ພິທີພົບປະສອງຝ່າຍ ລະຫວ່າງ ກົມຕໍາຫຼວດລົດໄຟ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ກັບ ກອງບັນຊາການ ປກສ ເມືອງຄຸນໝິງ ແຂວງຢຸນນານ ສປ ຈີນ ຈັດຂຶ້ນໃນວັນທີ 11 ທັນວາ 2023 ທີ່ກະຊວງປ້ອງກັນຄວາມສະຫງົບລາວ, ຝ່າຍກົມຕໍາຫຼວດທາງລົດໄຟ ນໍາໂດຍ ພັອ ໄກສອນ ແກ້ວມະນີ ຫົວໜ້າກົມຕຳຫຼວດລົດໄຟ, ຝ່າຍກອງບັນຊາການ ປກສ ເມືອງຄຸນໝິງ ນໍາໂດຍ ສະຫາຍ ຫວັງ ເຝີງ ຮອງຫົວໜ້າກອງບັນຊາການ ປກສ ເມືອງຄຸນໝິງ, ມີຄະນະທັງສອງພາກສ່ວນ ເຂົ້າຮ່ວມ.

ໂອກາດນີ້, ທັງສອງຝ່າຍ ໄດ້ລາຍງານສະພາບກ່ຽວກັບ ວຽກງານຮັກສາຄວາມປອດໄພທາງລົດໄຟ ລາວ-ຈີນ ໃນໄລຍະຜ່ານມາ, ເຊິ່ງ ພັອ ໄກສອນ ແກ້ວມະນີ ກ່າວວ່າ:

ທາງລົດໄຟ ລາວ-ຈີນ ມີຄວາມຍາວ 422,4 ກິໂລແມັດ, ຜ່ານ 5 ແຂວງ ຄື: ແຂວງຫຼວງນໍ້າທາ, ອຸດົມໄຊ, ຫຼວງພະບາງ, ວຽງຈັນ ແລະ ນະຄອນຫຼວງ ວຽງຈັນ, ຜ່ານ 15 ເມືອງ, ມີ 75 ອຸໂມງ, ມີ 167 ຂົວ, ຜ່ານເຂດພູຜາປ່າດົງ 80%, ຜ່ານທົ່ງພຽງ 20%, ມີ 10 ສະຖານີລົດໄຟໂດຍສານ, ມີ 8 ສະຖານີລົດໄຟສິນຄ້າ ແລະ ມີ 22 ສະຖານີຫຼີກລົດໄຟ.

ແຕ່ເດືອນທັນວາ 2021 ຫາເດືອນທັນວາ 2023 ມີເຫດການຫຍໍ້ທໍ້ເກີດຂຶ້ນທັງໝົດ 139 ເລື່ອງ, ແກ້ໄຂໄດ້ 49 ເລື່ອງ, ກັກຕົວຖືກຫາໄດ້ 59 ຍິງ 12 ຄົນ. ໃນນັ້ນ, ລັກວັດຖຸອຸປະກອນທາງລົດໄຟ 78 ເລື່ອງ, ລົດໄຟໂດຍສານຕຳສັດ 5 ຄັ້ງ, ລົດໄຟສິນຄ້າຕຳຄົນ 1 ຄັ້ງ ເສຍຊີວິດ 1 ຄົນ, ລົດໄຟໂດຍສານຕຳຄົນ 1 ຄັ້ງ ເສຍຊີວິດ 1 ຄົນ.

ຮ້ານຊື້-ຂາຍເຫຼັກ, ໂຮງງານຫຼອມເຫຼັກ ຮັບຊື້ວັດຖຸອຸປະກອນທາງລົດໄຟບໍ່ຖືກຕ້ອງ 3 ເລື່ອງ, ຜູ້ໂດຍສານຖືອາວຸດ ແລະ ລູກປືນບໍ່ຖືກຕ້ອງ 6 ເລື່ອງ, ລັກກະເປົາຜູ້ໂດຍສານຢູ່ຕູ້ລົດໄຟ 2 ເລື່ອງ, ມີຢາເສບຕິດໄວ້ຄອບຄອງ 2 ເລື່ອງ, ເຂົ້າເມືອງຜິດກົດໝາຍ 5 ເລື່ອງ, ຄ້າມະນຸດ 1 ເລື່ອງ 4 ຄົນ, ປອມແປງຕາ ປະທັບຂອງບໍລິສັດ 1 ເລື່ອງ, ລັກສາຍ ໄຟຟ້າ 1 ເລື່ອງ, ຖືກໄຟຟ້າຊັອດຕາຍ 2 ຄົນ, ດື່ມສິ່ງມືນເມົາ 10 ເລື່ອງ, ສູບຢາໃນຫ້ອງນໍ້າຕູ້ລົດໄຟ 23 ເລື່ອງ, ຫຼິ້ນການພະນັນໃນຕູ້ລົດໄຟ 5 ເລື່ອງ.

ໃນໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາ ໄດ້ຊີ້ນໍາ-ບັນຊາກໍາລັງຂອງຕົນ ໃນການປະຕິບັດໜ້າທີ່ປ້ອງກັນຄວາມສະຫງົບປອດໄພທາງລົດໄຟ ສາມາດຮັບປະກັນຄວາມປອດໄພໃຫ້ແກ່ການເດີນລົດໄຟໄດ້ເປັນຢ່າງດີ, ລະບົບການປ້ອງກັນດ້ວຍສິ່ງກີດຂວາງ ກໍສາມາດປ້ອງກັນສະກັດກັ້ນຄົນ, ສັດບໍ່ໃຫ້ເຂົ້າໄປໃນແລວທາງລົດໄຟໄດ້ໂດຍພື້ນຖານ, ລະບົບເຄື່ອງເອັກສະເລ, ກ້ອງວົງຈອນປິດຕາມຂະບວນລົດ, ສະຖານີ ແລະ ແລວທາງລົດໄຟ ກໍມີຈໍານວນໜຶ່ງບັນທຶກຂໍ້ມູນຫຼັກຖານຕໍ່ຜູ້ກະທຳຜິດໄດ້.

ພ້ອມນີ້, ນາຍ ແລະ ພົນຕຳຫຼວດ ໄດ້ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ, ສາມາດປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂສະພາບປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໄດ້ຢ່າງທັນການ, ໄດ້ລົງໂຄສະນາເຜີຍແຜ່ກົດໝາຍ, ລະບຽບການປ້ອງກັນຄວາມສະຫງົບປອດໄພທາງລົດໄຟ ຢູ່ບັນດາເມືອງທີ່ມີທາງລົດ ໄຟຜ່ານໃນວຽງຈັນ, ລະບົບກົນໄກປະສານງານກັບພາກສ່ວນທີ່ກ່ຽວຂ້ອງ ກໍເຮັດໄດ້ດີ, ມີການຈັດກອງປະຊຸມປຶກສາຫາລືແລກປ່ຽນຖອດຖອນບົດຮຽນ ກ່ຽວກັບ ວຽກງານຮັກສາຄວາມປອດໄພທາງລົດໄຟ ພ້ອມທັງລາຍງານສະພາບການທີ່ເກີດຂຶ້ນ ແລະ ໄດ້ປະສານສົມທົບກັນແກ້ໄຂໄດ້ຢ່າງທັນການ.

ທຸກພາກສ່ວນກ່ຽວຂ້ອງ ມີຄວາມເປັນເອກະພາບກັນເປັນຢ່າງດີ, ມີການຊຸກຍູ້ຊ່ວຍເຫຼືອເຊິ່ງກັນແລະກັນ ໃນການປະຕິບັດໜ້າທີ່ວຽກງານ, ໄດ້ປ້ອງກັນຂະບວນລົດໄຟໂດຍສານທັງໝົດ 1.767 ຖ້ຽວ, ມີ 3.567 ເທື່ອຄົນ, ມີຜູ້ໂດຍສານມາໃຊ້ບໍລິການ ຈຳນວນ 2.246.354 ເທື່ອຄົນ.