ໃນຕອນບ່າຍຂອງວັນທີ 13 ຕຸລາ 2023, ກະຊວງ ປກສ ໄດ້ສືບຕໍ່ເຜີຍແຜ່ບັນດາເອກະສານຜົນສຳເລັດຂອງ ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ XI; ເຊິ່ງໄດ້ມີການເຜີຍແຜ່ມະຕິ ວ່າດ້ວຍ

” ການສືບຕໍ່ຍູ້ແຮງ ການຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ, ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນຳພາຂອງພັກ ສະບັບເລກທີ 05/ຄບສພ ລົງວັນທີ 5 ກັນຍາ 2023 “

+ ສະຫາຍ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຄະນະພັກກະຊວງ ຮັກສາການແທນ ຫົວໜ້າກົມໃຫຍ່ການເມືອງ ປກສ ຊົ່ວຄາວ ໄດ້ເຜີຍແຜ່ໃຫ້ຮູ້ວ່າ:

ຄະນະບໍລິຫານງານສູນກາງພັກ ອອກມະຕິ ສະບັບເລກທີ 05/ຄບສພ ໂດຍກຳນົດ 9 ທັດສະນະຊີ້ນຳຂອງພັກ ເພື່ອໃຫ້ຄະນະພັກແຕ່ລະຂັ້ນ ກຳແໜ້ນໃຫ້ເລິກເຊິ່ງ ແລະ ຖືເປັນໜ້າທີ່ຄວາມຮັບຜິດຊອບການເມືອງ ໃນການຜັນຂະຫຍາຍເຂົ້່າສູ່ວຽກງານຂອງຂະແໜງການ ແລະ ທ້ອງຖິ່ນຕົນ ນຳໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.

9 ທັດສະນະຊີ້ນຳຂອງພັກ ມີດັ່ງນີ້:

1). ພັກເຮົາຍາມໃດກໍຖືວ່າ ການປ່ຽນແປງໃໝ່ ແມ່ນພາລະກິດປະຕິວັດອັນເລິກເຊິ່ງ ທີ່ຕ້ອງດຳເນີນການຢ່າງຍາວນານ, ຕໍ່ເນື່ອງ. ສະນັ້ນ, ຈຶ່ງຕ້ອງກຳແໜ້ນທັດສະນະຢຶດໝັ້ນໃນອັນທີ່ເປັນຫຼັກການ, ທັງຕ້ອງປະດິດສ້າງ, ຕໍ່ຍອດ ແລະ ເສີມຂະຫຍາຍ ແລະ ມີການປູກກະລຢ່າງແຂງແຮງ ໃນເງື່ອນໄຂສະພາບການໃໝ່;

2). ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ເປັນວິທີການຍູ້ແຮງການປ່ຽນແປງໃໝ່ ເຊິ່ງຕ້ອງດໍາເນີນໄປຢ່າງຮອບຄອບ, ທັງມີຄວາມຕັດສິນໃຈເດັດດ່ຽວໜຽວແໜ້ນ ໂດຍນຳໃຊ້ບັນດາຮູບການ, ວິທີການ, ມາດຕະການ ແລະ ຂັ້ນຕອນທີ່ເໝາະສົມ, ບໍ່ອັດຕະວິໄສ, ບໍ່ສ້າງບັນຫາທີ່ອາດກໍ່ໃຫ້ເກີດມີຄວາມບໍ່ສະຫງົບ, ຄວາມວຸ້ນວາຍພາຍໃນພັກ ແລະ ສັງຄົມ; ຕ້ອງຮຽນຮູ້-ຮັບເອົາອັນໃໝ່ ຢ່າງມີການເລືອກເຟັ້ນ ແລະ ປະດິດສ້າງ, ຕ້ານ ແລະ ແກ້ໄຂແນວຄິດຮັກສາເດີມ, ອືດອາດຊັກຊ້າ, ບໍ່ຍອມປ່ຽນແປງ;

3). ຍົກສູງນໍ້າໃຈຮັກຊາດ ຕິດພັນກັບ ການຮັກລະບອບໃໝ່, ຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ທັງເພີ່ມທະວີຄວາມສາມັກຄີເປັນເອກະພາບລະດັບສູງ ທາງດ້ານການເມືອງ, ແນວຄິດ ແລະ ການຈັດຕັ້ງ, ເພີ່ມທະວີການຄຸ້ມຄອງ ດ້ານລະບຽບວິໄນທີ່ເຂັ້ມງວດ, ເຮັດໃຫ້ກາຍເປັນວັດທະນະທຳການເມືອງໃໝ່ ຂອງພັກເຮົາ;

4). ສືບຕໍ່ຮູ້ແຮງການປ່ຽນແປງໃໝ່ ດ້ານເສດຖະກິດ-ການເງິນ, ເສີມຂະຫຍາຍແບບແຜນໄລ່ລຽງເສດຖະກິດ-ໄລ່ລຽງປະສິດທິຜົນ, ສ້າງເສດຖະກິດເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຮັບປະກັນຄວາມສົມສ່ວນລະຫວ່າງ ການພັດທະນາເສດຖະກິດ ກັບ ການພັດທະນາສັງຄົມ ແລະ ການປົກປັກຮັກສາສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ;

5). ຕ້ອງປ່ຽນແປງໃໝ່ແບບແຜນນຳພາຂອງພັກ ແລະ ລະບົບການປົກຄອງ ໃຫ້ຖືກຕ້ອງຕາມຫຼັກວິທະຍາສາດ ແລະ ສອດຄ່ອງກັບຈຸດພິເສດຂອງປະເທດເຮົາ, ຕ້ອງແຍກໃຫ້ແຈ້ງ ແລະ ເຄົາລົບຢ່າງເຂັ້ມງວດທີ່ຕັ້ງ, ບົດບາດການນຳພາຂອງພັກ ກັບ ການຄຸ້ມຄອງ-ບໍລິຫານຂອງລັດ;

6). ແກ້ໄຂບັນຫາຄົນ ແລະ ການເລືອກເຟັ້ນຄົນໃຫ້ຖືກຕ້ອງ ແລະ ຮັບປະກັນຫຼັກວິທະຍາສາດ, ເດັດດ່ຽວແກ້ໄຂພະຍາດອາຍາສິດ, ທ້ອງຖິ່ນ, ຈຸ້ມເຈື້ອເຊື້ອສາຍກຸ່ມຜົນປະໂຫຍດ ໃນວຽກງານພະນັກງານ;

7). ຍົກສູງປະສິດທິພາບການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ຕາມທິດສ້າງລັດທີ່ປົກຄອງດ້ວຍກົດໝາຍຂອງປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນ ພາຍໃຕ້ການນຳພາຂອງພັກ;

8). ສ້າງຮາກຖານພັກໃຫ້ເຂັ້ມແຂງ, ໜັກແໜ້ນ, ເປັນກຳລັງແຮງໃຫ້ແກ່ການຂັບເຄື່ອນ ຂອງລະບົບການເມືອງຢູ່ແຕ່ລະຂັ້ນ, ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ສ້າງເງື່ອນໄຂໃຫ້ປະຊາຊົນເຂົ້າຮ່ວມການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ຕາມທິດປະຊາຊົນຮູ້, ປະຊາຊົນປືກສາຫາລື, ປະຊາຊົນເຮັດ, ປະຊາຊົນຕິດຕາມ, ກວດກາ ແລະ ປະຊາຊົນໄດ້ຊົມໃຊ້ໝາກຜົນ;

9). ເພີ່ມທະວີການນຳພາເດັດຂາດ, ໂດຍກົງ, ຮອບດ້ານຂອງພັກ ຕໍ່ກຳລັງປະກອບອາວຸດປະຕິວັດ ເພື່ອໃຫ້ເປັນກຳລັງທີ່ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ມີແບບແຜນ ແລະ ທັນສະໄໝ ຕິດພັນກັບ ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແນວທາງ, ນະໂຍບາຍການຕ່າງປະເທດທີ່ຄ່ອງແຄ້ວ, ມີໄຫວພິບ ເພື່ອຮັບປະກັນຄວາມໝັ້ນຄົງ ແລະ ຜົນປະໂຫຍດແຫ່ງຊາດ, ສ້າງເງື່ອນໄຂສະພາບແວດລ້ອມທີ່ເອື້ອອຳນວຍ ໃຫ້ແກ່ການພັດທະນາປະເທດຊາດ.