ໃນມະຕິ ວ່າດ້ວຍ ສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ, ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນຳພາຂອງພັກ ສະບັບເລກທີ 05/ຄບສພ ລົງວັນທີ 5 ກັນຍາ 2023 ມີເນື້ອລະບຸໄວ້ວ່າ:

ພັກປະຊາຊົນ ປະຕິວັດລາວ ເປັນແກນນໍາໃນລະບົບການເມືອງ ຂອງລະບອບປະຊາທິປະໄຕ ປະຊາຊົນ, ນໍາພາທົ່ວສັງຄົມ ປະຕິບັດສອງໜ້າທີ່ຍຸດທະສາດ, ສາມາດປົກປັກຮັກສາຄວາມໝັ້ນຄົງ, ເອກະລາດແຫ່ງຊາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນໄວ້ໄດ້ຢ່າງໜັກແໜ້ນ.

ພາຍໃຕ້ການນຳພາຂອງພັກ ໂດຍມີ ປະທານ ໄກສອນ ພົມວິຫານ ເປັນຜູ້ນໍາ ທີ່ມີຄວາມສະດຸ້ງໄວຕໍ່ການປ່ຽນແປງ ຂອງສະພາບການໃນໄລຍະໃໝ່, ກ້າຫານ, ປະດິດສ້າງເພື່ອລິເລີ່ມ ແລະ ນໍາພາພາລະກິດປ່ຽນແປງໃໝ່ຢູ່ປະເທດເຮົາ, ບູລະນະລະບອບປະຊາທິປະໄຕ ປະຊາຊົນ ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ ຢ່າງເດັດດ່ຽວໜຽວແໜ້ນ.

ແນວທາງປ່ຽນແປງໃໝ່ຮອບດ້ານ ມີຫຼັກການຂອງພັກ ໄດ້ສ້າງການຫັນປ່ຽນຢ່າງໃຫຍ່ຫຼວງ ໃນການນຳພາຂອງພັກ ແລະ ການຄຸ້ມຄອງ-ບໍລິຫານ ຂອງລັດ, ໂສມໜ້າຂອງປະເທດຊາດ ມີການຫັນປ່ຽນຢ່າງຫຼວງຫຼາຍ.

ໄປຄຽງຄູ່ກັນນັ້ນ, ພັກເຮົາກໍຮັບຮູ້ວ່າ ຍັງມີຫຼາຍບັນຫາ ດ້ານທິດສະດີ ແລະ ພຶດຕິກຳທີ່ຕັ້ງຂຶ້ນ ເຊິ່ງເລັ່ງທວງໃຫ້ສືບຕໍ່ຄົ້ນຄວ້າ, ວິເຄາະ, ວິໄຈຢ່າງເລິກເຊິ່ງ ແລະ ໃຫ້ຄຳຕອບຢ່າງຈະແຈ້ງ, ທັນການ ກ່ຽວກັບການນຳພາຂອງພັກ ໃນການສືບຕໍ່ບູລະນະລະບອບປະຊາທິປະໄຕ ປະຊາຊົນ, ການສ້າງເສດຖະກິດຕະຫຼາດ ຕາມທິດສັງຄົມນິຍົມ, ການສ້າງລັດທີ່ປົກຄອງດ້ວຍກົດໝາຍ, ບັນດາເນື້ອໃນ ແລະ ແບບວິທີນໍາພາ ໃນເງື່ອນໄຂພັກກຳອຳນາດ ເຊັ່ນ: ການນຳພາຂອງພັກຕໍ່ລັດ ກໍຄື ກົນໄກພັກນຳພາ, ລັດຄຸ້ມຄອງປະຊາຊົນເປັນເຈົ້າ, ບັນຫາປັບປຸງກໍ່ສ້າງພັກ-ພະນັກງານ, ການຈັດຕັ້ງ, ກົງຈັກ, ລະບອບ, ກົນໄກ, ການຄຸ້ມຄອງດ້ານລະບຽບວິໄນ ຢູ່ພາຍໃນພັກ ແລະ ອື່ນໆ.

ດ້ວຍເຫດນັ້ນ, ພັກເຮົາ ຈໍາເປັນຕ້ອງສືບຕໍ່ຢຶດໝັ້ນ ແລະ ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ ຢູ່ປະເທດເຮົາ ໃຫ້ເຂົ້າສູ່ລວງເລິກ, ສືບຕໍ່ສ້າງພື້ນຖານດ້ານແນວຄິດ, ທິດສະດີທີ່ຈະແຈ້ງ, ຮັດກຸມ ແລະ ເປັນລະບົບກວ່າເກົ່າ ໃຫ້ແກ່ການນຳພາພາລະກິດປະຕິວັດຂອງພັກ ໃນຊຸມປີຕໍ່ໆໄປ.

ເຊິ່ງໃນມະຕິວ່າດ້ວຍ ສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນຳພາຂອງພັກ ສະບັບເລກທີ 05/ຄບສພ, ວັນທີ 5 ກັນຍາ 2023 ຍັງໄດ້ກຳນົດທິດທາງໃນໄລຍະ 5-10 ຕໍ່ໜ້າ ຕ້ອງນຳພາໄປຕາມທິດທາງ ແລະ ສູ້ຊົນບັນລຸເປົ້າໝາຍ, ຄາດໝາຍໃຫຍ່ ດັ່ງນີ້:

1). ຍົກສູງຄຸນນະພາບຊີວິດຂອງປະຊາຊົນໃຫ້ສູງຂຶ້ນ, ຮັບປະກັນສະຖຽນລະພາບການເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບສຸກ, ມີຄວາມສາມັກຄີເປັນປຶກແຜ່ນ, ປະເທດຊາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ;

2). ພັກ ສືບຕໍ່ສ້າງພື້ນຖານອັນໜັກແໜ້ນ ໃຫ້ແກ່ການກຳອໍານາດ ຢ່າງໝັ້ນແກ່ນ ທີ່ບໍ່ມີອິດທິກຳລັງໃດໆມາສັ່ນຄອນໄດ້; ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກປະຊາຊົນ ແລະ ມີຄວາມເຊື່ອໝັ້ນສັດທາຕໍ່ພັກ, ສາມາດແກ້ໄຂການຍັກຍອກ, ການຟູມເຟືອຍ, ການສໍ້ລາດບັງຫຼວງຢ່າງແຂງແຮງ ແລະ ເປັນຮູບປະທໍາ, ສ້າງໄດ້ຜູ້ສືບທອດຍຸດທະສາດທີ່ໜັກແໜ້ນ ແລະ ເປັນລະບົບຕໍ່ເນື່ອງ;

3). ເສດຖະກິດ ມີຄວາມເຂັ້ມແຂງ, ເປັນເຈົ້າຕົນເອງນັບມື້ພົ້ນເດັ່ນ, ຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ໄດ້ຮັບການແກ້ໄຂຢ່າງຈະແຈ້ງ, ບໍ່ສ້າງໜີ້ສິນທີ່ໜັກໜ່ວງ, ການຄຸ້ມຄອງ-ບໍລິຫານເສດຖະກິດ ດຳເນີນໄປຖືກຕ້ອງຕາມກົນໄກຕະຫຼາດ ທີ່ມີການນຳພາຂອງພັກ, ການດັດສົມ, ຄຸ້ມຄອງ ຂອງລັດ ຢ່າງເຂັ້ມງວດ;

4). ຊັບພະຍາກອນມະນຸດ ໄດ້ຮັບການກໍ່ສ້າງ ແລະ ພັດທະນາ, ສາມາດຕອບສະໜອງໃຫ້ແກ່ການສ້າງສາປະເທດໃນເງື່ອນໄຂໃໝ່, ຖັນແຖວນັກຮຽນຮູ້-ປັນຍາຊົນ ໄດ້ປະກອບສ່ວນເຂົ້າໃນການຄົ້ນຄວ້າ, ການປະດິດສ້າງໃໝ່ ໃຫ້ແກ່ປະເທດຊາດ ນັບມື້ນັບຫຼາຍ ແລະ ໂດດເດັ່ນຂຶ້ນ;

5). ພື້ນຖານບ່ອນອີງດ້ານທິດສະດີ ແລະ ພຶດຕິກໍາ ໃນການບູລະນະລະບອບປະຊາທິປະໄຕ ປະຊາຊົນ ກໍຄື ການກໍ່ສ້າງສັງຄົມນິຍົມ ຢູ່ ສປປ ລາວ ໄດ້ຮັບການສ້າງຂຶ້ນຢ່າງເປັນລະບົບຈະແຈ້ງ ແລະ ໜັກແໜ້ນ;

6). ການຈັດຕັ້ງເຄື່ອນໄຫວວຽກງານການຕ່າງປະເທດ ຢ່າງຫ້າວຫັນ, ໄດ້ຮັບຄວາມເຊື່ອໝັ້ນ, ສະໜັບສະໜູນ ແລະ ຊ່ວຍເຫຼືອຈາກເພື່ອນມິດ ໃນຂອບການຮ່ວມມືສອງຝ່າຍ, ຫຼາຍຝ່າຍ ແລະ ມີບົດບາດພົ້ນເດັ່ນ ໃນເວທີພາກພື້ນ ແລະ ສາກົນ ຫຼາຍຂຶ້ນຕື່ມ.

ໂດຍສະເພາະແມ່ນການນຳພາໄປຕາມທິດທາງວຽກງານຈຸດສຸມ ໃນປີ 2026 ໃນການສືບຕໍ່ຍູ້ແຮງການປັບປຸງກໍ່ສ້າງພັກ ໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ຍົກສູງຄວາມສາມາດນຳພາ ແລະ ລັກສະນະນໍາໜ້າຂອງພັກ ໃຫ້ພົ້ນເດັ່ນຍິ່ງຂຶ້ນ, ປ່ຽນແປງໃໝ່ວິທີການ, ກົນໄກ ດ້ານການຈັດຕັ້ງຂອງພັກ.

ຖືສຳຄັນ ແລະ ປະຕິບັດລະບອບຄົ້ນຄວ້າ, ຮ່ຳຮຽນທິດສະດີ, ແນວທາງ, ແຜນນະໂຍບາຍຂອງພັກ, ທິດຊີ້ນຳຂອງສູນກາງພັກ ໃຫ້ແກ່ຄະນະພັກ, ສະມາຊິກພັກ ໃຫ້ເປັນປະຈຳຢ່າງ ໜ້ອຍປີລະ 2 ເທື່ອ ເພື່ອສ້າງຄວາມເປັນເອກະພາບທາງດ້ານແນວຄິດ ແລະ ການກະທຳໃຫ້ເປັນລະບົບ, ປົກປ້ອງແນວທາງ, ປົກປ້ອງພື້ນຖານແນວຄິດ-ທິດສະດີຂອງພັກ, ຕໍ່ສູ້ຕ້ານກັບທັດສະນະຜິດເຂວ, ແນວຄິດອະຄະຕິ, ແນວຄິດປໍລະປັກ, ແນວຄິດຜູ້ຜະລິດນ້ອຍ ແລະ ການຫັນປ່ຽນດ້ວຍຕົນເອງ.

ຄົ້ນຄວ້າກຳນົດຄືນໃໝ່ດ້ານຈໍານວນ ຄະນະບໍລິຫານງານພັກ ນັບທັງກຳມະການຄະນະປະຈໍາພັກ ຢູ່ບັນດາອົງຄະນະພັກ ໃຫ້ມີຄວາມສົມສ່ວນ ດ້ານຈໍານວນ ກັບ ຄຸນນະພາບ ຂອງບຸກຄະລາກອນ; ໃນນີ້. ຄະນະພັກແຕ່ລະຂັ້ນ ຕ້ອງສຸມໃສ່ສ້າງພະນັກງານສືບທອດປ່ຽນແທນ ຕໍາແໜ່ງເລຂາຄະນະພັກຂັ້ນຂອງຕົນ, ເພີ່ມກໍາມະການສຳຮອງສູນກາງພັກ ເພື່ອເປັນການຝຶກຝົນຫຼໍ່ຫຼອມ, ທົດສອບຄົນຮຸ່ນໃໝ່ ກະກຽມສ້າງພະນັກງານສືບທອດປ່ຽນແທນທີ່ມີຄຸນນະພາບ ແລະ ເປັນລະບົບ.

ເພີ່ມທະວີການນຳພາ-ຊີ້ນຳຢ່າງເດັດດ່ຽວ ແລະ ເອົາຈິງເອົາຈັງໃນການປ້ອງກັນ, ຕ້ານ, ສະກັດກັ້ນປະກົດການຫຍໍ້ທໍ້, ພະຍາດອາຍາສິດ, ການສໍ້ລາດບັງຫຼວງ ໃຫ້ເດັດຂາດແຕ່ເທິງລົງລຸ່ມ, ສະມາຊິກພັກ, ພະນັກງານທຸກສະຫາຍ ຕ້ອງໃຫ້ເຂົ້າເຖິງການກວດກາ ແລະ ສ້າງເງື່ອນໄຂ ໃຫ້ການກວດກາເຂົ້າເຖິງໄດ້ ແລະ ທຸກຄົນມີພັນທະປະຕິບັດຢ່າງສະເໝີພາບ ຕໍ່ໜ້າກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ ຢ່າງເຂັ້ມງວດ ຕໍ່ການລົງວິໄນ ຫຼື ການລົງໂທດທີ່ມີຜົນຍ້ອນຫຼັງຕໍ່ສະຖານະພາບຂອງພະນັກງານ, ລັດຖະກອນ ທີ່ກະທຳຜິດ.

ຄຽງຄູ່ກັບການດໍາເນີນການກວດກາ ຢ່າງປົກກະຕິຕໍ່ເນື່ອງ ແລະ ແຂງແຮງ, ໃຫ້ສິດຄະນະກວດກາ ໃນການກວດກາຕໍ່ການຈັດຕັ້ງ ແລະ ບຸກຄົນ ໃນການຈັດຕັ້ງຂອງລະບົບການເມືອງ ໂດຍບໍ່ມີຂອບເຂດຈຳກັດ, ພ້ອມນັ້ນ ຄະນະກວດກາຂັ້ນເທິງ ສາມາດກວດກາຂ້າມຂັ້ນ ໃນກໍລະນີຄະນະກວດກາຂັ້ນລຸ່ ບໍ່ປະຕິບັດໜ້າທີ່ ຫຼື ປະຕິບັດບໍ່ຖືກພາລະບົດບາດ ທີ່ເປັນການສົ່ງຜົນກະທົບຢ່າງຫຼວງຫຼາຍ ແລະ ຮ້າຍແຮງ; ເພີ່ມທະວີບົດບາດຂອງສື່ມວນຊົນໃນການເຜີຍແຜ່ຜົນຂອງການກວດສອບ, ຜົນຂອງການກວດກາ ແລະ ການແກ້ໄຂຜົນຂອງການກວດສອບ, ກວດກາ ກໍຄື ການລົງວິໄນ, ການລົງໂທດຕໍ່ຜູ້ກະທຳຜິດ.

ໂດຍລວມແລ້ວ, ສືບຕໍ່ຍູ້ແຮງການສ້າງການຫັນປ່ຽນແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນວຽກງານຈຸດສຸມ ທີ່ກຳນົດອອກໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແມ່ນບົນຈິດໃຈແຫ່ງຄວາມຮັບຜິດຊອບສູງຕໍ່ພາລະກິດປະຕິວັດ ແລະ ຊະຕາກຳຂອງປະເທດຊາດ, ຄວາມເດັດດ່ຽວ ແລະ ຕັດສິນໃຈສູງ ໃນການສືບຕໍ່ນຳພາ-ຊີ້ນຳການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ມີຜົນສໍາເລັດນັ້ນ, ຄະນະບໍລິຫານງານສູນກາງພັກ ມອບໃຫ້ກົມການເມືອງສູນກາງພັກ ສືບຕໍ່ນຳພາຊີ້ນຳຢ່າງໃກ້ຊິດ, ແທດເຖິງ ແລະ ເປັນລະບົບກວ່າເກົ່າຕໍ່ຄະນະພັກກະຊວງ, ອົງການ ແລະ ທ້ອງຖິ່ນຕ່າງໆ ໃຫ້ສຸມໃສ່ຈັດຕັ້ງປະຕິບັດບັນດາວຽກງານຈຸດສຸມ ກໍຄື ຄວາມເລັ່ງທວງຂອງສະພາບການ ໃນຂອບເຂດຄວາມຮັບຜິດຊອບຂອງແຕ່ລະອົງຄະນະພັກ ໃຫ້ເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ, ລະອຽດໄດ້ກໍານົດບັນຫາຈຳນວນໜຶ່ງ ໄວ້ໃນແຜນຜັນຂະຫຍາຍຂອງມະຕິສະບັບນີ້.