ພົທ ກົງທອງ ພົງວິຈິດ ກຳມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສົມພອນ ສີຈະເລີນ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໃນວັນທີ 24 ພະຈິກ 2023 ຜ່ານມາ, ໃນໂອກາດທີ່ທ່ານໄດ້ຖືກແຕ່ງຕັ້ງເປັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາຢູ່ ສປ ຈີນ ເຊິ່ງຈະເດີນທາງໄປປະຕິບັດໜ້າທີ່ ໃນທ້າຍເດືອນພະຈິກ 2023 ນີ້.

ໂອກາດນີ້, ພົທ ກົງທອງ ພົງວິຈິດ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ ທ່ານ ສົມພອນ ສີຈະເລີນ ທີ່ໄດ້ຮັບຕໍາແໜ່ງໃໝ່ໃນຄັ້ງນີ້ ພ້ອມທັງລາຍງານສະພາບລວມຂອງການຮ່ວມມື ເປັນຕົ້ນແມ່ນຂອດການຮ່ວມມືສອງຝ່າຍ ລາວ-ຈີນ, ຂົງເຂດດ້ານການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ທີ່ຕົກເປັນເຫຍື່ອຂອງການຄ້າມະນຸດ, ຂົງເຂດວຽກງານວິຊາສະເພາະ ແລະ ຂົງເຂດການຮ່ວມມືວຽກງານການຊ່ວຍເຫຼືອ.

ພ້ອມນີ້, ທ່ານຮອງລັດຖະມົນຕີ ກະຊວງ ປກສ ຍັງໄດ້ສະເໜີໃຫ້ທ່ານທູດລາວຄົນໃໝ່ ທີ່ຈະໄປຮັບໜ້າທີ່ເປັນ ເອກອັກຄະລັດຖະທູດ ລາວ ປະຈຳ ສປ ຈີນ ຊ່ວຍຊຸກຍູ້ໃຫ້ຝ່າຍຈີນ ເຮັດໜ້າທີ່ໂຄສະນາເຜີຍແຜ່ຜົນຮ້າຍຂອງການຄ້າມະນຸດ ແລະ ຊຸກຍູ້ໃຫ້ຝ່າຍຈີນ ກວດກາໃຫ້ລະອຽດຕໍ່ກັບການຂໍແຕ່ງງານກັບຄົນຕ່າງປະເທດຂອງຝ່າຍຈີນ, ຊ່ວຍຊຸກຍູ້ການຈັດຕັ້ງຜັນຂະຫຍາຍ ບົດບັນທຶກການຮ່ວມມືຂອງສອງກະຊວງ ໃຫ້ເປັນຮູບປະທໍາຍິ່ງຂຶ້ນກວ່າເກົ່າ, ຊ່ວຍຍາດແຍ່ງການຊ່ວຍເຫຼືອຈາກຝ່າຍຈີນ ໃຫ້ແກ່ ກະຊວງ ປກສ ລາວ ແລະ ວຽກງານອື່ນໆ.

ໃນໂອກາດດັ່ງກ່າວ, ທ່ານ ສົມພອນ ສີຈະເລີນ ກໍໄດ້ກ່າວສະແດງຄວາມຂອບໃຈມາຍັງ ທ່ານຮອງລັດຖະມົນຕີ ກະຊວງ ປກສ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ໃຫ້ຄໍາໝັ້ນສັນຍາວ່າ ຈະພະຍາຍາມຢ່າງສຸດຄວາມສາມາດ ເພື່ອຊຸກຍູ້ສາຍພົວພັນຮ່ວມມືລະຫວ່າງ ສປປ ລາວ-ສປ ຈີນ ກໍຄື ຊຸກຍູ້ການພົວພັນຮ່ວມມືຂອງ ກະຊວງປ້ອງກັນຄວາມສະຫງົບ ລາວ-ຈີນ ໃຫ້ສືບຕໍ່ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນໃນຕໍ່ໜ້າ.