ວັນທີ່ 13 ທັນວາ 2023ທີ່ ສຳນັກງານໃຫຍ່ ກຸ່ມບໍລິສັດ ເອັສເຄເອັສ ຈຳກັດ, ບ້ານ ອະນຸເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ, ໄດ້ມີພິທີເຊັນສັນຍາຮ່ວມທຸລະກິດ (MOA) ວ່າດ້ວຍ ການຮ່ວມມື ການບໍລິການ ທີ່ປຶກສາດ້ານກົດໝາຍ ລະຫວ່າງ ບໍລິສັດ ໄລອ໋ອນ ທີ່ປຶກສາດ້ານກົດໝາຍ ຈຳກັດຜູ້ດຽວ ແລະ ບໍລິສັດ ເອັສເຄເອັສ ຟີທແມັດ ທີ່ປຶກສາ ຈຳກັດຜູ້ດຽວ. ໂດຍມີທີ່ປຶກສາກິດຕິມະສັກ, ຜູ້ອຳນວຍການ, ຜູ້ຈັດການ ແລະ ພະນັກງານ ຂອງທັງສອງ ບໍລິສັດ ເຂົ້າຮ່ວມ.

ທ່ານ ສີໄພວັນ ໂພທິສັດ ປະທານບໍລິສັດ ໄລອ໋ອນ ທີ່ປຶກສາດ້ານກົດໝາຍ ຈຳກັດຜູ້ດຽວ ໄດ້ກ່າວຈຸດປະສົງ ແລະ ເປົ້າໝາຍ ຂອງການຮ່ວມມືກັນໃນຄັ້ງນີ້ ແມ່ນເພື່ອແນ່ໃສການໃຫ້ຄຳປຶກສາດ້ານກົດໝາຍແກ່ບັນດາບຸກຄົນ, ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະ ແມ່ນຜູ້ທີ່ອັບປະໂຫຍດ ແລະ ບໍ່ໄດ້ຮັບຄວາມເປັນທຳ. ເຊິ່ງຂົງເຂດການໃຫ້ບໍລິການ ປະກອບດວ້ຍ: ການບໍລິການໃຫ້ຄຳປຶກສາດ້ານກົດໝາຍ, ການບໍລິການຮັບວ່າຄວາມ, ການບໍລິການວ່າຄວາມຢູ່ສານໃນຄະດີການຄ້າ, ຄະດີແພ່ງ, ຄະດີອາຍາ ແລະ ແກ້ໄຂຂໍ້ຂັດແຍ່ງທາງດ້ານ ເສດຖະກິດຕ່າງໆ. ນອກຈາກນັ້ນແລ້ວ, ທາງບໍລິສັດ ກໍ່ຍັງໃຫ້ບໍລິການທີ່ປຶກສາ ການບໍລິການໃຫ້ຄຳປຶກສາດ້ານການສ້າງຕັ້ງ ແລະ ການດຳເນີນທຸລະກິດ ແລະ ການບໍລິການໃຫ້ຄຳປຶກສາດ້ານການຕະຫຼາດ ອີກດ້ວຍ.

ໃນໂອກາດນີ້, ທ່ານ ນາງ ກິ່ງດາວ ສີຫາປັນຍາ ປະທານບໍລິສັດ ເອັສເຄເອັສ ຟີທແມັດ ທີ່ປຶກສາຈຳກັດຜູ້ດຽວ ໄດ້ສະແດງຄວາມຂອບໃຈຢ່າງສູງ ມາຍັງ ບໍລິສັດ ໄລອ໋ອນ ບໍລິການທີ່ປຶກສາ ຈຳກັດຜູ້ດຽວ ທີ່ໄດ້ເຫັນຄວາມສຳຄັນ ແລະ ໃວ້ວາງໃຈ ໃຫ້ບໍລິສັດເອັສເຄເອັສ ຟີທແມັດ ທີ່ປຶກສາຈຳກັດຜູ້ດຽວ ເປັນຄູ່ຮ່ວມທຸລະກິດ ດ້ານດັ່ງກ່າວນີ້. ເຊື່ອໜັ້ນວ່າ ການຮ່ວມມືໃນຄັ້ງນີ້ ຈະນຳມາເຊິ່ງຜົນສຳເລັດອັນຍິ່ງໃຫຍ່ ແລະ ຈະເລີນກ້າວໜ້າ ມາສູ່ທັງສອງບໍລິສັດ ໃນອະນາຄົດ.

ໃນພິທີ, ທັງສອງຝ່າຍ ກໍໄດ້ລົງລາຍເຊັນ ສັນຍາຄູ່ຮ່ວມທຸລະກິດ ພ້ອມກັບເປັນສັກຂີພະຍານໂດຍ ແຂກທີ່ມີກຽດທັງສອງຝ່າຍ.

ບໍລິສັດ ໄລອ໋ອນ ທີ່ປຶກສາດ້ານກົດໝາຍ ແມ່ນສ້າງຕັ້ງຂື້ນ ແລະ ຖືຮຸ້ນໂດຍ ຄົນລາວ 100% ເຊິ່ງມີສໍານັກງານໃຫຍ່ຕັ້ງຢູ່: ຖະໜົນ ສາມແສນໄທ, ບ້ານ ອະນຸ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ ໂດຍຈະເປີດໃຫ້ບໍລິການຕັ້ງແຕ່ ວັນທີ 1 ມັງກອນ 2024 ເປັນໄປ.