ເນື່ອງໃນວັນສ້າງຕັ້ງຊາວໜຸ່ມປະຊາຊົນ ປະຕິວັດລາວ 14 ເມສາ 1955-14 ເມສາ 2023 ຄົບຮອບ 68 ປີ ເລຂາຄະນະບໍລິຫານງານສູນກາງຊາວ ໜຸ່ມປະຊາຊົນ ປະຕິວັດລາວ ( ສປປ ລາວ ) ຮຽກຮ້ອງມາຍັງຄະນະຊາວໜຸ່ມ-ສະມາຊິກຊາວໜຸ່ມ ແລະ ເຍົາວະຊົນລາວບັນດາເຜົ່າ ຈົ່ງພ້ອມກັນເສີມຂະຫຍາຍບົດບາດປະຈັນບານ, ນຳໜ້າ, ເສີມຂະຫຍາຍມູນເຊື້ອວິລະຊົນຂອງຊາດລາວ ວິລະຊົນ, ຊາວໜຸ່ມ ຈົ່ງພ້ອມກັນສືບທອດມູນເຊື້ອທີ່ທະນົງອົງອາດ ແລະ ສະຫຼາດສ່ອງໃສຂອງພັກ.

ສະຫາຍ ມອນໄຊ ລາວມົວຊົງ ເລຂາ ຄະນະບໍລິຫານງານ ຊປປ ລາວ ຖະແຫຼ່ງຂ່າວ ໃນວັນທີ 10 ເມສາ 2023 ວ່າ: ໃນນາມຄະນະບໍລິຫານງານສູນ ກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ຂໍຮຽກຮ້ອງມາຍັງຄະນະຊາວໜຸ່ມ-ສະມາຊິກຊາວໜຸ່ມ ແລະ ເຍົາວະຊົນລາວບັນດາເຜົ່າ ຈົ່ງພ້ອມກັບສືບຕໍ່ເສີມຂະຫຍາຍ ບົດບາດປະຈັນບານ, ນຳໜ້າ, ເສີມຂະຫຍາຍ ມູນເຊື້ອວິລະຊົນຂອງຊາດລາວວິລະຊົນ, ຊາວໜຸ່ມຈົ່ງພ້ອມກັນສືບທອດມູນເຊື້ອທີ່ທະນົງອົງອາດສະຫຼາດສ່ອງໃສຂອງພັກ, ປະ ກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປະຕິບັດແນວທາງແຫ່ງການປ່ຽນແປງໃໝ່ຮອບດ້ານ ແລະ ຢ່າງມີຫຼັກການຂອງພັກ ໂດຍສະເພາະແມ່ນສ້າງຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນ ທຳປະຕິວັດ, ມີຄວາມຈົ່ງຮັກພັກດີຕໍ່ຊາດ-ຕໍ່ ພັກ, ຕັ້ງໜ້າປັບປຸງກໍ່ສ້າງການຈັດຕັ້ງຂອງຕົນໃຫ້ໜັກແໜ້ນ, ເຂັ້ມແຂງທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ແບບແຜນດຳລົງຊີວິດທີ່ສອດຄ່ອງ, ປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນໜຸ່ຊາວໜຸ່ມ-ເຍົາວະຊົນໃຫ້ຫຼຸດໜ້ອຍຖອຍລົງ.

ພ້ອມນີ້, ຈະຕ້ອງໄດ້ສຸມໃສ່ໃນການພັດທະນາຄຸນນະພາບຊີວິດຂອງຊາວໜຸ່ມ-ເຍົາວະຊົນ ໃຫ້ນັບມື້ນັບດີຂຶ້ນ, ເພື່ອອຸທິດສະຕິປັນຍາ, ກຳລັງກາຍ ແລະ ເຫື່ອແຮງທັງໝົດຂອງຕົນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ເຮັດໃຫ້ປະເທດຊາດຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ, ສ້າງວຽກເຮັດງານທຳ, ການສຶກສາ, ກິລາກາຍຍະກຳ, ສິລະປະວັດທະນະທຳ ແລະ ສືບທອດປະເພນີອັນດີງາມຂອງຊາດ ຈົ່ງພ້ອມກັນຄົ້ນຄວ້າຮໍ່າຮຽນ, ຄວາມຮູ້ຄວາມສາມາດຕ່າງໆເປັນຕົ້ນແມ່ນທາງດ້ານເຕັກນິກວິທະຍາສາດ ເຕັກໂນໂລຊີທີ່ທັນສະໄໝ ແລະ ການນຳໃຊ້ຫັນເປັນເສດຖະກິດດີຈີຕ໋ອນ.

ເນື່ອງໃນໂອກາດວັນສ້າງຕັ້ງຊາວໜຸ່ມທີ່ຈະໜູນວຽນມາເຖິງໃນມໍ່ໆນີ້ ຂໍອວຍພອນໄຊອັນປະເສີດແດ່ການນໍາພັກລັດຄະນະບໍລິຫານງານຊາວໜຸ່ມປະ ຊາຊົນ ປະຕິວັດລາວ, ສະມາຊິກຊາວໜຸ່ມ ແລະ ເຍົາວະຊົນ-ອານຸຊົນລາວບັນດາເຜົ່າ ຈົ່ງມີແຕ່ຄວາມສຸກກາຍສະບາຍໃຈ ສືບຕໍ່ຈັດຕັ້ງປະຕິະບັດເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ໃຫ້ບັນລຸຜົນ ເປັນຈິງ, ຕັດສິນໃຈບຸກທະລຸໄດ້ໃນຄາດໝາຍ 4 ບຸກທະລຸທີ່ພັກວາງອອກ ໂດຍຕິດພັນກັບຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມພວກເຮົາ ແລະ ຖືເອົາວັນທີ 14 ເມສາ ເຊິ່ງເປັນວັນສ້າງຕັ້ງຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເປັນວັນສໍາຄັນຍິ່ງໃຫຍ່, ເປັນວັນເຕົ້າໂຮມຄວາມສາມັກຄີຊາວໜຸ່ມລາວ ບັນດາເຜົ່າ, ເປັນວັນແຫ່ງການສຶກສາຮ່ຳຮຽນ ແລະ ສືບທອດມູນເຊື້ອຊາວໜຸ່ມຮຸ້ນກ່ອນ ເພື່ອເຮັດໃຫ້ພາລະບົດບາດຂອງອົງການຈັດຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວກວ້າງຂວາງສູງສົ່ງ ແລະ ໜັກແໜ້ນ ເຂັ້ມແຂງຂຶ້ນ.

ໃນຕໍ່ໜ້ານີ້, ຊາວໜຸ່ມຈົ່ງນຳໜ້າ, ປະຈັນ ບານເຂົ້າໃນໜ້າທີ່ການງານໃຫ້ສົມກັບ ປະທານ ໄກສອນ ພົມວິຫານ ຂະໝາມນາມໄວ້ວ່າ:  ຊາວໜຸ່ມຈົ່ງກາຍເປັນດັ່ງ ນົກອິນຊີ ທີ່ບໍ່ຫວັ່ນ ກົວຕໍ່ພາຍຸລົມແດງ ຈົ່ງກາຍເປັນສິນໄຊແຫ່ງຍຸກ ສະໄໝພວກເຮົາ. ເພື່ອພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ຊາວໜຸ່ມລາວອາດຫານກ້າວຂຶ້ນ .