ລະບົບປະກັນສັງຄົມແມ່ນໜຶ່ງໃນນະໂຍບາຍປົກປ້ອງທາງສັງຄົມ ຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ໂດຍແມ່ນອົງການປະກັນສັງ ຄົມແຫ່ງຊາດ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ເປັນຜູ້ຈັດຕັ້ງປະຕິບັດ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງສະມາຊິກປະກັນສັງຄົມ ດ້ວຍການປະກອບທຶນສົມທົບ ແລະ ການສະໜອງການອຸດໜູນປະກັນສັງຄົມ, ເຊິ່ງເປັນການສະເລ່ຍຄວາມສ່ຽງ, ການຊ່ວຍເຫຼືອເຊິ່ງກັນແລະກັນ ແນໃສ່ຄ້ຳປະກັນດ້ານສະຫວັດດີການຂັ້ນພື້ນຖານ, ມີສະພາບໍລິຫານ ທີ່ປະກອບດ້ວຍຕົວແທນ ສາມຝ່າຍ ຕາງໜ້າຈາກລັດຖະບານ, ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ, ເຊິ່ງມີພາລະບົດບາດໃນການຊີ້ນໍາ ແລະ ພິຈາລະນາການບໍລິຫານຄຸ້ມຄອງກອງທຶນປະກັນສັງຄົມ.

ກອງທຶນປະກັນສັງຄົມໃຫ້ການຄຸ້ມຄອງແກ່ ພະນັກງານ-ລັດຖະກອນ, ຜູ້ອອກແຮງງານໃນຂົງເຂດວິສາຫະກິດ ແລະ ຜູ້ປະກອບອາຊີບອິດສະຫຼະ ໂດຍມີການສົມທົບທຶນໃນອັດຕາທີ່ກຳນົດຕາມກົດໝາຍ ວ່າດ້ວຍການປະກັນສັງຄົມ ຕາມຫຼັກການທາງດ້ານຄະນິດສາດປະກັນສັງຄົມ, ເຊິ່ງມີການກຳນົດ  ອັດຕາການຈ່າຍດັ່ງນີ້: ພາກລັດແມ່ນ 16,5%. ໃນນີ້, ( ລັດຖະບານສົມທົບ 8,5% ແລະ ພະນັກງານ-ລັດຖະກອນຈ່າຍ 8%), ພາກວິສາຫະກິດ ແມ່ນ 11,5% ( ຜູ້ໃຊ້ແຮງງານສົມທົບ 6% ແລະ ຜູ້ອອກແຮງງານຈ່າຍ 5,5%) ແລະ ຜູ້ສະໝັກໃຈແມ່ນຈ່າຍ 9% ຂອງວົງເງິນປະກັນທີ່ສາມາດເລືອກໄດ້, ເຊິ່ງໄດ້ມີການຈັດສັນເປັນ 5 ກອງທຶນຍ່ອຍ ປະກອບມີດັ່ງນີ້:

ກອງທຶນປະກັນສັງຄົມໄດ້ສະໜອງການອຸດໜູນທັງໝົດ 9 ປະເພດ. ໃນນີ້, ອົງການປະກັນສັງຄົມແຫ່ງຊາດ ຮັບຜິດຊອບຈັດຕັ້ງປະຕິບັດ 8 ການອຸດໜູນ ຄື:  ປ່ວຍການ, ອຸປະຕິເຫດແຮງງານ ຫຼື ພະຍາດອາຊີບ, ອອກລູກ, ເສຍກຳລັງແຮງງານ, ບຳນານ, ເສຍຊີວິດ, ສະມາຊິກຄອບຄົວ ແລະ ວ່າງງານ;  ສ່ວນອຸດໜູນປະກັນສຸຂະພາບແມ່ນຫ້ອງການປະກັນສຸຂະພາບແຫ່ງຊາດ ກະຊວງສາທາລະນະສຸກ ເປັນຜູ້ຈັດຕັ້ງປະຕິບັດ ຕາມກົດໝາຍ ວ່າດ້ວຍການປະກັນສຸຂະພາບ ນັບແຕ່ເດືອນ ກໍລະກົດ ປີ 2019 ເປັນຕົ້ນມາ, ອົງການປະກັນສັງຄົມແຫ່ງຊາດ ໄດ້ໂອນກອງທຶນອຸດໜູນປິ່ນປົວສຸຂະພາບ (1,25%) ໃຫ້ ໂດຍຄິດໄລ່ຕາມລາຍຮັບເງິນສົມທົບໃນແຕ່ລະເດືອນ ເພື່ອສະໜອງການສະໜູນອຸດໜູນປິ່ນປົວສຸຂະພາບໃຫ້ກັບສະມາຊິກປະກັນສັງຄົມ ແລະ ຄອບຄົວຂອງເຂົາເຈົ້າ. ປະຈຸບັນສະມາຊິກປະກັນສັງຄົມທີ່ຈ່າຍເງິນສົມທົບ ມີຈໍານວນ   388.660 ຄົນ ແລະ ມີຜູ້ເກີດສິດໃນການຄຸ້ມຄອງຈາກລະບົບປະກັນສັງຄົມ (ຜູ້ປະກັນຕົນ,ຄູ່ສົມລົດ ແລະ ລູກ) ລວມທັງໝົດ 828.403 ຄົນ.

ກອງທຶນປະກັນສັງຄົມ ມີການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດແບບລວມສູນຢູ່ສູນກາງ, ມີກົນໄກການຄຸ້ມຄອງພາຍໃນທີ່ສອດຄ່ອງກັບລະບຽບການເງິນ-ການບັນຊີ, ຊຶ່ງໄດ້ຜ່ານການຮັບຮອງຈາກ ກະຊວງການເງິນ ໂດຍມີການຈົດຮັບ-ຈົດຈ່າຍ ຜ່ານລະບົບໂປຣແກຣມບັນຊີແບບອອນລາຍ ເພື່ອຕິດ ຕາມ ສັງລວມການສະຫຼຸບ ລາຍງານ ລາຍຮັບ-ລາຍຈ່າຍ ປະຈໍາວັນ,  ລາຍຮັບເງິນສົມທົບແມ່ນໄດ້ໂອນເຂົ້າບັນຊີຮັບລວມສູນຢູ່ສູນກາງ, ສໍາລັບລາຍ ຈ່າຍແມ່ນໄດ້ປະຕິບັດຕາມແຜນທີ່ໄດ້ຜ່ານການພິຈາລະນາຮັບຮອງຈາກລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ປະທານສະພາບໍ ລິຫານອົງການປະກັນສັງຄົມແຫ່ງຊາດ, ມີລະບົບກວດສອບພາຍໃນ ທີ່ມີການກວດສອບຢ່າງເປັນປົກກະຕີ, ມີການຕິດຕາມ, ກວດກາ ຈາກກົມກວດກາ ກະຊວງແຮງງານ ແລະ ສະຫວັດແຮງງານສັງຄົມ ແລະ ມີການກວດສອບ ຈາກອົງການກວດສອບແຫ່ງລັດ  ເພື່ອຢັ້ງຢືນຄວາມໂປ່ງໃສໃນທຸກໆປີ.

ກອງທຶນປະກັນສັງຄົມ ໄດ້ຮັບການຊີ້ນໍາ-ນໍາພາ ຢ່າງໃກ້ຊິດຈາກສະພາບໍລິຫານອົງການປະກັນສັງຄົມ ແລະ ຄະນະນໍາກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີການເຄື່ອນໄຫວວຽກ ແລະ ຈັດຕັ້ງປະຕິບັດນະໂຍບາຍປະກັນສັງຄົມຕາມກົດໝາຍ ວ່າດ້ວຍການປະກນສັງຄົມ ຢ່າງຄົບຖ້ວນເປັນປົກ ກະຕິ ແລະ ມີການພັດທະນາໃຫ້ດີຂຶ້ນເລື້ອຍໆ, ກອງທຶນປະກັນສັງຄົມມີການສະສົມ, ມີການເຕີບໃຫຍ່ຂະຫຍາຍຕົວ ສາມາດຮອງຮັບການຈ່າຍອຸດ ໜູນປະກັນສັງຄົມປະເພດຕ່າງໆ ຕາມລະບຽບການ ດ້ວຍຄວາມໂປ່ງໃສ ສາມາດກວດສອບໄດ້.

ຂໍ້ມູນຈາກ: ອົງການປະກັນສັງຄົມແຫ່ງຊາດ