ກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໃນໄລຍະ 3 ປີ (2021-2023) ແລະ ທິດທາງແຜນການ ຮອດປີ 2025 ໄດ້ຈັດຂຶ້ນໃນວັນທີ 13 ທັນວາ 2023 ທີ່ສະໂມສອນ ກະຊວງ ປກສ, ພາຍໃຕ້ການເປັນປະທານຂອງ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງ ປກສ, ໂດຍມີເຈົ້າແຂວງ, ຮອງເຈົ້າແຂວງ, ບັນດາທ່ານການນໍາຂັ້ນສູງຈາກກະຊວງຕ່າງໆທີ່ກ່ຽວຂ້ອງ, ການນຳຂັ້ນສູງ ກະຊວງ ປກສ, ຫົວໜ້າກົມ-ຮອງກົມ ອ້ອມຂ້າງກະຊວງ ແລະ ບັນດາ ປກສ ແຂວງ ເຂົ້າຮ່ວມ.

ພົອ ວິໄລ ຫຼ້າຄຳຟອງ ກ່າວເປີດກອງປະຊຸມວ່າ:

ສປປ ລາວ ໄດ້ເປີດກວ້າງກັບພາກພື້ນ ແລະ ສາກົນ ໄປຕາມທິດເຊື່ອມໂຍງ, ເຊື່ອມຈອດກັບບັນດາປະເທດ ເຊິ່ງເປັນເງື່ອນໄຂໃຫ້ ສປປ ລາວ ກາຍເປັນທາງຜ່ານຂອງການລັກລອບຄ້າຂາຍ, ຂົນສົ່ງຢາເສບຕິດ ແລະ ສານເຄມີຕົ້ນທີ່ເປັນສ່ວນປະສົມໃນການຜະລິດຢາເສບຕິດ.

ສະພາບບັນຫາຢາເສບຕິດ ຢູ່ ສປປ ລາວ ໄດ້ແຜ່ລະບາດເປັນວົງກວ້າງ ແຕ່ຕົວເມືອງໄປສູ່ຊົນນະບົດ ໃນຫຼາຍລະດັບທີ່ແຕກຕ່າງກັນ, ໄດ້ກາຍເປັນສາເຫດພາໃຫ້ເກີດບັນຫາປະກົດການຫຍໍ້ທໍ້ ແລະ ອາຊະຍາກໍາປະເພດຕ່າງໆ, ຈໍານວນຄະດີຢາເສບຕິດ, ຜູ້ຖືກຫາ, ນັກໂທດ, ຜູ້ຕິດຢາເສບຕິດ ແລະ ຈໍານວນຢາເສບຕິດແຕ່ລະປະເພດທີ່ຢຶດ ແລະ ຈັບໄດ້ ເພີ່ມຂຶ້ນຢ່າງໜ້າເປັນຫ່ວງໃນແຕ່ລະປີ.

ເລ່ຫຼ່ຽມການເຄື່ອນໄຫວຂົນສົ່ງ, ຄ້າຂາຍ ແລະ ຜະລິດຢາເສບຕິດ ມີລັກສະນະເລິກແລບແນບນຽນ ດ້ວຍຫຼາຍວິທີການ-ຮູບການທີ່ສະຫຼັບສັບຊ້ອນ, ມີການຈັດຕັ້ງເຄື່ອນໄຫວເປັນກຸ່ມເຄືອຂ່າຍແໜ້ນໜາ, ເຊື່ອມໂຍງທັງພາຍໃນ ແລະ ຕ່າງປະເທດ, ນໍາໃຊ້ພາຫະນະ ແລະ ອຸປະກອນທີ່ທັນສະໄໝ ພ້ອມທັງມີອາວຸດກຽມພ້ອມຕອບໂຕ້ກັບເຈົ້າໜ້າທີ່ຂອງພວກເຮົາ.

ຕະຫຼອດໄລຍະເວລາຜ່ານມາ, ລັດຖະບານ ໄດ້ຖືເອົາການແກ້ໄຂບັນຫາຢາເສບຕິດ ເປັນວຽກໜຶ່ງທີ່ສໍາຄັນ ແນໃສ່ເຮັດໃຫ້ປະຊາຊົນໃນທົ່ວສັງຄົມປອດໄພຈາກບັນຫາຢາເສບຕິດ ເພື່ອເຮັດໃຫ້ປະຊາຊົນລາວເຮົາ ມີຄວາມຜາສຸກຢູ່ດີກິນດີ.

ດັ່ງນັ້ນ, ກະຊວງປ້ອງກັນຄວາມສະຫງົບ ໄດ້ເປັນເຈົ້າການເພີ່ມທະວີ, ຍົກລະດັບການນໍາພາ-ຊີ້ນໍາການເຄື່ອນໄຫວພາລະບົດບາດ ເປັນໃຈກາງໃນການປະສານສົມທົບກັບບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ ເພື່ອຈັດຕັ້ງຜັນຂະຫຍາຍ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໄປຕາມ 3 ຫຼັກການ ຄື: ເດັດຂາດ, ໂປ່ງໃສ ແລະ ມືອາຊີບ, ໂດຍໄປຕາມຄໍາຂວັນທີ່ວ່າ: “ອັດ 3 ທາງ, ມ້າງ 3 ເປົ້າ, ເປັນເຈົ້າ 3 ຫຼັກ” ແລະ ໄປຕາມ 6 ວຽກຈຸດສຸມຂອງວາລະແຫ່ງຊາດ; ຜ່ານການເຄື່ອນໄຫວຕົວຈິງ ໃນໄລຍະເກືອບ 3 ປີຜ່ານມາ ພວກເຮົາກໍສາມາດຍາດໄດ້ຜົນສໍາເລັດໃນຫຼາຍດ້ານ.

+ ພົຈວ ແກ່ນຈັນ ພົມມະຈັກ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງ ປກສ ໄດ້ລາຍງານຜົນການເຄື່ອນໄຫວຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໃນໄລຍະ 3 ປີ (2021-2023) ຕໍ່ກອງປະຊຸມ ວ່າ:

ຜ່ານການເຄື່ອນໄຫວຕົວຈິງ ແຕ່ເດືອນກໍລະກົດ 2021-ເດືອນພະຈິກ 2023 ສາມາດເຮັດສໍາເລັດໃນຫຼາຍດ້ານ ເປັນຕົ້ນແມ່ນ: ດ້ານການແກ້ໄຂ ແລະ ຕ້ານຢາເສບຕິດ ແມ່ນໄດ້ຊີ້ນຳໃນການປະຕິບັດໄປຕາມຄໍາຂວັນທີ່ວ່າ “ອັດ 3 ທາງ, ມ້າງ 3 ເປົ້າ, ເປັນເຈົ້າ 3 ຫຼັກການ” ເຫັນວ່າມີຜົນສໍາເລັດເປັນຢ່າງດີ ເຊັ່ນ:

  • ສາມາດແກ້ໄຂຄະດີຢາເສບຕິດ ໄດ້ທັງໝົດ 11.558 ເລື່ອງ, ຈັບຜູ້ຖືກຫາໄດ້ 17.074 ຄົນ ຍິງ 1.913 ຄົນ, ເປັນຄົນຕ່າງປະເທດ 346 ຄົນ ຍິງ 24 ຄົນ

+ ຢຶດຢາເສບຕິດໄດ້ຫຼາຍປະເພດ ຄື:

  • ຢາບ້າໄດ້ 330.751.984 ເມັດ
  • ຢາບ້າເປັນຝຸ່ນ 59,52 ກິໂລກຼາມ ນໍ້າໜັກລວມ 33.134,71 ກິໂລກຼາມ
  • ຢາໄອສ໌ 8.712,72 ກິໂລກຼາມ
  • ເຮໂຣອິນ 800,86 ກິໂລກຼາມ
  • ກັນຊາ 21.566,41 ກິໂລກຼາມ
  • ຢາຝິ່ນ 386,39 ກິໂລກຼາມ
  • ຢາອີ 8.575 ເມັດ ກັບ 31 ກິໂລກຼາມ
  • ແປ້ງຝຸ່ນປະສົມຢາເສບຕິດ 51.169,52 ກິໂລກຼາມ
  • ເຄຕາມິນ 2.977,53 ກິໂລກຼາມ
  • ໂຄເຄນ 3 ກິໂລກຼາມ
  • ຄາເຟອິນ 168 ກຼາມ
  • ນໍ້າຢາສານເຄມີ 10,84 ກຼາມ
  • ນໍ້າກົດ 9.400 ລິດ
  • ຢຶດລົດໃຫຍ່ໄດ້ 384 ຄັນ, ລົດຈັກ 1.932 ຄັນ, ເຮືອ 6 ລຳ, ອາວຸດປືນ 73 ກະບອກ, ລູກປືນ 1.496 ລູກ, ໝາກແຕກ 1 ໜ່ວຍ ແລະ ຍັງສາມາດແກ້ໄຂຈຸດມົ້ວສຸມຮ້ານບັນເທີງ ຢູ່ບັນດາຕົວເມືອງໃຫຍ່ອີກຫຼາຍແຫ່ງ

ດ້ານການບຳບັດປິ່ນປົວ ແລະ ຝຶກວິຊາຊີບຜູ້ຕິດຢາເສບຕິດ ໄດ້ມີຜູ້ຕິດຢາເສບຕິດເຂົ້າມາປິ່ນປົວ ຢູ່ສູນບຳບັດປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ 13 ແຫ່ງ ມີທັງໝົດ 12.275 ຄົນ ຍິງ 459 ຄົນ; ໃນນີ້, ປິ່ນປົວດີແລ້ວກັບຄືນບ້ານມີທັງໝົດ 9.396 ຄົນ ຍິງ 374 ຄົນ, ຍັງສືບຕໍ່ປິ່ນປົວ 2.879 ຄົນ ຍິງ 85 ຄົນ.

ປັດຈຸບັນ, ກຳລັງປັບປຸງ 3 ສູນປິ່ນປົວຜູ້ຕິດຢາເສບຕິດ ຄື: ສູນບຳບັດປິ່ນປົວຜູ້ຕິດຢາເສບຕິດ ແຂວງຜົ້ງສາລີ, ຊຽງຂວາງ, ແຂວງສະຫວັນນະເຂດ ແລະ ກຳລັງກໍ່ສ້າງເພີ່ມອີກ 2 ແຫ່ງ ຄື: ສູນບຳບັດປິ່ນປົວຜູ້ຕິດຢາເສບຕິດ ແຂວງເຊກອງ ແລະ ສູນບໍາບັດປິ່ນປົວຜູ້ຕິດຢາເສບຕິດ ແຂວງວຽງຈັນ.

ສຳລັບທິດທາງແຜນການ ຮອດປີ 2025 ແມ່ນສືບຕໍ່ຈັດຕັ້ງປະຕິບັດໄປຕາມ 6 ວຽກຈຸດສຸມ ເປັນຕົ້ນແມ່ນ:

1. ສ້າງຄວາມຮັບຮູ້ໃນທົ່ວສັງຄົມ ດ້ວຍການສຶກສາອົບຮົມໂຄສະນາເຜີຍແຜ່ລະບຽບກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດໃຫ້ກວ້າງຂວາງ, ສ້າງບ້ານ, ໂຮງຮຽນ, ສະຖາບັນການສຶກສາປອດຢາເສບຕິດໃຫ້ຫຼາຍຂຶ້ນ, ສ້າງຫຼັກສູດການຮຽນ-ການສອນ ກ່ຽວກັບການປ້ອງກັນ ແລະ ສະກັດກັ້ນບັນຫາຢາເສບ;

2. ສືບຕໍ່ສ້າງ, ປັບປຸງກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ;

3. ປັບປຸງກົງຈັກການຈັດຕັ້ງ ແລະ ຍົກລະດັບຄວາມສາມາດ ໃນການເຄື່ອນໄຫວເຮັດໜ້າທີ່ການເມືອງຂອງ ອົງການສືບສວນ-ສອບສວນ, ໄອຍະການປະຊາຊົນ, ສານປະຊາຊົນ, ອົງການປະຕິບັດຄໍາຕັດສິນຂອງສານ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕໍ່ການແກ້ໄຂບັນຫາຢາເສບຕິດ;

4. ຍົກສູງປະສິດທິພາບດ້ານການຄຸ້ມຄອງ, ຊີ້ນໍາໃນການຈັດຕັ້ງປະຕິບັດຮອບດ້ານ ໃນວຽກງານແກ້ໄຂບັນຫາຢາເສບຕິດ;

5. ປັບປຸງຂີດຄວາມສາມາດການເຄື່ອນໄຫວເຮັດໜ້າທີ່ຂອງ ລະບົບການເມືອງແຕ່ລະຂັ້ນ ເພື່ອນຳພາ-ຊີ້ນຳການແກ້ໄຂບັນຫາຢາເສບຕິດທີ່ເກີດຂຶ້ນຢູ່ໃນຂອບເຂດຄວາມຮັບຜິດຊອບ;

6. ເພີ່ມທະວີການຮ່ວມມືກັບສາກົນ.

ນອກນັ້ນ, ໃນກອງປະຊຸມ ບັນດາທ່ານຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງ ເປັນຕົ້ນແມ່ນ ຕາງໜ້າຈາກກະຊວງປ້ອງກັນປະເທດ, ກະຊວງຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ, ກະຊວງສຶກສາທິການ ແລະ ກິລາ, ກະຊວງສາທາລະນະສຸກ, ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງການເງິນ ແລະ ຕາງໜ້າຈາກບັນດາແຂວງ ກໍໄດ້ພ້ອມກັນປະກອບຄຳຄິດ, ແລກປ່ຽນບົດຮຽນ, ແລກປ່ຽນເຕັກນິກວິທີການ, ແລກປ່ຽນຄວາມຮູ້ ແລະ ສະພາບການບັນຫາຢາເສບຕິດ ໃນຂົງເຂດຄວາມຮັບຜິດຊອບ ເພື່ອຮ່ວມກັນປືກສາຫາລືຊອກຫາວິທີການແກ້ໄຂຮ່ວມກັນ ຢ່າງກົງໄປກົງມາ, ເລິກເຊິ່ງເຖິງຖ່ອງ ເພື່ອເຮັດໃຫ້ການແກ້ບັນຫາຢາເສບຕິດໃນຕໍ່ໜ້າ ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.