ໂຮງຮຽນທິດສະດີການເມືອງ ປກສ (ຮທມ ປກສ) ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດພິທີປ້ອງກັນບົດຈົບຊັ້ນ ອະນຸປະລິນຍາ ທິດສະດີການເມືອງ-ການບັນຊາ ຮຸ່ນທີ XVI ໃນວັນທີ 23 ມິຖຸນາ 2023, ໂດຍມີ ພັອ ຊາຍຄອງ ເພັດຊະວົງ ຫົວໜ້າອຳນວຍການ ຮທມ ປກສ, ມີຄະນະພັກ-ຄະນະອຳນວຍການ, ຄະນະອະນຸກຳມະການປ້ອງການບົດ, ອາຈານທີ່ປືກສາ ແລະ ນັກສຶກສາ ເຂົ້າຮ່ວມ.

ນັກສຶກສາ ອະນຸປະລິນຍາ ທິດສະດີການເມືອງ-ການບັນຊາ ຮຸ່ນທີ XVI ມີທັງໝົດຈໍານວນ 50 ສະຫາຍ ຍິງ 5 ສະຫາຍ ໄດ້ເລີ່ມຮຽນມາແຕ່ວັນທີ 8 ກັນຍາ 2021 ປະກອບມີ 5 ສາຍ ຄື:

  • ສາຍສາຂາວິຊາການປົກຄອງ
  • ສາຍສາຂາວິຊາປັດຊະຍາ
  • ສາຍສາຂາວິຊາເສດຖະສາດການເມືອງ ແລະ ຄຸ້ມຄອງເສດຖະກິດ
  • ສາຍສາຂາວິຊາກໍ່ສ້າງພັກ
  • ສາຍສາຂາວິຊາລັດທິສັງຄົມນິຍົມ ວິທະຍາສາດ

ໃນນີ້, ສາຍສາຂາວິຊາການປົກຄອງ ປະກອບມີ 12 ສະຫາຍ 12 ຫົວບົດ, ສາຍສາຂາວິຊາປັດຊະຍາ ມີ 10 ສະຫາຍ 10 ຫົວບົດ, ສາຍສາຂາວິຊາເສດຖະສາດການເມືອງ ແລະ ຄຸ້ມຄອງເສດຖະກິດມີ 9 ສະຫາຍ ຍິງ 1 ສະຫາຍ 9 ຫົວບົດ, ສາຍສາຂາວິຊາກໍ່ສ້າງພັກ ມີ 9 ສະຫາຍ ຍິງ 2 ສະຫາຍ 9 ຫົວບົດ ແລະ ສາຍສາຂາວິຊາລັດທິສັງຄົມນິຍົມ ວິທະຍາສາດ ມີ 10 ສະຫາຍ ຍິງ 2 ສະຫາຍ 10 ຫົວບົດ.

ຜ່ານການຂຶ້ນປ້ອງກັນບົດຂອງແຕ່ລະສາຍສາຂາວິຊາ ໂດຍສະເພາະ ແຕ່ລະຫົວບົດຂອງນັກສຶກສາ, ຄະນະປະທານ ແລະ ຄູ-ອາຈານ ກໍໄດ້ມີຄໍາຖາມເຈາະຈິ້ມ ແລະ ປະກອບຄໍາຄິດເຫັນໃສ່ແຕ່ລະຫົວບົດ ເພື່ອເຮັດໃຫ້ແຕ່ລະຫົວບົດຂອງນັກສຶກສາແຕ່ລະສະຫາຍ ມີເນື້ອໃນທີ່ຄົບຖ້ວນ, ອຸດົມສົມບູນ ແລະ ມີວິທະຍາສາດ.