ພິທີປະກາດດຳລັດ ວ່າດ້ວຍການຈັດຕັ້ງ-ການເຄື່ອນໄຫວ ແລະ ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳຂອງອົງການຄຸ້ມຄອງ-ບໍລິຫານ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ໄດ້ຈັດຂຶ້ນໃນວັນທີ 5 ທັນວາ 2023, ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ມີ ທ່ານ ປອ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ, ມີທ່ານລັດຖະມົນຕີ-ຮອງລັດຖະມົນຕີ, ຫົວໜ້າກົມ-ຮອງກົມ, ອົງການຄຸ້ມຄອງ-ບໍລິຫານ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ແລະ ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການຜ່ານດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການຄຸ້ມຄອງ-ບໍລິຫານ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ສະບັບເລກທີ 359/ນຍ, ລົງວັນທີ 22 ພະຈິກ 2023; ດໍາລັດດັ່ງກ່າວ ມີ 5 ໝວດ, 12 ມາດຕາ, 19 ໜ້າທີ່, 5 ຂອບເຂດສິດ, ໂຄງປະກອບການຈັດຕັ້ງ ມີ 20 ຂະແໜງການ ແລະ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳ ອົງການຄຸ້ມຄອງ-ບໍລິຫານ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ສະບັບເລກທີ 147/ນຍ ເຊິ່ງເປັນຂໍ້ຕົກລົງປັບປຸງຈາກສະບັບເລກທີ 60/ນຍ, ລົງວັນ 28 ພະຈິກ 2023 ໂດຍໄດ້ແຕ່ງຕັ້ງບຸກຄະລະກອນ ຄະນະຊີ້ນໍາອົງການຄຸ້ມຄອງ-ບໍລິຫານ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ຈຳນວນ 21 ທ່ານ ແລະ ກົງຈັກຊ່ວຍວຽກ 20 ຂະແໜງການ.

ຈາກນັ້ນ, ຄະນະຮັບຜິດຊອບແກ້ໄຂບັນຫາອາຊະຍາກຳ ກໍໄດ້ລາຍງານກ່ຽວກັບ ການແກ້ໄຂບັນຫາອາຊະຍາກຳ ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເຊິ່ງໄດ້ແກ້ໄຂຮ່ວມກັບກໍາລັງມາຈາກສູນກາງ ແລະ ທ້ອງຖິ່ນ, ລົງແກ້ໄຂຄະດີການສໍ້ໂກງທາງອອນລາຍ (Call Center) ຈໍານວນ 2 ຄັ້ງ ລວມມີ 15 ຈຸດ ຄື:

ໃນວັນທີ 15 ສິງຫາ 2023, ລົງແກ້ໄຂຢູ່ໃນເຂດເສດຖະກິດພິເສດສາມຫຼຽມຄຳ ມີ 8 ຈຸດ, ກັກຕົວຜູ້ຖືກສົງໄສໄດ້ທັງໝົດ ຈຳນວນ 41 ຄົນ ຍິງ 4 ຄົນ.

ໃນວັນທີ 28 ພະຈິກ 2023, ແກ້ໄຂຢູ່ໃນເຂດເສດຖະກິດພິເສດສາມຫຼຽມຄໍາ ແລະ ຈຸດເຊື່ອມຕໍ່ກັບເມືອງຕົ້ນເຜິ້ງ ມີ 7 ຈຸດ ກັກຕົວຜູ້ຖືກສົງໄສ ຈຳນວນ 462 ຄົນ ຍິງ 41 ຄົນ ພ້ອມເຄື່ອງຂອງກາງໂທລະສັບມືຖື ຈໍານວນ 12 ແກັດ, ຄອມພິວເຕີ 16 ແກັດ.

ໂອກາດດັ່ງກ່າວ, ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ກໍໄດ້ຜັດປ່ຽນກັນຂຶ້ນປະກອບຄຳຄິດເຫັນຕໍ່ກັບບັນຫາຕ່າງໆ ຢ່າງກົງໄປ-ກົງມາ, ມີວິທະຍາສາດ ເພື່ອຫາວິທີທາງໃນການແກ້ໄຂບັນຫາທີ່ຍັງຄົງຄ້າງໃຫ້ໝົດໄປ.

ໃນຕອນທ້າຍກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ມີຄຳເຫັນໂອ້ລົມ ໂດຍທ່ານໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ຂອງການພັດທະນາເຂດດັ່ງກ່າວ ເຊິ່ງເປັນເຂດທີ່ໄດ້ມີການພັດທະນາໄວພໍສົມຄວນ, ສາມາດປະກອບສ່ວນເຂົ້າໃນເສດຖະກິດ-ສັງຄົມໂດຍລວມຂອງປະເທດ ເວົ້າລວມ, ເວົ້າສະເພາະ ກໍຄື ແຂວງບໍ່ແກ້ວ; ເຊິ່ງພວກເຮົາເຫັນໄດ້ປະຈັກຕາ ແມ່ນການພັດທະນາພື້ນຖານໂຄງລ່າງ, ການມອບພັນທະເຂົ້າງົບປະມານຂອງລັດ, ການສ້າງແຮງງານລາວເຂົ້າໃນເຂດ, ປະຊາຊົນຢູ່ອ້ອມຂ້າງໂຄງການ ໄດ້ຮັບຜົນປະໂຫຍດຈາກການພັດທະນາ ແລະ ອື່ນໆ.

ຜົນສໍາເລັດທີ່ຍາດມາໄດ້ນັ້ນ ກໍຍ້ອນການເອົາໃຈໃສ່ ແລະ ຊີ້ນໍາຢ່າງໃກ້ຊິດຕິດແທດຈາກທຸກພາກສ່ວນ ທັງສູນກາງ ແລະ ທ້ອງຖິ່ນ, ບວກກັບຄວາມຕັ້ງໃຈ, ຄວາມຈິງໃຈຂອງຜູ້ພັດທະນາ ແລະ ຜູ້ລົງທຶນພາຍໃນເຂດ ທີ່ໄດ້ເອົາໃຈໃສ່ຂົນຂວາຍການລົງທຶນເຂົ້າມາໃນເຂດ ໃຫ້ນັບມື້ນັບຫຼາຍຂຶ້ນ.

ພ້ອມກັນນັ້ນ, ທ່ານຍັງໄດ້ມີຄຳເຫັນຊີ້ນຳໃຫ້ສືບຕໍ່ເອົາໃຈໃສ່ ພ້ອມກັນແກ້ໄຂບັນຫາຕ່າງໆທີ່ຍັງຄົງຄ້າງ ໃຫ້ມີຄວາມເປັນເອກະພາບກັນ ໃນການຈັດຕັ້ງປະຕິບັດລະຫວ່າງ ຂະແໜງການທີ່ກ່ຽວຂ້ອງ, ພາກລັດ ແລະ ຜູ້ພັດທະນາ ທີ່ຕິດພັນກັບຄວາມຮັບຜິດຊອບຂອງຫຼາຍພາກສ່ວນ ທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂຢ່າງຂາດຕົວ ບົນເນື້ອໃນຈິດໃຈຊຸກຍູ້ສົ່ງເສີມເຂດດັ່ງກ່າວ ໃຫ້ໄດ້ຮັບການພັດທະນາໄວຂຶ້ນກວ່າເກົ່າ ແລະ ມີຄວາມຍືນຍົງ, ຮັບປະກັນຄວາມສະຫງົບ, ປອດໄພ, ຄວາມເປັນລະບຽບຮຽບຮ້ອຍ, ໄດ້ຜົນປະໂຫຍດຂອງລັດ, ປະຊາຊົນ ແລະ ຜູ້ພັດທະນາ.