ກົມຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍຕໍາຫຼວດ ໃນວັນທີ 28 ພະຈິກ 2023, ປະດັບຊັ້ນໂດຍ ພົຈວ ສົມລິດ ດາວຮຸ່ງສຸລິ ຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ, ມີຄະນະພັກ-ຄະນະບັນຊາ, ພະແນກ, ຄ້າຍຄຸມຂັງ ແລະ ນາຍຕໍາຫຼວດທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ພັທ ນາງ ພວງວັນ ຂຸນລາດ ຮອງຫົວໜ້າພະແນກການເມືອງ ກົມຕໍາຫຼວດຄຸມຂັງ-ດັດສ້າງ ໄດ້ຜ່ານຂໍ້ຕົກລົງສະບັບເລກທີ 2418-2420/ປກສ, ລົງວັນທີ 10 ພະຈິກ 2023 ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕຳຫຼວດ ກົມຕຳຫຼວດຄຸມຂັງ-ດັດສ້າງ ຜູ້ທີ່ມີຜົນສຳເລັດ ໃນການປະຕິບັດໜ້າທີ່ວຽກງານ ແລະ ຄົບມາດຕະຖານເງື່ອນໄຂ ຂອງການເລື່ອນຊັ້ນທີ່ໄດ້ກຳນົດໄວ້ໃນກົດໝາຍ ວ່າດ້ວຍ ກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຈໍານວນ 66 ສະຫາຍ ດັ່ງນີ້:

  • ພັນຕີ ຂຶ້ນ ພັນໂທ 4 ສະຫາຍ
  • ຮ້ອຍເອກ ຂຶ້ນ ພັນຕີ 4 ສະຫາຍ
  • ຮ້ອຍໂທ ຂຶ້ນ ຮ້ອຍເອກ 58 ສະຫາຍ

ພົຈວ ສົມລິດ ດາວຮຸ່ງສຸລິ ໄດ້ໃຫ້ທິດຊີ້ນຳຕໍ່ຜູ້ທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ພວກສະຫາຍຍາດມາໄດ້ ໃນໄລຍະຜ່ານມາ ພ້ອມທັງເນັ້ນໃຫ້ເອົາໃຈໃສ່ເສີມຂະຫຍາຍ ທາດແທ້ມູນເຊື້ອປະຕິວັດຂອງກຳລັງປ້ອງກັນຄວາມສະຫງົບ, ຍົກ ສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ໃຫ້ສູງກວ່າເກົ່າ.

ປັບປຸງແບບແຜນວິທີເຮັດວຽກໃຫ້ມີວິທະຍາສາດ ບົນພື້ນຖານປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ ແລ້ວໃຫ້ບຸກຄົນຮັບຜິດຊອບ, ພ້ອມກັນກໍ່ສ້າງກຳລັງປ້ອງກັນຄວາມສະຫງົບໃຫ້ເປັນກຳລັງປະຕິວັດ, ມີແບບແຜນທີ່ທັນສະໄໝ ແລະ ລະບຽບວິໄນເຂັ້ມງວດ, ເປັນເຈົ້າການໃນການແກ້ໄຂທຸກປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ຕໍ່ກໍາລັງປ້ອງກັນຄວາມສະຫງົບ ເພື່ອອັດຊ່ອງຫວ່າງຫາງສຽງຈົ່ມວ່າບໍ່ດີຈາກສັງຄົມ ຕໍ່ກໍາລັງເຮົາ, ກໍ່ສ້າງ ແລະ ປັບປຸງກົມກອງຂອງຕົນໃຫ້ມີຄວາມເຂັ້ມແຂງ, ປັບປຸງກົງຈັກການຈັດຕັ້ງໃຫ້ຖືກລະບົບ, ປັບປຸງກໍ່ສ້າງພະນັກງານໃຫ້ມີຄວາມຮູ້-ຄວາມສາມາດ ແລະ ມີຄຸນນະພາບ ເພື່ອພ້ອມກັນເຮັດສຳເລັດໜ້າທີ່-ທີ່ການຈັດຕັ້ງມອບໝາຍໃຫ້.