ວັນທີ 20 ມິຖຸນາ 2023 ນີ້, ສະຫາຍ ພັອ ບຸນສົດ ອິນສີນາ ຮອງຫົວໜ້າກົມຊ່າງແສງ ກົມໃຫ່ຍເສນາທິການກອງທັບ ລົງຊຸກຍູ້ຊ່ຽວຊານ ສ. ລັດ ເຊຍ ທີ່ມາສ້ອມແປງພາຫະນະເຕັກກົນຈັກຊ່າງແສງຢູ່ໂຮງງານ ມິດຕະພາບ ລາວ – ຫວຽດນາມ.

ສະຫາຍ ພັຕ ຄຳແສງ ຫຼວງອາໄພ ຜູ້ຮັບຊອບວຽກງານສ້ອມແປງ ລາວ-ລັດເຊຍ ໃຫ້ຮູ້ວ່າ: ການຈັດຕັ້ງສ້ອມແປງໃນຄັ້ງນີ້ ປະກອບມີ: ລົດກາລັດຂົວຟູ 14 ຄັນ ສ້ອມແປງແລ້ວ 11 ຄັນ ຍັງ 3 ຄັນ, ລົດກາລັດກ່າຍຂົວມີ 4 ຄັນ ສ້ອມແປງແລ້ວ 2 ຄັນ ຍັງ 2 ຄັນ, ລົດເຮືອເປເຕແອັດ 13 ຄັນ, ສ້ອມແປງແລ້ວ 9 ຄັນ ຍັງ 4 ຄັນ, ສ້ອມແປງເຮືອກາໂນ 13 ຄັນ ສຳເລັດ 8 ຄັນ ຍັງ 5 ຄັນ, ສ້ອມແປງເຄື່ອງຈັກໄຟຟ້າ 30 kw, ສຳເລັດ 2 ເຄື່ອງ, ຍັງ 02 ເຄື່ອງ ແລະ ສ້ອມແປງລົດມັດ 2 ຄັນ ສຳເລັດ 1 ຄັນ ແລະ ຍັງ 1 ຄັນ.

ສະຫາຍ ພັຕີຄຳແສງ ຫຼວງອາໄພ ຜູ້ຮັບຊອບວຽກງານສ້ອມແປງພາຫະນະເຕັກນິກຊ່າງແສງ ລາວ-ລັດເຊຍ ຍັງໃຫ້ຮູ້ຕື່ມອີກວ່າ: ພະນັກງານ-ນັກຮົບທຸກສະຫາຍ ເວລາໃດກໍໄດ້ເອົາໃຈໃສ່ປະຕິບັດໜ້າທີ່ການເມືອງທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ມີຄວາມຮັບຜິດຊອບສູງ, ມີຄວາມອຸ່ນອ່ຽງ, ທຸນທ່ຽງຕໍ່ໜ້າທີ່ວິຊາສະເພາະຂອງຕົນມີຜົນສຳເລັດຫຼາຍດ້ານຕາມການຈັດຕັ້ງມອບໝາຍໃຫ້.

ໂອກາດດັ່ງກ່າວ, ສະຫາຍ ພັອ ບຸນສົດ ອິນສີນາ ຮອງຫົວໜ້າກົມຊ່າງແສງ ກໍ່ໂອ້ລົມ ແລະ ມອບເຄື່ອງຈຳນວນໜຶ່ງໃຫ້ຊ່ຽວຊານລັດເຊຍ ຕື່ມອີກ

ພາບ-ຂ່າວ: ເກນ ນັກຮົບຊ່າງແສງ