ກອງປະຊຸມເປີດກວ້າງ ຄະນະພັກຮາກຖານ ກົມສື່ສານ ກະຊວງ ປກສ ໄດ້ຈັດກອງປະຊຸມເປີດກວ້າງ ແລະ ປະກາດເລື່ອນຊັ້ນໃຫ້ນາຍຕຳຫຼວດ ເຊິ່ງໄດ້ຈັດຂຶ້ນໃນອາທິດຜ່ານມາ, ເປັນປະທານໂດຍ ສະຫາຍ ພົຈວ ແສງປະເສີດ ສຸທຳມະວົງ ຄະນະພັກກະຊວງ ເລຂາຄະນະພັກຮາກຖານ ຫົວໜ້າກົມສື່ສານ ກະຊວງ ປກສ, ມີບັນດາຄະນະພັກຮາກຖານ-ຄະນະກົມ ແລະ ພະນັກງານພາຍໃນກົມ ເຂົ້າຮ່ວມ.

ໃນກອງປະຊຸມ, ສະຫາຍ ພັອ ວັນນະຄອນ ໄພໂລດ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າກົມສື່ສານ ໄດ້ລາຍງານການສະຫຼຸບສະພາບການເຄື່ອນໄຫວນຳພາ-ຊີ້ນຳວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2023 ແລະ ທິດທາງແຜນການວຽກງານຈຸດສຸມ ປີ 2024 ວ່າ:

ໃນໄລຍະຜ່ານມາ, ຄະນະພັກຮາກຖານ ກົມສື່ສານ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກ, ນາຍ ແລະ ພົນຕຳຫຼວດ ດ້ວຍຫຼາຍເນື້ອໃນ, ຫຼາຍຮູບການ ແລະ ວິທີການທີ່ສອດຄ່ອງກັບສະພາບໃນແຕ່ລະໄລຍະ, ຖືກກັບແຕ່ລະເປົ້າໝາຍ ແລະ ເຮັດເປັນປະຈຳ.

ທັງນີ້, ກໍເພື່ອຍົກສູງຄຸນທາດການເມືອງຂອງສະມາຊິກພັກ, ນາຍ ແລະ ພົນຕຳຫຼວດ ໃຫ້ມີຄວາມປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ ໄປຄຽງຄູ່ກັບການນຳພາວຽກງານວິຊາສະເພາະ ໂດຍປະຕິບັດຕາມທິດຊີ້ນຳຂອງ ອົງຄະນະພັກກະຊວງ ກໍຄື ທິດທາງແຜນການຂອງຄະນະພັກຮາກຖານ ໃນການຍົກສູງຄຸນນະພາບຂອງຕາໜ່າງຕິດຕໍ່ສື່ສານ ໃຫ້ທົ່ວເຖິງ ເປັນຕົ້ນ: ເຂດຫ່າງໄກຊອກຫຼີກ, ປັບປຸງກົນໄກປະສານງານ ການຮັບສົ່ງຂໍ້ມູນຂ່າວສານໃຫ້ວ່ອງໄວ, ຊັດເຈນ ແລະ ກ້າວເປັນທັນສະໄໝ.

ໄດ້ສຳເລັດໃນການປັບປຸງ ຕາໜ່າງການຕິດຕໍ່ສື່ສານ ໃນທົ່ວປະເທດ. ມາຮອດປັດຈຸບັນ, ຕາໜ່າງໂທລະເລກ-ໂທລະສົມ ມີທັງໝົດ 238 ຫ້ອງສາຍ, ລະບົບປ້ອງກັນຕົວເມືອງ (ໂຟນີ) ທົ່ວປະເທດ ມີ 150 ຈຸດ, ມີກຸ່ມຕິດຕໍ່ 211 ກຸ່ມ, ເຊິ່ງສາມາດຮັບປະກັນການປະສານງານ, ການຮັບ-ສົ່ງຂໍ້ມູນຂ່າວສານ ໃຫ້ແກ່ຄະນະພັກ, ຄະນະບັນຊາແຕ່ລະຂັ້ນ ໄດ້ຢ່າງຊັດເຈນ, ປິດລັບ ແລະ ທັນສະໄໝ.

ສຳລັບທິດທາງແຜນການວຽກງານຈຸດສຸມໃນຕໍ່ໜ້າ ຈະສືບຕໍ່ເພີ່ມທະວີການນໍາພາສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ, ມະຫາຊົນພາຍໃນຮາກຖານພັກ ໃຫ້ເປັນປົກກະຕິ ດ້ວຍຫຼາຍຮູບການ ແລະ ເນື້ອໃນໃຫ້ອຸດົມສົມບູນກວ່າເກົ່າ. ພ້ອມດຽວກັນນັ້ນ, ກໍຕິດພັນກັບການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ຍູ້ແຮງການຈັດຕັ້ງປະຕິບັດ 4 ຄາດໝາຍ, 4 ແຜນງານ ແລະ 41 ໂຄງການ ຂອງກະຊວງວາງອອກ ໃຫ້ເປັນຮູບປະທຳ.

ໃນນັ້ນ, ສຸມໃສ່ການຈັດຕັ້ງປະຕິບັດ ໂຄງການ 3 ກິດຈະກຳຂອງກົມ ທີ່ກະຊວງຮັບຮອງ ໂດຍສະເພາະ 2 ກິດຈະກຳທີ່ຍັງບໍ່ທັນໄດ້ຮັບການຈັດຕັ້ງປະຕິບັດ ຕິດພັນກັບການສືບຕໍ່ຄົ້ນຄວ້າສ້າງ-ປັບປຸງບັນດານິຕິກຳ ທີ່ພົວພັນການຄຸ້ມຄອງ, ການນໍາໃຊ້ເຄື່ອງເຕັກນິກສື່ສານປ້ອງກັນຄວາມສະຫງົບ ໃຫ້ສອດຄ່ອງ ແລະ ຮັດກຸມ.

ໃນໂອກາດດຽວກັນ, ສະຫາຍ ພັອ ສຸວັນ ແວງວັນ ຄະນະພັກຮາກຖານ ກົມສື່ສານ ຮອງຫົວໜ້າກົມສື່ສານ ໄດ້ຂຶ້ນຜ່ານມະຕິຕົກລົງ ເລກທີ 148/ຄພປກສ, ລົງວັນທີ 8 ພະຈິກ 2023 ວ່າດ້ວຍ ການບົ່ງຕົວແຕ່ງຕັ້ງ ຄື:

  • ສະຫາຍ ພັອ ວັນນະຄອນ ໄພໂລດ ເປັນຮອງເລຂາຄະນະພັກ
  • ສະຫາຍ ພັອ ພູໂຂງ ຈູມມະນີ ເປັນປະທານກວດກາພັກ
  • ສະຫາຍ ພັທ ໄພທູນ ແກ້ວຜາສຸກ ເປັນກຳມະການຄະນະພັກ

ພ້ອມທັງໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕຳຫຼວດ ກົມສື່ສານ ເຊິ່ງໄດ້ຕົກລົງເລື່ອນຊັ້ນດັ່ງນີ້:

  • ພັນຕີ ຂຶ້ນ ພັນໂທ 1 ສະຫາຍ
  • ຮ້ອຍເອກ ຂຶ້ນ ພັນຕີ 5 ສະຫາຍ ຍິງ 2 ສະຫາຍ
  • ຮ້ອຍໂທ ຂຶ້ນ ຮ້ອຍເອກ 7 ສະຫາຍ ຍິງ 3 ສະຫາຍ