ການເປີດສົກຮຽນ 2023-2024 ຂອງວິທະຍາຄານສັນຕິບານປະຊາຊົນ ແມ່ນນອນຢູ່ໃນໄລຍະພວມຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ຂອງລັດຖະບານຢ່າງຫ້າວຫັນ ແລະ ເປັນຂະບວນຟົດຟື້ນ.

ສໍາລັບກໍາລັງປ້ອງກັນຄວາມສະຫງົບ ເວົ້າລວມ, ເວົ້າສະເພາະ ວສປ ແມ່ນສຸມໃສ່ຈັດຕັ້ງຜັນຂະຫຍາຍ 4 ຄາດໝາຍ, 4 ແຜນງານໃຫຍ່ ແລະ 41 ໂຄງການ ຂອງກະຊວງປ້ອງກັນຄວາມສະຫງົບ ໃຫ້ປະກົດຜົນເປັນຈິງ ແລະ ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກ ວິທະຍາຄານສັນຕິບານປະຊາຊົນ ໂດຍສະເພາະແມ່ນການບໍາລຸງກໍ່ສ້າງຍົກລະດັບພະນັກງານ ໃຫ້ມີຄວາມຮູ້, ຄວາມສາມາດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ, ປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພຂອງສັງຄົມ ໃນໄລຍະໃໝ່ຂອງການປະຕິວັດ ແລະ ປະຕິບັດມາດຕະຖານປະຕິຮູບການສຶກສາແຫ່ງຊາດ.

ໃນສົກຮຽນປີ 2023-2024, ວິທະຍາຄານສັນຕິບານປະຊາຊົນ (ວສປ) ກະຊວງ ປກສ ໄດ້ເປີດຊຸດຮຽນໃຫ້ນັກສຶກສາ 2 ລະດັບ ຄື: ລະດັບປະລິນຍາໂທ ຮຸ່ນທີ 15, ລະດັບປະລິນຍາຕີ ລະບົບກໍ່ສ້າງ ຮຸ່ນທີ 28 ແລະ ປະລິນຍາຕີລະບົບຕໍ່ເນື່ອງ ຮຸ່ນທີ 21 ໃນວັນທີ 20 ຕຸລາ 2023.

ເຊິ່ງໃນພິທີເປີດ, ພົຈວ ປອ ວັນສົມ ສີສົມບັດ ຫົວໜ້າອຳນວຍການ ວສປ ໄດ້ເປັນກຽດໂອ້ລົມຕໍ່ພິທີ ໂດຍເນັ້ນຕໍ່ກັບນັກສຶກສາທັງ 2 ລະດັບ ຕ້ອງໄດ້ຕັດສິນໃຈຫັນເຂົ້າສູ່ການປະຕິບັດຂໍ້ກໍານົດ, ກົດລະບຽບຂອງ ວສປ ວາງ ອອກຢ່າງເຂັ້ມງວດ, ຕ້ອງຕັ້ງໃຈຄົ້ນຄວ້າຮໍ່າຮຽນ, ຝຶກຝົນຫຼ່ໍຫຼອມ ແລະ ເຂົ້າຮ່ວມຂະບວນການຕ່າງໆ ເປັນໜ້າທີ່ການເມືອງຂອງນັກສຶກສາ; ສ່ວນວຽກງານຢູ່ເບື້ອງຫຼັງ ແມ່ນການຈັດຕັ້ງ, ໝູ່ເພື່ອນສະຫາຍ ເປັນຜູ້ແບກຫາບລໍຖ້າ, ຫ້າມບໍ່ໃຫ້ມີການປະພຶດໃດໆ ທີ່ລະເມີດຕໍ່ລະບຽບກົດໝາຍຂອງລັດ, ຂອງກໍາລັງ ປກສ ກໍຄື ຂໍ້ກໍານົດຂອງ ວສປ ວາງອອກ.

ສຳລັບຄະນະພັກ, ຄະນະອຳນວຍ, ພະນັກງານ, ຄູ-ອາຈານ ທົ່ວ ວສປ ຕ້ອງເອົາໃຈໃສ່ປັບປຸງ ແລະ ພັດທະນາຄຸນນະພາບການຮຽນ-ການສອນ ໃຫ້ໄດ້ຕາມມາດຖານການສຶກສາ ທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກ ໂດຍສະເພາະແມ່ນ 5 ຫຼັກມູນ, 10 ມາດຖານ ແລະ 50 ຕົວຊີ້ວັດ.

ພົຈວ ປອ ວັນສົມ ສີສົມບັດ ຍັງຮຽກຮ້ອງມາຍັງຄະນະພັກ, ຄະນະບັນຊາ ຂອງບັນດາກົມກອງອ້ອມຂ້າງກະຊວງ ແລະ ທ້ອງຖິ່ນ ຈົ່ງສືບຕໍ່ໃຫ້ການຮ່ວມມື, ອຳນວຍຄວາມສະດວກ ແລະ ຊ່ວຍເຫຼືອ ວສປ ໃນການບໍາລຸງກໍ່ສ້າງຖັນແຖວກຳລັງປ້ອງກັນຄວາມສະຫງົບ ໃຫ້ໄດ້ທັງປະລິມານ ແລະ ຮັບປະກັນທາງດ້ານຄຸນນະພາບ; ພ້ອມກັນນັ້ນ, ກໍຕ້ອງຕິດຕາມກວດກາເບິ່ງພະນັກງານທີ່ກົມກອງຂອງຕົນເອງ ສົ່ງມາຄົ້ນຄວ້າຮ່ຳຮຽນມີພຶດຕິກຳເຄື່ອນໄຫວຖືກຕ້ອງແລ້ວບໍ່, ບໍ່ຖິ້ມປະໃຫ້ ວສປ ຢ່າງດຽວ.

ໃນສົກຮຽນ 2023-2024, ວສປ ມີນັກສຶກສາທັງໝົດ 1.289 ສະຫາຍ ຍິງ 188 ສະຫາຍ, ມີນັກສຶກສາເຂົ້າໃໝ່ຕາມຕົວເລກ ຈຳນວນ 386 ສະຫາຍ ຍິງ 70 ສະຫາຍ, ປະກອບມີ 2 ລະດັບ ຄື: ລະດັບປະລິນຍາໂທ ຮຸ່ນທີ 15 ໃຊ້ເວລາຮຽນ 2 ປີ, ມີຈໍານວນ 27 ສະຫາຍ, ລວມມີ 24 ວິຊາ, ມີ 61 ໜ່ວຍກິດ, ມີ 4 ພາກວິຊາ ຄື: ພາກຄວາມຮູ້ທົ່ວໄປ, ພາກວິຊາບັງຄັບ, ພາກວິຊາເລືອກເຟັ້ນ, ຕໍ່ຈາກນັ້ນ ເພື່ອຕີລາຄາເຖິງຄວາມຮູ້ຕົວຈິງ ນັກສຶກສາຈະໄດ້ຂຽນບົດວິທະຍາສາດ, ບົດວິທະຍານິພົນຈົບຊັ້ນ ຕາມໂຄງການຫຼັກສູດ ວປສ ແຫ່ງຊາດ ໄດ້ກຳນົດໄວ້.

ລະດັບປະລິນຍາຕີ ລະບົບກໍ່ສ້າງ ຮຸ່ນທີ 28 ເວລາຮຽນ 4 ປີ ຈໍານວນ 206 ສະຫາຍ ຍິງ 52 ສະຫາຍ, ປະກອບມີ 5 ຂະແໜງການ ຄື: ຂະແໜງປ້ອງກັນຄວາມສະຫງົບພາຍໃນ, ຂະແໜງປ້ອງກັນຄວາມສະຫງົບ ໃນຂົງເຂດພົວພັນຕ່າງປະເທດ, ປ້ອງກັນຄວາມສະຫງົບ ໃນຂົງເຂດສັງຄົມ, ສືບສວນ-ສອບສວນ ແລະ ຂະແໜງຄຸ້ມຄອງລັດ; ເຊິ່ງປະກອບມີ 63 ວິຊາ, ມີ 134 ໜ່ວຍກິດ ເທົ່າກັບ 3.728 ຊົ່ວໂມງ. ຫຼັງຈາກນັ້ນ, ຈະໄດ້ຂຽນບົດ ແລະ ປ້ອງກັນບົດໂຄງການຈົບຊັ້ນ ປະລິນຍາຕີ ຕາມຂໍ້ກຳນົດຂອງກະຊວງ ວາງອອກ.

ລະບົບປະລິນຍາຕີຕໍ່ເນື່ອງ ຮຸ່ນທີ 21 ເວລາຮຽນ 2 ປີ, ມີ 5 ຂະແໜງການຮຽນ ຄື: ຂະແໜງປ້ອງກັນຄວາມສະຫງົບພາຍໃນ, ຂະແໜງປ້ອງກັນຄວາມສະຫງົບ ໃນຂົງເຂດພົວພັນຕ່າງປະເທດ, ປ້ອງກັນຄວາມສະຫງົບ ໃນຂົງເຂດສັງຄົມ, ສືບສວນ-ສອບສວນ ແລະ ຂະແໜງຄຸ້ມຄອງລັດ; ເຊິ່ງປະກອບມີ 37 ວິຊາ, ມີ 68 ໜ່ວຍກິດ ເທົ່າກັບ 1.872 ຊົ່ວໂມງ. ຫຼັງຈາກນັ້ນ, ຂຽນບົດ ແລະ ປ້ອງກັນບົດໂຄງການຈົບຊັ້ນ ປະລິນຍາຕີ ຕາມຂໍ້ກຳນົດຂອງກະຊວງ ວາງອອກ.

(ໂດຍ: ບຸນເຫຼືອ)