ຫ້ອງວ່າການ ກະຊວງ ປກສ ໄດ້ຈັດ ພິທີປະກາດເລື່ອນຊັ້ນ, ສັບຊ້ອນ ແລະ ຍົກຍ້າຍ ໃຫ້ນາຍຕຳຫຼວດ ໃນວັນທີ 23 ພະຈິກ 2023, ເຂົ້າຮ່ວມໂດຍ ພົຈວ ອານຸເດດ ຄູນຄຳ ຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ, ມີຄະນະພັກ-ຄະນະບັນຊາ, ກົມ, ຫ້ອງການ, ພະແນກ, ນາຍຕຳຫຼວດທີ່ໄດ້ຮັບການສັບຊ້ອນ, ຍົກຍ້າຍ ແລະ ເລື່ອນຊັ້ນ ເຂົ້າຮ່ວມ.

ພັອ ສີວັນທາ ເພຍສະຂາ ຫົວໜ້າຫ້ອງການເມືອງ ໄດ້ຜ່ານຂໍ້ຕົກລົງຂອງ ກະຊວງ ປກສ ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕຳຫຼວດ ຫ້ອງວ່າການ ກະຊວງ ປກສ ດັ່ງນີ້:

  • ເລື່ອນຊັ້ນ ພັຕ ຂຶ້ນຊັ້ນ ພັທ 2 ສະຫາຍ
  • ເລື່ອນຊັ້ນ ຮອ ຂຶ້ນຊັ້ນ ພັຕ ຈໍານວນ 6 ສະຫາຍ ຍິງ 1 ສະຫາຍ
  • ເລື່ອນ ຮທ ຂຶ້ນຊັ້ນ ຮອ 2 ສະຫາຍ ຍິງ 2 ສະຫາຍ

ຜ່ານຂໍ້ຕົກລົງຂອງ ກະຊວງ ປກສ ວ່າດ້ວຍ ການຍົກຍ້າຍນາຍຕຳຫຼວດ ດັ່ງນີ້:

  • ຍົກຍ້າຍ ພັທ ກາລະທອນ ໄຊຍະແສງ ຈາກຫ້ອງວ່າການ ກະຊວງ ປກສ ໄປຢູ່ກົມໃຫຍ່ຕຳຫຼວດ

ຜ່ານຂໍ້ຕົກລົງຂອງ ຫ້ອງວ່າການ ກະຊວງ ປກສ ວ່າດ້ວຍ ການສັບຊ້ອນນາຍຕຳຫຼວດ ທີ່ສຳເລັດການສຶກສາລະດັບປະລິນຍາຕີ ຈາກວິທະຍາຄານການເມືອງ ສສ ຫວຽດນາມ ປະຈຳປີ 2023 ຈໍານວນ 1 ສະຫາຍ ໄປຮັບໜ້າທີ່ຢູ່ກົມພົວພັນຕ່າງປະເທດ. ທັງນີ້, ກໍເພື່ອອີງໃສ່ຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານ.

ໂອກາດນີ້, ພົຈວ ອານຸເດດ ຄູນຄຳ ໄດ້ໂອ້ລົມສະແດງຄວາມຍ້ອງຍໍຊົມເຊີຍຕໍ່ນາຍຕຳຫຼວດ ທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້ ພ້ອມທັງເນັ້ນໃຫ້ນາຍຕຳຫຼວດທີ່ໄດ້ຮັບການສັບຊ້ອນ, ຍົກຍ້າຍ ແລະ ເລື່ອນຊັ້ນ ຕ້ອງໄດ້ເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບຂອງຕົນໃຫ້ສູງຂຶ້ນ, ກຳແໜ້ນແນວທາງແຜນນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດແຕ່ລະໄລຍະ, ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງ ພ້ອມກັນເອົາໃຈໃສ່ເຄື່ອນໄຫວເຮັດໜ້າທີ່ການເມືອງຂອງຕົນຢ່າງຕັ້ງໜ້າ, ເອົາໃຈໃສ່ເຮັດໜ້າທີ່ວິຊາສະເພາະຂອງຕົນ ດ້ວຍຄວາມຮັບຜິດຊອບສູງ, ຊອກຮູ້ຮໍ່າຮຽນ ເພື່ອພັດທະນາຕົນເອງ ໃຫ້ມີຄວາມຮູ້ຄວາມສາມາດ, ມີຄວາມຊຳນິຊຳນານງານ, ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ໃນໄລຍະໃໝ່.

ຕ້ອງເປັນເຈົ້າການໃນການຈັດຕັ້ງປະຕິບັດລະບຽບກົດໝາຍ, ມະຕິ, ຄໍາສັ່ງ, ນິຕິກຳຕ່າງໆ ໂດຍສະເພາະແມ່ນ ລະບຽບຂໍ້ຫ້າມຂອງກໍາລັງປ້ອງກັນຄວາມສະຫງົບ ວາງອອກ ໃຫ້ຖືກຕ້ອງສອດຄ່ອງ ແລະ ເຂັ້ມງວດ, ເອົາໃຈໃສ່ໃນການຄົ້ນຄວ້າ, ຊອກຮູ້ຮໍ່າຮຽນຮອບດ້ານ, ຝຶກຝົນຫຼ່ໍຫຼອມຕົນເອງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ແຂ່ງຂັນກັນສ້າງຜົນງານ ໃຫ້ນັບມື້ຫຼາຍຂຶ້ນ ແລະ ພົ້ນເດັ່ນຂຶ້ນກວ່າເກົ່າ ເພື່ອເປັນມາດຖານ, ເງື່ອນໄຂໃນການຄົ້ນຄວ້າປະຕິບັດນະໂຍບາຍດ້ານຕ່າງໆ, ເພີ່ມທະວີຄວາມສາມັກຄີພາຍໃນກົມກອງໃຫ້ແໜ້ນແຟ້ນ, ເສີມຂະຫຍາຍ ຄວາມສາມັກຄີກັບປະຊາຊົນບັນດາເຜົ່າ ຢ່າງກວ້າງຂວາງ, ກຽມພ້ອມປະຕິບັດໜ້າທີ່ດ້ວຍຄວາມຫ້າວຫັນ.

ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນວັນທີ 20 ພະຈິກ 2023, ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງ ປກສ ກໍໄດ້ປະກາດເລື່ອນຊັ້ນໃຫ້ນາຍຕຳຫຼວດ, ເປັນປະທານ ແລະ ປະດັບຊັ້ນໂດຍ ພົຈວ ໜູໃບ ອິນທິສານ ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ເຊິ່ງໄດ້ເລື່ອນຊັ້ນດັ່ງນີ້:

  • ພັຕ ຂຶ້ນຊັ້ນ ພັທ 6 ສະຫາຍ ຍິງ 1 ສະຫາຍ
  • ຮອ ຂຶ້ນຊັ້ນ ພັຕ ຈໍານວນ 18 ສະຫາຍ ຍິງ 6 ສະຫາຍ
  • ຮທ ຂຶ້ນຊັ້ນ ຮອ ຈໍານວນ 39 ສະຫາຍ