ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງ ປກສ ໄດ້ໂອ້ລົມຕໍ່ຄະນະພັກ-ຄະນະກົມ, ຫ້ອງ, ຫົວໜ້າພະແນກ-ຮອງພະແນກ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ອ້ອມຂ້າງ ກົມໃຫຍ່ຕຳຫຼວດ ຈົ່ງຍົກສູງສະຕິຄວາມຮັບຜິດຊອບ ແລະ ເອົາຈິງເອົາຈັງໃນການປະຕິບັດໜ້າທີ່ການເມືອງ ທີ່ຂັ້ນເທິງມອບໝາຍໃຫ້ ເປັນຕົ້ນແມ່ນ ຄວາມເປັນແບບຢ່າງໃນການເຮັດໜ້າທີ່ວຽກງານ.

ບັນດາສະຫາຍ ຕ້ອງມີຄວາມບໍລິສຸດສັດຊື່ຕໍ່ພັກ-ລັດ, ປະຕິບັດລະບຽບກົດໝາຍຂອງລັດ ແລະ ປະຕິບັດຫຼັກການວິຊາສະເພາະ ຂອງກຳລັງປ້ອງກັນຄວາມສະຫງົບ ຢ່າງເຂັ້ມງວດ, ມີສະຕິຕໍ່ການຈັດຕັ້ງ, ສະຕິຕໍ່ລະບຽບວິໄນ ຂອງກຳລັງປ້ອງກັນຄວາມສະຫງົບ ດັ່ງຄໍາເວົ້າຂອງພັກທີ່ວ່າ “ພັກບອກຕ້ອງຟັງ ພັກສັ່ງຕ້ອງປະຕິບັດ ແລະ ຮັບໃຊ້ປະຊາຊົນ ຄືລົມຫາຍໃຈເຂົ້າ-ອອກຂອງຕົນເອງ”.

ໃນໂອກາດທີ່ ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງ ປກສ ໄດ້ເຂົ້າເປັນປະທານຕໍ່ພິທີປະກາດແຕ່ງຕັ້ງ ແລະ ດັດແກ້ຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ ທີ່ຂຶ້ນກັບ ກົມໃຫຍ່ຕໍາຫຼວດ, ທ່ານໄດ້ມີຄໍາເຫັນໂອ້ລົມຕໍ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງຄັ້ງນີ້ ວ່າ:

ພິທີປະກາດການແຕ່ງຕັ້ງນາຍຕຳຫຼວດ ກົມໃຫຍ່ຕຳຫຼວດ ໃນຄັ້ງນີ້ ສຸດທີ່ມີຄວາມໝາຍຄວາມສຳຄັນ ສຳລັບກຳລັງຕຳຫຼວດ ກົມໃຫຍ່ຕໍາຫຼວດຂອງພວກເຮົາ ເພາະວ່າເປັນການປະຕິບັດແນວທາງນະໂຍບາຍ-ລະບຽບຫຼັກການຂອງພັກ ຕໍ່ກຳລັງປ້ອງກັນຄວາມສະຫງົບ, ເປັນການມອບໝາຍໜ້າທີ່ຄວາມຮັບຜິດຊອບອັນໜັກໜ່ວງ ແລະ ສູງຂຶ້ນ, ເປັນການໄວ້ເນື້ອເຊື່ອໃຈຂອງຂັ້ນເທິງ ຕໍ່ກຳລັງປ້ອງກັນຄວາມສະຫງົບ, ເປັນການຢັ້ງຢືນຜົນງານຄຸນງາມຄວາມດີ; ອັນນີ້ສະແດງເຖິງຄວາມໄວ້ເນື້ອເຊື່ອໃຈຂອງພັກ-ລັດ ເວົ້າລວມ, ເວົ້າສະເພາະ ຄະນະພັກ-ຄະນະນຳ ກະຊວງປ້ອງກັນຄວາມສະຫງົບ ຕໍ່ນາຍຕຳຫຼວດ ກົມໃຫຍ່ຕຳຫຼວດ.

ເຊິ່ງເປັນຂີດໝາຍຜົນສໍາເລັດ ໃນເບື້ອງຕົ້ນ ແຕ່ສໍາຄັນທີ່ສຸດ ບັນດາສະຫາຍຕ້ອງມີຄວາມສະດຸ້ງໄວ, ມີຄວາມຕື່ນຕົວ ແລະ ຈັດຕັ້ງປະຕິບັດຄໍາສັ່ງຂອງຂັ້ນເທິງຢ່າງເຂັ້ມງວດ, ຕັ້ງໃຈປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍຈາກພັກ-ລັດ, ການຈັດຕັ້ງຂັ້ນເທິງ ໃນໜ້າທີ່ວຽກງງານຂອງຕົນ ດ້ວຍຄວາມຮັບຜິດຊອບສູງ.

ໃນຕໍ່ໜ້າ, ບັນດາສະຫາຍ ຈະຕ້ອງໄດ້ເພີ່ມທະວີ ແລະ ເອົາໃຈໃສ່ຂຶ້ນຕື່ມ. ສະນັ້ນ, ບັນດາສະຫຼາຍທີ່ໄດ້ຮັບການແຕ່ງຕັ້ງໃໝ່ໃນຄັ້ງນີ້ ຄວນເອົາໃຈໃສ່ບາງບັນຫາໃນຕໍ່ໜ້າ ຄື ຕ້ອງເພີ່ມທະວີຄວາມສາມັກຄີ, ຄວາມເປັນເອກະພາບພາຍໃນພັກ-ພາຍໃນກົມກອງຂອງຕົນໃຫ້ດີ, ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ ແລະ ສະຕິລະວັງຕົວຕໍ່ກົມອຸບາຍແບ່ງແຍກມ້າງເພທຳລາຍຂອງກຸ່ມຄົນບໍ່ດີ, ຕ້ອງອອກແຮງຝຶກຝົນຫຼໍ່ຫຼອມຕົນເອງຢ່າງຕັ້ງໜ້າ, ຄົ້ນຄວ້າຊອກຮູ້ຮ່ຳຮຽນ, ຍົກລະດັບຄວາມຮູ້-ຄວາມສາມາດດ້ານຕ່າງໆໃຫ້ສູງຂຶ້ນ ເພື່ອເຮັດຫຼ້ອນໜ້າທີ່ການເມືອງຂອງຕົນ.

ກ່ອນອື່ນ, ບັນດາສະຫາຍ ຕ້ອງມີທັດສະນະຫຼັກໝັ້ນຊົນຊັ້ນທີ່ໜັກແໜ້ນ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນຢ່າງເຂັ້ມງວດ ແລະ ຢູ່ພາຍໃຕ້ການນຳພາລວມສູນ, ເປັນເອກະພາບ ແລະ ຮອບດ້ານຂອງພັກ, ການຈັດຕັ້ງຂັ້ນເທິງຂອງຕົນ; ຕ້ອງໄດ້ເຊື່ອມຊຶມແນວທາງປ່ຽນແປງໃໝ່ຂອງພັກ, ກຳແໜ້ນລະບຽບກົດໝາຍຂອງລັດ ໂດຍສະເພາະ ກຳແໜ້ນທິດທາງແຜນການຂອງ ກົມໃຫຍ່ຕຳຫຼວດ ແລະ ຕື່ນຕົວປະຕິບັດ, ຕ້ອງເຊີດຊູນໍ້າໃຈຮັກຊາດ, ຮັກລະບອບໃໝ່, ມີມານະຈິດທົນທານໜຽວແໜ້ນ, ກຽມພ້ອມທັບມ້າງທຸກກົນອຸບາຍຫັນປ່ຽນໂດຍສັນຕິຂອງກຸ່ມຄົນບໍ່ດີ ເພື່ອປົກປັນຮັກສາຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ເດັດດ່ຽວປົກປັກຮັກສາຄວາມປອດໄພ ໃຫ້ແກ່ການນໍາພັກ-ລັດ, ປົກປັກຮັກສາຊີວິດ ແລະ ຊັບສິນຂອງປະຊາຊົນລາວບັນດາເຜົ່າ.

ພາລະກິດປະຕິວັດຂອງຊາດເຮົາ ເວລາໃດກໍຕິດພັນກັບການປະຕິວັດໂລກ, ພັກເຮົາຍາມໃດກໍສົມທົບແໜ້ນລັດທິຮັກຊາດ ກັບລັດທິສາກົນອັນຜ່ອງໃສ, ສົມທົບກຳລັງແຮງຂອງຊາດ ກັບກຳລັງແຮງຂອງຍຸກສະໃໝ່. ດັ່ງນັ້ນ, ຕ້ອງເພີ່ມທະວີການພົວພັນສາມັກຄີແບບພິເສດ ກັບກໍາລັງປ້ອງກັນຄວາມສະຫງົບຂອງບັນດາປະເທດເພື່ອນມິດຍຸດທະສາດ ແລະ ສາກົນ.

ໃນນາມເປັນກໍາລັງປ້ອງກັນຄວາມສະຫງົບ ເວົ້າລວມ, ເວົ້າສະເພາະ ກຳລັງກົມໃຫຍ່ຕຳຫຼວດ ບັນດາສະຫາຍຕ້ອງມີສະຕິຮັກຊາດສູງ, ມີຄວາມຈົ່ງຮັກພັກດີຕໍ່ພັກ, ກ້າເສຍສະຫຼະເພື່ອຜົນປະໂຫຍດຂອງຊາດ, ມີສະຕິລະວັງຕົວຕໍ່ກົນອຸບາຍຂອງກຸ່ມຄົນບໍ່ດີ ທີ່ຫວັງທຳລາຍມ້າງເພ, ນຳຜົນເສຍຫາຍມາສູ່ປະເທດຊາດ, ການຈັດຕັ້ງ ແລະ ປະຊາຊົນຢ່າງເດັດຂາດ.

ຈັດຕັ້ງປະຕິບັດເນື້ອໃນ 4 ບຸກທະລຸ, ວາລະແຫ່ງຊາດ ກໍຄື 1 ແຜນງານ, 4 ໂຄງການ ແລະ 16 ວຽກງານຈຸດສຸມ ວຽກງານວິຊາສະເພາະ, ກໍຄື ທິດທາງແຜນການຂອງກົມໃຫຍ່ຕຳຫຼວດ ວາງອອກ ໃຫ້ມີຜົນສຳເລັດ ແລະ ກ້າວຂຶ້ນເປັນກຳລັງທີ່ມີແບບແຜນທັນສະໄໝເທື່ອລະກ້າວ, ຕ້ອງບຸກບືນປັບປຸງກໍ່ສ້າງຕົນເອງ ໃຫ້ໜັກແໜ້ນທາງດ້ານການເມືອງແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີຄວາມຊຳນິຊຳນານທາງດ້ານວິຊາສະເພາະ ແລະ ມີຄວາມສາມາດຮັບເອົາອັນໃໝ່ໆຂອງໂລກ.

ຖ້າຢາກເຮັດໄດ້ແນວນັ້ນ, ກຳລັງວິຊາສະເພາະ ທົ່ວກົມໃຫຍ່ຕຳຫຼວດ ຕ້ອງອອກແຮງຊອກຮູ້ຮ່ຳຮຽນ, ຍົກລະດັບຕົນເອງໃຫ້ມີຄວາມຮູ້, ຄວາມສາມາດສູງຂຶ້ນຕື່ມ ເປັນຕົ້ນ ພາສາຕ່າງປະເທດ, ວິທະຍາສາດເຕັກນິກ ຈຶ່ງຈະເຮັດໃຫ້ກຳລັງກົມໃຫຍ່ຕຳຫຼວດເຮົາກ້າວຂຶ້ນ ທັນກັບຄວາມຮຽກຮ້ອງຕ້ອງການກັບໜ້າທີ່ການເມືອງ ໃນໄລຍະໃໝ່. ບໍ່ດັ່ງນັ້ນ, ເຮົາຈະກາຍເປັນຜູ້ຫຼ້າຫຼັງໄປໃນຕົວ ໂດຍບໍ່ທັນສະພາບການ ແລະ ສຸດທ້າຍຈະບໍ່ສາມາດເຮັດຫຼ້ອນໜ້າທີ່ການເມືອງທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້.

ພ້ອມນີ້, ຕ້ອງຮູ້ຜັນຂະຫຍາຍເນື້ອໃນທາດແທ້ມູນເຊື້ອ ຂອງກໍາລັງປ້ອງກັນຄວາມສະຫງົບ ເປັນຕົ້ນແມ່ນ 3 ທາດແທ້, 7 ມູນເຊື້ອ ແລະ ສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງຢ່າງຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ອັນມີກຽດ ແລະ ໜັກໜ່ວງດັ່ງກ່າວນີ້; ການນຳ ກະຊວງປ້ອງກັນຄວາມສະຫງົບ ແລະ ການນຳ ກົມໃຫຍ່ຕຳຫຼວດ ໄດ້ມອບຄວາມໄວ້ວາງໃຈໃຫ້ແກ່ບັນດາສະຫາຍ ແລະ ຈະສືບຕໍ່ຕິດຕາມຜົນງານ, ຄວາມກ້າວໜ້າ, ການເຕີບໃຫຍ່ຂອງບັນດາສະຫາຍ ທີ່ເຄື່ອນໄຫວວຽກງານຕົວຈິງ ຢູ່ພາຍໃນກົມກອງຂອງຕົນ.