ພິທີມອບ-ຮັບໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ນະຄອນຫຼວງວຽງຈັນ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 28 ກຸມພາ 2023, ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ, ໂດຍມີ ພົຈວ ສີພອນ ຈັນສົມວົງ ຮອງເລຂາຄະນະພັກນະຄອນຫຼວງວຽງຈັນ, ມີບັນດາຄະນະພັກ-ຄະນະນຳ ພ້ອມດ້ວຍພະນັກງານ, ສະມາຊິກຊາວໜຸ່ມນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

ທ່ານ ວິລະພົງ ອິນທິລາດ ຮອງຄະນະຈັດຕັ້ງນະຄອນຫຼວງວຽງຈັນ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກນະຄອນຫຼວງວຽງຈັນ ສະບັບເລກທີ 97/ຄປພ.ນວ, ລົງວັນທີ 14 ກຸມພາ 2023 ວ່າດ້ວຍການຍົກຍ້າຍເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ນະຄອນຫຼວງວຽງຈັນ; ໃນນີ້, ໄດ້ຍົກຍ້າຍທ່ານ ນາງ ສຸມາລີ ທຳມະວົງ ກຳມະການພັກນະຄອນຫຼວງວຽງຈັນ, ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ນະຄອນຫຼວງວຽງຈັນ ( ຜູ້ເກົ່າ ) ໄປປະຈຳການຢູ່ພະແນກພາຍໃນນະຄອນຫຼວງວຽງຈັນ ແລະ ຜ່ານມະຕິຕົກລົງຂອງຄະນະປະຈຳພັກນະຄອນຫຼວງວຽງຈັນ ສະບັບ ເລກທີ 99/ຄປພ.ນວ, ລົງວັນທີ 14 ກຸມພາ 2023 ວ່າດ້ວຍການແຕ່ງຕັ້ງວ່າການແທນເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ນະຄອນຫຼວງວຽງຈັນ; ໃນນີ້, ໄດ້ແຕ່ງຕັ້ງ ທ່ານ ຫຸມແພງ ສີສົມບັດ ຮອງເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ນະຄອນຫຼວງວຽງຈັນ ເປັນວ່າການແທນເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ນະຄອນຫຼວງວຽງຈັນ (ຜູ້ໃໝ່). ພ້ອມດຽວກັນນັ້ນ, ໃນພິທີ ກໍໄດ້ມີການເຊັນບົດບັນທຶກມອບ-ຮັບໜ້າທີ່ລະຫວ່າງ ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ນະຄອນຫຼວງວຽງຈັນ ຜູ້ເກົ່າ ແລະ ຜູ້ໃໝ່.

ໃນໂອກາດດັ່ງກ່າວ, ພົຈວ ສີພອນ ຈັນສົມວົງ ກໍໄດ້ມີຄຳເຫັນໂອ້ລົມ, ເຊິ່ງບາງຕອນທ່ານໄດ້ກ່າວວ່າ: ການຍົກຍ້າຍສັບປ່ຽນໜ້າທີ່ຖືວ່າເປັນເລື່ອງປົກກະຕິຂອງລະບົບການຈັດຕັ້ງພັກ-ລັດທີ່ຕ້ອງມີການປັບປຸງສັບຊ້ອນໄປຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນແຕ່ລະໄລຍະ. ພ້ອມນັ້ນ, ທ່ານຍັງໄດ້ເນັ້ນໜັກໃຫ້ເລຂາຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ນະຄອນຫຼວງວຽງຈັນ ( ຜູ້ໃໝ່ ) ເພີ່ມທະວີການນໍາພາ ວຽກງານການເມືອງນໍາພາ-ແນວຄິດ ເພື່ອຮັບປະກັນໃຫ້ຄະນະພັກແຕ່ລະຂັ້ນ, ສະມາຊິກພັກ-ພະນັກງານມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມ ບັດສິນທໍາ ປະຕິວັດ, ມີຄວາມຮູ້ໃນລະດັບທີ່ແນ່ນອນ, ຮູ້ນຳໃຊ້ເຕັກໂນໂລຊີ, ພາສາຕ່າງປະເທດ ແລະ ມີຄວາມສາມາດຈັດຕັ້ງປະຕິບັດວຽກງານຢ່າງແຂງແຮງກວ່າເກົ່າ ແລະ ແທດເໝາະກັບສະພາບການໃນປັດຈຸບັນ, ເອົາໃຈໃສ່ໃນການຊີ້ນໍາ-ນໍາພາວຽກງານວິຊາສະເພາະ ກໍຄືວຽກງານຂະບວນການຂອງຊາວໜຸ່ມໃຫ້ມີຂະບວນການຟົດຟື້ນ ເສີມຂະຫຍາຍກໍາລັງແຮງ ສັງລວມເຂົ້າໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມຕິດພັນກັບຂໍ້ແຂ່ງຂັນຮັກຊາດ-ພັດທະນາ, ວຽກງານ 3 ສ້າງຂອງພັກ, ຂໍ້ແຂ່ງຂັນ 3 ດີ 4 ຮູ້ຂອງເຍົາວະຊົນທັນວາ, ເອົາໃຈໃສ່ໃນການກໍ່ສ້າງ ແລະ ພັດທະນາຊາວ ໜຸ່ມໃຫ້ໜັກແໜ້ນເຂັ້ມແຂງ, ກາຍເປັນກຳລັງປະຈັນບານທີ່ຂະຫຍັນຂັນແຂງ ກຽມພ້ອມຕະລຸມບອນທຸກເວລາ, ທຸກສະຖານທີ່ເມື່ອຊາດຮຽກຮ້ອງ ແລະ ປະຊາຊົນຕ້ອງການ.