ຢາສູບ, ຄວັນຢາສູບ ເຮັດໃຫ້ຄົນພິການ ແລະ ເສຍຊີວິດໃນແຕ່ລະປີ ເຊິ່ງທົ່ວໂລກມີຜູ້ເສຍຊີວິດເຖິງ 8 ລ້ານຄົນ ຍ້ອນສູບຢາ ແລະ ຫຼາຍກວ່າ 800.000 ຄົນ ເສຍຊີວິດ ຍ້ອນພະຍາດທີ່ເກີດຈາກການໄດ້ຮັບຄວັນຢາສູບຄົນອື່ນ. ຄຽງຄູ່ກັນນີ້, ຢາສູບໄຟຟ້າ ກໍເປັນໜຶ່ງຜະລິດຕະພັນຢາສູບທີ່ມີສານເສບຕິດຊະນິດນີໂກຕິນ ທີ່ເປັນອັນຕະລາຍຕໍ່ສຸຂະພາບອັນຮ້າຍແຮງຕໍ່ຜູ້ສູບ ໃນໄລຍະຍາວ ແລະ ເຖິງຂັ້ນເສຍຊີວິດ. ປັດຈຸບັນ, ກໍາລັງເປັນທີ່ນິຍົມຂອງລູກຫຼານ, ໄວໝຸ່ມ ແລະ ໄວອື່ນໆໃນໂລກ ແລະ ໃນ ສປປ ລາວ.

+ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງ ສາທາລະນະສຸກ ໃຫ້ຮູ້ວ່າ:

ຢາສູບໄຟຟ້າ ແມ່ນຢາສູບຮູບແບບໃໝ່ທີ່ກໍາລັງລະບາດໃນເດັກ ແລະ ໄວໜຸ່ມ ໃນທົ່ວໂລກ ແລະ ສປປ ລາວ. ພ້ອມນີ້, ຢາສູບໄຟຟ້າ ຍັງມີຄວາມອັນຕະລາຍຫຼາຍກວ່າຢາສູບທໍາມະດາ ຍ້ອນການເສບນີໂກຕິນສົດໆ (ເດັກສູບຢາທໍາມະດາ 70% ຕິດໄປຕະຫຼອດຊີວິດ, ການສູບຢາສູບໄຟຟ້າ ເກືອບ 100% ຈະຕິດນີໂກຕິນໄປຕະຫຼອດຊີວິດ); ຢາສູບໄຟຟ້າ ເຮັດໃຫ້ຄົນໃນໂລກຕິດນີໂກຕິນເພີ່ມຂຶ້ນ, ທັງທີ່ອັດຕາການສູບຢາທໍາມະດາໃນທົ່ວໂລກ ນັບມື້ນັບຫຼຸດລົງ ທັງເປັນກົນລະຍຸດທີ່ບໍລິສັດຢາສູບ ຄິດຄົ້ນມາຕະຫຼອດເວລາ ເພື່ອເຮັດແນວໃດໃຫ້ຄົນເຂົ້າສູ່ວົງຈອນເສບຕິດທີ່ຖືກກົດໝາຍ.

ປັດຈຸບັນ, ຢາສູບໄຟຟ້າ ມີການລະບາດໜັກໃນນັກຮຽນ ແລະ ໄວໜຸ່ມ ທັງເປັນອັນຕະລາຍຕໍ່ເດັກນ້ອຍ; ການຕະຫຼາດແບບໃໝ່ຂອງຢາສູບ ມີເຫຼ່ຫຼ່ຽມເລິກແລບຫຼາຍ, ເຂົາເລັ່ງເປົ້າໝາຍຢາສູບໃສ່ເດັກ ແລະ ໄວໜຸ່ມ ເພື່ອກໍ່ໃຫ້ເກີດການເສບຕິດນີໂກຕິນ ແລະ ຍັງໃຫ້ຂໍ້ມູນທີ່ເຮັດໃຫ້ເດັກສັບສົນເຂົ້າໃຈຜິດ ວ່າ: ຢາສູບໃໝ່ (ຢາສູບໄຟຟ້າ) ອາດບໍ່ມີສ່ວນປະກອບຂອງຢາສູບ, ສູບແລ້ວອາດບໍ່ຕິດ, ບໍ່ສົ່ງຜົນຮ້າຍຕໍ່ສຸຂະພາບ ແລະ ທີ່ສໍາຄັນ ຍັງສວຍໂອກາດ ໃນໄລຍະທີ່ຍັງບໍ່ມີຜົນການສຶກສາຄົ້ນຄວ້າ ຜົນກະທົບຕໍ່ສຸຂະພາບໄລຍະຍາວ ທັງຕົວະຍົວະເດັກ ແລະ ໄວໜຸ່ມ.

ຢາສູບ ໄດ້ມີການອອກແບບອຸປະກອນການສູບໃຫ້ທັນສະໄໝ ຕິດພັນກັບ ເຕັກໂນໂລຊີ ໂດຍເລັງເປົ້າໝາຍໃສ່ເດັກ ແລະ ໄວໜຸ່ມ ເພື່ອໃຫ້ເຂົ້າສູ່ວົງຈອນການເສບຕິດນີໂກຕິນ ໂດຍຕົວະໃຫ້ເດັກ-ໄວໜຸ່ມ ສົນໃຈຢາກລອງ ແລະ ຫຼົງໄຫຼຕໍ່ການໃຊ້ອຸປະກອນການສູບຢາທີ່ນໍາສະໄໝທີ່ພັດທະນາຮູບແບບໃໝ່ອອກມາເລື້ອຍໆ ເຊັ່ນ: ມີຮູບຮ່າງຄືບິກ ແລະ ຮູບແບບອື່ນໆ, ມີລົດຊາດ ແລະ ກິ່ນ ເພື່ອດຶງດູດຄົນຮຸ່ນໃໝ່.

ທຸກມື້ນີ້, ມີຢາສູບໄຟຟ້າວາງຈໍາໜ່າຍກວ່າ 430 ຍີ່ຫໍ້ ແລະ ມີນໍ້າຢາເຕີມ ຫຼາຍກວ່າ 15.000 ຊະນິດໃຫ້ເລືອກ ໂດຍຂາຍທາງອອນລາຍ, ເຊິ່ງມີສານປຸງແຕ່ງກິ່ນ ແລະ ລົດຊາດ ທັງໝົດ 16.000 ຊະນິດ ພ້ອມທັງມີການໂຄສະນາວ່າ: ຢາສູບໄຟ້ຟາ ບໍ່ເປັນອັນຕະລາຍ, ມັນເປັນພຽງລະອອງອາຍນໍ້າ; ແຕ່ຄວາມຈິງແລ້ວ, ລະອອງອາຍນໍ້າຢາສູບໄຟຟ້າ ມີຝຸ່ນຂະໜາດນ້ອຍ PM 1.0 ແລະ PM 2.5 ຈໍານວນຫຼາຍ ແລະ ມີສານເຄມີທີ່ເປັນອັນຕະລາຍເຊັ່ນ: ຟອກໂມນ, ອາຄຣໍລີນ ລວມທັງໂລຫະໜັກທີ່ເປັນພິດ ເຊັ່ນ: ຄໍາຂາວ, ຊືນ ແລະ ກົ່ວ.

ຢາສູບໄຟຟ້າ ມີນີໂກຕິນ ແລະ  ຜົນການຄົ້ນຄວ້າຍັງຢັ້ງຢືນ ວ່າ: ຢາສູບໄຟຟ້າຊະນິດບໍ່ມີນີໂກຕິນ ຍັງມີສານອື່ນໆທີ່ສົ່ງຜົນຮ້າຍຕໍ່ປອດ, ຫົວໃຈ ແລະ ເສັ້ນເລືອດ; ການໄດ້ຮັບນີໂກຕິນໃນໄວໜຸ່ມ ສາມາດສົ່ງຜົນຕໍ່ພັດທະນາການຂອງສະໝອງ ແລະ ສົ່ງຜົນໃນໄລຍະຍາວໄດ້ ເຊັ່ນ: ເຮັດໃຫ້ອາລົມປ່ຽນແປງໄປມາໄດ້ງ່າຍ ແລະ ຍັງມີຄວາມຜິດປົກກະຕິທາງອາລົມ.

ມີສານທີ່ໃຫ້ກິ່ນຫອມທີ່ເກີດຈາກສານເຄມີປຸງແຕ່ງ, ເມື່ອຫາຍໃຈເຂົ້າປອດ ໂດຍສະເພາະ ສານ polylene glycol (PG) ແລະ Vegetable Glycerin (VG) ເຊິ່ງເປັນສານທີ່ບັນຈຸໄຂມັນ, ເມື່ອເຊວເນື້ອເຍື້ອປອດອັ່ງໄປດ້ວຍໄຂມັນ ຈະບໍ່ສາມາດແລກປ່ຽນອົກຊີແຊນໄດ້ຕາມປົກປະຕິ; ການສູບຢາສູບໄຟຟ້າ ສະໝອງຈະໄດ້ຮັບນີໂກຕິນ ພາຍໃນ 10 ວິນາທີ, ສະໝອງຂອງໄວໜຸ່ມ ຢູ່ໃນລະຫວ່າງການພັດທະນາ ເຮັດໃຫ້ເສບຕິດນີໂກຕິນໄດ້ງ່າຍ. ພ້ອມນັ້ນ, ໄວໜຸ່ມທີ່ສູບຢາສູບໄຟຟ້າ ຈະມີການທົດລອງສູບຢາສູບທໍາມະດາ ຫຼື ສານເສບຕິດຊະນິດອື່ນເພີ່ມຂຶ້ນ.

+ ອົງການອະນາໄມໂລກ ລາຍງານວ່າ:

ທົ່ວໂລກມີຜູ້ສູບຢາປະມານ 1,1 ຕື້ຄົນ. ນອກຈາກນີ້, ຍັງພົບວ່າ ເດັກ ແລະ ໄວໜຸ່ມຈຳນວນຫຼວງຫຼາຍ ເລີ່ມສູບຢາສູບໄຟຟ້າໄປພ້ອມໆກັບຢາສູບໂຮງງານ, ເຮັດໃຫ້ຜົນຮ້າຍທີ່ມີຕໍ່ສຸຂະພາບ ແມ່ນທະວີຄູນເປັນຫຼາຍເທົ່າ. ໃນນັ້ນ, ຢາສູບໄຟຟ້າ ມີຄວາມອັນຕະລາຍຫຼາຍກວ່າຢາສູບທໍາມະດາ ຍ້ອນການເສບນີໂກຕິນສົດໆ (ເດັກສູບຢາທໍາມະດາ 70% ຕິດໄປຕະຫຼອດຊີວິດ, ການສູບຢາສູບໄຟຟ້າເກືອບ 100% ຈະຕິດນີໂກຕິນໄປຕະຫຼອດຊີວິດ); ເຮັດໃຫ້ຄົນໃນໂລກນີ້ ຕິດນີໂກຕິນເພີ່ມຂຶ້ນ, ທັງທີ່ອັດຕາການສູບຢາທໍາມະດາ ໃນທົ່ວໂລກນັບມື້ນັບຫຼຸດລົງ.

ທັງນີ້, ຜູ້ສູບຢາສູບໄຟຟ້າ ແລະ ສູບຢາທໍາມະດາຢູ່ແລ້ວ ຍັງມີຄວາມສ່ຽງທີ່ຈະເສບຕິດນີໂກຕິນຈາກຢາສູບໄຟຟ້າ ໄປຕະຫຼອດຊີວິດ, ສ່ຽງທີ່ຈະພັດທະນາຕໍ່ໄປສູບຢາທຳມະດາ 2-4 ເທົ່າ ແລະ ສ່ຽງທີ່ຈະນຳໄປສູ່ການຕິດສິ່ງເສບຕິດ.