ປະເທດສິງກະໂປ, ວັນທີ 17 ພະຈິກ 2023 – ຜູ້ປະກອບການເພື່ອສັງຄົມ ຈໍານວນ 6 ທີມ ​ຈາກ 5 ປະ​ເທດ​ໄດ້​ຮັບ​​ຊະ​ນະ​ເລີດ​ໃນ​ໂຄງ​ການ​ຜູ້ປະກອບການໄວໜຸ່ມເພື່ອ​ສັງ​ຄົມ (Young Social Entrepreneurs, YSE) ທົ່ວໂລກ ປະຈໍາ​ປີ​ນີ້​ ເຊິ່ງຈັດ​ຕັ້ງ​ຂຶ້ນໂດຍ ​ມູນ​ນິ​ທິ​ສາ​ກົນ​ສິງ​ກະ​ໂປ (SIF). ທີມ​ດັ່ງກ່າວແມ່ນ​ມີຕົວ​ແທນ 15 ທ່ານ ທີ່ເປັນ​ຊາວໜຸ່ມ​ຈາກປະເທດ​ຈີນ​, ອິນ​ເດຍ​, ອິນ​ໂດ​ເນ​ເຊຍ​, ລາວ​ ແລະ ​ສິງ​ກະ​ໂປ​.

ທີມດັ່ງກ່າວໄດ້ນໍາສະເໜີແນວຄວາມຄິດທາງທຸລະກິດທີ່ພົ້ນເດັ່ນທີ່ສຸດທີ່ສາມາດແກ້ໄຂສາເຫດທາງດ້ານສັງຄົມ ແລະ ສິ່ງແວດລ້ອມ ລວມທັງການບໍລິການທາງສຸຂະພາບຈິດ, ການອະນຸລັກນ້ໍາ, ການສະໜອງທັກສະ ແລະ ເຕັກໂນໂລຊີສໍາລັບຊຸມຊົນທີ່ຂາດແຄນ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ.

ໂຄງການ YSE GLOBAL ນີ້ຍັງປະສົບຜົນສໍາເລັດສູງທີ່ສຸດໃນຮອບ 14 ປີ ຂອງການໃຫ້ການສະໜັບສະໜູນທາງດ້ານການໃຫ້ຄໍາປຶກໃນໂຄງການ.

ທີ່ປຶກສາອາສາສະໝັກທັງໝົດ ຈໍານວນ 82 ທ່ານ ໄດ້ໃຊ້ເວລາຫຼາຍກວ່າ 330 ຊົ່ວໂມງ ເຮັດວຽກຮ່ວມກັບທີມທີ່ເຂົ້າຮ່ວມແຂ່ງຂັນໃນປີນີ້, ເຊິ່ງມີຈໍານວນຊົ່ວໂມງເພີ່ມຂຶ້ນເຖິງ 32% ຖ້າປຽບທຽບໃສ່ປີທີ່ຜ່ານມາ.

ການສະໜັບສະໜູນທາງດ້ານການໃຫ້ຄໍາປຶກສາໄດ້ເລີ່ມຕົ້ນໃນກອງປະຊຸມ YSE Global ປະຈໍາປີ 2023 ທີ່ຈັດຂຶ້ນໃນລະຫວ່າງວັນທີ 7 ຫາ 10 ເດືອນມິຖຸນາ. ທີ່ປຶກສາອາສາສະໝັກປະກອບດ້ວຍຊ່ຽວຊານດ້ານທຸລະກິດ ແລະ ຜູ້ປະກອບການເພື່ອສັງຄົມທີ່ມີຊື່ສຽງ ແລະ ພວກເຂົາໄດ້ຊ່ວຍ 46 ທີມເພື່ອເສີມສ້າງພື້ນຖານ ແລະ ຍຸດທະສາດທຸລະກິດຂອງພວກເຂົາ.

ທີມທັງໝົດ 15 ທີມ ຈາກກອງປະຊຸມທີ່ຈັດຂຶ້ນໃນເດືອນມິຖຸນາ ປະສົບຜົນສໍາເລັດໃນການຖືກຄັດເລືອກໃຫ້ເຂົ້າໄປໃນຮອບຕໍ່ໄປຂອງໂຄງການ ແລະ ໄດ້ຮັບການຊ່ວຍເຫຼືອຈາກທີ່ປຶກສາອາສາສະໝັກເຖິງ 3 ທ່ານ ຕັ້ງແຕ່ເດືອນກໍລະກົດ ຫາ ເດືອນຕຸລາ. ທີ່ປຶກສາອາສາສະໝັກປະກອບມີທີ່ປຶກສາທຸລະກິດຊັ້ນນໍາຈາກບໍລິສັດ McKinsey & Company, Temasek International, Bain & Company ແລະ ຊ່ຽວຊານໃນອຸດສາຫະກໍາຕ່າງໆ.

ໃນ​ໄລຍະ 4 ເດືອນ​ນີ້, ທີ່ປຶກສາອາສາສະໝັກ​ມີ​ບົດບາດ​ສຳຄັນ​ໃນ​ການ​ຊີ້​ນຳ​ບັນດາ​ຜູ້​ເຂົ້າ​ຮ່ວມການແຂ່ງຂັນ​ໃນ​ການ​ດຳ​ເນີນ​ທຸລະ​ກິດເພື່ອ​ສັງຄົມ. ພວກເຂົາຍັງໄດ້ຊ່ວຍກະກຽມທີມສໍາລັບກິດຈະກໍາທີ່ມີຊື່ວ່າ ການນໍາສະເໜີເພື່ອການປ່ຽນແປງ, ເຊິ່ງໄດ້ຖືກກໍານົດຂຶ້ນໃນເດືອນພະຈິກ ແລະ ຍັງຖືເປັນເຫດການສຸດທ້າຍສໍາລັບໂຄງການ YSE GLOBAL. ​ໃນ​ງານດັ່ງກ່າວ​ນີ້, ທີມຕ່າງໆ​ໄດ້ນໍາ​ສະ​ເໜີ​ແຜນ​ທຸລະ​ກິດ​ທີ່​ໄດ້ຮັບການປັບປຸງຂອງ​ຕົນ​ໃຫ້​ແກ່ຄະນະ​ກຳມະການ​ຕັດສິນ​ເພື່ອ​ຍາດເອົາ​ການ​ສະໜອງ​ທຶນ.

ທ່ານນາງ ມາດີຢາ ອາດີນາ (Mahdiyyah Ardhina), ສະມາຊິກຂອງ ຣູມາ ບຣີເກັດ (Rumah Briket) ແລະ ຜູ້ເຂົ້າຮ່ວມ YSE ປະຈໍາປີ 2023 ຈາກປະເທດອິນໂດເນເຊຍກ່າວວ່າ: “ໂຄງການ YSE GLOBAL ເປັນຫຼັກສູດທີ່ເຂັ້ມງວດສໍາລັບທີມຂອງພວກເຮົາຍ້ອນວ່າພວກເຮົາຍັງໃໝ່ໃນທຸລະກິດຂອງພວກເຮົາ. ພວກເຮົາຂໍຂອບໃຈທີ່ປຶກສາທຸກທ່ານສໍາລັບປະສົບການ ແລະ ການໃຫ້ຂໍ້ມູນຂອງພວກເຂົາ. ພວກ​ເຂົາ​ເປັນບຸກຄົນທີ່ມີ​ຄຸນ​ຄ່າສໍາລັບພວກເຮົາໃນຫຼາຍ​ເດືອນ​ທີ່ຜ່ານ​ມາ​ນີ້. ພວກເຂົາໄດ້ໃຫ້ຄວາມຮູ້ທີ່ສໍາຄັນໂດຍອີງໃສ່ປະສົບການດ້ານວິຊາຊີບໃນຫຼາຍປີ ແລະ ໃຫ້ທັດສະນະໃໝ່ໆກ່ຽວກັບແຜນທຸລະກິດຂອງພວກເຮົາ.” ຣູມາ ບຣີເກັດ ໄດ້ສ້າງແນວທາງການແກ້ໄຂສິ່ງເສດເຫຼືອໃຫ້ເປັນສູນ ທີ່ປ່ຽນສິ່ງເສດເຫຼືອອິນຊີ ແລະ ສິ່ງເສດເຫຼືອທີ່ບໍ່ແມ່ນອິນຊີ ແລະ ແປຮູບປ່ຽນໃຫ້ເປັນຖ່ານອັດກ້ອນ ແລະ ດິນຈີ່ປູທາງຍ່າງ.

ທ່ານ ດຣ. ໂຍກ ປີນ ທີ (Yoke Pean Thye), ຜູ້ຮ່ວມກໍ່ຕັ້ງຂອງ WISE, ເຊິ່ງເປັນອົງການທີ່ບໍ່ຫວັງຜົນກຳໄລທີ່ເຮັດວຽກເພື່ອກ້າວໄປສູ່ ອາຊີຕາເວັນອອກສຽງໃຕ້ ທີ່ມີຄວາມຍືນຍົງ ແລະ ມີຄວາມສະເໝີພາບ, ແລະ ເປັນທີ່ປຶກສາອາສາສະໝັກໃຫ້ແກ່ ຣູມາ ບຣີເກັດ, ໄດ້ກ່າວວ່າ: “ສິ່ງນີ້ເປັນກຽດໃຫ້ແກ່ຂ້າພະເຈົ້າທີ່ໄດ້ສະໜັບສະໜູນທີມງານ. ຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນສໍາລັບໂອກາດທີ່ຈະໄດ້ມອບກັບຄືນ ແລະ ຊ່ວຍ ຣູມາ ບຣີເກັດ ເພື່ອທົບທວນ ແລະ ປັບປຸງຮູບແບບທຸລະກິດຂອງພວກເຂົາ ພາຍຫຼັງທີ່ຂ້າພະເຈົ້າໄດ້ຮັບຜົນປະໂຫຍດຈາກກອງປະຊຸມລະດັບພາກພື້ນຂອງ YSE ໃນຫຼາຍປີກ່ອນ. ຂ້າພະ​ເຈົ້າ​ມີ​ຄວາມປຶ້ມປິຕິ ​ແລະ ໄດ້ແຮງບັນດານໃຈຈາກເຈດຈໍານົງ​ໃນ​ການ​ແກ້​ໄຂ​ວິ​ກິດ​ການ​ຄຸ້ມ​ຄອງ​ສິ່ງ​ເສດ​ເຫຼືອ​ຢູ່ປະເທດ​ອິນ​ໂດ​ເນ​ເຊຍ, ການ​ອຸທິດ​ຕົນ​ໃຫ້​ແກ່ທຸລະກິດເພື່ອ​ສັງຄົມ​ຂອງພວກ​ເຂົາ ​ແລະ ການສ້າງ​ຜົນ​ປະ​ໂຫຍ​ດຕໍ່​ຊຸມ​ຊົນ, ລວມ​ທັງ ​ແຮງ​ຈູງ​ໃຈ​ທີ່ຈະ​ຮຽນ​ຮູ້ ​ແລະ ທ້າ​ທາຍ​ຕົວພວກເຂົາ​ເອງ.”

ທ່ານ ດຣ. ໂຍກ ປີນ ທີ ຍັງໄດ້ຊຸກຍູ້ໃຫ້ປະຊາຊົນລົງທະບຽນເປັນທີ່ປຶກສາອາສາສະໝັກໃຫ້ຫຼາຍຂຶ້ນຕື່ມ ສໍາລັບໂຄງການ YSE GLOBAL. ທ່ານຍັງໄດ້ກ່າວວ່າ: “ມັນເປັນເສັ້ນທາງທີ່ມີຄວາມໝາຍສໍາລັບຜູ້ທີ່ມີຄວາມກະຕືລືລົ້ນທີ່ຈະແບ່ງປັນປະສົບການຂອງພວກເຂົາກັບໄວໜຸ່ມ ຜູ້ທີ່ກຳລັງຊອກຫາເສັ້ນທາງເດີນທີ່ມີຜົນກະທົບຕໍ່ສັງຄົມຂອງພວກເຂົາ.”

ທ່ານ ລຽນ ວີ ແຈວ (Lian Wee Cheow), ຮອງປະທານ ມູນ​ນິ​ທິ SIF ແລະ ເປັນຫົວໜ້າຄະນະກໍາມະການຂອງໂຄງການ YSE GLOBAL ປະຈໍາປີ 2023 ໄດ້ກ່າວວ່າ: “ການໃຫ້ຄໍາປຶກສາແມ່ນສ່ວນປະກອບສໍາຄັນຂອງໂຄງການ YSE GLOBAL. ທີ່ປຶກສາອາສາສະໝັກ YSE ຂອງພວກເຮົາ, ຜູ້ທີ່ເປັນຜູ້ນໍາໃນອຸດສາຫະກໍາທີ່ມີປະສົບການອັນໃຫຍ່ຫຼວງ, ໄດ້ໃຫ້ຄໍາໝັ້ນທີ່ຈະໃຫ້ເວລາຂອງພວກເຂົາທີ່ຈະແບ່ງປັນຄວາມຊໍານິຊໍານານ ແລະ ເຄືອຂ່າຍຂອງພວກເຂົາໃຫ້ກັບບັນດາຜູ້ສ້າງການປ່ຽນແປງທີ່ເຕັມໄປດ້ວຍແຮງບັນດານໃຈພວກເຮົາ. ສິ່ງນີ້ໄດ້ເປີດກ້ວາງມູມມອງຂອງຜູ້ເຂົ້າຮ່ວມໄວໜຸ່ມຂອງພວກເຮົາທີ່ຢູ່ໃນຈຸດເລີ່ມຕົ້ນທີ່ສໍາຄັນຂອງການເດີນທາງຂອງພວກເຂົາໃນຖານະຜູ້ປະກອບການເພື່ອສັງຄົມ.”

ທ່ານ ລຽນ ວີ ແຈວ ຍັງໄດ້ກ່າວຕື່ມວ່າ: “ນັບຕັ້ງແຕ່ປີ 2010, ໂຄງການ YSE GLOBAL ໄດ້ສະໜັບສະໜູນເຄືອຂ່າຍທີ່ກໍາລັງເຕີບໃຫຍ່ຂະຫຍາຍຕົວ, ເຊິ່ງໃນປັດຈຸບັນປະກອບມີຊາວໜຸ່ມຫຼາຍກວ່າ 1,400 ຄົນຈາກ 43 ປະເທດ, ເຊິ່ງເປັນຕົວແທນຂອງວິສາຫະກິດເພື່ອສັງຄົມ ເຖິງ 674 ແຫ່ງ. ໂດຍການໃຫ້ຄໍາແນະນໍາ, ກອງປະຊຸມການສ້າງຄວາມອາດສາມາດ ແລະ ໂອກາດໃນການຮຽນຮູ້ໃນພາກພື້ນ, ໂຄງການ YSE ສະໜັບສະໜູນກຸ່ມທີ່ກໍາລັງຈະເປັນຜູ້ປະກອບການເພື່ອສັງຄົມເພື່ອເລີ່ມຕົ້ນການເດີນທາງຂອງພວກເຂົາ.”

6 ໃນ 15 ທີມທີ່ໄດ້ຖືກຄັດເລືອກ ໄດ້ຮັບການປະກາດເປັນຜູ້ຊະນະເລີດໃນເວລາທີ່ພວກເຂົາເຂົ້າຮ່ວມ ການນໍາສະເໜີເພື່ອການປ່ຽນແປງ ອອນລາຍ ໃນວັນທີ 17 ພະຈິກ. ພວກເຂົາໄດ້ຖືກຄັດເລືອກໂດຍອີງໃສ່ຜົນກະທົບ ແລະ ຂະໜາດຂອງແນວຄວາມຄິດທຸລະກິດຂອງພວກເຂົາ, ລວມທັງ ລະດັບຄວາມມຸ່ງໝັ້ນຂອງພວກເຂົາ. ທີມທີ່ຖືກຄັດເລືອກລວມມີ (ຕາມລໍາດັບຕົວອັກສອນພາສາອັງກິດ):

  1. ອານຸບູຕີ ຊາມິຕີ (Anubhuti Samiti) (ປະເທດອິນເດຍ)
  2. ໄຊນາ ຮາວ (China House) (ປະເທດຈີນ)
  3. ໂຮມພາວ (HomePal) (ປະເທດສິງກະໂປ ແລະ ຈີນ)
  4. ເລີລາວ (LeLao) (ປະເທດລາວ)
  5. ຣີເສີໂວແອ (ReservoAir) (ປະເທດອິນໂດເນເຊຍ)
  6. ຣູມາ ບຣີເກັດ (Rumah Briket) (ປະເທດອິນໂດເນເຊຍ)

ແຕ່ລະທີມໄດ້ຮັບລາງວັນເງິນທຶນສູງເຖິງ 20,000 ໂດລາສິງກະໂປ ເພື່ອເປີດຕົວ ຫຼື ຂະຫຍາຍທຸລະກິດເພື່ອສັງຄົມຂອງພວກເຂົາ. ທີ່ປຶກສາອາສາສະໝັກຈະຖືກມອບໝາຍເພື່ອແນະນຳວິທີການນຳໃຊ້ເງິນທຶນ ແລະ ສະໜັບສະໜູນການພັດທະນາຂອງພວກເຂົາໃນອີກ 1 ປີເຄິ່ງ.

ທ່ານ ອີຣິກ ຈວາ (Eric Chua), ​ເລຂາທິການ​ລັດຖະສະພາ​ອາວຸໂສ, ກະຊວງ​ວັດທະນະທຳ, ຊຸມ​ຊົນ ​ແລະ ຊາວ​ໜຸ່ມ ​ແລະ ກະຊວງ​ພັດທະນາ​ສັງຄົມ ​ແລະ ຄອບຄົວ ​ຂອງປະເທດ​ສິງກະ​ໂປ, ​ໄດ້​ເປັນ​ແຂກຜູ້ມີກຽດ ທີ່​ເຂົ້າ​ຮ່ວມງານໃນຄັ້ງນີ້. ໃນບົດກ່າວ, ທ່ານ ອີຣິກ ຈວາ ໄດ້ຊົມເຊີຍຄວາມຕັ້ງໃຈຂອງບັນດາທີມຕ່າງໆທີ່ແກ້ໄຂບັນຫາທີ່ຫຍຸ້ງຍາກດ້ວຍຄວາມຄິດສ້າງສັນ ແລະ ຄວາມຢືດຢຸ່ນ.

ທ່ານໄດ້ກ່າວວ່າ: “ທີມເຫຼົ່ານີ້ໄດ້ສຸມເຫື່ອແຮງໃສ່ສາເຫດຕ່າງໆທາງສັງຄົມທີ່ພວກເຂົາສົນໃຈຢ່າງເລິກເຊິ່ງ. ພວກເຂົາໄດ້ນໍາສະເໜີແນວຄວາມຄິດທີ່ໜ້າສົນໃຈຫຼາຍ – ຈາກການເຂົ້າເຖິງການບໍລິການສຸຂະພາບຈິດ, ການຈັດຕັ້ງປະຕິບັດແບບຍືນຍົງ, ຄວາມສະເໝີພາບດ້ານການສຶກສາ ແລະການສະໜັບສະໜູນຊຸມຊົນທີ່ມີຄວາມສ່ຽງ. ຫຼາຍຄົນໄດ້ເວົ້າຢ່າງກະຕືລືລົ້ນຕໍ່ກັບການສ້າງການປ່ຽນແປງທີ່ມີຄວາມໝາຍໃນສັງຄົມ. ຂ້າ​ພະ​ເຈົ້າປະທັບໃຈຕໍ່ກັບ​ຄວາມ​ກະ​ຕື​ລື​ລົ້ນ​ຂອງ​ພວກເຂົາ​ໃນ​ຄວາມຕ້ອງການທີ່ຈະ​ຮັບ​ໃຊ້​ຄົນ​ອື່ນ ແລະ ​ການ​ອຸ​ທິດ​ຕົນ​ຂອງພວກ​ເຂົາ​ໃນ​ການແນມ​ເບິ່ງໄກກວ່າ​ຄວາມ​ຕ້ອງ​ການໃນປັດຈຸບັນ ​ເພື່ອ​ປະ​ດິດ​ສ້າງ​ວິ​ທີການ​ແກ້​ໄຂ​ສໍາ​ລັບ​ຊຸມ​ຊົນໂດຍລວມ. ນີ້​ບໍ່​ແມ່ນ​ການ​ເຮັດ​ວຽກ​ທີ່​ງ່າຍ​ດາຍເລີຍ.”

ທ່ານ ໄລ ໂຮຍ ບິງ (Lai Hoi Bing), ຜູ້ຮ່ວມກໍ່ຕັ້ງຂອງ ໂຮມພາວ (Homepal) ຈາກປະເທດສິງກະໂປ, ໄດ້ກ່າວວ່າ: “ໂຄງການ YSE GLOBAL ເປັນໂຄງການທີ່ໃຫ້ປະສົບການທີ່ດີ ແລະ ມີຄຸນຄ່າ ທີ່ບໍ່ເຄີຍມີມາກ່ອນ. ຄລີນິກທຸລະກິດ ແລະ ກອງປະຊຸມເຝິກອົບຮົມຕ່າງໆໄດ້ໃຫ້ທັກສະ ແລະ ຄວາມຮູ້ທີ່ກ່ຽວຂ້ອງ ແກ່ທີມຂອງຂ້າພະເຈົ້າ ເຊັ່ນ: ການນຳໃຊ້ເຄື່ອງມືອອກແບບຮູບແບບທຸລະກິດເພື່ອສັງຄົມເພື່ອປັບປ່ຽນຍຸດທະສາດການຕະຫຼາດ ແລະ ການຄິດໄລ່ຜົນກະທົບທາງສັງຄົມຂອງພວກເຮົາ.

ພວກ​ເຮົາ​ຫວັງ​ວ່າ​ຈະ​ນຳ​ໃຊ້​ການ​ຮຽນ​ຮູ້​ໃໝ່​ເຫຼົ່າ​ນີ້​ເພື່ອ​ຊຸກ​ຍູ້​ທຸລະກິດເພື່ອ​ສັງ​ຄົມ​ຂອງ​ພວກ​ເຮົາ​ໄປ​ສູ່​ລະ​ດັບ​ຕໍ່​ໄປ. ພວກເຮົາຫວັງວ່າຈະຂະຫຍາຍທຸລະກິດເພື່ອສັງຄົມຂອງພວກເຮົາດ້ວຍການຊ່ວຍເຫຼືອລ້ານີ້.” ໂຮມພາວ ເປັນທຸລະກິດເພື່ອສັງຄົມຈາກປະເທດສິງກະໂປ ແລະ ປະເທດຈີນ ທີ່ສະໜັບສະໜູນຜູ້ສູງອາຍຸໂດຍຜ່ານການພັດທະນາລະບົບອິນເຕີເນັດ (IoT) ໂດຍການນໍາໃຊ້ແນວທາງການແກ້ໄຂທີ່ມີການຕິດຕາມເຮືອນທີ່ຮັກສາຄວາມເປັນສ່ວນຕົວ ແລະ ຄວາມປອດໄພ.

ທ່ານ ນາງ ມະນີທິບ ວົງພະຈັນ, ຜູ້ຮ່ວມກໍ່ຕັ້ງ ເລີລາວ (LeLao) ຈາກປະເທດລາວ, ໄດ້ຮັບແຮງບັນດານໃຈຈາກທີມງານ YSE GLOBAL ອື່ນໆ. ນາງໄດ້ກ່າວວ່າ: “ໂຄງການໄດ້ແນະນຳຂ້າພະເຈົ້າໃຫ້ຮູ້ຈັກກັບເຄືອຂ່າຍຂອງໝູ່ເພື່ອນທີ່ມີແນວຄວາມຄິດແບບດຽວກັນໃນທົ່ວໂລກ ຜູ້ທີ່ກໍາລັງເຮັດວຽກທີ່ໜ້າສົນໃຈເພື່ອສ້າງຄວາມແຕກຕ່າງໃນທາງທີ່ດີຕໍ່ສັງຄົມ. ພາກສ່ວນທີ່ຂ້າພະເຈົ້າມັກທີ່ສຸດຂອງໂຄງການແມ່ນເວລາທີ່ພວກເຮົາໄດ້ແລກປ່ຽນຄວາມຄິດ ແລະ ຮຽນຮູ້ຂໍ້ມູນໃໝ່ໆກ່ຽວກັບຊຸມຊົນຂອງພວກເຮົາ.

ຂ້າພະເຈົ້າຮູ້ສຶກໂດດດ່ຽວໜ້ອຍລົງ ແລະ ໄດ້ຮັບແຮງບັນດານໃຈເພີ່ມຂຶ້ນເພື່ອສືບຕໍ່ເຮັດວຽກຂອງພວກເຮົາໃນການເສີມສ້າງຄວາມເຂັ້ມແຂງໃຫ້ກັບຊຸມຊົນທີ່ມີຄວາມສ່ຽງ ໂດຍຜ່ານແຟຊັ່ນແບບນິເວດ.” ພະນັກງານຂອງ ເລີລາວ ສ້າງຜະລິດຕະພັນແຟຊັນທີ່ມີລາຄາສົມເຫດສົມຜົນ ແລະ ຍືນຍົງທີ່ນຳເອົາສິ່ງເສດເຫຼືອຈາກຜ້າມາໃຊ້ຄືນ ແລະ ຜະລິດຕະພັນດັ່ງກ່າວໄດ້ຖືກອອກແບບເພື່ອສະແດງເຖິງມໍລະດົກວັດທະນະທຳຂອງລາວທີ່ອຸດົມສົມບູນ.