ໃນປີ 2023 (ມັງກອນ-ພະຈິກ ), ທົ່ວປະເທດ ມີອຸບັດຕິເຫດເກີດຂຶ້ນທັງໝົດ 6.182 ຄັ້ງ ແລະ ມີຜູ້ເສຍຊີວິດ 833 ຄົນ, ມູນຄ່າເສຍຫາຍ 131.109.628.000 ກີບ.

ເຈົ້າໜ້າທີ່ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໃຫ້ຮູ້ວ່າ: ໃນໄລຍະ 1 ປີຜ່ານມາ, ມີຜູ້ຂັບຂີ່ທີ່ລະເມີດກົດຈະລາຈອນເປັນຈໍານວນຫຼວງຫຼາຍ ເຊັ່ນ: ດື່ມສິ່ງມືນເມົາແລ້ວຂັບຂີ່ລົດ, ຂັບຂີ່ລົດໄວເກີນກໍານົດ, ແຊງຂຶ້ນໜ້າບໍ່ຮັບປະກັນ, ລ່ວງປ້າຍຫ້າມ, ລ່ວງໄຟອໍານາດ, ຂັບຂີ່ລົດບໍ່ຖືກຊ່ອງຈະລາຈອນ ແລະ ອື່ນໆ.

ການລະເມີດດັ່ງກ່າວ ໄດ້ສົ່ງຜົນເຮັດໃຫ້ເກີດອຸບັດຕິເຫດຕາມທ້ອງຖະໜົນ ສະແດງອອກໃນປີ 2023 ທົ່ວປະເທດ ມີອຸບັດຕິເຫດເກີດຂຶ້ນທັງໝົດ 6182 ຄັ້ງ, ພາຫະນະເປ່ເພທັງໝົດ 10.926 ຄັນ, ຄົນໄດ້ຮັບບາດເຈັບທັງໝົດ 9.754 ຄົນ ແລະ ເສຍຊີວິດ 833 ຄົນ.

ສາເຫດທີ່ພາໃຫ້ເກີດອຸບັດຕິເຫດ ລວມມີ: ດື່ມສິ່ງມືນເມົາແລ້ວຂັບຂີ່ ພາໃຫ້ເກີດອຸບັດຕິເຫດ ມີທັງໝົດ 1.452 ຄັ້ງ, ໃຊ້ຄວາມໄວເກີນເກີດອຸບັດຕິເຫດທັງໝົດ 1.256 ຄັ້ງ, ບໍ່ປ່ອຍສິດ 949 ຄັ້ງ, ປ່ຽນທິດທາງການສັນຈອນກະທັນຫັນ 737 ຄັ້ງ, ແຊງຂຶ້ນໜ້າບໍ່ຮັບປະກັນ 448 ຄັ້ງ, ລ່ວງປ້າຍຫ້າມ 187 ຄັ້ງ, ເກີດຈາກເຕັກນິກລົດບໍ່ຮັບປະກັນ 213 ຄັ້ງ ແລະ ອື່ນໆ 940 ຄັ້ງ.

+ ພາຫະນະຮ່ວມເກີດ ມີ:

  • ລົດຈັກ ຕໍາກັບ ລົດຍົນ ເກີດຂຶ້ນ 1.790 ຄັ້ງ ເສຍຊີວິດ 256 ຄົນ
  • ລົດຈັກ ຕໍາກັບ ລົດຈັກ ເກີດຂຶ້ນ 1.407 ຄັ້ງ ເສຍຊີວິດ 176 ຄົນ
  • ລົດຍົນ ຕໍາກັບ ລົດຍົນ ເກີດຂຶ້ນ 554 ຄັ້ງ ເສຍຊີວິດ 63 ຄົນ
  • ລົດຍົນປີ້ນເອງ ເກີດຂຶ້ນ 215 ຄັ້ງ ເສຍຊີວິດ 45 ຄົນ
  • ລົດຈັກ ຕໍາກັບ ລົດບັນທຸກ ເກີດຂຶ້ນ 435 ຄັ້ງ ເສຍຊີວິດ 42 ຄົນ
  • ລົດຈັກລົ້ມເອງ ເກີດຂຶ້ນ 248 ຄັ້ງ ເສຍຊີວິດ 38 ຄົນ
  • ລົດບັນທຸກ ຕໍາກັບ ລົດບັນທຸກ ເກີດຂຶ້ນ 142 ຄັ້ງ ເສຍຊີວິດ 25 ຄົນ
  • ລົດຍົນ ຕໍາຄົນຍ່າງ ເກີດຂຶ້ນ 133 ຄັ້ງ ເສຍຊີວິດ 24 ຄົນ
  • ລົດຈັກ ຕໍາກັບ ລົດໄຖນາ ເກີດຂຶ້ນ 162 ຄັ້ງ ເສຍຊີວິດ 22 ຄົນ

+ ລັກສະນະຂອງການເກີດອຸບັດຕິເຫດ ສ່ວນຫຼາຍແມ່ນ:

  • ຕໍາດ້ານຂ້າງ 1.783 ຄັ້ງ
  • ຕໍາໜ້າເຊິ່ງໜ້າ 1.484 ຄັ້ງ
  • ຕໍາດ້ານຫຼັງ 1.360 ຄັ້ງ
  • ດາດ 682 ຄັ້ງ
  • ລົດຈັກລົ້ມເອງ 248 ຄັ້ງ
  • ລົດຍົນປີ້ນເອງ 215 ຄັ້ງ
  • ຕໍາຄູກາງທາງ 78 ຄັ້ງ
  • ຕໍາເສົາໄຟ 68 ຄັ້ງ
  • ຕໍາເຮືອນ 54 ຄັ້ງ
  • ຕໍາກໍາແພງ 38 ຄັ້ງ
  • ຕໍາຕົ້ນໄມ້ 33 ຄັ້ງ
  • ແລະ ອື່ນໆ 139 ຄັ້ງ

+ ແຂວງທີ່ເກີດອຸບັດຕິເຫດຫຼາຍກວ່າໝູ່ ມີຄື:

  • ນະຄອນຫຼວງວຽງຈັນ ເກີດຂຶ້ນ 1.092 ຄັ້ງ ເສຍຊີວິດ 147 ຄົນ
  • ສະຫວັນນະເຂດ 578 ຄັ້ງ ເສຍຊີວິດ 100 ຄົນ
  • ຈໍາປາສັກ 790 ຄັ້ງ ເສຍຊີວິດ 69 ຄົນ
  • ວຽງຈັນ 644 ຄັ້ງ ເສຍຊີວິດ 54 ຄົນ
  • ຫຼວງພະບາງ 493 ຄັ້ງ ເສຍຊີວິດ 60 ຄົນ
  • ບໍ່ແກ້ວ 181 ຄັ້ງ ເສຍຊີວິດ 59 ຄົນ
  • ບໍລິຄໍາໄຊ 385 ຄັ້ງ ເສຍຊີວິດ 58 ຄົນ
  • ຄໍາມ່ວນ 95 ຄັ້ງ ເສຍຊີວິດ 47 ຄົນ
  • ອຸດົມໄຊ 252 ຄັ້ງ ເສຍຊີວິດ 40 ຄົນ
  • ໄຊຍະບູລີ 169 ຄັ້ງ ເສຍຊີວິດ 39 ຄົນ
  • ສາລະວັນ 212 ຄັ້ງ ເສຍຊີວິດ 38 ຄົນ
  • ຫຼວງນໍ້າທາ 296 ຄັ້ງ ເສຍຊີວິດ 22 ຄົນ
  • ຊຽງຂວາງ 175 ຄັ້ງ ເສຍຊີວິດ 21 ຄົນ
  • ອັດຕະປື 355 ຄັ້ງ ເສຍຊີວິດ 19 ຄົນ
  • ແຂວງອື່ນໆ

+ ພັອ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ກ່າວວ່າ:

ຜ່ານມາ, ເຈົ້າໜ້າທີ່ກົມຕໍາຫຼວດຈະລາຈອນ ໄດ້ແນະນຳໃຫ້ເຈົ້າໜ້າທີ່ຕໍາຫຼວດຈະລາຈອນນະຄອນຫຼວງ ແລະ ບັນດາແຂວງ ໃນທົ່ວປະເທດ ເອົາໃຈໃສ່ແກ້ໄຂບັນຫາການເກີດອຸບັດຕິເຫດ ດ້ວຍການລົງໂຄສະນາເຜີຍແຜ່ ແລະ ບັງຄັບໃຊ້ກົດໝາຍ ຢູ່ຕາມເສັ້ນທາງຕ່າງໆ ແຕ່ບັນຫາການລະເມີດກໍບໍ່ມີທ່າທີ່ຈະຫຼຸດລົງ.

ສະນັ້ນ, ເພື່ອແກ້ໄຂບັນຫາຜູ້ຂັບຂີ່ລະເມີດກົດລະບຽບຈະລາຈອນ ເປັນຕົ້ນແມ່ນ: ດື່ມສິ່ງມືນເມົາແລ້ວຂັບຂີ່ລົດ,ໃຊ້ຄວາມໄວເກີນ, ບໍ່ປ່ອຍສິດ, ປ່ຽນທິດທາງການສັນຈອນກະທັນຫັນ, ແຊງຂຶ້ນໜ້າບໍ່ຮັບປະກັນ, ລ່ວງປ້າຍຫ້າມ-ໄຟອໍານາດ ໃຫ້ຫຼຸດໜ້ອຍຖອຍລົງ, ຄະນະກົມຕໍາຫຼວດຈະລາຈອນ ຈະເອົາໃຈໃສ່ນຳພາ-ຊີ້ນຳ ຕໍາຫຼວດຈະລາຈອນ ໃຫ້ສຸມໃສ່ລົງໂຄສະນາກົດລະບຽບຈະລາຈອນ ໃຫ້ຫຼາຍຂຶ້ນ ຄຽງຄູ່ກັບການລົງກວດກາການສັນຈອນຕາມເສັ້ນທາງ ໃຫ້ເປັນປົກກະຕິ.

ນອກຈາກນີ້, ຍັງຈະແນະນຳໃຫ້ກຳລັງປະຈໍາປ້ອມ ຕິດຕາມຜູ້ຂັບຂີ່ຢູ່ຕາມທ້ອງຖະໜົນ ເມື່ອພົບເຫັນພຶດຕິກຳຂອງຜູ້ຂັບຂີ່ລະເມີດກົດຈະລາຈອນ ໃຫ້ແນະນໍາສຶກສາອົບຮົມ ຫຼື ຜູ້ບໍ່ເຂັດຫຼາບໃຫ້ໃຊ້ມາດຕະການປັບໃໝຕາມກົດລະບຽບ ເພື່ອເຮັດໃຫ້ກຸ່ມຄົນເຫຼົ່ານັ້ນຢຸດເຊົາໃນການລະເມີດກົດລະບຽບຈະລາຈອນ ເຮັດໃຫ້ການເກີດອຸບັດຕິເຫດຢູ່ຕາມທ້ອງຖະໜົນຫຼຸດໜ້ອຍຖອຍລົງ.