ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ບັນຈຸກຳລັງ 490 ກວ່າສະຫາຍ ເຂົ້າຈຸດປ້ອງກັນງານບຸນພຣະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ລາວ-ໄອເຕັກ ປະຈໍາປີ 2023 ໃນລະຫວ່າງວັນທີ 23-27 ພະຈິກນີ້ ເພື່ອອຳນວຍຄວາມສະດວກ ແລະ ແກ້ໄຂບັນຫາຈະລາຈອນແອອັດ ຢູ່ບັນດາເສັ້ນທາງຕ່າງໆ ໃນໄລຍະຈັດງານບຸນພຣະທາດຫຼວງ.

ກອງປະຊຸມຜ່ານແຜນປ້ອງກັນ ງານບຸນພຣະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ລາວ-ໄອເຕັກ ຈັດຂຶ້ນໃນວັນທີ 17 ພະຈິກ 2023, ເຂົ້າຮ່ວມໂດຍ ພັອ ພິມມະສອນ ທໍາມະວົງ ຮອງຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ພັທ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕໍາຫຼວດຈະລາຈອນ, ມີບັນດາຄະນະພັກ-ຄະະນບັນຊາ ຫ້ອງຕໍາຫຼວດ, ພະແນກ, ກອງ ເຂົ້າຮ່ວມ.

ໃນພິທີ, ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໄດ້ຂຶ້ນຜ່ານແຜນປ້ອງກັນ ງານບຸນພຣະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ລາວ-ໄອເຕັກ ວ່າ: ງານບຸນພຣະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ລາວ-ໄອເຕັກ ປີນີ້ ຄາດວ່າສະພາບການສັນຈອນຈະມີຄວາມແອອັດ, ຊັບສົນຢູ່ບາງເສັ້ນທາງ ເປັນຕົ້ນແມ່ນ: ເສັ້ນທາງໜອງບອນ, ຖະໜົນທາດຫຼວງ, ກໍາແພງເມືອງ, ຖະໜົນໄກສອນ, ໂພນໄຊ, 23 ສິງຫາ ແລະ ອື່ນໆ.

ດັ່ງນັ້ນ, ເພື່ອອຳນວຍຄວາມສະດວກໃຫ້ແກ້ຜູ້ໃຊ້ລົດ-ໃຊ້ຖະໜົນ ໃນໄລຍະງານດັ່ງກ່າວ ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ ຈະໄດ້ສົມທົບກັບ ຈະລາຈອນ ເມືອງສີໂຄດຕະບອງ, ເມືອງໄຊເສດຖາ, ເມືອງຈັນທະບູລີ, ເມືອງສີສັດຕະນາກ, ເມືອງໄຊທານີ, ເມືອງຫາດຊາຍຟອງ ແລະ ເມືອງນາຊາຍທອງ ລົງປະຈໍາຢູ່ຈຸດປ້ອງກັນທັງໝົດ 124 ຈຸດ, ມີກຳລັງເຂົ້າປ້ອງກັນທັງໝົດ 497 ສະຫາຍ ຍິງ 13 ສະຫາຍ; ໃນນີ້, ວົງໃນ 69 ຈຸດ, ວົງນອກ 40 ຈຸດ, ມີ 10 ຈຸຄອຍເຫດ ແລະ ມີ 1 ບູດໂຄສະນາ.

ນອກຈາກນີ້, ສະເພາະກອງຕຳຫຼວດຈະລາຈອນ 4 ເມືອງ ໃຫ້ອອກຕັ້ງຈຸດກວດກາ ແລະ ຄອຍເຫດ 24 ຊົ່ວໂມງ ຄື:

1. ກອງຕໍາຫຼວດຈະລາຈອນ ເມືອງນາຊາຍທອງ ສົມທົບກັບ ພະແນກ ຕັ້ງດ່ານຢູ່ບ້ານນາດີ (ຂາເຂົ້າເມືອງ)

2. ກອງຕຳຫຼວດຈະລາຈອນ ເມືອງໄຊທານີ ຕັ້ງດ່ານຢູ່ເສັ້ນທາງເລກ 10 ທ່າງ່ອນ (ຂາເຂົ້າເມືອງ)

3. ກອງຕຳຫຼວດຈະລາຈອນ ເມືອງປາກງື່ມ ສົມທົບກັບ ຄະນະສະເພາະກິດ ຕັ້ງດ່ານຢູ່ບ້ານສົມສະຫວາດ (ຂາເຂົ້າເມືອງ)

4. ກອງຕຳຫຼວດຈະລາຈອນ ເມືອງສັງທອງ ຕັ້ງດ່ານຢູ່ປ້ອມປາກຕອນ (ຂາເຂົ້າເມືອງ)

ໂອກາດດຽວກັນ, ພັອ ພິມມະສອນ ທໍາມະວົງ ກໍໄດ້ເນັ້ນໃຫ້ກຳລັງຈະລາຈອນ ທົ່ວນະຄອນຫຼວງວຽງຈັນ ທີ່ລົງປະຕິບັດໜ້າທີ່ ຈົ່ງເອົາໃຈໃສ່ໃນການລະບາຍການສັນຈອນໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນ, ຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຢູ່ຕາມເສັ້ນທາງ ເພື່ອຮັບປະກັນໃຫ້ການສັນຈອນ ໃນໄລຍະງານດັ່ງກ່າວ ໃຫ້ມີຄວາມສະດວກໃນການສັນຈອນ.

ນອກນີ້, ຕ້ອງມີການຄວບຄຸມບໍ່ໃຫ້ຜູ້ຂັບຂີ່ດື່ມສິ່ງມືນເມົາແລ້ວຂັບຂີ່ຍານພາຫະນະ, ຄວບຄຸມບໍ່ໃຫ້ຜູ້ຂັບຂີ່ໃຊ້ຄວາມໄວເກີນກໍານົດ ໂດຍມີການຕັ້ງດ່ານກວດກາກັນຍ່າງຄັກແນ່ໃນແຕ່ລະວັນ ເພື່ອເຮັດໃຫ້ບັນຫາລົດຕິດອັ່ງອໍ ແລະ ບັນຫາການເກີດອຸບັດຕິເຫດຕາມທ້ອງຖະໜົນ ຫຼຸດລົງ.