ຫ້ອງພະລາທິການ ວິທະຍາຄານສັນຕິບານປຊາຊົນ ກະຊວງ ປກສ ໄດ້ເປີດກອງປະຊຸມຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ວຽກງານພະລາທິການ ປ້ອງກັນຄວາມສະຫງົບ ປະຈຳປີ 2023 ໃນວັນທີ 30 ພະຈິກ 2023, ເຂົ້າຮ່ວມເປັນປະທານໂດຍ ພົຈວ ໜູຈອນ ກ້ອນທອງດຳ ຮອງຫົວໜ້າກົມໃຫຍ່ພະລາທິການ ກະຊວງ ປກສ ແລະ ພັອ ບຸນນ້ອມ ໄຊຍະພູມ ຮອງຫົວໜ້າອຳນວຍການ ວສປ, ມີບັນດາພະນັກຫັຼກແຫ່ງນຳພາ-ບັນຊາ ເຂົ້າຮ່ວມ.

+ ພັທ ສູນທອນ ສໍມະນີແສງ ຫົວໜ້າຫ້ອງພະລາທິການ ວິທະຍາຄານສັນຕິບານປະຊາຊົນ ກ່າວວ່າ:

ວິທະຍາຄານສັນຕິບານປະຊາຊົນ ເປັນກົມກອງໜຶ່ງທີ່ມີທ່າແຮງ, ມີເງື່ອນໄຂໃນການພັດທະນາ ແລະ ສ້າງລາຍຮັບເຂົ້າສູ່ກົມກອງ ເນື່ອງຈາກພວກເຮົາມີກຳລັງແຮງງານ ແລະ ມີເນື້ອທີ່ທໍາການຜະລິດທີ່ເໝາະສົມ, ຕະຫຼອດໄລຍະ 1 ປີຜ່ານມາ ພາຍໃຕ້ການນໍາພາ-ຊີ້ນໍາ ຈາກຄະນະພັກ-ຄະນະບັນຊາ ວິທະຍາຄານສັນຕິບານປະຊາຊົນ, ຫ້ອງພະລາທິການ ໄດ້ເປັນເສນາທິການສະເໜີແຜນການສູ້ຊົນຂອງ ວສປ, ກຳນົດເປັນແຜນວຽກ ແລະ ຕອບສະໜອງງົບປະມານຈໍານວນໜຶ່ງເຂົ້າໃສ່ການຜະລິດ ເພື່ອສ້າງລາຍຮັບເຂົ້າສູ່ກົມກອງ ເປັນຕົ້ນແມ່ນ ໄດ້ລົງທຶນຊື້ລົດໄຖ ຂະໜາດ 62 ແຮງມ້າ ຈໍານວນ 1 ຄັນ, ມູນຄ່າ 530.000.000 ກີບ ເພື່ອມາບຸກເບີກໄຖສວນປູກມັນຕົ້ນ ແລະ ປູກສາລີ, ໃນເນື້ອທີ່ 5 ເຮັກຕາ, ປັດຈຸບັນກຳລັງກະກຽມຈະເກັບກູ້ຜົນຜະລິດ ແລະ ໄດ້ລົງທຶນລ້ຽງປາ ຈໍານວນ 31.653 ໂຕ, ປ່ອຍໃສ່ 3 ໜອງ, ປາທີ່ປ່ອຍມີ: ປາດຸກພັນລັດເຊຍ, ປັດຈຸບັນກຳລັງກະກຽມເອົາຂຶ້ນຂາຍເຂົ້າເຮືອນຄົວລວມ ວສປ.

ນອກນັ້ນ, ໄດ້ບຸກເບີກເນື້ອທີ່ດິນໃຫ້ ພະນັກງານຄູ-ອາຈານ ແລະ ນັກສຶກສາ ທໍາການຜະລິດ (ປູກຜັກສະໜອງເຂົ້າເຮືອນຄົວລວມ ວສປ ຈຳນວນ 1-2 ເຮັກຕາ ແລະ ມີການຈັດແບ່ງໃຫ້ແຕ່ລະຫ້ອງ, ຄະນະວິຊາ, ສູນ, ກອງຮ້ອຍນັກສຶກສາ ເພື່ອທຳການປູກຜັກ, ໂດຍມີການກຳນົດປະເພດຜັກໃຫ້ພາກສ່ວນຕ່າງໆຮັບຜິດຊອບປູກ ເພື່ອສະໜອງເຂົ້າເຮືອນຄົວລວມ ວສປ; ໄດ້ກຳນົດເປັນແຜນຄວາມຕ້ອງການຜັກແຕ່ລະຊະນິດ ໃນແຕ່ລະວັນ ເພື່ອໃຫ້ນັກສຶກສາແຕ່ລະກອງຮ້ອຍ, ໝວດ, ໝູ່ ປູກໄປຕາມແຜນທີ່ກຳນົດ. ຜ່ານການຈັດຕັ້ງປະຕິບັດ ເຫັນວ່າຍັງຂາດວັກຂາດຕອນຢູ່, ບໍ່ສາມາດປະຕິບັດໄດ້ຕາມແຜນການ; ອັນເປັນພື້ນຖານແມ່ນ ພວກເຮົາໄດ້ລົງທຶນສ້າງໂຮງງານຜະລິດນໍ້າດື່ມ ຂອງວິທະຍາຄານສັນຕິບານປະຊາຊົນ ສາມາດສ້າງລາຍເຂົ້າ ວປສ ໃນແຕ່ລະປີບໍ່ຫຼຸດ 80 ລ້ານກີບ.

ຜ່ານການຈັດຕັ້ງປະຕິບັດການຄຸ້ມຄອງ, ຕິດຕາມ, ກວດກາລາຍຮັບປະຕູດຽວ ແລະ ການບໍລິການລາຍຮັບ ຢູ່ວິທະຍາຄານສັນຕິບານປະຊາຊົນ ໄດ້ສຳເລັດຂໍ້ຕົກລົງແຕ່ງຕັ້ງ ຄະນະຮັບຜິດຊອບການຄຸ້ມຄອງ ແລະ ຈັດເກັບລາຍຮັບວິຊາການຜ່ານປະຕູດຽວ ຂັ້ນວິທະຍາຄານສັນຕິບານປະຊາຊົນ. ໃນນັ້ນ, ໄດ້ກຳນົດບັນດາຖານຂໍ້ມູນ ໃນການຈັດເກັບລາຍຮັບ ຢູ່ວິທະຍາຄານສັນຕິບານປະຊາຊົນ, ລວມມີທັງໝົດ 63 ຖານຂໍ້ມູນ ມີຄື: ຖານຂໍ້ມູນລາຍຮັບ ຈາກການເກັບຄ່າທໍານຽມ ມີ 41 ຖານຂໍ້ມູນ, ຖານຂໍ້ມູນລາຍຮັບ ຈາກການເກັບຄ່າບໍລິການ ມີ 20 ຖານຂໍ້ມູນ ແລະ ຖານຂໍ້ມູນລາຍຮັບ ຈາກການຜະລິດພາຍໃນ ມີ 2 ຖານຂໍ້ມູນ; ຜ່ານການຈັດຕັ້ງປະຕິບັດ ສາມາດສ້າງລາຍຮັບເຂົ້າ ວສປ ໃນແຕ່ລະປີບໍ່ຕໍ່າກວ່າ 200 ລ້ານກີບ, ສາມາດຫຼຸດຜ່ອນພາລະແບກຫາບຂອງພັກ-ລັດຖະບານ ກໍຄື ກະຊວງປ້ອງກັນຄວາມສະຫງົບ ຫຼາຍສົມຄວນ.

ໃນໂອກາດນີ້, ພົຈວ ໜູຈອນ ກ້ອນທອງດຳ ໄດ້ໃຫ້ທິດຊີ້ນຳໂດຍເນັ້ນໃຫ້ສືບຕໍ່ຄົ້ນຄວ້າປັບປຸງ ແລະ ສ້າງບັນດານິຕິກຳຕ່າງໆ ໃນຂົງເຂດວຽກງານພະລາທິການ ກໍຄື ວຽກງານຮັບປະກັນພະລາທິການ ໃຫ້ກຳລັງປ້ອງກັນຄວາມສະຫງົບ ໃຫ້ເປັນລະບົບຄົບຊຸດ, ຖືກຕ້ອງຕາມວຽກງານຕົວຈິງຂອງກໍາລັງປ້ອງກັນຄວາມສະຫງົບ ແລະ ສຸມໃສ່ຂຸດຄົ້ນແຫຼ່ງລາຍຮັບຈາກການຜະລິດ-ທຸລະກິດ ຂອງວິທະຍາຄານສັນຕິບານປະຊາຊົນ, ສຸມໃສ່ການຜະລິດເປັນສິນຄ້າ ຕາມຄວາມສາມາດທ່າແຮງບົ່ມຊ້ອນ, ຕາມຄໍາສັ່ງວ່າດ້ວຍ ການສ້າງພະລາທິການກັບທີ່ ຕາມທິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໃຫ້ປະກົດຜົນເປັນຈິງ.