ເພື່ອຊຸກຍູ້, ສົ່ງເສີມໃຫ້ຜູ້ຜະລິດ, ກຸ່ມ, ສະຫະກອນ, ສະມາຄົມ ແລະ ຜູ້ປະກອບການຜະລິດພືດ ໃຫ້ໄດ້ປະລິມານ, ຄຸນນະພາບ ແລະ ມາດຕະຖານ ເພື່ອປ້ອນໂຮງງານປຸງແຕ່ງໃຫ້ພຽງພໍ ແລະ ສົ່ງອອກຕ່າງປະເທດ ທັງເປັນການຍົກລະດັບໂຮງງານປຸງແຕ່ງພືດ, ຫ້ອງວິໄຈ, ສາງເກັບຮັກສາ ແລະ ອື່ນໆ ທີ່ເອື້ອອໍານວຍຄວາມສະດວກໃຫ້ແກ່ການສົ່ງເສີມການຜະລິດ ແລະ ການປຸງແຕ່ງພືດ ແລະ ຜະລິດຕະພັນພືດ ໃຫ້ໄດ້ມາດຕະຖານ; ລັດຖະບານ ໄດ້ມີນະໂຍບາຍສົ່ງເສີມດ້ານຄຸນນະພາບ ແລະ ການປຸງແຕ່ງພືດ ແນໃສ່ແກ້ໄຂບັນຫາກ່ຽວຂ້ອງທີ່ຍັງຄົງຄ້າງ.

ໃນໄລຍະຜ່ານມາ, ບັນຫາທີ່ເກີດຂຶ້ນມີຫຼາຍບັນຫາສົມຄວນ ເປັນຕົ້ນ 7 ບັນຫາ ທີ່ລະບຸໃນນະໂຍບາຍດັ່ງກ່າວນີ້ ເຊິ່ງແມ່ນນະໂຍບາຍທີ 3 ຂອງ 8 ນະໂຍບາຍ ໃນນະໂຍບາຍແຫ່ງຊາດ ວ່າດ້ວຍ ການສົ່ງເສີມການປູກພືດ ຂອງ ສປປ ລາວ ໂດຍການຮັບຮອງ ແລະ ປະກາດໃຊ້ຂອງນາຍົກລັດຖະມົນຕີ ເຊິ່ງແມ່ນດຳລັດເລກທີ 226/ນຍ, ລົງວັນທີ 10/7/2023 ໄດ້ໃຫ້ຮູ້ວ່າ:

1). ການຈັດຕັ້ງກໍາລັງການຜະລິດ ເພື່ອສະໜອງວັດຖຸດິບປ້ອນໂຮງງານປຸງແຕ່ງພືດ ຍັງບໍ່ທັນໄດ້ຄຸນນະພາບ, ມາດຕະຖານ ແລະ ບໍ່ພຽງພໍກັບຄວາມຕ້ອງການ;

2). ໂຮງງານປຸງແຕ່ງພືດ ແລະ ຜະລິດຕະພັນພືດ ສ່ວນໃຫຍ່ແມ່ນໂຮງງານຂະໜາດນ້ອຍ, ບໍ່ໄດ້ມາດຕະຖານຂອງພາກພື້ນ ແລະ ສາກົນ;

3). ການປຸງແຕ່ງ ແລະ ການຕະຫຼາດພືດ ແລະ ຜະລິດຕະພັນພືດ ຍັງບໍ່ເຂັ້ມແຂງ, ບໍ່ສາມາດແຂ່ງຂັນທາງດ້ານການຄ້າ ໂດຍສະເພາະ ລາຄາ ແລະ ມາດຕະຖານຂອງຜະລິດຕະພັນ, ການປະຕິບັດສັນຍາສອງສົ້ນ ລະຫວ່າງ ຜູ້ຜະລິດ ແລະ ຜູ້ປະກອບການ ຍັງບໍ່ທັນໄດ້ດີເທົ່າທີ່ຄວນ;

4). ການລົງທຶນໃສ່ ການພັດທະນາໂຄງລ່າງພື້ນຖານວິທະຍາສາດເຕັກໂນໂລຊີ, ມາດຕະຖານໂຮງງານ, ຫ້ອງວິໄຈ, ໂຮງເຮືອນປູກພືດ, ໂຮງເຮືອນຫຸ້ມຫໍ່, ລານຕາກ ແລະ ສາງເກັບຮັກສາ ຍັງບໍ່ທັນສູງ ແລະ ບໍ່ໄດ້ມາດຕະຖານ;

5). ການສົ່ງເສີມ ແລະ ພັດທະນາກະສິກໍາສະອາດ ບໍ່ທັນກວ້າງຂວາງ ແລະ ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດ;

6). ການຄຸ້ມຄອງການລົງທຶນດ້ານການປູກພືດເປັນສິນຄ້າ ຍັງບໍ່ທັນຈັດຕັ້ງປະຕິບັດໄດ້ຢ່າງສອດຄ່ອງ ຕາມກົດໝາຍ ແລະ ລະບຽບການທີ່ກໍານົດໄວ້;

7). ການຈັດການ, ການນໍາໃຊ້ສິ່ງເສດເຫຼືອ ຈາກການປຸງແຕ່ງພືດ ຍັງບໍ່ທັນໄດ້ປະຕິບັດຕາມລະບຽບການ.

ດັ່ງນັ້ນ, ເພື່ອຕ້ອງການແກ້ໄຂບັນດາບັນຫາດັ່ງກ່າວ ລັດຖະບານໄດ້ມີນະໂຍບາຍຊຸກຍູ້, ສົ່ງເສີມໃຫ້ຜູ້ປະກອບການ ຜະລິດພືດຕາມຕ່ອງໂສ້ການຜະລິດ ຕິດພັນກັບການປຸງແຕ່ງໃຫ້ໄດ້ມາດຕະຖານ ແລະ ສາມາດແຂ່ງຂັນທາງດ້ານການຄ້າ ດ້ວຍການຮ່ວມສໍາພັນເສດຖະກິດ ລະຫວ່າງ ຜູ້ຜະລິດ, ກຸ່ມ, ສະຫະກອນ ຫຼື ສະມາຄົມ; ຊຸກຍູ້, ສົ່ງເສີມໃຫ້ທຸກພາກສ່ວນເສດຖະກິດ ລົງທຶນພັດທະນາໂຄງລ່າງພື້ນຖານວິທະຍາສາດເຕັກໂນໂລຊີ, ໂຮງງານປຸງແຕ່ງພືດ, ຫ້ອງວິໄຈຄຸນນະພາບມາດຕະຖານສິນຄ້າພືດ ໃຫ້ເປັນລະບົບ ແລະ ສອດຄ່ອງຕາມມາດຕະຖານຂອງພາກພື້ນ ແລະ ສາກົນ.

ພ້ອມນີ້, ສົ່ງເສີມ ແລະ ອໍານວຍຄວາມສະດວກໃຫ້ພາກສ່ວນທຸລະກິດ ລົງທຶນໃສ່ການຜະລິດ ແລະ ການສະໜອງນໍ້າຢ່າງພຽງພໍໃຫ້ແກ່ການຜະລິດກະສິກໍາສະອາດ ໂດຍນໍາໃຊ້ເຕັກໂນໂລຊີທີ່ສະອາດ ແລະ ເປັນມິດຕໍ່ສິ່ງແວດລ້ອມ, ການກວດກາ ແລະ ຢັ້ງຢືນຕາມກົດໝາຍ ແລະ ລະບຽບການ; ຊຸກຍູ້ການເຮັດສັນຍາຜູກພັນລະຫວ່າງ ຜູ້ຜະລິດ ແລະ ຜູ້ຊື້ ທີ່ເປັນທໍາ ແລະ ພັດທະນາການຄຸ້ມຄອງ, ການຊື້-ຂາຍພືດ ຜ່ານລະບົບເອເລັກໂຕຣນິກ.

ນອກຈາກນີ້, ລັດ ກໍກໍານົດນິຕິກໍາ, ກົນໄກ ແລະ ວິທີການຄຸ້ມຄອງການລົງທຶນປູກພືດເປັນສິນຄ້າ ເພື່ອສະໜັບສະໜູນໃຫ້ຜູ້ລົງທຶນ ໄດ້ຮັບນະໂຍບາຍຍົກເວັ້ນພາສີ, ອາກອນມູນຄ່າເພີ່ມ ສໍາລັບການນໍາເຂົ້າພາຫະນະ, ເຄື່ອງມື ແລະ ອຸປະກອນ ເພື່ອຮັບໃຊ້ການຜະລິດ, ປຸງແຕ່ງພືດ ແລະ ຜະລິດຕະພັນພືດ; ຊຸກຍູ້, ສົ່ງເສີມໂຮງງານປຸງແຕ່ງພືດທີ່ໄດ້ຮັບມາດຕະຖານການຜະລິດທີ່ດີ ທີ່ໄດ້ຢັ້ງຢືນ ແລະ ຮັບຮອງຈາກກົມປູກຝັງ ຈະໄດ້ຮັບນະໂຍບາຍຫຼຸດຜ່ອນກະແສໄຟຟ້າ ເທົ່າກັບກະແສໄຟຟ້າກະສິກໍາ; ຊຸກຍູ້, ສົ່ງເສີມໃຫ້ມີການນໍາໃຊ້ສິ່ງເສດເຫຼືອຈາກການຜະລິດ ແລະ ການປຸງແຕ່ງພືດ ໃຫ້ເກີດປະໂຫຍດສູງສຸດ ດ້ວຍການເຮັດຝຸ່ນໝັກ, ຝຸ່ນບົ່ມ, ແກັສຊີວະພາບ ແລະ ພະລັງງານໝູນວຽນ ເຊິ່ງເປັນມິດກັບສິ່ງແວດລ້ອມ.

ສັງລວມແລ້ວ, ບັນດານະໂຍບາຍທີ່ກຳນົດຂ້າງເທິງ ໃນນະໂຍບາຍສົ່ງເສີມດ້ານຄຸນນະພາບ ແລະ ການປຸງແຕ່ງພືດ ກໍເພື່ອແກ້ໄຂ 7 ບັນຫາທີ່ກ່ຽວຂ້ອງກັບການສົ່ງເສີມການປູດພືດ ເພື່ອປະກອບສ່ວນໃຫ້ ສປປ ລາວ ສາມາດບັນລຸເປົ້າໝາຍສູ້ຊົນການຜະລິດເຂົ້າ ໃຫ້ໄດ້ 4 ລ້ານໂຕນ, ການຜະລິດພືດສະບຽງອາຫານ ແລະ ການຜະລິດເປັນສິນຄ້າ ໃຫ້ໄດ້ 10 ລ້ານກວ່າໂຕນ, ບັນລຸມູນຄ່າການສົ່ງອອກພືດ ແລະ ຜະລິດຕະພັນພືດ ຮອດປີ 2030 ບໍ່ໃຫ້ຫຼຸດ 1,5 ຕື້ໂດລາ.