ໃນວັນທີ 24 ພະຈິກ 2023, ກະຊວງ ປກສ ຈັດກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍຜົນສໍາເລັດ ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ກະຊວງປ້ອງກັນຄວາມສະຫງົບ ສະໄໝທີ V, ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ, ຄໍາສັ່ງແນະນໍາຂອງຄະນະພັກ ກະຊວງ ປກສ ວ່າດ້ວຍ ການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ; ເປັນປະທານໂດຍ ສະຫາຍ ພົທ ກົງທອງ ພົງວິຈິດ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີ ກະຊວງ ປກສ, ມີບັນດາຄະນະປະຈໍາພັກ, ຄະນະພັກກະຊວງ, ຄະນະພັກກົມໃຫຍ່, ຫ້ອງວ່າການ, ກົມກອງ, ວິທະຍາຄານ ອ້ອມຂ້າງ ກະຊວງ ປກສ ເຂົ້າຮ່ວມ.

+ ບັນດາເອກະສານທີ່ນໍາມາເຊື່ອມຊຶມ ແລະ ຜັນຂະຫຍາຍໃນຄັ້ງນີ້ ປະກອບມີ:

  • ມະຕິກອງປະຊຸມຄົບຄະນະ ຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
  • ເນື້ອໃນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ກະຊວງປ້ອງກັນຄວາມສະຫງົບ ສະໄໝທີ V
  • ບົດຄໍາເຫັນໂອ້ລົມຂອງ ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ
  • ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍ ການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ສະບັບເລກທີ 411/ຄລສພ ລົງວັນທີ 8 ສິງຫາ 2023
  • ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ສະບັບເລກທີ 211/ຄຈສພ ລົງວັນທີ 16 ສິງຫາ 2023
  • ຄໍາແນະນໍາຂອງຄະນະໂຄສະນາອົບຮົມສູນກາງພັກ ກ່ຽວກັບການສ້າງຂະບວນການ ເພື່ອກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ເລກທີ 254/ຄອສພ ລົງວັນທີ 6 ພະຈິກ 2023
  • ຄໍາສັ່ງແນະນໍາຂອງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ຂອງພັກແຕ່ລະຂັ້ນ ທົ່ວອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 5/ຄພປກສ ລົງວັນທີ 4 ຕຸລາ 2023
  • ຄໍາແນະນໍາຂອງກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ ກ່ຽວກັບການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ຂອງພັກແຕ່ລະຂັ້ນ ທົ່ວອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 4788/ກມປສ ລົງວັນທີ 6 ຕຸລາ 2023
  • ນອກນີ້, ຍັງໄດ້ເຊື່ອມຊຶມກ່ຽວກັບ ວັນການທູດລາວ ຄົບຮອບ 78 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ.

+ ສະຫາຍ ພົທ ກົງທອງ ພົງວິຈິດ ກ່າວວ່າ:

ກອງປະຊຸມເຊື່ອມຊຶມຄັ້ງນີ້ ມີຄວາມໝາຍສຳຄັນຍິິ່ງຕໍ່ກັບຊີວິດການເມືອງຂອງກຳລັງພວກເຮົາ ທັງແມ່ນຄວາມຮຽກຮ້ອງຕ້ອງການຢ່າງພາວະວິໄສ ເພື່ອໃຫ້ບັນດາສະຫາຍນຳເອົາໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ ຂອງແຕ່ລະກົມກອງ ໃຫ້ເກີດດອກອອກຜົນເປັນຮູບປະທຳຢ່າງແທ້ຈິງ ແລະ ທັງເປັນການກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ບັນດາເຫດການການເມືອງທີ່ຈະເກີດຂຶ້ນ ໃນໄລຍະໃກ້ຈະມາເຖິງ ເປັນຕົ້ນການຈັດຕັ້ງດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ.

ພ້ອມນີ້, ເຫດການໜຶ່ງທີ່ສຳຄັນຄື ປະເທດພວກເຮົາ ໄດ້ຮັບກຽດເປັນ ປະທານອາຊຽນ ເວົ້າລວມແມ່ນເພື່ອສືບຕໍ່ປັບປຸງພັກ, ປັບປຸງກໍາລັງປ້ອງກັນຄວາມສະຫງົບ ໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ທັນສະໄໝຂຶ້ນເທື່ອລະກ້າວ, ກຽມພ້ອມຮັບໃຊ້ເຫດການສຳຄັນດັ່ງກ່າວ ໃຫ້ມີຜົນສຳເລັດຢ່າງຈົບງາມ.