ໃນໂອກາດທີ່ ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມພິທີປິດກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໃນໄລຍະ 3 ປີ (2021-2023) ແລະ ທິດທາງແຜນການ ຮອດປີ 2025 ພາຍໃຕ້ການເປັນປະທານຂອງ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງ ປກສ, ໂດຍມີເຈົ້າແຂວງ, ຮອງເຈົ້າແຂວງ, ບັນດາທ່ານການນໍາຂັ້ນສູງຈາກກະຊວງຕ່າງໆທີ່ກ່ຽວຂ້ອງ, ການນຳຂັ້ນສູງ ກະຊວງ ປກສ, ຫົວໜ້າກົມ-ຮອງກົມອ້ອມຂ້າງກະຊວງ ແລະ ບັນດາກອງບັນຊາການ ປກສ ແຂວງ ທົ່ວປະເທດ ເຂົ້າຮ່ວມ ໃນຕອນບ່າຍຂອງວັນທີ 13 ທັນວາ 2023 ທີ່ສະໂມສອນກະຊວງ ປກສ; ທ່ານໄດ້ເນັ້ນ 9 ບັນຫາ ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ແຕ່ນີ້ຮອດປີ 2025 ໃຫ້ປະສົບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.

ທ່ານ ສອນໄຊ ສີພັນດອນ ກ່າວເນັ້ນວ່າ:

ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ແຕ່ນີ້ຮອດປີ 2025 ໃຫ້ປະສົບຜົນສໍາເລັດນັ້ນ, ບັນດາສະຫາຍ ຈະຕ້ອງໄດ້ເອົາໃຈໃສ່ຫັນເອົາ ວາລະແຫ່ງຊາດດັ່ງກ່າວ ເຂົ້າເປັນທິດທາງແຜນການ, ແຜນງານ, ໂຄງການລະອຽດຂອງກະຊວງ, ຂອງແຂວງ, ຂອງຂະແໜງການທີ່ກ່ຽວຂ້ອງ ທີ່ໄດ້ວາງອອກຈະແຈ້ງແລ້ວນັ້ນ ນໍາມາເປັນທິດທາງແຜນການໃນຊຸມປີຕໍ່ໜ້າ ຄື:

1). ໃຫ້ກວດກາຄືນຜົນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ໃນໄລຍະຜ່ານມາ ເພື່ອຊອກໃຫ້ເຫັນດ້ານອ່ອນ-ຂໍ້ຄົງຄ້າງ, ສິ່ງທ້າທາຍ, ສາເຫດ, ບົດຮຽນທີ່ຖອດຖອນໄດ້ ເພື່ອເປັນບົດຮຽນໃຫ້ແກ່ການວາງທິດທາງ, ແຜນການ, ວິທີການ, ມາດຕະການໃນແກ້ໄຂບັນຫາຢາເສບຕິດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຫຼາຍຂຶ້ນກວ່າເກົ່າ;

2). ໃຫ້ທົບທວນຄືນ 6 ແຜນວຽກຈຸດສຸມ ເພື່ອປັບປຸງໃຫ້ສອດຄ່ອງກັບສະພາບການຕົວຈິງໃນປັດຈຸບັນ ແລະ ຕໍ່ໜ້າ ໂດຍຫັນເປັນໂຄງການ, ແຕ່ລະໂຄງການຕ້ອງມີແຜນການ, ແຜນງົບປະມານ, ແຜນບຸກຄະລາກອນ ແລະ ມີຄາດໝາຍສູ້ຊົນຢ່າງລະອຽດ, ຈະແຈ້ງ ພ້ອມທັງມອບໝາຍໃຫ້ພາກສ່ວນຮັບຜິດຊອບ ນໍາໄປຈັດຕັ້ງປະຕິບັດແຕ່ຫົວທີ;

3). ໃຫ້ສືບຕໍ່ກໍານົດສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງ ຄະນະກໍາມະການແກ້ໄຂຢາເສບຕິດລະດັບຊາດ ໃຫ້ລະອຽດ, ຈະແຈ້ງ ແລະ ສືບຕໍ່ແຕ່ງຕັ້ງ ຄະນະກໍາມະການແກ້ໄຂຢາເສບຕິດລະດັບທ້ອງຖິ່ນ ໃຫ້ຄົບຊຸດ ໂດຍມີທຸກຂະແໜງການທີ່ກ່ຽວຂ້ອງຂອງທ້ອງຖິ່ນເຂົ້າຮ່ວມນໍາ ເພື່ອຮັບປະກັນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ແຕ່ນີ້ຮອດປີ 2025 ໃຫ້ມີຄວາມເປັນເອກະພາບ, ຕໍ່ເນື່ອງ, ມີປະສິດທິພາບ ແລະ ປະສິດທິຜົນສູງ;

4). ເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບ ແລະ ຄວາມສາມາດໃນການນໍາພາ-ຊີ້ນຳຂອງຄະນະພັກ-ຄະນະນໍາແຕ່ລະກະຊວງ, ອໍານາດການປົກຄອງທ້ອງຖິ່ນແຕ່ລະຂັ້ນ ໃຫ້ສູງຂຶ້ນກວ່າເກົ່າ, ຖືເອົາວາລະແຫ່ງຊາດ ເປັນມາດຕະຖານເງື່ອນໄຂໜຶ່ງເຂົ້າໃນການສ້າງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຕິດພັນກັບການສ້າງບ້ານ, ສ້າງໂຮງຮຽນ ແລະ ສະຖານທີ່ປອດຢາເສບຕິດ ໂດຍສູ້ຊົນສ້າງບ້ານປອດຢາເສບຕິດໃຫ້ໄດ້ 80% ຂອງບ້ານທົ່ວປະເທດ;

ສ້າງເປັນສໍານັກງານ, ອົງການປອດຢາເສບຕິດໃຫ້ໄດ້ 100%, ສ້າງໂຮງຮຽນ, ສະຖາບັນການສຶກສາປອດຢາເສບຕິດ ໃຫ້ໄດ້ 95% ຂຶ້ນໄປ; ພ້ອມນີ້, ກໍເອົາໃຈໃສ່ສ້າງຂະບວນແຂ່ງຂັນໃຫ້ຟົດຟື້ນຢ່າງຕໍ່ເນື່ອງ, ມີການເຂົ້າຮ່ວມຂອງທຸກອົງການຈັດຕັ້ງພັກ-ລັດ ແລະ ທຸກພາກສ່ວນໃນສັງຄົມຢ່າງກວ້າງຂວາງ, ມີນະໂຍບາຍທີ່ເໝາະສົມຕໍ່ຜູ້ເຮັດໄດ້ດີ ແລະ ປະຕິບັດວິໄນຕໍ່ຜູ້ລ່ວງລະເມີດ;

5). ເພີ່ມທະວີການໂຄສະນາ-ເຜີຍແຜ່ຜົນຮ້າຍຂອງຢາເສບຕິດ ແລະ ຈັດພິມສື່ໂຄສະນາຕ່າງໆທີ່ຕິດພັນກັບ ວາລະແຫ່ງຊາດ ໃຫ້ໄດ້ 80% ຂຶ້ນໄປຕາມແຜນການທີ່ວາງໄວ້;

6). ປະສານສົມທົບກັບທ້ອງຖິ່ນຢ່າງໃກ້ຊິດ ເພື່ອຕິດຕາມ, ເຝົ້າລະວັງ, ສະກັດກັ້ນ ແລະ ແກ້ໄຂການລັກລອບປູກພືດທີ່ມີສານເສບຕິດ ຢູ່ບັນດາແຂວງພາກເໜືອ ແລະ ພາກກາງ ໃຫ້ຫຼຸດລົງໃນແຕ່ລະປີ, ໃຫ້ກວດກາຄືນບັນດາໂຄງການພັດທະນາທາງເລືອກ ທົດແທນການປູກພືດທີ່ມີສານເສບຕິດ ເຊັ່ນ: ໂຄງການຮ່ວມມື ລາວ-ຈີນ, ໂຄງການຮ່ວມມື ລາວ-ສະຫະປະຊາຊາດ (ສປຊ) ແລະ ໂຄງການອື່ນໆ ໃຫ້ມີຜົນສໍາເລັດສູງ ແລະ ປະຊາຊົນໄດ້ຮັບຜົນປະໂຫຍດ;

7). ຕິດຕາມ, ກວດກາ, ຄຸ້ມຄອງການບໍລິການຂອງສູນປິ່ນປົວ, ຝຶກວິຊາຊີບຜູ້ຕິດຢາເສບຕິດ ແລະ ການບໍາບັດຂັ້ນຊຸມຊົນ ຢູ່ໂຮງໝໍເມືອງ ໃຫ້ມີປະສິດທິພາບສູງຂຶ້ນກວ່າເກົ່າ;

8). ເອົາໃຈໃສ່ຕິດຕາມ, ກວດກາ, ຄຸ້ມຄອງການນໍາເຂົ້າ, ສົ່ງອອກ, ນໍາເຂົ້າສານເຄມີຕົ້ນທີ່ເອົາມາພັດທະນາດ້ານອຸດສາຫະກໍາ, ບໍ່ແຮ່, ການແພດ ແລະ ອື່ນໆ ຮ່ວມກັບພາກສ່ວນກ່ຽວຂ້ອງ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ;

9). ເອົາໃຈໃສ່ປະສານງານຮ່ວມມືກັບ ບັນດາປະເທດເພື່ອນມິດ ອ້ອມຂ້າງ ສປປ ລາວ ເພື່ອຮ່ວມກັນສະກັດກັ້ນ ແລະ ຕ້ານຢາເສບຕິດ ແລະ ສານເຄມີຕົ້ນ ຕາມບໍລິເວນຊາຍແດນລະຫວ່າງປະເທດ ພ້ອມທັງສືບຕໍ່ຈັດຕັ້ງປະຕິບັດຕາມສັນຍາໂຄງການແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ໂຄງການແມ່ນໍ້າຂອງປອດໄພ, ຫ້ອງການປະສານງານຕາມຊາຍແດນ BLO ແລະ ໂຄງການອື່ນໆ ທີ່ ສປປ ລາວ ເຂົ້າຮ່ວມເປັນພາຄີ.

ນອກນັ້ນ, ທ່ານຍັງໄດ້ຕີລາຄາ ແລະ ເນັ້ນໜັກຕື່ມບາງບັນຫາ ເພື່ອໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ນຳໄປປັບປຸງແກ້ໄຂ ເປັນຕົ້ນແມ່ນ: ຄະນະພັກ-ຄະນະນໍາແຕ່ລະຂັ້ນ ໃນຫຼາຍຂະແໜງການ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ຍັງບໍ່ກໍາແໜ້ນເນື້ອໃນຈິດໃຈຂອງວາລະແຫ່ງຊາດ ຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດວາລະແຫ່ງຊາດ ບໍ່ທັນໄດ້ຮັບການນຳພາ-ຊີ້ນຳໃຫ້ມີຄວາມເປັນເອກະພາບດ້ານທັດສະນະ, ຄວາມຮັບຮູ້, ເຂົ້າໃຈ ແລະ ການກະທໍາຕົວຈິງ ໃນທົ່ວລະບົບການເມືອງ ແລະ ທົ່ວສັງຄົມ;

ການສ້າງຄວາມເຂັ້ມແຂງໃຫ້ສະຖາບັນຄອບຄົວ, ຊຸມຊົນ ບໍ່ທັນແຂງແຮງ ແລະ ບໍ່ທັນກວ້າງຂວາງ, ຂະບວນການບໍ່ຟົດຟື້ນ, ບໍ່ທັນເປັນໜ້າທີ່ລວມຂອງທົ່ວປວງຊົນ ເຮັດໃຫ້ການແກ້ໄຂບັນຫາຢາເສບຕິດຢູ່ຂັ້ນຮາກຖານ ບໍ່ທັນມີປະສິດທິພາບປະສິດທິຜົນດີເທົ່າທີ່ຄວນ;

ກົດໝາຍ ແລະ ນິຕິກໍາທີ່ໄດ້ຮັບການປັບປຸງແກ້ໄຂ ແຕ່ການໂຄສະນາເຜີຍແຜ່ບໍ່ທັນກວ້າງຂວາງ, ບໍ່ທັນເລິກເຊິ່ງ, ສະຕິຕໍ່ກົດໝາຍ ແລະ ນິຕິກໍາບໍ່ທັນເຂັ້ມງວດ;

ສູນບໍາບັດປິ່ນປົວຜູ້ຕິດຢາເສບຕິດ ຍັງຄັບແຄບແອອັດ, ຍັງຂາດງົບປະມານ, ຂາດຢາປິ່ນປົວພະຍາດ, ຂາດການຝຶກວິຊາຊີບ ແລະ ອັດຕາກິນຍັງຈໍາກັດບໍ່ພຽງພໍ.