີສາຍເລືອດມາແຕ່ພໍ່ເຖົ້າແມ່ເຖົ້າ ກໍເລີຍເຮັດໃຫ້ຕົນເອງຕັດສິນໃຈລົງມືປູກໝາກອາງຸ່ນ ໃນປີ 2015-2016 ລອງຜິດລອງຖືກ, ແຕ່ສຸດທ້າຍບໍ່ເຫັນຜົນຕອບຮັບ ແຕ່ບໍ່ໄດ້ທໍ້ຖອຍ ແລະ ໄດ້ຊີມໝາກເມລອນ ທີ່ເອົາມາແຕ່ປະເທດໄທ ເຫັນວ່າມີລົດຊາດຫວານ ແລະ ມີຊັບພະຄຸນຕໍ່ສຸຂະພາບ ແລະ ຮ່າງກາຍຫຼາຍຢ່າງ ຈຶ່ງຫັນມາປູກໝາກເມລອນ ແລະ ເຫັນຄວາມໄປໄດ້ ຈຶ່ງຕັດສິນໃຈໄປຝຶກອົບຮົມຢູ່ປະເທດໄທ ເປັນເວລາ 2 ປີ ທຽວໄປສະເພາະວັນພັກລັດຖະການ (ວັນເສົາ-ວັນອາທິດ) ດ້ວຍທຶນຮອນທີ່ຕົນເອງເກັບທ້ອນມາ.

ໃນປີ 2017, ໄດ້ເລີ່ມລົງມືປູກ 1 ໂຮງເຮືອນແບບຈິງຈັງ, ລົງທຶນໃນເບື້ອງຕົ້ນແມ່ນ 30 ລ້ານກວ່າກີບ ແລະ ໄດ້ຂະຫຍາຍເນື້ອທີ່ອອກຕື່ມ. ໃນປັດຈຸບັນ, ມີເນື້ອທີ່ທັງໝົດ 1 ໄລ່, 6 ໂຮງເຮືອນ, ປູກໝາກເມລອນ ມີ 2 ສາຍພັນ ຄື: ສາຍພັນສຸບາລີ ແລະ ສາຍພັນບາລະມີ, ປູກໝາກເລັ່ນ (ສາຍພັນໂຮນລັງ), ປູກໝາກໂມບໍ່ມີແກ່ນໃຈແດງ (ສາຍພັນແຮັບປີພີມມີລີ); ໝາກເມລອນ ປີໜຶ່ງສາມາດປູກໄດ້ 3 ງວດ, 400 ກິໂລຕໍ່ງວດຕໍ່ໂຮງເຮືອນ.

ຈຸດພິເສດຂອງໝາກເມລອນ ສວນລິສາ ແມ່ນເນັ້ນການປູກແບບທຳມະຊາດ, ປອດສານເຄມີ, ລົດຊາດຫວານ, ວິທີບົວລະບັດຮັກສາ ແມ່ນໃຊ້ຄວາມລະອຽດອ່ອນ, ພິຖີພິຖັນ, ຕ້ອງປູກໃນໂຮງເຮືອນເທົ່ານັ້ນ, ໃນການເບິ່ງແຍງ ເປັນຕົ້ນແມ່ນໃສ່ຝຸ່ນ 2 ຊະນິດ ຄື: ຝຸ່ນຄອກທີ່ຜະລິດເອງ, ຝຸ່ນ AB ສາມມື້ໃສ່ເທື່ອໜຶ່ງ.

ໝາກເມລອນ ລາຄາແມ່ນ 40.000 ກີບຕໍ່ກິໂລ, ໝາກເລັ່ນ 60.000 ກີບຕໍ່ກິໂລ, ລາຍຮັບສະເລ່ຍ 100 ກວ່າລ້ານກີບຕໍ່ປີ, ເຊິ່ງການຈໍາໜ່າຍ ແມ່ນມີຕົວແທນມາຮັບຊື້ກັບທີ່ເລີຍ, ຂາຍແບບອັອບລາຍ ແລະ ແບບອອນລາຍ ໂດຍມີຊື່ເພກວ່າ: ສວນລິສາ.

ທ່ານ ມອນ ແສງສະຫວ່າງ ໃຫ້ຮູ້ຕື່ມອີກວ່າ: ການໃຊ້ເວລາວ່າງຈາກມື້ພັກລັດຖະການ ກໍຄື ວັນເສົາ-ວັນອາທິດ ເຊື່ອວ່າທຸກຄົນເຮັດໄດ້ຖ້າມີໃຈຮັກໃນອາຊີບເສີມນັ້ນໆ. ສໍາລັບແຜນໃນຕໍ່ໜ້າ ຈະສືບຕໍ່ອະນຸລັກສວນລິສາຕໍ່ໄປເລື້ອຍໆ ແລະ ຖ້າມີໂອກາດກໍຈະຂະຫຍາຍໂຮງເຮືອນອອກເພີ່ມເຕີມ.

ໃນຕອນທ້າຍ, ທ່ານກໍຍັງໄດ້ກ່າວສະແດງຄວາມຂອບໃຈມາຍັງການນຳພັກ-ລັດ, ຂໍໃຫ້ການນໍາທຸກທົ່ວໜ້າ ຕະຫຼອດຮອດພະນັກງານ-ລັດຖະກອນ ແລະ ພໍ່-ແມ່ປະຊາຊົນ ຈົ່ງມີແຕ່ຄວາມຜາສຸກຕະຫຼອດໄປ.