ກອງ​ສິລະ​ປະກອນ ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງ ກະຊວງ ປກສ ​ໄດ້​ຮັບ​ຜົນສຳ​ເລັດ ​ແລະ ມີ​ການ​ພັດທະນາ ເປັນ​ກ້າວໆ ຕະຫຼອດໄລຍະ 16 ປີ (14 ກັນຍາ 2007-14 ກັນຍາ 2023) ເພື່ອ​​ຫວນ​ຄືນ​ເຖິງ​ຜົນງານ ​ແລະ ​ໄຊຊະນະ​ທີ່​ກອງ​ສິລະ​ປະກອນ​ປ້ອງ​ກັນ​ຄວາມ​ສະຫງົບ ທີ່ໄດ້​ທຸ່ມ​ເທ​ເຫື່ອ​ແຮງ​ສະຕິ​ປັນຍາ​ຢ່າງ​ຕັ້ງໜ້າ ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ປ້ອງ​ກັນ​ຄວາມ​ສະຫງົບ​ ເວົ້າລວມ, ເວົ້າສະເພາະແມ່ນວຽກງານໂຄສະນາການອະນຸລັກຮັກສາຮີດຄອງປະເພນີ, ສິລະປະວັດ​ທະນະ​ທຳຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ ໃຫ້​ຄຽງ​ຄູ່​ກັບຊາດ​ລາວ​-ຄົນ​ລາວ ​ຕະຫຼອດ​ໄປ.

ການ​ກຳ​ເນີ​ດ ແລະ ການເຕີບ​ໃຫຍ່​ຂະຫຍາຍຕົວ ຂອງກອງສິລະປະກອນປ້ອງກັນຄວາມສະຫງົບ ແມ່ນໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 14 ກັນຍາ 2007 ເປັນວັນທີ່ມີຄວາມໝາຍສຳຄັນດ້ານປະຫວັດ ແລະ ມີການກໍາເນີດເຕີບໃຫ່ຍຂະຫຍາຍຕົວເປັນແຕ່ລະໄລຍະ; ກອງສິລະປະກອນປ້ອງກັນຄວາມສະຫງົບ ມາຮອດປັດຈຸຸບັນແມ່ນໄດ້ໝູນວຽນ ຄົບຮອບ 16 ປີ ຍ້ອນ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າ​ທີ່​ການ​ເມືອງ​ໃນ​ໄລຍະ​ໃໝ່, ແນ​ໃສ່​ເຮັດ​ໃຫ້​ຂະ​ບວນການ​ປຸກລະດົມຂົນຂວາຍວຽກ​ງານ​ການ​ເມືອງ​ແນວ​ຄິດໃຫ້ນາຍ ແລະ ພົນຕໍາຫຼວດ ​ໃຫ້​ມີ​ຫຼາຍຮູບ​ຫຼາຍ​ສີ, ສາມາດເຊື່ອມ​ຊຶມ​ກຳ​ແໜ້ນ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ-ລະບຽບ​ກົດໝາຍ​ຂອງ​ລັດ​ ໂດຍ​ສະ​ເພາະ​ແມ່ນ​ແນວທາງ​ປ້ອງກັນຊາ​ດ-ປ້ອງກັນຄວາມ​ສະຫງົບ ທົ່ວ​ປວງ​ຊົນ​ຮອບດ້ານ​ຂອງ​ພັກ ທີ່​​ໄດ້​ວາງ​ອອກ ​ໃນ​ແຕ່ລະ​ໄລຍະ.

​​ພ້ອມ​ກັນ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ ​ໂດຍ​ຜ່ານ​ດ້ານ​ສິລະ​ປະການສະ​ແດງ, ​ໂຄສະນາ​ເຜີຍ​ແຜ່​ມູນ​ເຊື້ອ​ຕໍ່​ສູ້ຢ່າງ​ພິລະ​ອາດ​ຫານ ຂອງກຳລັງປ້ອງ​ກັນ​ຄວາມ​ສະຫງົບ, ເຊິ່ງຍາມ​ໃດ​ກຳລັງຂອງພວກ​ເຮົາ ​ກໍ​ມີ​ນໍ້າ​ໃຈເສຍສະຫຼະ​ເພື່ອ​ຊາດ, ​ເພື່ອ​ປະຊາຊົນ, ​ໂຄສະນາ​ຜົນງານ​ ແລະ ໄຊຊະນະ​ອັນ​ໂດດ​ເດັ່ນ ​ເພື່ອເຮັດໃຫ້ປະຊາຊົນ​ລາວ​ບັນດາ​ເຜົ່າຮັບ​ຮູ້ ​ແລະ ​ເຂົ້າ​ໃຈຕໍ່​ວຽກ​ງານ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລ້ວ​ຕັ້ງໜ້າ​ປະກອບ​ສ່ວນ​ເຂົ້າ​ໃນ​ວຽກ​ງານ​ດັ່ງກ່າວຢ່າງ​ກວ້າງ​ຂວາງ.

ເພື່ອ​ສ້າງ​ບັນຍາກາດ​ເບີກບານ​ມ່ວນ​ຊື່ນ​ໃຫ້​ແກ່​ນາຍ ແລະ ພົນຕໍາຫຼວດ​ ທົ່ວ​ກຳລັງ​ປ້ອງ​ກັນຄວາມສະຫງົບ ທັງ​ເປັນການ​ປຸກລະດົມ​ຂົນຂວາຍ​ນໍ້າ​ໃຈ​ຟົດ​ຟື້ນ​ປະຕິວັດ ​ແລະ ສ້າງ​ໄດ້​ຂະ​ບວນການ​ແຂ່ງຂັນຕ່າງໆທີ່​ຕິດ​ພັນ​ກັບໜ້າ​ທີ່​ການ​ເມືອງ ​ໃນ​ໄລຍະ​ໃໝ່ ​ຢ່າງ​ເປັນ​ຂະ​ບວນຟົດຟື້ນ ​ແລະມີ​ໝາກຜົນຕົວ​ຈິງ. ພ້ອມທັງ​ເຄື່ອນ​ໄຫວ​ສະ​ແດງ​ຮັບ​ໃຊ້​ປະຊາຊົນ, ສ້າງ​ໃຫ້​ປະຊາຊົນ​ມີຄວາມ​ເບີກບານ​ມ່ວນ​ຊື່ນ ໃຫ້ສົມກັບຄຳເວົ້າທີ່ວ່າ: ກຳລັງປ້ອງ​ກັນ​ຄວາມ​ສະຫງົບປະຊາ​ຊົນ​ລາວ ​ເປັນ​ກຳລັງ​ທີ່ມາ​ຈາກ​ປະຊາຊົນ,​ໂດຍ​ປະຊາຊົນ ແລະ ​ເພື່ອປະຊາຊົນ, ເຊິ່ງຍາມ​ໃດ​ກໍ​ຮັບໃຊ້ປະຊາຊົນ​ຢ່າງ​ບໍ່​ມີ​ຂອບ​ເຂດ ​ແລະ ​ບໍ່ມີເງື່ອນ​ໄຂ.

ການເຕີບ​ໃຫຍ່​ຂະຫຍາຍຕົວ ຂອງກອງສິລະປະກອນປ້ອງກັນຄວາມສະຫງົບ: ມີການເຕີບໃຫຍ່ໃນແຕ່ລະໄລຍະ ບໍ່ວ່າຈະເປັນທາງດ້ານບຸກຄະລາກອນ, ວຽກງານວິຊາສະເພາະ, ການສົ່ງນາຍ ແລະ ພົນຕໍາຫຼວດສຶກສາຮໍ່າຮຽນດ້ານສິລະປະ, ວັດຖຸອຸປະກອນທາງດ້ານຕ່າງໆ ໃນການຮັບໃຊ້ສະແດງ ເຊິ່ງລະແດງອອກ ຄື:

+ ດ້ານ​ຈຳນວນ​ພົນ ​ແມ່ນ​ມີ 5 ​ໄລຍະ​:

  • ໄລຍະ​ທີ 1: ແມ່ນ​ໄລ​ຍະຂອງ​ການ​ເລີ່ມ​ຕົ້ນ​ສ້າງ​ຕັ້ງ​ ກອງ​ສິລະ​ປະກອນ ປກສ ມີ​ຈຳນວນ​ພົນ 24 ສະຫາຍ ຍິງ 12 ສະຫາຍ, ມີ​ຄະນະ​ກອງ 2 ສະຫາຍ.
  • ໄລຍະ​ທີ 2: ແຕ່ປີ 2008-2010 ມີ ​48 ສະຫາຍ ຍິງ 21 ສະຫາຍ, ປະກອບ​ມີ​ຄະນະ​ກອງ 2 ສະຫາຍ.
  • ໄລຍະ​ທີ 3: ແຕ່ປີ 2010-2014 ມີ​ຈໍານວນ​ພົນ 61 ສະຫາຍ ຍິງ 27 ສະຫາຍ, ມີ​ຄະນະ​ກອງ 2 ສະຫາຍ.
  • ໄລຍະ​ທີ 4: ແຕ່ປີ 2014-2018 ​ມີ​ຈໍານວນ​ພົນ 66 ສະຫາຍ ຍິງ 33 ສະຫາຍ, ມີ​ຄະນະ​ກອງ 3 ສະຫາຍ.
  • ໄລຍະ​ທີ 5: ແຕ່ປີ 2023-ປັດຈຸບັນ ​ແມ່ນ​ໄລຍະ​ແຫ່ງ​ການຍົກ​ສູງ​ຄຸນ​ນະພາ​ບ ແລະ ປະລິມານຢ່າງຮອບດ້ານ ເ​ຊິ່ງມີ​ຈໍານວນ​ພົນທັງໝົດ 61 ຍິງ 36 ສະຫາຍ, ມີ​ຄະນະ​ກອງ 5 ສະຫາຍ ຍິງ 2 ສະຫາຍ.

+ ດ້ານການພັດທະນາບຸກຂະລາກອນ ໄປສຶກສາຮໍ່າຮຽນ:

ແມ່ນ​ເປັນກອງສິລະປະທີ່ໄດ້​ຮັບ​ການ​ສ້າງ​ຕັ້ງ​ໄດ້ພຽງ 16 ປີ, ເມື່ອ​ເວົ້າເຖິງ​ປະສົບ​ການ ​ແລະ ພຶດຕິ​ກຳ​ຕົວ​ຈິງ ​ແມ່ນ​ຍັງ​ບໍ່​ທັນ​ກວ້າງ​ຂວາງ​ເທົ່າ​ທີ່​ຄວນ, ວິຊາ​ການ​ດ້ານການປະດິດ​ແຕ່ງ, ບົດ​ຟ້ອນ, ບົດເພງ, ການ​ປະດິດ​ດົນຕຣີ​ ແມ່ນ​ຍັງ​ມີ​ຄວາມ​ຈຳກັດ, ນັກສະ​ແດງ​ຈຳນວນ​ໜຶ່ງ ​ກໍ​ບໍ່​ໄດ້​ຜ່ານ​ວິຊາ​ສະ​ເພາະ​ດ້ານ​ການສະ​ແດງ. ສະ​ນັ້ນ, ຕໍ່ໜ້າ​ສະພາບ​ການ​ດັ່ງກ່າວ, ຄະນະ​ພັກ-ຄະນະ​ກົມ​ໂຄສະນາ​ອົບຮົມ ກໍຄື ຄະນະ​ກອງ​ສິລະ​ກອນ ປກສ ກໍ​ໄດ້​ເອົາ​ໃຈ​ໃສ່ປະສານ​ສົມທົບ​ກັບ​ ໂຮງຮຽນ​ສິລະປະ​ແຫ່ງ​ຊາດ, ວິທະຍາໄລ​ສິລະ​ປະ​ສຶກສາ ​ເພື່ອ​ຍາດ​ແຍ່ງ​ການ​ຊ່ວຍ​ເຫຼືອສ້າງ​ເງື່ອນ​ໄຂ​ໃຫ້​ພະນັກງານ​ພາຍ​ໃນກອງ ໄດ້​ໄປ​ຍົກ​ລະດັບວິຊາສະ​ເພາະ​ໄລຍະ​ສັ້ນ ແລະ ໄລຍະຍາວ ເຊິ່ງກໍມີຫຼາຍສະຫາຍໄດ້ໄປຍົກລະດັບ ເຊັ່ນ:

  • ຍົກລະດັບລະບົບ​ຕໍ່​ເນື່ອງຊັ້ນສູງ 4 ເດືອນ ຢູ່​ໂຮງຮຽນ​ສິລະ​ປະ​ສຶກສາ ຈໍານວນ 8 ສະຫາຍ ຍິງ 2 ສະຫາຍ
  • ​ຍົກລະດັບລະບົບ​ບຳລຸງ​ຊັ້ນ​ສູງ 1 ປີ ຢູ່​ວິທະຍາໄລ​ສິລະ​ປະ​ແຫ່ງ​ຊາດ 16 ສະຫາຍ ຍິງ 4 ສະຫາຍ
  • ຍົກລະດັບເຊື່ອມຕໍ່ປະລິນຍາຕີ 2 ປີ ຢູ່ວິທະຍາໄລສິລະປະສຶກສາ 2 ສະຫາຍ ຍິງ 1 ສະຫາຍ
  • ຍົກລະດັບຊັ້ນສູງກໍ່ສ້າງ 2 ປີ ວິຊາສະເພາະຂອງກໍາລັງ ປກສ ມີ 3 ສະຫາຍ ຍິງ 1 ສະຫາຍ
  • ຍົກລະດັບເຊື່ອມຕໍ່ປະລິນຍຕີເຊື່ອມຕໍ່ 2 ສະຫາຍ
  • ຍົກລະດັບລະບົບບໍາລຸງຊັ້ນກາງ 3 ເດືອນ ວິຊາສະເພາະກໍາລັງ ປກສ ມີ 2 ສະຫາຍ ຍິງ 1 ສະຫາຍ
  • ຍົກລະດັບລະບົບບໍາລຸງຊັ້ນສູງ  6 ເດືອນ ວິຊາສະເພາະກໍາລັງ ປກສ ມີ 1 ສະຫາຍ ຍິງ 1 ສະຫາຍ

ພ້ອມນີ້, ກໍໄດ້​ຝຶກ​ອົບຮົມ​ວຽກ​ງານ​ວິຊາສະເພາະໄລຍະສັ້ນ ແຍກປະສານດົນຕຣີ 15 ວັນ ຈຳນວນພົນເຂົ້າຮ່ວມ 13 ສະຫາຍ ຍິງ 2 ສະຫາຍ, ຝຶກອົບຮົມເຕັກນິກພື້ນຖານການຟ້ອນ 2 ຄັ້ງ, ຝຶກອົບຮົມເຕັກນິກແສງສີ-ສຽງ 2 ຄັ້ງ ແລະ ຝຶກອົບຮົມວຽກງານພິທີກອນ 1 ຄັ້ງ.

+ ດ້ານການເຄື່ອນໄຫວແລະຜົນງານ:

ພາຍຫຼັງ​ທີ່​ກອງ​ສິລະ​ປະກອນ​ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນຢ່າງ​ເປັນທາງການ ໃນວັນທີ 14 ກັນຍາ 2007, ຄະນະ​ພັກ-ຄະນະ​ບັນຊາ​ ​ກົມ​ໂຄສະນາ​ອົບຮົມ ກໍຄື ກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ ໄດ້​ເອົາ​ໃຈ​ໃສ່​ສຶກສາ​ອົບຮົມ​ການ​ເມືອງ​ນຳພາ​ແນວ​ຄິດໃຫ້​ແກ່​ນາຍ ແລະ ພົນຕໍາຫຼວດ​ພາຍ​ໃນ​ກອງ​ສິລະ​ປະກອນຢ່າງ​ເປັນ​ລະບົບ​ຕໍ່​ເນື່ອງ ​ແລະ ມີ​ຫຼາຍ​ຮູບ​ຫຼາຍ​ສີ, ສ້າງ​ໃຫ້​ພະນັກງານ​ພາຍ​ໃນ​ກອງ​ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ, ມີ​ຄຸນ​ທາດ​ການ​ເມືອງ​ໜັກ​ແໜ້ນ, ມີ​ສະຕິ​ຕໍ່​ການຈັດຕັ້ງ, ມີລະບຽບວິ​ໄນ​ເຂັ້ມ​ງວດ.

ພ້ອມ​ກັນ​ຈັດ​ຕັ້ງ​ປະຕິບັດທຸກມະຕິຄຳສັ່ງຂອງຂັ້ນເທິງ, ຕັ້ງໜ້າເຮັດໜ້າທີ່ວຽກງານວິຊາສະເພາະ ດ້ວຍຄວາມຮັບຜິດຊອບສູງ ໂດຍສະເພາະແມ່ນ​ໄດ້​ຈັດ​ຕັ້ງການ​ຝຶກ​ຊ້ອມ​ຫັດ​ແອບຢ່າງເປັນ​ລະບົບ​ຕໍ່​ເນື່ອງ, ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ສະ​ແດງ​ຮັບ​ໃຊ້​ໜ້າ​ທີ່​ການ​ເມືອງ, ຮັບ​ໃຊ້​ງານ​ຕ່າງໆ​ທີ່​ສຳຄັນ​ຂອງພັກ-​ຊາດ ແລະ ສາກົນ, ​ໄດ້​ເຄື່ອນ​ໄຫວສະ​ແດງ​ຮັບ​ໃຊ້​ມວນ​ຊົນ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ຢ່າງ​ກວ້າງ​ຂວາງ; ຜ່ານ​ການສະ​ແດງ​ຕົວ​ຈິງ ເຫັນ​ວ່າ​ມີ​ບັນຍາກາດ​ເບີກບານ​ມ່ວນ​ຊື່ນ ​ແລະ ​ໄດ້​ຮັບ​ຄຳ​ຍ້ອງຍໍ​ຊົມ​ເຊີຍຈາກ​ຜູ້​ຟັງ ແລະ ຜູ້ຊົມເປັນຢ່າງດີ. ນອກຈາກນັ້ນ, ກໍຍັງໄດ້ໄປເຄື່ອນໄຫວສະແດງຢູ່ຕ່າງປະເທດອີກຈຳນວນໜຶ່ງ.

ຕະຫຼອດໄລຍະ 16 ປີຜ່ານມາ, ຜ່ານ​ການ​ເຄື່ອນ​ໄຫວ​ຕົວ​ຈິງ ສາມາດ​ສັງລວມ​ຜົນ​ງານທີ່​ພົ້ນ​ເດັ່ນ ເປັນຕົ້ນແມ່ນໄດ້ຮັບໃຊ້ສະແດງອ້ອມຂ້າງກະຊວງ 589 ຄັ້ງ, ຮັບໃຊ້ສະແດງຕ່າງແຂວງ 23 ຄັ້ງ, ສະແດງຮັບໃຊ້ຢູ່ຕ່າງປະເທດ 20 ຄັ້ງ; ໃນນັ້ນ, ຢູ່ ສສ ຫວຽດນາມ 10 ຄັ້ງ, ປະເທດໄທໄທ 4 ຄັ້ງ, ປະເທດອິນໂດເນເຊຍ 1 ຄັ້ງ, ປະເທດບຣູໄນ 1 ຄັ້ງ, ປະເທດຍີ່ປຸ່ນ 2 ຄັ້ງ, ປະະເທດລັດເຊຍ 1 ຄັ້ງ, ປະເທດຈີນ 2 ຄັ້ງ, ປະເທດສະຫະພາບມຽນມາ 1 ຄັ້ງ, ສ້ອມແປງເຄື່ອງສຽງ 164 ຄັ້ງ, ປະດິດບົດຟ້ອນໄດ້ 91 ບົດ, ປະດິດບົດເພງ-ບົດລຳໄດ້41 ເພງ ແລະ ແຍກປະສານດົນຕຣີ 37 ເພງ.

ຈາກຜົນງານ ແລະ ໄຊຊະນະທີ່ຍາດມາໄດ້ ​ໃນ​ໄລຍະ​ທີ່​ຜ່ານ​ມາ​ນັ້ນ, ກອງ​ສິລະ​ປະກອນ ປກສ ໄດ້​ຮັບການ​ຍ້ອງຍໍ​ຈາກ​ຂັ້ນ​ເທິງ ຄື: ​ໄດ້​ຮັບ​ໃບ​ຍ້ອງຍໍ​ ຈາກ ​ສສ ຫວຽດນາມ2 ​ໃບ, ​ໄດ້​ຮັບ​ໃບ​ຍ້ອງຍໍຈາກ​ແຂວງ​ຜົ້ງ​ສາລີ 1 ​ໃບ, ໃບຊົມເຊີຍຈາກເຈົ້້າເມືອງສັງທອງ 1 ໃບ (ວັນສ້າງຕັ້ງເມືອງສັງທອງ ຄົບຮອບ 20 ປີ), ​ໄດ້​ຮັບ​ຫຼຽນ​ກາ​ແຮງ​ງານ 3 ໜ່ວຍ, ໄດ້​ຮັບ​ຫຼຽນ​ໄຊ​ແຮງ​ງານຊັ້ນ II ຈຳນວນ 5 ໜ່ວຍ ແລະ ​ໄດ້​ຮັບ​ຫຼຽນ​ໄຊ​ແຮງ​ງານຊັ້ນ III ຈຳນວນ 2 ໜ່ວຍ.

ທິດທາງຕໍ່ໜ້າ, ເພື່ອປັບປຸງ ແລະ ຍົກລະດັບຢ່າງຮອບດ້ານຂອງ ກອງສິລະປະກອນ ປກສ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງເທື່ອລະກ້າວ ກຽມພ້ອມຮັບໃຊ້ໜ້າທີ່ການເມືອງ ໃນສະເພາະໜ້າ ແລະ ຍາວນານ, ກອງສິລະປະກອນ ຈະສືບ​ຕໍ່​ສຶກສາ​ອົບຮົມ​ວຽກ​ງານ​ການ​ເມືອງ​ນຳພາ​ແນວ​ຄິດ​ໃຫ້​ນາຍ ແລະ ພົນຕໍາຫຼວດ ​ພາຍ​ໃນ​ກອງສິລະປະກອນ ປກສ ຢ່າງ​ເປັນ​ລະບົບ​ຕໍ່​ເນື່ອງ ແລະ ຫຼາຍ​ຮູບ​ຫຼາຍ​ສີ, ສ້າງ​ທັດສະນະ​ແນວ​ຄິດ​​ໃຫ້​ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ, ມີ​ຄຸນ​ທາດ​ການເມືອງ​ໜັກແໜ້ນ ແລະ ມີ​ລະບຽບວິ​ໄນ​ເຂັ້ມ​ງວດ.

ເອົາ​ໃຈ​ໃສ່​ປັບປຸງ​ລະບົບ​ກົງຈັກ​ການຈັດ​ຕັ້ງໃຫ້​ພຽງພໍ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ ໃນການຊີ້​ນຳບັນຊາຂອງແຕ່ລະ​ໜ້າ​ວຽກ​ຕົວ​ຈິງ, ຕ້ອງສ້າງວິຊາການດ້ານຕ່າງໆ ໃຫ້ມີຄວາມເຂັ້ມແຂງຢ່າງຮອບດ້ານ, ເພື່ອພ້ອມກັນປັບປຸງລາຍການສະແດງໃຫ້ມີຄຸນນະພາບ, ມີຫຼາກຫຼາຍສີສັນ ແລະ ມີການປະດິດ​ແຕ່ງລາຍການສະ​ແດງ​ໃໝ່​ຢູ່​ເລື້ອຍໆ ແລະ ສືບ​ຕໍ່​ຈັດ​ຕັ້ງ​ການ​ຝຶກ​ຮົບ​ຮົມວຽກ​ງານ​ວິຊາ​ສະ​ເພາະ​ໄລຍະ​ສັ້ນ, ລົງ​ເກັບ​ກຳ​ຂໍ້​ມູນເພື່ອມາຄົ້ນປະດິດ​ລາຍການ​ໃໝ່ໆ ກະກຽມ​ຮັບໃຊ້​ງານ​ສະເຫຼີ​ມສະຫຼອງ ວັນ​ສ້າງ​ຕັ້ງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ແລະ ວັນສຳຄັນຂອງພັກ-ຂອງຊາດ.