ທິດທາງແຜນການໃນຕໍ່ໜ້າ, ຄະນະພັກ-ຄະນະບັນຊາ ກົມໃຫຍ່ການເມືອງ ປກສ ຈະສືບຕໍ່ສຸມໃສ່ນຳພາ-ບັນຊາ 10 ວຽກງານປິ່ນອ້ອມ ຕາມຂົງເຂດຄວາມຮັບຜິດຊອບຂອງບັນດາກົມ ອ້ອມຂ້າງ ກົມໃຫຍ່ການເມືອງ ປກສ, ແນໃສ່ຮັບປະກັນວຽກງານທີ່ຈັດຕັ້ງປະຕິບັດມີຜົນສຳເລັດຍິ່ງຂຶ້ນ ຕິດພັນກັບ ການປັບປຸງ-ກໍ່ສ້າງກຳລັງປ້ອງກັນຄວາມສະຫງົບ ໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ, ມີແບບແຜນທັນສະໄໝ ແລະ ຈັດຕັ້ງບັນດາໂຄງການຂອງ ກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ.

ທິດທາງດັ່ງກ່າວແມ່ນ ພັອ ປອ ວຽງໄຊ ທຳມະສິດ ຫົວໜ້າຫ້ອງການ ກົມໃຫຍ່ການເມືອງ ປກສ ໄດ້ຍົກໃຫ້ເຫັນໃນກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ກົມໃຫຍ່ການເມືອງ ປກສ ເມື່ອບໍ່ດົນມານີ້; ເຊິ່ງ 10 ວຽກງານ ຄະນະພັກ-ຄະນະບັນຊາ ກົມໃຫຍ່ການເມືອງ ປກສ ຈະສືບຕໍ່ສຸມໃສ່ນຳພາ-ບັນຊາ ມີຄື:

1. ສືບຕໍ່ເພີ່ມທະວີສຶກສາອົບຮົມການເມືອງແນວຄິດ ໃຫ້ພະນັກງານ-ນັກຮົບ ເຊື່ອມຊຶມທາງດ້ານທິດສະດີການເມືອງ, ແນວທາງນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ, ລະບຽບກົດໝາຍຂອງລັດ, ມູນເຊື້ອການປະຕິວັດ ແລະ ເປັນເຈົ້າການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະ ໃຫ້ມີຜົນສຳເລັດສູງ.

2. ເອົາໃຈໃສ່ຈັດຕັ້ງປະຕິບັດໂຄງການກໍ່ສ້າງພັກ ທາງດ້ານການເມືອງ-ນຳພາແນວຄິດ, ໃຫ້ມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງ ໂດຍຮັບປະກັນການຈັດຕັ້ງປະຕິບັດໃຫ້ຖືກຕາມ 5 ຫຼັກການ, 3 ທິດນຳຂອງພັກ ໂດຍສຸມໃສ່ຊີ້ນຳຄະນະພັກຂັ້ນຕ່າງໆ ເຮັດວຽກງານກວດກາຄຸ້ມຄອງ, ປ້ອງກັນພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ; ການຂະຫຍາຍພັກ ຕ້ອງຖືເອົາຄຸນນະພາບເປັນກົກ ແລະ ເດັດດ່ຽວເອົາຜູ້ເຊື່ອມທາດຂາດຄຸນອອກຈາກພັກ, ເອົາໃຈໃສ່ຕິດຕາມ, ກວດກາ ແລະ ຊຸກຍູ້ບັນດາຮາກຖານພັກ ໃນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ໄດ້ຮັບໝາກຜົນ ແລະ ມີຄຸນນະພາບສູງຂຶ້ນ.

3. ສືບຕໍ່ຈັດຕັ້ງປະຕິບັດ ແຜນກຳນົດພະນັກງານສືບທອດ-ປ່ຽນແທນຂັ້ນຕ່າງໆ ໃຫ້ເປັນລະບົບ, ຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງ ຢູ່ບັນດາກົມກອງ-ທ້ອງຖິ່ນ ແລະ ຮັບປະກັນມີຄວາມສະຫງົບ-ສອດຄ່ອງ.

4. ເອົາໃຈໃສ່ປະຕິບັດທິດທາງແຜນການ, ໂຄງການບຳລຸງກໍ່ສ້າງພະນັກງານ-ນັກຮົບ ສອດຄ່ອງກັບໜ້າທີ່ການເມືອງຂອງກຳລັງ ແລະ ຮັບປະກັນທາງດ້ານຄຸນນະພາບ, ສືບຕໍ່ຄົ້ນຄວ້າສ້າງນິຕິກຳຕ່າງໆ ຂົງເຂດວຽກງານພັກ, ວຽກງານການເມືອງ, ປັບປຸງໂຄງການຫຼັກສູດການຮຽນ-ການສອນ ຢູ່ບັນດາໂຮງຮຽນ ແລະ ວິທະຍາຄານ ຂອງກໍາລັງ ໃຫ້ໄດ້ມາດຖານທີ່ສູງຂຶ້ນ; ສູ້ຊົນຍົກສະຖານະ ພ້ອມທັງຈັດຕັ້ງປະກາດໂຮງຮຽນ ປກສ ຊັ້ນສູງ 4 ແຫ່ງ ຂຶ້ນ ເປັນ ວິທະຍາໄລ ປກສ.

5. ສືບຕໍ່ຊຸກຍູ້ຕິດຕາມກວດກາ ການປະຕິບັດໜ້າທີ່ວິຊາສະເພາະ ຂອງກຳລັງປ້ອງກັນຄວາມສະຫງົບ ຢູ່ບັນດາກົມກອງ-ທ້ອງຖິ່ນ ໂດຍສະເພາະແມ່ນບັນຫາຫາງສຽງວິພາກວິຈານຂອງສັງຄົມ, ຕ້ານ-ສະກັດກັ້ນ, ແກ້ໄຂໜໍ່ແໜງປະກົດການຫຍໍ້ທໍ້ໃນກໍາລັງ, ຄົ້ນຄວ້າປະຕິບັດວິໄນຕໍ່ຜູ້ລະເມີດລະບຽບ-ກົດໝາຍ ຢ່າງເດັດຂາດ ແລະ ເຂັ້ມງວດ.

6. ເອົາໃຈໃສ່ປະຕິບັດນະໂຍບາຍຕໍ່ນາຍ ແລະ ພົນຕຳຫຼວດປະຈຳການ, ພະນັກງານປະຕິວັດອາວຸໂສ, ພະນັກງານບຳນານ ໃຫ້ຖືກຕ້ອງ, ເໝາະສົມ ແລະ ລົງໃກ້ຊິດຕິດແທດໃຫ້ທົ່ວເຖິງ, ພ້ອມນັ້ນ ກໍຕ້ອງເອົາໃຈໃສ່ຄຸ້ມຄອງ-ປັບປຸງລະບົບປະກັນສັງຄົມ ໃຫ້ເຂົ້າສູ່ລະບົບທັນສະໄໝ ຕາມແຕ່ລະໄລຍະຂອງການພັດທະນາ.

7. ສືບຕໍ່ເອົາໃຈໃສ່ນຳພາ-ຊີ້ປັບປຸງ, ຊຸກຍູ້ຂະບວນການອົງການຈັດຕັ້ງມະຫາຊົນ ໃຫ້ເຂັ້ມແຂງເປັນຂະບວນຟົດຟື້ນ, ຕໍ່ເນື່ອງ, ມີຄວາມສາມາດເປັນກຳລັງແຮງຊ່ວຍໃຫ້ຄະນະພັກ-ຄະນະບັນຊາ, ເປັນແບບຢ່າງນໍາໜ້າ ເຄື່ອນໄຫວທຸກໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍ, ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ອົງການຈັດຕັ້ງມະຫາຊົນ ເຄື່ອນໄຫວຕາມພາລະບົດບາດ ແລະ ມີໂອກາດເຂົ້າຮ່ວມໃນທຸກຂົງເຂດວຽກງານ.

8. ເອົາໃຈໃສ່ວຽກງານເສນາທິການ ໃຫ້ແກ່ການນໍາແຕ່ລະຂັ້ນ ໃນການເຄື່ອນໄຫວວຽກງານ, ພົວພັນວຽກງານປະສານສົມທົບກັບທຸກພາກສ່ວນ, ເກັບກຳສະພາບການ, ສະຫຼຸບສັງລວມຂໍ້ມູນ, ກຳນົດທິດທາງແຜນການໃຫ້ລະອຽດຄົບຖ້ວນ ແລະ ຖືກຕ້ອງກັບສະພາບການໃໝ່; ຄຸ້ມຄອງປົກປັກຮັກສາພາຫານະຮັບໃຊ້, ອຸປະກອນເຕັກນິກ, ອາຄານຫ້ອງການ, ລະບົບລາຍຮັບ-ລາຍຈ່າຍ ສາມາດກວດສອບໄດ້ ແລະ ປະຕິບັດລະບອບປະຢັດມັດທະຍັດ; ຕິດຕາມໂຄງການກໍ່ສ້າງ-ສ້ອມແປງ ຂອງກົມໃຫຍ່ການເມືອງ ທີ່ບໍ່ທັນສຳເລັດ ເປັນຕົ້ນ: ໂຄງການກໍ່ສ້າງວິທະຍາຄານການເມືອງ ປກສ ໄລຍະທີ 2, ປັບປຸງສະໜາມກິລາຄົບວົງຈອນ, ສ້າງສູນພາຫະນະ-ເຕັກນິກ ອາມອນ, ສ້ອມແປງສະໂມສອນ ກົມໃຫຍ່ການເມືອງ, ຫ້ອງການກົມປະກັນສັງຄົມ, ຂະຫຍາຍໜອງປາ, ສ້າງຄອກໄກ່ພັນໄຂ່ຫຼັງທີ 3 ຢູ່ສູນການຜະລິດ ຫຼັກ 67, ປະສານສົມທົບໂຄງການຊ່ວຍເຫຼືອລ້າ ຈາກລັດຖະບານ ສປ ຈີນ ໃນການກໍ່ສ້າງໂຮງຮຽນວັດທະນະທຳ ຫຼັກ 67.

9. ສືບຕໍ່ສ້າງພະລາທິການກັບທີ່ ຕາມທ່າແຮງທີ່ມີ ເພື່ອສ້າງແຫຼ່ງລາຍຮັບດ້ວຍການຜະລິດ, ການບໍລິການ ແລະ ການປະຢັດງົບປະມານ ເພື່ອມາຮັບໃຊ້ວຽກງານຂອງກົມໃຫຍ່ການເມືອງ ປກສ ເປັນຕົ້ນ: ການລ້ຽງປາ, ໄກ່ພັນໄຂ່, ບົວລະບັດຮັກສາຕົ້ນໄມ້ວິກ, ບໍລິການຮ້ານສະດວກຊື້, ຮ້ານຄ້າ ແລະ ບໍລິການຫ້ອງແຖວ ໃຫ້ໄດ້ຮັບຜົນດີ.

10. ເຊື່ອມຊຶມກຳແໜ້ນ ແລະ ປະຕິບັດແນວທາງການຕ່າງປະເທດຂອງພັກ ໃຫ້ຖືກຕ້ອງ, ເພີ່ມທະວີການພົວພັນຮ່ວມມືກັບ ກຳລັງ ປກສ ບັນດາປະເທດເພື່ອນມິດຍຸດທະສາດ, ປະເທດໃກ້ຄຽງຕາມເງື່ອນໄຂ ໂດຍສະເພາະການແລກປ່ຽນບົດຮຽນ, ຝຶກອົບຮົມ ແລະ ກໍ່ສ້າງກຳລັງ.

ໂດຍລວມແລ້ວ, 10 ວຽກງານດັ່ງກ່າວນີ້ ແມ່ນມີຄວາມຮຽກຮ້ອງໃຫ້ບັນດາກົມກອງທີ່ກ່ຽວຂ້ອງ ເປັນເຈົ້າການຈັດຕັ້ງຜັນຂະຫຍາຍ ແລະ ນຳໄປຈັດຕັ້ງປະຕິບັດຢ່າງມີຄວາມຮັບຜິດຊອບສູງ ແນໃສ່ຮັບປະກັນໃຫ້ແຕ່ລະວຽກງານມີຜົນສຳເລັດຕາມແຜນການທີ່ວາງໄວ້.