ການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ປະຈໍາປີ 2023 ຢູ່ທ່າວັດຈັນ ເມືອງຈັນທະບູລີ ຈະຈັດຂຶ້ນໃນວັນທີ 28-30 ຕຸລາ 2023 ເຊິ່ງຈະເປັນການປະກອບສ່ວນດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວ ນະຄອນຫຼວງວຽງຈັນ ທັງເປັນການຮັກສາໄດ້ຮີດຄອງປະເພນີອັນດີງາມຂອງຊາດ ແລະ ຊຸກຍູ້ສົ່ງເສີມການຜະລິດສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ເພື່ອທົດແທນການນໍາເຂົ້າ ແລະ ເປັນການສົ່ງເສີມການຄ້າ-ຂາຍ ເຮັດໃຫ້ເສດຖະກິດດີຂຶ້ນ.

+ ທ່ານ ດວງຕາ ສຸລິວົງ ເຈົ້າເມືອງຈັນທະບູລີ ທັງເປັນ ປະທານຄະນະກໍາມະການຈັດງານ ແລະ ບຸນຊ່ວງເຮືອປະເພນີ ປະຈໍາປີ 2023 ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນວັນທີ 25 ກັນຍາ ວ່າ:

ເລີ່ມແຕ່ວັນທີ 29 ຕຸລາ ເວລາ 3:00-4:00 ໂມງ, ພຣະອາຈານ ມີພິທີສູດອອກພັນສາປະວໍລະນາ, ເວລາ 7:00 ໂມງ ພິທີຕັກບາດຖວາຍສັງຄະທານຕາມປະເພນີລາວ, ເວລາ 19:00-19:40 ໂມງ ມີພິທີວຽນທຽນໄຫຼເຮືອໄຟໂຄກ, ເວລາ 20:00 ໂມງ ເປັນຕົ້ນໄປ ມີການຄົບງັນຈຸດບັ້ງໄຟພຸ ໄຟດອກ ລອຍກະໂທງ ແລະ ບັ້ງໄຟຕະໄລ່ ພ້ອມທັງມີການສະແດງສິລະປະວັນນະຄະດີ; ສ່ວນວັນທີ 30 ຕຸລາ, ເລີ່ມເວລາ 8:30 ໂມງ ຈັດການແຂ່ງຂັນຊ່ວງເຮືອປະເພນີຍິງ-ຊາຍ ແລະ ເວລາ 16:00 ໂມງ ມອບລາງວັນເຮືອຊ່ວງ.

ກິດຈະກຳວາງສະແດງ ແລະ ຂາຍສິນຄ້າ, ກໍານົດແຕ່ວັນທີ 24-30 ຕຸລາ 2023 ມີການວາງສະແດງ ແລະ ຂາຍສິນຄ້າ ຢູ່ໃນຂອບເຂດສວນເຈົ້າອານຸວົງ ຢູ່ຕາມຂອບເສັ້ນທາງເຈົ້າຟ້າງຸ່ມ ແຕ່ວິທະຍາໄລເຕັກນິກປາກປ່າສັກ ລົງຮອດສີ່ແຍກໂຮງໝໍມະໂຫສົດ ແລະ ບ່ອນຈອດລົດໜ້າໂຮງແຮມລ້ານຊ້າງ; ກໍານົດໃຫ້ຂາຍເຂົ້າຫຼາມປີ້ງໄກ່ ທາງຄົນຍ່າງເບື້ອງເສັ້ນທາງ ແຕ່ທະນາຄານພັດທະນາລາວ ລົງມາສີ່ແຍກໄຟແດງສີຫອມ, ສີ່ແຍກໄຟແດງວັດອິນແປງ, ເສັ້ນທາງເສດຖາທິລາດ ໄປຫາສີ່ແຍກໄຟແດງ ວັດສີສະເກດ ເປັນບ່ອນຈອດລົດຈັກ ແລະ ລົດໃຫຍ່ບາງຈຸດ ສະເພາະເສັ້ນທາງເບື້ອງບ້ານວັດຈັນ ຊຽງຍືນ ແລະ ບ້ານສີຫອມ ແມ່ນກໍານົດໃຫ້ຂາຍແຕ່ເຂົ້າຫຼາມປີ້ງໄກ່ ມີການຕັ້ັງຫ້ອງຂາຍເຄື່ອງ.

ສໍາລັບການຕັ້ງຮ້ານຂາຍເຄື່ອງຕ່າງໆ ທັງເສັ້ນທາງເບື້ອງນອກ ແລະ ໃນຂອບເຂດສວນເຈົ້າອານຸວົງ ແມ່ນໃຫ້ຮັກສາໄລຍະຫ່າງກັນ ຈະບໍ່ໄດ້ໃຫ້ຮ້ານຕິດກັນ, ສະຖານທີ່ຝາກລົດ ແມ່ນມອບໃຫ້ຄະນະກຳມະການຈັດສັນສະຖານທີ່ ແລະ ອານຸ ປກຊ-ປກສ ຮັບຜິດຊອບ ເປັນຜູ້ຄົ້ນຄວ້າພິຈາລະນາ ຕາມຄວາມເໝາະສົມ ຄືຫຼາຍປີຜ່ານມາ.

ສຳລັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຄະນະຮັບຜິດຊອບ ໄດ້ຖືສໍາຄັນຕໍ່ກັບວຽກງານປ້ອງກັນຄວາມສະຫງົບປອດໄພຮອບດ້ານ ໂດຍໃຫ້ມີການຈັດຕັ້ງການປ້ອງກັນເວນຍາມ ແລະ ປະຈຳການຕະຫຼອດ 24 ຊົ່ວໂມງ ໂດຍນໍາໃຊ້ກໍາລັງຂອງເມືອງຈັນທະບູລີ ເປັນຕົ້ນຢູ່ຕາມບ້ານ, ສຳນັກງານ, ອົງການ ທົ່ວເມືອງ ໃຫ້ມີຄວາມສະຫງົບປອດໄພ 100%; ເຊິ່ງກຳນົດຈຸດປ້ອງກັນ 38 ຈຸດ ໃນນີ້ຈຸດປ້ອງກັນວົງໃນ 19 ຈຸດ ແລະ ວົງນອກ 19 ຈຸດ ແລະ ປ້ອມແຈ້ງເຫດ (1191) 2 ຈຸດ, ມີສູນກ້ອງວົງຈອນ ເພື່ອຕິດຕາມຢູ່ຫ້ອງການສວນເຈົ້າອານຸວົງ ແລະ ຜາມກໍາມະການ ມີກໍາລັງປ້ອງກັນທັງໝົດ 828 ຄົນ ໃນນີ້ກໍາລັງຊາວໜຸ່ມ 300 ຄົນ.

ແນວໃດກໍຕາມ, ໄດ້ຮ່າງລະບຽບການຄຸ້ມຄອງ ງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ປະຈໍາປີ 2023 ຢູ່ທີ່ທ່າວັດຈັນ ເມືອງຈັນທະບູລີ ເຊິ່ງມີບັນດາຂໍ້ຫ້າມດັ່ງນີ້:

  • ຫ້າມບໍ່ໃຫ້ມີການໂຄສະນາທຸກຮູບແບບ ທີ່ຜິດຕໍ່ກົດໝາຍຂອງ ສປປ ລາວ
  • ຫ້າມຂາຍ ຫຼື ນໍາເອົາອາວຸດທຸກປະເພດ ລວມທັງ: ພ້າ, ມີດ, ງ້າວ, ໜ້າເກັກ, ກະຖູນ, ສະໜັບມື, ໂຄມໄຟລອຍ ແລະ ປະເພດມີຄົມຕ່າງໆ ເຂົ້າໄປໃນງານໂດຍເດັດຂາດ ເວັ້ນເສຍແຕ່ເຈົ້າໜ້າທີ່ທີ່ໄດ້ຮັບອານຸຍາດ
  • ຫ້າມນໍາເອົາຢາເສບຕິດ, ທາດເບື່ອ, ສານເຄມີທີ່ອອກລິດທາງປະສາດທຸກຊະນິດ, ສິ່ງທີ່ພາໃຫ້ເກີດສຽງດັງເກີນຂອບເຂດ, ບັ້ງກະໂພກ ເຂົ້າມາຈູດ ແລະ ວາງຂາຍພາຍໃນງານຢ່າງເດັດຂາດ
  • ຫ້າມນຳເອົາພະລິດຕະພັນທີ່ລອກແບບສິ້ນລາວ ຫຼື ເຄື່ອງນຸ່ງລາວ ມາຂາຍ-ຈຳໜ່າຍພາຍໃນງານຢ່າງເດັດຂາດ
  • ຫ້າມວາງຂາຍເຄື່ອງ ແລະ ນຳເຄື່ອງສຽງອອກມາໂຄສະນາສິນຄ້າ ຢູ່ນອກບໍລິເວນຮ້ານ ເກີນຂອບເຂດທີ່ຄະນະກໍາມະການຈັດງານ ໄດ້ກຳນົດໃຫ້
  • ຫ້າມຂາຍ ແລະ ນຳເອົາຜະລິດຕະພັນ ວັດທະນະທໍາລາມົກ ເຊັ່ນ: ແຜ່ນຊີດີ (CD, DVD) ລາມົກ ແລະ ຮູບພາບລາມົກຕ່າງໆ ເຂົ້າມາວາງຂາຍຢູ່ໃນງານຢ່າງເດັດຂາດ
  • ຫ້າມຫຼິ້ນການພະນັນທຸກປະເພດ ແລະ ອາລະວາດຕີກັນຢ່າງເດັດຂາດ
  • ຫ້າມຂາຍເຄື່ອງຊະຊາຍ ໂດຍບໍ່ໄດ້ຮັບອານຸຍາດ ຈາກຄະນະກໍາມະການຈັດງານ
  • ຫ້າມດື່ມສິ່ງມຶນເມົາເກີນຂອບເຂດ ຖ້າຜູ້ໃດລະເມີດຈະຖືກເຈົ້າໜ້າທີ່ກ່າວເຕືອນ ຫຼື ນໍາຕົວໄປພັກຜ່ອນໄວ້ກ່ອນ
  • ຫ້າມບຸກຄົນ, ນິຕິບຸກຄົນ, ສໍານັກງານ, ອົງການປົກຄອງບ້ານ ກີດຂວາງການຈັດສັນສະຖານທີ່ວາງສະແດງຂາຍສິນຄ້າ ຂອງຄະນະກຳມະການຈັດງານຕະຫຼາດນັດ
  • ຫ້າມຕອກເຫຼັກ ຫຼື ສິ່ງຂອງຕ່າງໆ ໃສ່ພື້ນທີ່ຢ່າງເດັດຂາດ
  • ຫ້າມແຈກຢາຍແຜ່ນພັບ ຫຼື ແຜ່ນເຈ້ຍໂຄສະນາສິນຄ້າຕ່າງໆ ຢູ່ພາຍໃນງານບຸນ
  • ຫ້າມຜູ້ສຳປະທານສະຖານທີ່ງານບຸນ ມອບສະຖານທີ່ໃຫ້ແກ່ຜູ້ສຳປະທານອື່ນຈັບຈອງຕໍ່ເດັດຂາດ
  • ຫ້າມມີການໂຄສະນາສິນຄ້າ ໂດຍການເຕັ້ນໂຊນາງສາວ ແລະ ບໍ່ໃຫ້ມີມິນິຄອນເສີດ

ສັງລວມແລ້ວ: ມາເຖິງປັດຈຸບັນ ສາມາດເວົ້າໄດ້ວ່າ ພວກເຮົາມີຄວາມພ້ອມໃນທຸກໆດ້ານ ເພື່ອກະກຽມເຂົ້າສູ່ງານດັ່ງກ່າວ. ສະນັ້ນ, ທັງໝົດວຽກງານທີ່ໄດ້ແຈ້ງມານັ້ນ ຂ້າພະເຈົ້າຈຶ່ງຮຽກຮ້ອງມາຍັງບັນດາທ່ານທຸກພາກສ່ວນ ຕະຫຼອດຮອດພະນັກງານ, ທະຫານ, ຕຳຫຼວດ, ປະຊາຊົນບັນດາເຜົ່າ ທົ່ວນະຄອນຫຼວງວຽງຈັນ ຈົ່ງພ້ອມກັນຮ່ວມແຮງຮ່ວມໃຈເປັນເຈົ້າການປະກອບສ່ວນ ແລະ ເຂົ້າຮ່ວມງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອ ປະຈໍາປີ 2023 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ດ້ວຍບັນຍາກາດເບີກບານມ່ວນຊື່ນ, ຮັກສາອະນາໄມຄວາມສະອາດ, ມີສະຕິລະວັງຕົວ, ເປັນເຈົ້າການໃນການປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ.