ຕະຫຼອດໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາ ຫ້ອງຕຳຫຼວດ ປກສ ແຂວງອຸດົມໄຊ ໄດ້ເປັນເຈົ້າການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ພະນັກງານ-ນັກຮົບ ໂດຍຕິດພັນກັບການເຜີຍແຜ່ເຊື່ອມຊຶມນິຕິກຳຕ່າງໆຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ ແລະ ເອກະສານຕ່າງໆຂອງກະຊວງປ້ອງກັນຄວາມສະຫງົບ; ພ້ອມນີ້, ຍັງໄດ້ສຸມໃສ່ນຳພາເຄື່ອນໄຫວສະກັດກັ້ນ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆຢູ່ໃນສັງຄົມ ຢ່າງຕໍ່ເນື່ອງ, ແນໃສ່ປົກປັກຮັກສາຄວາມສະຫງົບທາງດ້ານການເມືອງ ແລະ ຄວາມເປັນລະບຽບທາງດ້ານສັງຄົມໃຫ້ດີຂຶ້ນເທື່ອລະກ້າວ.

+ ພັທ ສີທັດ ສີຄຳເຕີຍ ຫົວໜ້າຫ້ອງຕຳຫຼວດ ລາຍງານໃຫ້ຮູ້ວ່າ:

ນັບແຕ່ເດືອນສິງຫາ-ເດືອນຕຸລາ, ທົ່ວແຂວງ ມີຄະດີເກີດຂຶ້ນທັງໝົດ 80 ເລື່ອງ, ສາມາດກັກຕົວຜູ້ຖືກຫາໄດ້ 142 ຄົນ ຍິງ 19 ຄົນ ແລະ ຄົນຕ່າງປະເທດ 18 ຄົນ ໂດຍແບ່ງເປັນຄະດີຕ່າງໆດັ່ງນີ້:

  • ຄະດີອາຍາ ມີ 17 ເລື່ອງ, ຜູ້ຖືກຫາ 60 ຄົນ ຍິງ 10 ຄົນ, ຕ່າງປະເທດ 15 ຄົນ;
  • ຄະດີຢາເສບຕິດ 57 ເລື່ອງ, ມີຜູ້ຖືກຫາ 75 ຄົນ ຍິງ 8 ຄົນ;
  • ວຽກງານຕຳຫຼວດປ້ອງກັນເສດຖະກິດ ມີ 4 ເລື່ອງ, ຜູ້ຖືກຫາ 4 ຄົນ;
  • ຄະດີຄ້າມະນຸດ 1 ເລື່ອງ, ຜູ້ຖືກຫາ 2 ຄົນ;
  • ຄະດີສິງແວດລ້ອມ 1 ເລື່ອງ, ມີຜູ້ຖືກຫາ 1 ຄົນ.

ພ້ອມນີ້, ຍັງຢຶດເຄື່ອງຂອງກາງຢາເສບຕິດ ປະເພດເຮໂຣອິນ ນ້ຳໜັກ 13,1 ກຼາມ, ຢາບ້າ 2.601.163 ເມັດ, ຝິ່ນ 1,63 ກິໂລກຼາມ, ຢາໄອສ໌ 180 ຫໍ່, ພາຫະນະລົດຈັກ 27 ຄັນ, ໂທລະສັບ 32 ໜ່ວຍ, ເງິນກີບ 32.340.000 ກີບ, ເງິນບາດ 100 ບາດ.

ເຄື່ອງເສຍຫາຍ: ມີລົດຈັກ 27 ຄັນ, ໂທລະສັບ 1 ໜ່ວຍ, ບານປະຕູ 4 ບານ, ບານປ່ອງຢ້ຽມ 4 ບານ, ສາຍທອງ 8 ແມັດ, ນໍ້າມັນແອັດຊັງ 130 ລິດ, ເງິນກີບ 1.700.000 ກີບ, ເງິນໂດລາ 1.500 ໂດລາ, ເງິນຢວນ 5.000 ຢວນ, ເງິນບາດ 160.000 ບາດ ລວມມູນຄ່າເສຍຫາຍທັງໝົດ 828.740.000ກີບ.

ມອບຊັບຄືນໃຫ້ເຈົ້າຂອງເດີມ: ມີລົດຈັກ 6 ຄັນ, ເກັບກຳ ແລະ ຂຶ້ນບັນຊີເປົ້າໝາຍໄດ້ 39 ເປົ້າໝາຍ, ຕິດຕາມຊັນນະສູດເປົ້າໝາຍລະແວງສົງໄສ 111 ຄັ້ງ ມີ 65 ເປົ້າໝາຍ, ຊັນນະສູດແຫຼງຂ່າວ ແລະ ຈັບກຸ່ມເປົ້າໝາຍໄດ້ 48 ເປົ້າໝາຍ ແລະ ຄະດີອັກຄີໄພ ເກີດຂຶ້ນທັງໝົດ 3 ເລື່ອງ, ຜົນເສຍຫາຍມີເຮືອນ 3 ຫຼັງ ລວມມູນຄ່າເສຍຫາຍທັງໝົດ 548.000.000 ກີບ.

ນອກຈາກບັນດາລາຍຄະດີດັ່ງກ່າວ, ທົ່ວແຂວງ ຍັງມີຄະດີອຸບັດຕິເຫດເກີດຂຶ້ນທັງໝົດ 51 ຄັ້ງ, ມີພາຫະນະເປ່ເພທັງໝົດ 87 ຄັນ, ເລັກນ້ອຍ 48 ຄັນ, ສົມຄວນ 34 ຄັນ, ໃຊ້ການບໍ່ໄດ້ 5 ຄັນ, ຄົນໄດ້ຮັບບາດເຈັບທັງໝົດ 113 ຄົນ, ເຈັບເລັກນ້ອຍ 48 ຄົນ ຍິງ 10 ຄົນ, ເຈັບສົມຄວນ 44 ຄົນ ຍິງ 12 ຄົນ, ສາຫັດ 11 ຄົນ ຍິງ 2 ຄົນ ແລະ ເສຍຊີວິດ 10 ຄົນ ຍິງ 2 ຄົນ ລວມມູນຄ່າເສຍຫາຍທັງໝົດ 412.000.000 ກີບ.

ຄຽງຄູ່ດຽວກັນ, ເຈົ້າໜ້າທີ່ວິຊາສເພາະ ປກສ ແຂວງອຸດົມໄຊ ຍັງຈະໄດ້ສຸມໃສ່ແກ້ໄຂບັນດາລາຍຄະດີໃຫ້ຫຼຸດນ້ອຍຖອຍລົງ ພ້ອມທັງຮັບປະກັນຄວາມຖືກຕ້ອງ ແລະ ພາວະວິໄສ, ສືບຕໍ່ເຄື່ອນໄຫວແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໂດຍຕິດພັນກັບ 2 ວາລະແຫ່ງຊາດ ເປັນຕົ້ນແມ່ນການແກ້ໄຂບັນດາໜໍ່ແໜງກຸ່ມແກ້ງລັກຊັບ, ຍາດຊີງຊັບ, ສໍ້ໂກງຊັບ, ບັນຫາຢາເສບຕິດ, ຄ້າຂາຍມະນຸດ ແລະ ອື່ນໆ ໂດຍສະເພາະແມ່ນຜູ້ທີ່ເປັນຫົວໂປ່ໂຕການທີ່ຍັງສືບຕໍ່ເຄື່ອນໄຫວກະທໍາຜິດ ເພື່ອນໍາຈັບມາດຳເນີນຄະດີໃຫ້ຖືກຕ້ອງຕາມລະບຽບກົດໝາຍ.